ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ພິກຂຸ ທ. ! ກາຍນີ້ ເກີດມີຂຶ້ນແລ້ວ ແກ່ບັນດິຕ ຜູ່ຖືກອະວິຊຊາຫໍ່ຫຸ້ມແລ້ວດ້ວຍ ຜູ່ພົວພັນແລ້ວດ້ວຍຕັນຫາໃດດ້ວຍ, ອະວິຊຊານັ້ນແຫຼະ ອັນບັນດິຕລະໄດ້ແລ້ວ ແລະ ຕັນຫານັ້ນແລ ກໍໝົດສ້ຽງໄປແລ້ວ. ຂໍ້ນັ້ນເພາະເຫຕໃດໜໍ ? ເພາະວ່າ ບັນດິຕໄດ້
ປະພຶຕພຣົມມະຈັນຣຍ໌ ເພື່ອຄວາມດັບສິ້ນທຸກຂ໌ໂດຍຖືກຕ້ອງ. ເພາະເຫຕນັ້ນ ບັນດິຕ ຈຶ່ງເປັນຜູ່ບໍ່ເຂົ້າເຖິງກາຍ (ອື່ນ) ເພາະການແຕກສະຫຼາຍແຫ່ງກາຍ (ນີ້). ບັນດິຕນັ້ນເມື່ອບໍ່ເຂົ້າເຖິງກາຍຢູ່ ເຮົາກ່າວວ່າ “ເຂົາຍ່ອມຫຼຸດພົ້ນໄດ້ຈາກຄວາມເກີດ ຄວາມແກ່ ຄວາມຕາຍ ຄວາມໂສກ ຄວາມລໍ່າໄລລໍາພັນ ຄວາມທຸກຂ໌ກາຍ ຄວາມທຸກຂ໌ໃຈ ຄວາມຄັບແຄ້ນໃຈ ແລະ ຍ່ອມຫຼຸດພົ້ນໄດ້ຈາກທຸກຂ໌” ດັ່ງນີ້ແລ.
- ນິທານ. ສັງ. ໑໖/໒໙/໕໙.
ອະນຸພາບແຫ່ງອັຕຖັງຄິກະມັຄຄະໃນການເຮັດໃຫ້ເກີດ :
ກ. ເກີດຄວາມປາກົດແຫ່ງຕະຖາຄົຕ.
ພິກຂຸ ທ. ! ທັມ ໘ ປະການເຫຼົ່ານີ້ ອັນບຸຄຄົນຈະເຣີນ ເຮັດໃຫ້ຫຼາຍແລ້ວ ທັມທັງຫຼາຍທີ່ຍັງບໍ່ເກີດ ຍ່ອມເກີດຂຶ້ນ ບໍ່ຍົກເວັ້ນ (ແມ່ນແຕ່) ຄວາມປາກົດແຫ່ງ ຕະຖາຄົຕອະຣະຫັນຕະສັມມາສັມພຸດທະ. ແປດປະການ ແນວໃດໜໍ ? ແປດປະການ ຄື
ສັມມາທິຕຖິ ສັມມາສັງກັປປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ. ພິກຂຸ ທ. ! ທັມ ໘ ປະການເຫຼົ່ານີ້ແລ ອັນ
ບຸຄຄົນຈະເຣີນ ເຮັດໃຫ້ຫຼາຍແລ້ວ ທັມທັງຫຼາຍທີ່ຍັງບໍ່ເກີດ ຍ່ອມເກີດຂຶ້ນ ບໍ່ຍົກເວັ້ນ (ແມ່ນແຕ່) ຄວາມປາກົດແຫ່ງ ຕະຖາຄົຕອະຣະຫັນຕະສັມມາສັມພຸດທະ.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໓໙໕
ພິກຂຸ ທ. ! ທັມ ໘ ປະການເຫຼົ່ານີ້ ບໍຣິສຸດ ຂາວຜ່ອງ ບໍ່ມີກິເລສ ພຽງດັ່ງເນີນ ປາສະຈາກອຸປະກິເລສແລ້ວ ທັມທັງຫຼາຍທີ່ຍັງບໍ່ເກີດ ຍ່ອມເກີດຂຶ້ນ ບໍ່ຍົກເວັ້ນ (ແມ່ນແຕ່) ຄວາມປາກົດແຫ່ງ ຕະຖາຄົຕອະຣະຫັນຕະສັມມາສັມພຸດທະ. ແປດປະການ ແນວໃດໜໍ ? ແປດປະການຄື : ສັມມາທິຕຖິ ສັມມາສັງກັປປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ. ພິກຂຸ ທ. ! ທັມ ໘ ປະການເຫຼົ່ານີ້ ບໍຣິສຸດ ຂາວຜ່ອງ ບໍ່ມີກິເລສ ພຽງດັ່ງເນີນ ປາສະຈາກອຸປະ
ກິເລສແລ້ວ ທັມທັງຫຼາຍທີ່ຍັງບໍ່ເກີດຍ່ອມເກີດຂຶ້ນ ບໍ່ຍົກເວັ້ນ (ແມ່ນແຕ່) ຄວາມປາກົດແຫ່ງ ຕະຖາຄົຕອະຣະຫັນຕະສັມມາສັມພຸດທະ.
ຂ. ເກີດສຸຄະຕະວິນັຍ
ພິກຂຸ ທ. ! ທັມ ໘ ປະການເຫຼົ່ານີ້ ອັນບຸຄຄົນຈະເຣີນ ເຮັດໃຫ້ຫຼາຍແລ້ວ ທັມທັງຫຼາຍທີ່ຍັງບໍ່ເກີດຍ່ອມເກີດຂຶ້ນ ບໍ່ຍົກເວັ້ນ (ແມ່ນແຕ່ການເກີດແຫ່ງ) ສຸຄະຕະວິນັຍ. ແປດປະການ ແນວໃດໜໍ ? ແປດປະການ ຄື ສັມມາທິຕຖິ ສັມມາສັງກັປປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ. ພິກຂຸ ທ. ! ທັມ ໘ ປະການເຫຼົ່ານີ້ແລ ອັນບຸຄຄົນຈະເຣີນ ເຮັດໃຫ້ຫຼາຍແລ້ວ ທັມທັງຫຼາຍທີ່ຍັງບໍ່ເກີດຍ່ອມເກີດຂຶ້ນ ບໍ່ຍົກເວັ້ນ (ແມ່ນແຕ່ການເກີດແຫ່ງ) ສຸຄະຕະວິນັຍ.
ພິກຂຸ ທ. ! ທັມ ໘ ປະການເຫຼົ່ານີ້ ບໍຣິສຸດ ຂາວຜ່ອງ ບໍ່ມີກິເລສ ພຽງດັ່ງເນີນ ປາສະຈາກອຸປະກິເລສແລ້ວ ທັມທັງຫຼາຍທີ່ຍັງບໍ່ເກີດ ຍ່ອມເກີດຂຶ້ນ ບໍ່ຍົກເວັ້ນ (ແມ່ນແຕ່ການເກີດຂຶ້ນແຫ່ງ) ສຸຄະຕະວິນັຍ. ແປດປະການ ແນວໃດໜໍ ? ແປດປະການຄື ສັມມາທິຕຖິ ສັມມາສັງກັປປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ. ພິກຂຸ ທ. ! ທັມ ໘ ປະການເຫຼົ່ານີ້ ບໍຣິສຸດ
ຂາວຜ່ອງ ບໍ່ມີກິເລສ ພຽງດັ່ງເນີນ ປາສະຈາກອຸປະກິເລສແລ້ວ ທັມທັງຫຼາຍທີ່ຍັງບໍ່ເກີດ ຍ່ອມເກີດຂຶ້ນ ບໍ່ຍົກເວັ້ນ (ແມ່ນແຕ່ການເກີດແຫ່ງ) ສຸຄະຕະວິນັຍ.
- ມຫາວາຣ. ສັງ. ໑໙/໑໘-໑໙/໕໒, ໕໔, ໕໓, ໕໕.
໑໓໙໖ ອະຣິຍະສັຈຈ໌ຈາກພຣະໂອຖະ
ອັຕຖັງຄິກະມັຄຄະ ເພື່ອການຮູ້
ແລະການລະຊຶ່ງທັມທີ່ຄວນຮູ້ ແລະຄວນລະ








