ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ໃນອີກສູຕໜຶ່ງ (໒໔/໒໘໑/໑໖໒) ຊົງສະແດງ ອະທັມ ດ້ວຍອະກຸສົລກັມມະບົດ ສະແດງ ທັມ ດ້ວຍກຸສົລກັມມະບົດ ສະແດງ ອະນັຕຖະ ດ້ວຍວິບາກແຫ່ງອະກຸສົລກັມມະບົດ ແລະ ສະແດງ ອັຕຖະ ດ້ວຍວິບາກແຫ່ງກຸສົລກັມມະບົດ).
ໝວດ ຄ. ວ່າດ້ວຍ ຄຸນຄ່າຂອງມັຄຄະ
ອັຕຖັງຄິກະມັຄຄະ ໃນຖານະແຫ່ງໂຕພຣົມມະຈັນຣຍ໌
“ຂ້າແຕ່ພຣະອົງຜູ່ຈະເຣີນ ! ມີຄໍາກ່າວກັນຢູ່ວ່າ ‘ພຣົມມະຈັນຣຍ໌ ພຣົມມະຈັນຣຍ໌’ ດັ່ງນີ້ ພຣົມມະຈັນຣຍ໌ ເປັນແນວໃດໜໍ ຂ້ານ້ອຍ ? ແລະ ທີ່ສຸດແຫ່ງພຣົມມະຈັນຣຍ໌ຄືອັນໃດ ຂ້ານ້ອຍ ?”.
ພິກຂຸ ! ອະຣິຍະອັຕຖັງຄິກະມັຄຄະນີ້ແລ ຄືພຣົມມະຈັນຣຍ໌ ; ກ່າວຄື ສັມມາທິຕຖິ ສັມມາສັງກັປປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ.
ພິກຂຸ ! ຄວາມດັບສິ້ນແຫ່ງຣາຄະ (ຣາຄັກຂະໂຢ) ຄວາມດັບສິ້ນໄປແຫ່ງໂທສະ (ໂທສັກຂະໂຢ) ຄວາມດັບສິ້ນແຫ່ງໂມຫະ (ໂມຫັກຂະໂຢ) ; ນີ້ຄື ທີ່ສຸດແຫ່ງພຣົມມະຈັນຣຍ໌ ແລ.
- ມຫາວາຣ. ສັງ. ໑໙/໙/໒໙-໓໐.
໑໓໘໘ ອະຣິຍະສັຈຈ໌ຈາກພຣະໂອຖະ
ລະບົບພຣົມມະຈັນຣຍ໌ ແບ່ງໄວ້ເປັນ ໒ ຜະແນກ
ພິກຂຸ ທ. ! ເຮົາບໍ່ກ່າວ ສໍາລັບພິກຂຸທັງປວງວ່າ ຍັງມີກິຈຈ໌ອັນໃດໆ (ເຫຼືອຢູ່) ທີ່ຈະຕ້ອງເຮັດດ້ວຍຄວາມບໍ່ປະມາດ ແລະ ເຮົາກໍ ບໍ່ກ່າວ ສໍາລັບພິກຂຸທັງປວງ ວ່າ ມີກິຈຈ໌ອັນໃດໆ ທີ່ບໍ່ຕ້ອງເຮັດດ້ວຍຄວາມບໍ່ປະມາດ.
ກ. ສໍາລັບຜູ່ເຖິງທີ່ສຸດແຫ່ງທຸກຂ໌ແລ້ວ
ພິກຂຸ ທ. ! ພິກຂຸເຫຼົ່າໃດເປັນ ອະຣະຫັນຕ໌ຂີນາສົບ ຢູ່ຈົບພຣົມມະຈັນຣຍ໌ ມີກິຈຈ໌ທີ່ຄວນເຮັດອັນເຮັດຈົບແລ້ວ ມີພາຣະອັນປົງລົງແລ້ວ ມີປະໂຍຊນ໌ຕົນອັນຕາມເຖິງແລ້ວ ມີສັນໂຍຊນ໌ໃນພົບດັບສິ້ນໄປຮອບແລ້ວ ຫຼຸດພົ້ນແລ້ວເພາະຮູ້ໂດຍຖືກຕ້ອງ ; ພິກຂຸ ທ. ! ສໍາລັບພິກຂຸເຫຼົ່ານັ້ນ ເຮົາບໍ່ກ່າວວ່າຍັງມີກິຈຈ໌ອັນໃດໆ (ເຫຼືອຢູ່) ທີ່ເຂົາຕ້ອງເຮັດດ້ວຍຄວາມບໍ່ປະມາດ. ຂໍ້ນີ້ເພາະເຫຕໃດໜໍ ? ເພາະເຫຕວ່າກິຈຈ໌ທີ່ຕ້ອງເຮັດດ້ວຍຄວາມບໍ່ປະມາດ ເຂົາເຮັດສຸດແລ້ວ ແລະ ເຂົາເປັນຜູ່ບໍ່ອາດທີ່ຈະເປັນຜູ່ປະມາດໄດ້ອີກຕໍ່ໄປ.
ຂ. ສໍາລັບຜູ່ຍັງບໍ່ເຖິງທີ່ສຸດແຫ່ງທຸກຂ໌
ພິກຂຸ ທ. ! ສ່ວນພິກຂຸເຫຼົ່າໃດເປັນ ເສຂະ ມີຄວາມປະສົງແຫ່ງໃຈ ອັນຍັງບໍ່ບັນລຸແລ້ວ ປາຖນາຢູ່ຊຶ່ງທັມອັນກະເສມຈາກໂຢຄະ ບໍ່ມີທັມອື່ນຍິ່ງກວ່າຢູ່ ; ພິກຂຸ ທ. ! ສໍາລັບພິກຂຸເຫຼົ່ານັ້ນ ເຮົາກ່າວວ່າຍັງມີກິຈຈ໌ອັນໃດໆ (ເຫຼືອຢູ່) ທີ່ເຂົາຕ້ອງເຮັດດ້ວຍຄວາມບໍ່ປະມາດ. ຂໍ້ນັ້ນເພາະເຫຕໃດໜໍ ? ເພາະເຫຕວ່າ ຖ້າຈັ່ງໃດທ່ານຜູ່ມີອາຍຸນີ້ ຈະເສບຢູ່ຊຶ່ງເສນາສະນະອັນສົມຄວນ ຈະຄົບຢູ່ຊຶ່ງກັລລະຢານະມິຕ ຈະບົ່ມຢູ່ຊຶ່ງ
ອິນຊີທັງຫຼາຍ ກໍຈະເຮັດໃຫ້ແຈ້ງຊຶ່ງທີ່ສຸດແຫ່ງພຣົມມະຈັນຣຍ໌ ອັນບໍ່ມີຫຍັງຍິ່ງກວ່າ ຊຶ່ງເປັນປະໂຍຊນ໌ທີ່ຕ້ອງການຂອງກຸລະບຸຕ ຜູ່ອອກບວດຈາກເຮືອນ ບໍ່ກ່ຽວຂ້ອງດ້ວຍເຮືອນໂດຍຖືກຕ້ອງ ໄດ້ດ້ວຍປັນຍາອັນຍິ່ງເອງໃນທິຕຖະທັມນີ້ ເຂົ້າເຖິງແລ້ວແລຢູ່.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໓໘໙
ພິກຂຸ ທ. ! ເຮົາມອງເຫັນຜົລແຫ່ງຄວາມບໍ່ປະມາດຂໍ້ນີ້ ສໍາລັບພິກຂູນີ້ຢູ່ ຈຶ່ງກ່າວວ່າຍັງມີກິຈຈ໌ອັນໃດໆ (ເຫຼືອຢູ່) ທີ່ເຂົານັ້ນຕ້ອງເຮັດດ້ວຍຄວາມບໍ່ປະມາດ ດັ່ງນີ້.
- ມ. ມ. ໑໓/໒໒໘/໒໒໙.
ຈຸດມຸ່ງໝາຍແທ້ຈິງຂອງພຣົມມະຈັນຣຍ໌
ພິກຂຸ ທ. ! ພຣົມມະຈັນຣຍ໌ນີ້ບໍ່ແມ່ນມີລາບສັກກາຣະ ແລະສຽງຍ້ອງຍໍເປັນອານິສົງສ໌, ພຣົມມະຈັນຣຍ໌ນີ້ ບໍ່ແມ່ນມີຄວາມເຖິງພ້ອມດ້ວຍສີລເປັນອານິສົງສ໌, ພຣົມມະຈັນຣຍ໌ນີ້ ບໍ່ແມ່ນມີຄວາມເຖິງພ້ອມດ້ວຍສະມາທິເປັນອານິສົງສ໌, ພຣົມມະຈັນຣຍ໌ນີ້ ບໍ່ແມ່ນມີຄວາມເຖິງພ້ອມດ້ວຍຍານທັສສະນະເປັນອານິສົງສ໌.
ພິກຂຸ ທ. ! ກໍເຈໂຕວິມຸຕຕິ ທີ່ບໍ່ກໍາເລີບອັນໃດມີຢູ່, ພຣົມມະຈັນຣຍ໌ນີ້ ມີເຈໂຕວິມຸຕຕິນັ້ນແຫຼະ ເປັນປະໂຍຊນ໌ທີ່ມຸ່ງໝາຍ ມີເຈໂຕວິມຸຕຕິນັ້ນແຫຼະ ເປັນແກ່ນສາຣ ມີເຈໂຕວິມຸຕຕິນັ້ນແຫຼະ ເປັນຜົລສຸດທ້າຍຂອງພຣົມມະຈັນຣຍ໌ ແລ.
- ມູ. ມ. ໑໒/໓໗໓/໓໕໒.
ອັຕຖັງຄິກະມັຄຄະເປັນພຣົມມະຈັນຣຍ໌ເປັນໄປເພື່ອນິບພານ








