ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ປັນຈະສິຂະ ! ພຣົມມະຈັນຣຍ໌ຂອງເຮົານີ້ ເປັນໄປເພື່ອນິບພິທາໂດຍສ່ວນດຽວ ເພື່ອວິຣາຄະ ເພື່ອນິໂຣທະ ເພື່ອອຸປະສະມະ ເພື່ອອະພິນຍາ ເພື່ອສັມໂພທະ ເພື່ອນິບພານ.
ປັນຈະສິຂະ ! ພຣົມມະຈັນຣຍ໌ທີ່ເປັນໄປເພື່ອນິບພິທາ ໂດຍສ່ວນດຽວ ເພື່ອວິຣາຄະ ເພື່ອນິໂຣທະ ເພື່ອອຸປະສະມະ ເພື່ອອະພິນຍາ ເພື່ອສັມໂພທະ ເພື່ອນິບພານ ນັ້ນເປັນແນວໃດໜໍ ? ພຣົມມະຈັນຣຍ໌ນັ້ນຄື ອະຣິຍະອັຕຖັງຄິກະມັຄຄະນີ້ເອງ ໄດ້ແກ່ : ສັມມາທິຕຖິ ສັມມາສັງກັປປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ.
໑໓໙໐ ອະຣິຍະສັຈຈ໌ຈາກພຣະໂອຖະ
ປັນຈະສິຂະ ! ນີ້ແລ ຄືພຣົມມະຈັນຣຍ໌ນັ້ນ ທີ່ເປັນໄປເພື່ອນິບພິທາໂດຍສ່ວນດຽວ ເພື່ອວິຣາຄະ ເພື່ອນິໂຣທະ ເພື່ອອຸປະສະມະ ເພື່ອອະພິນຍາ ເພື່ອສັມໂພທະ ເພື່ອນິບພານ.
ປັນຈະສິຂະ ! ສາວົກເຫຼົ່າໃດ ຮູ້ທົ່ວເຖິງຄໍາສັ່ງສອນຂອງເຮົາທັງປວງ ໂດຍຄົບຖ້ວນແລ້ວ, ສາວົກເຫຼົ່ານັ້ນ ຍ່ອມເຮັດໃຫ້ແຈ້ງຊຶ່ງເຈໂຕວິມຸຕຕິ ປັນຍາວິມຸຕຕິ ອັນຫາອາສະວະບໍ່ໄດ້ ເພາະຄວາມດັບສິ້ນໄປແຫ່ງອາສະວະທັງຫຼາຍ ດ້ວຍປັນຍາອັນຍິ່ງເອງ ໃນທິຕຖະທັມນີ້ ເຂົ້າເຖິງແລ້ວແລຢູ່.
ສາວົກເຫຼົ່າໃດ ຮູ້ທົ່ວເຖິງຄໍາສັ່ງສອນຂອງເຮົາທັງປວງໂດຍ ບໍ່ຄົບຖ້ວນແລ້ວ, ສາວົກເຫຼົ່ານັ້ນ ເພາະຄວາມດັບສິ້ນໄປແຫ່ງສັນໂຍຊນ໌ ມີສ່ວນໃນເບື້ອງຕໍ່າຫ້າປະການ ຍ່ອມ ເປັນໂອປະປາຕິກະ (ອະນາຄາມີ) ມີການປະຣິນິບພານໃນພົບນັ້ນ
ບໍ່ກັບຈາກໂລກນັ້ນເປັນທັມມະດາ.
ສາວົກເຫຼົ່າໃດ ຮູ້ທົ່ວເຖິງຄໍາສັ່ງສອນຂອງເຮົາທັງປວງໂດຍ ບໍ່ຄົບຖ້ວນ, ສາວົກເຫຼົ່ານັ້ນ ບາງພວກເພາະຄວາມດັບສິ້ນໄປແຫ່ງສັນໂຍຊນ໌ສາມ ເພາະຄວາມເບົາບາງແຫ່ງ ຣາຄະ ໂທສະ ໂມຫະ ຍ່ອມ ເປັນສະກະທາຄາມີ ມາສູ່ໂລກນີ້ພຽງຄັ້ງດຽວ ກໍຈັກເຮັດທີ່ສຸດແຫ່ງທຸກຂ໌ໄດ້.
ສາວົກເຫຼົ່າໃດ ຮູ້ທົ່ວເຖິງຄໍາສັ່ງສອນຂອງເຮົາທັງປວງໂດຍ ບໍ່ຄົບຖ້ວນ, ສາວົກເຫຼົ່ານັ້ນ ບາງພວກເພາະຄວາມດັບສິ້ນໄປແຫ່ງສັນໂຍຊນ໌ສາມ ຍ່ອມ ເປັນໂສດາບັນ ມີອັນບໍ່ຕົກຕໍ່າເປັນທັມມະດາ ທ່ຽງແທ້ (ຕໍ່ນິບພານ) ມີການຕຣັສຮູ້ພ້ອມໃນເບື້ອງໜ້າ.
ປັນຈະສິຂະ ! ດ້ວຍອາການດັ່ງນີ້ແລ ການບັນພະຊາ (ໃນທັມວິນັຍນີ້) ຂອງກຸລະບຸຕເຫຼົ່ານີ້ທັງໝົດນັ້ນແລ ເປັນບັນພະຊາບໍ່ເປັນໝັນເປົ່າ ບໍ່ມີໂທດ ແຕ່ມີຜົລ ມີແຕ່
ກໍາໄລ ແລ.
- ມຫາ. ທີ. ໑໐/໒໘໕/໒໓໔.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໓໙໑
(ຜູ່ຮວບຮວມໜັງສືເຫຼັ້ມນີ້ ຊີ້ໃຫ້ຜູ່ສຶກສາເຫັນວ່າ :-)
ມັຄຄະມີອົງຄ໌ແປດລວມຢູ່ໃນພຣົມມະຈັນຣຍ໌ຕະຫຼອດສາຍ
໑. ສັມມາທິຕຖິ ຄືກຸລະບຸຕຟັງທັມ ຈົນເກີດສັມມາທິຕຖິໃນອາສະວັກຂະຢະກັມທັງຫຼາຍ.
(ເບິ່ງລາຍລະອຽດທີ່ຫົວຂໍ້ວ່າ “ປະມວນພຣົມມະຈັນຣຍ໌ຕະຫຼອດສາຍ” ທີ່ພາກຜະນວກທ້າຍເຫຼັ້ມ ຢູ່ໜ້າ ໑໕໔໐ ແຖວທີ ໑໓ ເປັນຕົ້ນໄປ).
໒. ສັມມາສັງກັບໂປ ຄືກຸລະບຸກຢາກບວດ ແລ້ວອອກບວດ.
(ເບິ່ງລາຍລະອຽດທີ່ຫົວຂໍ້ວ່າ “ປະມວນພຣົມມະຈັນຣຍ໌ຕະຫຼອດສາຍ” ທີ່ພາກຜະນວກທ້າຍເຫຼັ້ມ ຢູ່ໜ້າ ໑໕໔໐ ແຖວທີ ໑໔ ເປັນຕົ້ນໄປ).
໓. ສັມມາວາຈາ ຄືກຸລະບຸຕມີການເວົ້າ ຊຶ່ງເວັ້ນຈາກວະຈີທຸຈະຣິຕ ແລະ
ເດຣັຈສານກະຖາທັງຫຼາຍ.
(ເບິ່ງລາຍລະອຽດທີ່ຫົວຂໍ້ວ່າ “ປະມວນພຣົມມະຈັນຣຍ໌ຕະຫຼອດສາຍ” ທີ່ພາກຜະນວກທ້າຍເຫຼັ້ມ ຢູ່ໜ້າ ໑໕໔໑ ແຖວທີ ໑໗ ເປັນຕົ້ນໄປ).
໔. ສັມມາກັມມັນໂຕ ຄືກຸລະບຸຕເວັ້ນຈາກກັມອັນເປັນອະກຸສົລ.
(ເບິ່ງລາຍລະອຽດທີ່ຫົວຂໍ້ວ່າ “ປະມວນພຣົມມະຈັນຣຍ໌ຕະຫຼອດສາຍ” ທີ່ຜາກຜະນວກທ້າຍເຫຼັ້ມ ຢູ່ໜ້າ ໑໕໔໑ ແຖວທີ ໑໐ ເປັນຕົ້ນໄປ).
໕. ສັມມາອາຊີໂວ ຄືກຸລະບຸຕເວັ້ນຂາດຈາກການຫາລ້ຽງຊີບ ດ້ວຍເດຣັດສານ
ວິຊຊາ ແລະ ມີສັນໂດດເປັນຕົ້ນ.
(ເບິ່ງລາຍລະອຽດທີ່ຫົວຂໍ້ວ່າ “ປະມວນພຣົມມະຈັນຣຍ໌ຕະຫຼອດສາຍ” ທີ່ພາກຜະນວກທ້າຍເຫຼັ້ມ ຢູ່ໜ້າ ໑໕໔໒ ແຖວທີ ໑໑ ເປັນຕົ້ນໄປ).
໑໓໙໒ ອະຣິຍະສັຈຈ໌ຈາກພຣະໂອຖະ
໖. ສັມມາວາຢາໂມ ຄືກຸລະບຸຕຕັ້ງຄວາມພຽນຢູ່ໃນທີ່ ທຸກສະຖານະ ທັງຫຼັບ ແລະຕື່ນ ຕາມຫຼັກແຫ່ງການຕັ້ງຄວາມພຽນທົ່ວໄປ.








