ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ຖະປະຕິ ! ຖ້າເປັນແບບປະຣິບພາຊົກນັ້ນກ່າວແລ້ວ ເດັກອ່ອນນອນຫງາຍຢູ່ເທິງອູ່ ກໍຈະກາຍເປັນຜູ່ມີກຸສົລສົມບູນ ມີກຸສົລຢ່າງຍິ່ງ ເປັນສະມະນະຜູ່ບັນລຸອັນອຸດົມ ອັນໃຜໆ ສູ້ລົບໃຫ້ເສຍໄຊບໍ່ໄດ້ ໄປເສຍ. ຖະປະຕິ ! ສໍາລັບເດັກອ່ອນນອນຫງາຍຢູ່ເທິງອູ່ນັ້ນ ແມ່ນແຕ່ຄວາມຮູ້ຈັກວ່າ “ກາຍໆ” ດັ່ງນີ້ ກໍຍັງບໍ່ມີ ແລ້ວ ຈັກເຮັດກັມອັນເປັນບາບດ້ວຍກາຍໄດ້ແນວໃດ ຢ່າງຫຼາຍກໍພຽງກິ້ງໄປກິ້ງມາຢູ່ເທິງອູ່. ຖະປະຕິ ! ສໍາລັບເດັກອ່ອນນອນຫງາຍຢູ່ເທິງອູ່ນັ້ນ ແມ່ນແຕ່ການຮູ້ຈັກວ່າ “ວາຈາໆ” ດັ່ງນີ້ ກໍຍັງບໍ່ມີ ແລ້ວ ຈັກກ່າວວາຈາອັນເປັນບາບໄດ້ຈາກໃສ ຢ່າງຫຼາຍກໍພຽງແຕ່ສົ່ງສຽງຮ້ອງໄຫ້. ຖະປະຕິ ! ສໍາລັບເດັກອ່ອນນອນຫງາຍຢູ່ເທິງອູ່ນັ້ນ ແມ່ນແຕ່ການຮູ້ຈັກວ່າ “ດໍາຣິໆ” ດັ່ງນີ້ ກໍຍັງບໍ່ມີ ແລ້ວ ຈະດໍາຣິການດໍາຣິອັນເປັນບາບໄດ້ຈາກໃສ ຢ່າງຫຼາຍກໍພຽງສະແດງອາການອຶດອັດ (ຕາມປະສາເດັກ). ຖະປະຕິ ! ສໍາລັບເດັກອ່ອນນອນຫງາຍຢູ່ເທິງອູ່ນັ້ນ ແມ່ນແຕ່ການຮູ້ຈັກທີ່ວ່າ “ອາຊີບໆ” ດັ່ງນີ້ ກໍຍັງບໍ່ມີ ແລ້ວ ຈະລ້ຽງຊີວິຕດ້ວຍອາຊີບອັນເປັນບາບໄດ້ຈາກໃສ ຢ່າງຫຼາຍກໍພຽງກິນນົມແມ່. ຖະປະຕິ ! ເມື່ອເປັນເຊັ່ນນີ້ແລ້ວ ເດັກອ່ອນນອນຫງາຍຢູ່ເທິງອູ່ ຈັກເປັນຜູ່ມີກຸສົລສົມບູນ ມີກຸສົລຢ່າງຍິ່ງ ເປັນສະມະນະຜູ່ບັນລຸເຖິງການລຸອັນອຸດົມ ອັນໃຜໆສູ້ລົບໃຫ້ເສຍໄຊບໍ່ໄດ້ ດັ່ງຄໍາກ່າວຂອງອຸຄຄາຫະມານະປະຣິບພາຊົກນັ້ນ ໄດ້ແນວໃດ.

ຖະປະຕິ ! ເຮົາບັນຍັຕບຸຄຄົນຜູ່ປະກອບດ້ວຍທັມ ໔ ຢ່າງ (ຕາມທີ່ອຸຄຄາຫະມານະປະຣິບພາຊົກກ່າວນັ້ນ) ວ່າຍັງບໍ່ແມ່ນຜູ່ມີກຸສົລສົມບູນ ຍັງບໍ່ແມ່ນຜູ່ມີກຸສົລຢ່າງຍິ່ງ ຍັງບໍ່ແມ່ນສະມະນະ ຜູ່ບັນລຸການບັນລຸອັນອຸດົມ ອັນໃຜໆສູ້ລົບໃຫ້ເສຍໄຊບໍ່ໄດ້ ຢ່າງດີ ບຸຄຄົນນັ້ນພຽງແຕ່ຈະດີກວ່າເດັກອ່ອນ ນອນຫງາຍຢູ່ເທິງອູ່ທໍ່ນັ້ນ.

- ມ. ມ. ໑໓/໓໔໓-໓໔໕/໓໕໘-໓໖໐.

໑໓໘໖ ອະຣິຍະສັຈຈ໌ຈາກພຣະໂອຖະ

ທັມ-ອະທັມ-ອັຕຖະ-ອະນັຕຖະ ທີ່ຄວນຮູ້

ພິກຂຸ ທ. ! ອະທັມ ເປັນສິ່ງທີ່ຄວນຮູ້, ອະນັຕຖະ ກໍເປັນສິ່ງທີ່ຄວນຮູ້. ທັມ ເປັນສິ່ງທີ່ຄວນຮູ້, ອັຕຖະ ກໍເປັນສິ່ງທີ່ຄວນຮູ້. ຮູ້ແຈ້ງທັງອະທັມ ແລະ ອະນັຕຖະ, ຮູ້ແຈ້ງທັງທັມ ແລະ ອັຕຖະແລ້ວ ບຸຄຄົນຄວນປະຕິບັຕຕາມທີ່ເປັນທັມ ຕາມທີ່ເປັນອັຕຖະ.

ພິກຂຸ ທ. ! ອັນໃດເປັນ ອະທັມ ແລະເປັນ ອະນັຕຖະ ? ມິຈສາທິຕຖິ ມິຈສາ

ສັງກັປປະ ມິຈສາວາຈາ ມິຈສາກັມມັນຕະ ມິຈສາອາຊີວະ ມິຈສາວາຢາມະ ມິຈສາສະຕິ ມິຈສາສະມາທິ ມິຈສາຍານະ ມິຈສາວິມຸຕຕິ. ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ອະທັມ ເອີ້ນວ່າ ອະນັຕຖະ.

ພິກຂຸ ທ. ! ອັນໃດເປັນ ທັມ ອັນໃດເປັນ ອັຕຖະ ? ສັມມາທິຕຖິ ສັມມາສັງກັປປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ ສັມມາຍານະ ສັມມາວິມຸຕຕິ. ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ທັມ ເອີ້ນວ່າ ອັຕຖະ.

ພິກຂຸ ທ. ! ເຮົາອາໄສເຫຕຜົລດັ່ງກ່າວມານີ້ແລ້ວ ເຮົາຈຶ່ງກ່າວວ່າ “ພິກຂຸ ທ. ! ອະທັມ ເປັນສິ່ງທີ່ຄວນຮູ້, ອະນັຕຖະ ກໍເປັນສິ່ງທີ່ຄວນຮູ້. ທັມ ເປັນສິ່ງທີ່ຄວນຮູ້,

ອັຕຖະ ເປັນສິ່ງທີ່ຄວນຮູ້. ຮູ້ແຈ້ງທັງອະທັມ ແລະ ອະນັຕຖະ, ຮູ້ແຈ້ງທັງທັມ ແລະອັຕຖະແລ້ວ ບຸຄຄົນຄວນປະຕິບັຕຕາມທີ່ເປັນທັມ ຕາມທີ່ເປັນອັຕຖະ” ດັ່ງນີ້.

- ທສກ. ອັງ. ໒໔/໒໓໘/໑໑໓.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໓໘໗

(ໃນສູຕຕໍ່ໄປ (໒໔/໒໓໘/໑໑໔). ຊົງສະແດງສິ່ງທີ່ເອີ້ນວ່າ ອະທັມ ດ້ວຍມິຈສັຕຕະ, ຊົງສະແດງສິ່ງທີ່ເອີ້ນວ່າ ທັມ ດ້ວຍສັມມັຕຕະ ; ຊົງສະແດງສິ່ງທີ່ເອີ້ນວ່າ ອະນັຕຖະ ດ້ວຍບາບອະກຸສົລທັມຕ່າງໆ ທີ່ເກີດຈາກມິຈສັຕຕະແຕ່ລະຢ່າງໆ ເປັນປັຈຈັຍ, ແລະ ຊົງສະແດງສິ່ງທີ່ເອີ້ນວ່າ ອັຕຖະ ດ້ວຍກຸສົລທັມຕ່າງໆ ທີ່ເກີດແຕ່ສັມມັຕຕະແຕ່ລະຢ່າງໆ ເປັນປັຈຈັຍ.

ໃນສູຕອື່ນອີກ (໒໔/໒໗໓/໑໖໐) ຊົງສະແດງ ອະທັມ ແລະ ອະນັຕຖະ ດ້ວຍອະກຸສົລກັມມະບົດສິບ ແລະ ຊົງສະແດງ ທັມ ແລະ ອັຕຖະ ດ້ວຍກຸສົລກັມມະບົດສິບ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ