ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໓໘໓
ພິກຂຸ ທ. ! ອະທິສີລະສິກຂາ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເປັນຜູ່ມີສີລ ສັງລວມດ້ວຍການສັງລວມໃນປາຕິໂມກຂ໌ ... ໆລໆ ... ສະມາທານສຶກສາຢູ່ໃນສິກຂາບົດທັງຫຼາຍ. ພິກຂຸ ທ. ! ນີ້ເຮົາກ່າວວ່າ ອະທິສີລະສິກຂາ.
ພິກຂຸ ທ. ! ອະທິຈິຕຕະສິກຂາ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ສະຫງັດຈາກກາມທັງຫຼາຍ ສະຫງັດຈາກອະກຸສົລທັມທັງຫຼາຍ ເຂົ້າເຖິງປະຖົມມະຊານ ... ທຸຕິຢະຊານ ... ຕະຕິຢະຊານ ... ຈະຕຸຕຖະຊານ ແລ້ວແລຢູ່. ພິກຂຸ ທ. ! ນີ້ເຮົາກ່າວວ່າ ອະທິຈິຕຕະສິກຂາ.
ພິກຂຸ ທ. ! ອະທິປັນຍາສິກຂາ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເຮັດໃຫ້ແຈ້ງເຈໂຕວິມຸຕຕິ ປັນຍາວິມຸຕຕິ ອັນຫາອາສະວະບໍ່ໄດ້ ເພາະຄວາມດັບສິ້ນໄປແຫ່ງອາສະວະທັງຫຼາຍ ດ້ວຍປັນຍາອັນຍິ່ງເອງ ໃນທິຕຖະທັມນີ້ ເຂົ້າເຖິງແລ້ວແລຢູ່. ພິກຂຸ ທ. ! ນີ້ເຮົາກ່າວວ່າ ອະທິປັນຍາສິກຂາ.
ພິກຂຸ ທ. ! ເຫຼົ່ານີ້ແລ ສິກຂາ ໓ ຢ່າງ.
(ຄາຖາຜະນວກທ້າຍພະສູຕ)
ຈົ່ງເປັນຜູ່ມີຄວາມພຽນ ມີກໍາລັງ ມີຄວາມຕັ້ງໝັ້ນ ມີຄວາມເພັ່ງ ມີສະຕິ ສັງລວມອິນຊີ ປະພຶຕອະທິສີລ ອະທິຈິຕ ແລະ ອະທິປັນຍາເຖີ້ນ ຄວນແຜ່ຈິຕຄອບງໍາທິສທັງປວງ ດ້ວຍສະມາທິ ອັນຫາປະມານບໍ່ໄດ້ ເຊັ່ນດຽວກັນທັງທາງໜ້າທາງຫຼັງ ທັງເບື້ອງຫຼັງເບື້ອງໜ້າ ເຊັ່ນດຽວກັນທັງເບື້ອງຕໍ່າເບື້ອງສູງ ທັງເບື້ອງສູງເບື້ອງຕໍ່າ ເຊັ່ນດຽວກັນທັງກາງເວັນກາງຄືນ ທັງກາງຄືນກາງເວັນ. ນັ້ນທ່ານກ່າວກັນວ່າ ເປັນເສຂະປະຕິປະທາ ຫຼືການປະພຶຕທັມໝົດຈົດດ້ວຍດີ. ນັ້ນທ່ານກ່າວກັນວ່າ ເປັນຜູ່ຮູ້ພ້ອມໃນໂລກ ມີປັນຍາ ເຖິງທີ່ສຸດແຫ່ງການປະຕິບັຕ.
ວິໂມກຂ໌ແຫ່ງຈິຕ ຍ່ອມມີແກ່ບຸຄຄົນນັ້ນຜູ່ຫຼຸດພົ້ນແລ້ວ ເພາະດັບສິ້ນຕັນຫາ ເພາະຄວາມດັບສະນິດແຫ່ງວິນຍານ ເໝືອນຄວາມດັບສະນິດແຫ່ງໄຟ ສະນັ້ນ.
- ຕິກ. ອັງ. ໒໐/໓໐໓/໕໓໐.
໑໓໘໔ ອະຣິຍະສັຈຈ໌ຈາກພຣະໂອຖະ
ລັກສະນະຄວາມສົມບູນແຫ່ງສີລ
ດູຣາຈຸນທີ ! ສີລທັງຫຼາຍມີປະມານທໍ່ໃດ, ຜູ່ຮູ້ກ່າວກັນວ່າ ອະຣິຍະກັນຕະສີລ (ສີລເປັນທີ່ພໍໃຈຂອງພຣະອະຣິຍະເຈົ້າ) ເລີດກວ່າສີລເຫຼົ່ານັ້ນ ; ກ່າວຄື ສີລທີ່ບໍ່ຂາດ ບໍ່ທະລຸ ບໍ່ດ່າງ ບໍ່ເສົ້າໝອງ ເປັນອິສສະຫຼະແກ່ຕົນ ວິນຍູຊົນສັນລະເສີນ ບໍ່ຖືກຕັນຫາທິຕຖິລູບຄໍາ ເປັນໄປພ້ອມເພື່ອສະມາທິ.
ຈຸນທີ ! ບຸຄຄົນເຫຼົ່າໃດ ເຮັດໃຫ້ບໍລິບູນໃນອະຣິຍະກັນຕະສີລ, ບຸຄຄົນເຫຼົ່ານັ້ນຊື່ວ່າ ເຮັດໃຫ້ບໍລິບູນໃນສິ່ງອັນເລີດ ; ກໍວິບາກອັນເລີດ ຍ່ອມມີແກ່ຜູ່ເຮັດໃຫ້ບໍລິບູນໃນສິ່ງອັນເລີດແລ.
- ປັນຈກ. ອັງ. ໒໒/໓໘/໓໒.
ເມື່ອຕີຄວາມຄໍາບັນຍັຕຜິດ
ແມ່ນແຕ່ເດັກນ້ອຍນອນອູ່ ກໍມີສີລໂດຍອັຕຕະໂນມັດ
(ອຸຄຄາຫະມານະປະຣິບພາຊົກ ໄດ້ກ່າວກັບຊ່າງໄມ້ຊື່ປັນຈະກັງຄະວ່າ “ຖະປະຕິ ! ເຮົາບັນຍັຕບຸຄຄົນຜູ່ປະກອບດ້ວຍທັມ ໔ ປະການ ວ່າເປັນຜູ່ມີກຸສົລສົມບູນ ມີກຸສົລຢ່າງຍິ່ງ ເປັນສະມະນະຜູ່ບັນລຸເຖິງການບັນລຸອັນອຸດົມ ອັນໃຜໆສູ້ລົບໃຫ້ເສຍໄຊບໍ່ໄດ້. ສີ່ຢ່າງແນວໃດໜໍ ? ສີ່ຢ່າງຄື ບຸຄຄົນໃນກໍລະນີນີ້ ຍ່ອມບໍ່ເຮັດກັມອັນເປັນບາບດ້ວຍກາຍ ໑ ຍ່ອມບໍ່ກ່າວວ່າຈາອັນເປັນບາບ ໑ ຍ່ອມ
ບໍ່ດໍາຣິຄວາມດໍາຣິອັນເປັນບາບ ໑ ຍ່ອມບໍ່ລ້ຽງຊີວິຕດ້ວຍອາຊີບອັນເປັນບາບ ໑.” ຊ່າງໄມ້ບໍ່ຍິນດີ ບໍ່ຄັດຄ້ານຖ້ອຍຄໍານັ້ນ ເຂົ້າໄປເຝົ້າແລ້ວ ຂາບທູນຂໍ້ຄວາມນັ້ນແກ່ພຣະຜູ່ມີພຣະພາຄເຈົ້າ ທຸກປະການ. ຕຣັດວ່າ : -)
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໓໘໕








