ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ພິກຂຸ ທ. ! ມັຄຄາເປັນແນວໃດ ປະຕິປະທາເປັນແນວໃດ ເພື່ອກໍານົດຮູ້ຊຶ່ງທຸກຂ໌ ? ມັຄຄາມີອົງຄ໌ແປດອັນປະເສີດນີ້, ກ່າວຄື : ສັມມາທິຕຖິ ສັມມາສັງກັປປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ, ມີຢູ່. ພິກຂຸ ທ. ! ນີ້ແລມັຄຄາ ນີ້ແລປະຕິປະທາ ເພື່ອກໍານົດຮູ້ຊຶ່ງທຸກຂ໌ນັ້ນ.
ພິກຂຸ ທ. ! ເມື່ອພວກເຈົ້າຖືກຖາມເຊັ່ນນີ້ແລ້ວ ຈົ່ງພະຍາກອນແກ່ປະຣິບພາຊົກເດຍຣະຖີອື່ນເຫຼົ່ານັ້ນ ດັ່ງນີ້.
- ມຫາວາຣ. ສັງ. ໑໙/໘ - ໙/໒໗-໒໘.
ມັຊຊິມາປະຕິປະທາ
ໃນຖານະເຫຕໃຫ້ເກີດຈັກຂຸແລະຍານເພື່ອນິບພານ
ພິກຂຸ ທ. ! ຂໍ້ປະຕິບັຕເປັນທາງສາຍກາງ (ມັຊຊິມາປະຕິປະທາ) ອັນເປັນຂໍ້ປະຕິບັຕທີ່ຕະຖາຄົຕໄດ້ຕຣັສຮູ້ພ້ອມສະເພາະແລ້ວ ເປັນຂໍ້ປະຕິບັຕເຮັດໃຫ້ເກີດຈັກຂຸ ເປັນຂໍ້ປະຕິບັຕເຮັດໃຫ້ເກີດຍານ ເປັນໄປເພື່ອຄວາມສະງົບ ເພື່ອຄວາມຮູ້
ອັນຍິ່ງ ເພື່ອຄວາມຕຣັສຮູ້ພ້ອມ ເພື່ອນິບພານ ນັ້ນເປັນແນວໃດໜໍ ?
ພິກຂຸ ທ. ! ຂໍ້ປະຕິບັຕເປັນທາງສາຍກາງນັ້ນ ຄືຂໍ້ປະຕິບັຕເປັນຫົນທາງອັນປະເສີດ ປະກອບດ້ວຍອົງຄ໌ແປດປະການນີ້ເອງ ; ໄດ້ແກ່ ສັມມາທິຕຖິ ສັມມາສັງກັປປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ : ພິກຂຸ ທ. ! ນີ້ແລຄື ຂໍ້ປະຕິບັຕທີ່ເປັນທາງສາຍກາງ ທີ່ຕະຖາຄົຕ ໄດ້ຕຣັສຮູ້ພ້ອມສະເພາະແລ້ວ ເປັນຂໍ້ປະຕິບັຕເຮັດໃຫ້ເກີດຈັກຂຸ ເປັນຂໍ້ປະຕິບັຕເຮັດໃຫ້
ເກີດຍານ ເປັນໄປເພື່ອຄວາມສະງົບ ເພື່ອຄວາມຮູ້ອັນຍິ່ງ ເພື່ອຄວາມຕຣັສຮູ້ພ້ອມ ເພື່ອນິບພານ.
- ມຫາວາຣ. ສັງ. ໑໙/໕໒໘/໑໖໖໔.
໘໔໖ ອະຣິຍະສັຈຈ໌ຈາກພຣະໂອຖະ
ມັຊຊິມາປະຕິປະທາ ໓ ລະດັບ
ກ. ມັຊຊິມາປະຕິປະທາ (ພື້ນຖານທົ່ວໄປ)
ພິກຂຸ ທ. ! ມີສິ່ງທີ່ແລ່ນໄປສຸດໂຕ່ງ (ອັນຕະ) ຢູ່ ໒ ຢ່າງ ທີ່ບັນພະຊິຕບໍ່ຄວນຂ້ອງແວະດ້ວຍ. ສິ່ງທີ່ແລ່ນດິ່ງໄປສຸດໂຕ່ງ ນັ້ນຄືອັນໃດ ? ຄື ການປະກອບຕົນພົວພັນຢູ່ດ້ວຍຄວາມຮັກໃຄ່ໃນກາມທັງຫຼາຍ (ກາມະສຸຂັລລິການຸໂຢຄະ) ອັນເປັນການເຮັດທີ່ຍັງຕໍ່າ ເປັນຂອງຊາວບ້ານ ເປັນຂອງຄົນຊັ້ນປຸຖຸຊົນ ບໍ່ແມ່ນຂອງພຣະອະຣິຍະເຈົ້າ
ບໍ່ປະກອບດ້ວຍປະໂຍຊນ໌ ; ແລະ ການປະກອບຄວາມພຽນ ໃນການທໍຣະມານຕົນໃຫ້ລໍາບາກ (ອັຕຕະກິລະມະຖານຸໂຢຄະ) ອັນນໍາມາຊຶ່ງຄວາມທຸກຂ໌ ບໍ່ແມ່ນຂອງພຣະອະຣິຍະເຈົ້າ ບໍ່ປະກອບດ້ວຍປະໂຍຊນ໌ ສອງຢ່າງເຫຼົ່ານີ້ແລ.
ພິກຂຸ ທ. ! ມັຊຊິມາປະຕິປະທາ (ຂໍ້ປະຕິບັຕເປັນທາງສາຍກາງ) ທີ່ບໍ່ດິ່ງໄປຫາສິ່ງ
ສຸດໂຕ່ງສອງຢ່າງນັ້ນ ເປັນຂໍ້ປະຕິບັຕທີ່ຕະຖາຄົຕໄດ້ຕຣັສຮູ້ສະເພາະແລ້ວ ເປັນຂໍ້ປະຕິບັຕເຮັດໃຫ້ເກີດຈັກຂຸ ເປັນຂໍ້ປະຕິບັຕເຮັດໃຫ້ເກີດຍານ ເປັນໄປເພື່ອຄວາມ
ສະງົບ ເພື່ອຄວາມຮູ້ອັນຍິ່ງ ເພື່ອຄວາມຕຣັສຮູ້ພ້ອມ ເພື່ອນິບພານ.
ພິກຂຸ ທ. ! ມັຊຊິມາປະຕິປະທານັ້ນ ເປັນແນວໃດໜໍ ? ພິກຂຸ ທ. ! ມັຊຊິມາ ປະຕິປະທານັ້ນ ຄື ຂໍ້ປະຕິບັຕອັນເປັນຫົນທາງອັນປະເສີດ ປະກອບຢູ່ດ້ວຍອົງຄ໌ແປດປະການ ນີ້ແລ ; ກ່າວຄື ສັມມາທິຕຖິ (ຄວາມເຫັນທີ່ຖືກຕ້ອງ) ສັມມາສັງກັປປະ (ຄວາມດໍາຣິທີ່ຖືກຕ້ອງ)
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມນໍາເລື່ອງມັຄຄະ ໘໔໗
ສັມມາວາຈາ (ການເວົ້າຈາທີ່ຖືກຕ້ອງ) ສັມມາກັມມັນຕະ (ການເຮັດການງານທີ່ຖືກຕ້ອງ) ສັມມາອາຊີວະ (ການດໍາຣົງຊີບທີ່ຖືກຕ້ອງ) ສັມມາວາຢາມະ (ຄວາມພາກພຽນທີ່ຖືກຕ້ອງ) ສັມມາສະຕິ (ຄວາມລະນຶກທີ່ຖືກຕ້ອງ) ສັມມາສະມາທິ (ຄວາມຕັ້ງໃຈໝັ້ນທີ່ຖືກຕ້ອງ).
- ມຫາວາຣ. ສັງ. ໑໙/໕໒໘/໑໖໖໔.
ຂ. ມັຊຊິມາປະຕິປະທາ (ໃນຄວາມໝາຍຊັ້ນກາງ)
.... ພິກຂຸ ທ. ! ມັຊຊິມາປະຕິປະທາ ເປັນແນວໃດໜໍ ?
ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ຍ່ອມເປັນຜູ່ມີປົກກະຕິ ຕາມເຫັນກາຍໃນກາຍ
ຢູ່ເປັນປະຈໍາ .... ມີປົກກະຕິ ຕາມເຫັນເວທະນາໃນເວທະນາທັງຫຼາຍ ຢູ່ເປັນປະຈໍາ .... ມີປົກກະຕິ ຕາມເຫັນຈິຕໃນຈິຕ ຢູ່ເປັນປະຈໍາ .... ມີປົກກະຕິ ຕາມເຫັນທັມໃນທັມທັງຫຼາຍ ຢູ່ເປັນປະຈໍາ ມີຄວາມພຽນເຄື່ອງເຜົາກິເລສ ມີສັມປະຊັນຍະ ມີສະຕິ
ຖອນຄວາມພໍໃຈແລະຄວາມບໍ່ພໍໃຈ ໃນໂລກອອກເສຍໄດ້.
ພິກຂຸ ທ. ! ນີ້ເອີ້ນວ່າ ມັຊຊິມາປະຕິປະທາ.








