ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ປະກອບດ້ວຍວິປາກາວະຣະນະພາວະ (ມີວິບາກເປັນເຄື່ອງກັ້ນ) ;

ບໍ່ປະກອບດ້ວຍສັດທາ ;

ບໍ່ປະກອບດ້ວຍສັນທະ ; ແລະ

ເປັນຜູ່ມີປັນຍາຕື້ນ.

໑. ພາວະແຫ່ງຄວາມຖືກຕ້ອງໃນກຸສົລທັມທັງຫຼາຍ ໃນບ່ອນນີ້ໝາຍເຖິງອັຕຖັງຄິກະມັຄຄະ ມີອົງຄ໌ແປດປະການ

ຫຼືຈະຂະຫຍາຍອອກໄປເຖິງສັມມາຍານະ ແລະ ສັມມາວິມຸຕຕິ ອີກ ໒ ປະການ ລວມເປັນ ໑໐ ປະການ

ດ້ວຍກໍໄດ້. ກ່າວໂດຍຫຍໍ້ວ່າ ທັມ ໖ ປະການແຫ່ງສູຕນີ້ ເປັນທາງໂລ່ງ ເປີດກົງໄປສູ່ຫົວໃຈອັຕຖັງຄິກະມັຄຄະ.

໑໓໗໔ ອະຣິຍະສັຈຈ໌ຈາກພຣະໂອຖະ

ພິກຂຸ ທ. ! ບຸຄຄົນທີ່ປະກອບດ້ວຍທັມ ໖ ປະການເຫຼົ່ານີ້ແລ ເຖິງຈະຟັງທັມຢູ່ ກໍບໍ່ອາດກ້າວລົງສູ່ນິຍາມທັມ ອັນເປັນສັມມັຕຕະ ໃນກຸສົລທັມທັງຫຼາຍ.

ພິກຂຸ ທ. ! ບຸຄຄົນທີ່ປະກອບດ້ວຍຫຼັກທັມ ໖ ປະການ ຟັງສັດທັມຢູ່ ກໍອາດກ້າວລົງສູ່ນິຍາມທັມ ອັນເປັນສັມມັຕຕະ ໃນກຸສົລທັມທັງຫຼາຍ. ຫົກປະການແນວໃດໜໍ ? ຫົກປະການຄື ເປັນຜູ່ :-

ບໍ່ປະກອບດ້ວຍກັມມາວະຣະນະພາວະ ;

ບໍ່ປະກອບດ້ວຍກິເລສາວະຣະນະພາວະ ;

ບໍ່ປະກອບດ້ວຍວິປາກາວະຣະນະພາວະ ;

ປະກອບດ້ວຍສັດທາ ;

ປະກອບດ້ວຍສັນທະ ; ແລະ

ເປັນຜູ່ທີ່ມີປັນຍາ.

ພິກຂຸ ທ. ! ບຸຄຄົນທີ່ປະກອບດ້ວຍຫຼັກທັມ ໖ ປະການເຫຼົ່ານີ້ແລ ເຖິງຈະຟັງສັດທັມຢູ່ ກໍອາດກ້າວລົງສູ່ນິຍາມທັມ ອັນເປັນສັມມັຕຕະ ໃນກຸສົລທັມທັງຫຼາຍ.

- ສັກກ. ອັງ. ໒໒/໔໘໕/໓໕໗.

(ກັມມາວະຣະນະພາວະ - ມີກັມເປັນເຄື່ອງກັ້ນ ໝາຍເຖິງວິບປະຕິສານແຫ່ງຈິຕ ເພາະໄດ້ເຮັດກັມຊົ່ວໄວ້, ກິເລສາວະຣະນະພາວະ - ມີກິເລສເປັນເຄື່ອງກັ້ນ ໝາຍເຖິງກິເລສ ໂດຍສະເພາະຄື ມິຈສາທິຕຖິ ທີ່ເປັນພື້ນຖານແຫ່ງຈິຕ, ວິປາກາວະຣະພາວະ - ໝາຍເຖິງ ວິບາກທີ່ເຮັດໃຫ້ເກີດເປັນສັຕ ທີ່ບໍ່ອາດຈະເຂົ້າໃຈທັມໄດ້).

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໓໗໕

ອະຣິຢະມັຄຄະ ຊຶ່ງບໍ່ແມ່ນອະຣິຢະອັຕຖັງຄິກະມັຄຄະ

ພິກຂຸ ທ. ! ເຮົາຈະສະແດງຊຶ່ງອະຣິຍະມັຄຄະ ແລະ ອະນະຣິຍະມັຄຄະ ແກ່ພວກເຈົ້າ. ພວກເຈົ້າທັງຫຼາຍຈົ່ງຟັງຄວາມຂໍ້ນັ້ນ.

ພິກຂຸ ທ. ! ອະນະຣິຍະມັຄຄະ ເປັນແນວໃດໜໍ ? ຄື ປານາຕິບາຕ ອະທິນນາທານ ກາເມສຸມິຈສາຈາຣ ມຸສາວາດ ປິສຸນະວາດ ຜະຣຸສະວາດ ສັມຜັປປະລາປະວາດ ອະພິຊຊາ ພະຍາບາດ ມິຈສາທິຕຖິ : ພິກຂຸ ທ. ! ນີ້ເອີ້ນວ່າ ອະນະຣິຍະມັຄຄະ.

ພິກຂຸ ທ. ! ອະຣິຍະມັຄຄະ ເປັນແນວໃດໜໍ ? ເວັ້ນຈາກປານາຕິບາຕ ເວັ້ນຈາກອະທິນນາທານ ເວັ້ນຈາກກາເມສຸມິຈສາຈາຣ ເວັ້ນຈາກມຸສາວາດ ເວັ້ນຈາກປິສຸນະວາດ ເວັ້ນຈາກຜະຣຸສະວາດ ເວັ້ນຈາກສັມຜັປປະລາປະວາດ ອະນະພິຊຊາ

ອັບພະຢາບາດ ສັມມາທິຕຖິ : ພິກຂຸ ທ. ! ນີ້ເອີ້ນວ່າ ອະຣິຍະມັຄຄະ.

- ທສກ. ອັງ. ໒໔/໒໙໙/໑໗໘.

(ກຸສົລກັມມະບົດສິບ ແລະ ອະກຸສົລກັມມະບົດສິບ ຊຶ່ງເອີ້ນວ່າ ອະຣິຍະມັຄຄະ ແລະ ອະນະຣິຍະມັຄຄະ ໃນບ່ອນນີ້, ໃນສູຕອື່ນເອີ້ນວ່າ ສຸກກະມັຄຄະ - ກັນຫາມັຄຄະ ກໍມີ - ໒໔/໓໐໐/໑໗໙)

ໝວດ ຂ. ວ່າດ້ວຍ ການສົງເຄາະອົງມັຄຄະ

ອົງຄ໌ແປດແຫ່ງອະຣິຍະມັຄຄະ ສົງເຄາະລົງໃນສິກຂາສາມ

“ຂ້າແຕ່ແມ່ເຈົ້າ ! ອະຣິຍະອັຕຖັງຄິກະມັຄຄະ ເປັນແນວໃດໜໍ ?”

“ອາວຸໂສວິສາຂະ ! ອະຣິຍະອັຕຖັງຄິກະມັຄຄະ ນັ້ນ ໄດ້ແກ່ສິ່ງເຫຼົ່ານີ້ຄື :

ສັມມາທິຕຖິ ສັມມາສັງກັປປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ”.

໑໓໗໖ ອະຣິຍະສັຈຈ໌ຈາກພຣະໂອຖະ

“ຂ້າແຕ່ແມ່ເຈົ້າ ! ອະຣິຍະອັຕຖັງຄິກະມັຄຄະ ເປັນສັງຂະຕະທັມ ຫຼືອະສັງຂະຕະທັມ ?”

“ອາວຸໂສວິສາຂະ ! ອະຣິຍະອັຕຖັງຄິກະມັຄຄະ ເປັນສັງຂະຕະທັມ”.

“ຂ້າແຕ່ແມ່ເຈົ້າ ! ຂັນທ໌ທັງສາມ (ສີລ-ສະມາທິ-ປັນຍາຂັນທ໌) ສົງເຄາະດ້ວຍອະຣິຍະອັຕຖັງ ຄິກະມັຄຄະບໍ່. ຫຼືວ່າອະຣິຍະອັຕຖັງຄິກະມັຄຄະ ສົງເຄາະດ້ວຍຂັນທ໌ສາມ ?”.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ