ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ອາວຸໂສວິສາຂະ ! ຂັນທ໌ທັງສາມ ບໍ່ໄດ້ສົງເຄາະໃນອະຣິຍະອັຕຖັງຄິກະມັຄຄະ ; ແຕ່ ອະຣິຍະອັຕຖັງຄິກະມັຄຄະ ຕ່າງຫາກ ສົງເຄາະໃນຂັນທ໌ທັງສາມ, ຄື ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສາມຢ່າງນີ້ ສົງເຄາະໃນ ສີລະຂັນທ໌ ; ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ ສາມຢ່າງນີ້ສົງເຄາະໃນ ສະມາທິຂັນທ໌ ; ສັມມາທິຕຖິ ສັມມາສັງກັປປະ ສອງຢ່າງນີ້ ສົງເຄາະໃນ ປັນຍາຂັນທ໌ ... ໆລໆ ...”.
- ມູ. ມ. ໑໒/໕໔໙, ໕໕໕/໕໐໘, ໕໑໓.
(ຂໍ້ຄວາມຂ້າງເທິງນີ້ ເປັນຄໍາຂອງທັມມະທິນນາເຖຣີ ກ່າວຕອບແກ່ວິສາຂະອຸປາສົກ ເມື່ອ
ອຸປາສົກນໍາເອົາຂໍ້ຄວາມນີ້ໄປຂາບທູນພຣະຜູ່ມີພຣະພາຄ ພຣະຜູ່ມີພຣະພາຄໄດ້ຕຣັດວ່າ “ວິສາຂະ ! ທັມມະທິນນາພິກຂຸນີເປັນບັນດິຕ ມີປັນຍາຫຼາຍ ; ຖ້າເຈົ້າຖາມຂໍ້ຄວາມນັ້ນກັບເຮົາ ເຮົາກໍຈະພະຍາກອນກັບເຈົ້າ ເຊັ່ນດຽວກັບທີ່ທັມມະທິນນາພິກຂຸນີ ພະຍາກອນແລ້ວແກ່ເຈົ້າ ເຈົ້າຈົ່ງຊົງຈໍາເນື້ອຄວາມນັ້ນໄວ້”. ດັ່ງນັ້ນ ເປັນອັນວ່າ ຂໍ້ຄວາມຂອງທິນນາເຖຣີ ມີຄ່າທໍ່ກັບພຣະພຸດທະພາສິຕ ຈຶ່ງນໍາເອົາມາໃສ່ໄວ້ໃນໜັງສືນີ້ ໃນລັກສະນະເຊັ່ນນີ້).
ລັກສະນະແຫ່ງສິກຂາສາມໂດຍລະອຽດ
໑. ສີລະຂັນທ໌ໂດຍລະອຽດ
“ທ່ານອານົນທ໌ຜູ່ຈະເຣີນ ! ອະຣິຢະສີລະຂັນທ໌ ນັ້ນເປັນແນວໃດໜໍ ທີ່ພຣະສະມະນະໂຄດົມຊົງສັນລະເສີນ ແລະຊົງຊັກຊວນມະຫາຊົນນີ້ ໃຫ້ສະມາທານ ໃຫ້ເຂົ້າໄປຢູ່ ໃຫ້ຕັ້ງໄວ້ສະເພາະ ?”
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໓໗໗
ມານົບ ! ຕະຖາຄົຕເກີດຂຶ້ນໃນໂລກນີ້ ເປັນພຣະອໍຣະຫັນຕ໌ ຕຣັສຮູ້ຖືກຕ້ອງເອງ ສົມບູນດ້ວຍວິຊຊາ ແລະຈະຣະນະ ດໍາເນີນໄປດີ ຮູ້ແຈ້ງໂລກ ເປັນສາຣະຖີຝຶກຄົນຄວນຝຶກ ບໍ່ມີໃຜຍິ່ງໄປກວ່າ ເປັນຄູຂອງເທວະດາ ແລະມະນຸສ ເປັນຜູ່ເບີກບານແລ້ວ ຈໍາແນກທັມອອກສອນສັຕ. ຕະຖາຄົຕນັ້ນເຮັດໃຫ້ແຈ້ງຊຶ່ງໂລກນີ້ ກັບທັງເທວະດາ ມາຣ ພຣົມ ໝູ່ສັຕ ພ້ອມທັງ ສະມະນະພຣາມ ເທວະດາພ້ອມທັງມະນຸສ ດ້ວຍປັນຍາອັນຍິ່ງເອງ ແລ້ວສອນຜູ່ອື່ນໃຫ້ຮູ້ແຈ້ງຕາມ. ຕະຖາຄົຕນັ້ນສະແດງທັມງົດງາມໃນເບື້ອງຕົ້ນ ທ່າມກາງ ທີ່ສຸດ, ປະກາດພຣົມມະຈັນຣຍ໌ ພ້ອມທັງອັຕຖະ ແລະພະຍັນຊະນະ ບໍຣິສຸດ ບໍຣິບູນສິ້ນເຊີງ.
ຄະຫະບໍດີ ຫຼືບຸຕຄະຫະບໍດີ ຫຼື ຜູ່ເກີດໃນຕະກູນໃດຕະກູນໜຶ່ງ ໃນພາຍຫຼັງກໍດີ ໄດ້ຟັງທັມນັ້ນແລ້ວ ເກີດສັດທາໃນຕະຖາຄົຕ. ເຂົາຜູ່ປະກອບດ້ວຍສັດທາ ຍ່ອມພິຈາຣະນາວ່າ “ຄາຣະວາດຄັບແຄບ ເປັນທາງມາແຫ່ງທຸລີ, ບັນພະຊາເປັນໂອກາດ (ຄືທີ່ໂປ່ງໂລ່ງ) ອັນຍິ່ງ ; ການທີ່ຄົນຢູ່ຄອງເຮືອນ ຈະປະພຶຕພຣົມມະຈັນຣຍ໌ໃຫ້ບໍຣິສຸດ ບໍຣິບູນໂດຍສ່ວນດຽວ ເໝືອນສັງທີ່ເຂົາຂັດແລ້ວນັ້ນ ບໍ່ເຮັດໄດ້ໂດຍງ່າຍ. ຖ້າເຊັ່ນນັ້ນ ເຮົາຈະໂກນຜົມແລະໜວດ ຄອງຜ້າກາສາຍະ ອອກຈາກເຮືອນບວດ ເປັນຜູ່ບໍ່ກ່ຽວຂ້ອງດ້ວຍເຮືອນເຖີ້ນ”, ດັ່ງນີ້.
ໂດຍສະໄໝອື່ນຕໍ່ມາ ເຂົາປະກອງສົມບັດນ້ອຍໃຫຍ່ ແລະວົງຍາດນ້ອຍໃຫຍ່ ໂກນຜົມ ແລະໜວດ ອອກຈາກເຮືອນບວດ ເປັນຜູ່ບໍ່ກ່ຽວຂ້ອງດ້ວຍເຮືອນແລ້ວ.
ກຸລະບຸຕນັ້ນ ເມື່ອບວດແລ້ວເຊັ່ນນີ້ ເປັນຜູ່ສັງລວມແລ້ວດ້ວຍການສັງລວມໃນປາຕິໂມກຂ໌ຢູ່ ເຖິງພ້ອມດ້ວຍມາລະຍາດ ແລະໂຄຈອຣ ມີປົກກະຕິເຫັນເປັນພັຍໃນໂທດທັງຫຼາຍ ເຖິງຈະມີປະມານໜ້ອຍ ສະມາທານສຶກສາຢູ່ໃນສິກຂາບົດທັງຫຼາຍ ປະກອບດ້ວຍກາຢະກັມ ວະຈີກັມ ອັນເປັນກຸສົລ ມີອາຊີວະບໍຣິສຸດ ເຖິງພ້ອມດ້ວຍສີລ ...
໑໓໗໘ ອະຣິຍະສັຈຈ໌ຈາກພຣະໂອຖະ
ມານົບ ! ພິກຂຸເປັນຜູ່ເຖິງພ້ອມດ້ວຍສີລ ເປັນແນວໃດໜໍ ? ມານົບ ! ພິກຂຸໃນກໍລະນີນີ້ ເປັນຜູ່ລະປານາຕິບາຕ ເວັ້ນຂາດຈາກປານາຕິບາຕ ວາງທ່ອນໄມ້ ແລະສັສຕຣາເສຍແລ້ວ ມີຄວາມລະອາຍ ເຖິງຄວາມເອັນດູກະຣຸນາ ຫວັງປະໂຍຊນ໌ເກື້ອກູນໃນບັນດາສັຕທັງຫຼາຍຢູ່ ... ໆລໆ ... (ຂໍ້ຄວາມຕໍ່ໄປນີ້ ເບິ່ງທີ່ພາກຜະນວກໃນໜັງສືເຫຼັ້ມນີ້ ຢູ່ໜ້າ ໑໕໔໑ ຕັ້ງແຕ່ຄໍາວ່າ ເປັນຜູ່ລະອະທິນນາທານ ເວັ້ນຂາດຈາກອະທິນນາທານ ... ໄປຈົນເຖິງຄໍາວ່າ ... (ຈົບອະຣິຍະສີລະຂັນທ໌) ... ຢູ່ໜ້າ ໑໕໕໑).
໒. ສະມາທິຂັນທ໌ໂດຍລະອຽດ








