ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

(ໃນພຣະບາລີຂ້າງເທິງນີ້ ຊົງສະແດງ ສັມມັຕຕະສິບແລະມິຈສັຕຕະສິບ ວ່າເປັນອະຣິຍະ

ມັຄຄະ ແລະ ອະນະຣິຍະມັຄຄະ. ໃນບາລີແຫ່ງອື່ນໆ ສະແດງເປັນຄູ່ໆ ຕ່າງອອກໄປອີກຄື ໃນສູຕອື່ນໆ ຊົງເອີ້ນຊື່ຂອງທັມໝວດນີ້ວ່າ ສຸກກະມັຄຄະ-ກັນຫະມັຄຄະ ກໍມີ, ເປັນສາທຸທັມ-ອະສາທຸທັມ, ອະຣິຍະມັຄຄະ-ອະນະຣິຍະມັຄຄະ, ກຸສົລທັມ-ອະກຸສົລທັມ, ທັມມີປະໂຍຊນ໌-ທັມບໍ່ມີປະໂຍຊນ໌, ເປັນທັມ-ເປັນອະທັມ, ບໍ່ເປັນໄປເພື່ອາສະວະ-ເປັນໄປເພື່ອອາສະວະ, ເປັນທັມບໍ່ມີໂທດ-ເປັນທັມມີໂທດ, ເປັນທັມບໍ່ເຜົາລົນ-ເປັນທັມເຜົາລົນ, ບໍ່ເປັນເຄື່ອງສັ່ງສົມກິເລສ-ເປັນເຄື່ອງສັ່ງສົມກິເລສ, ມີສຸຂເປັນກໍາໄລ-ມີທຸກຂ໌ເປັນກໍາໄລ, ມີສຸຂເປັນຜົລຕອບແທນ-ມີທຸກຂ໌ເປັນຜົລຕອບແທນ, ເປັນທັມເຮັດຄວາມສະງົບ-ບໍ່ເປັນທັມເຮັດຄວາມສະງົບ, ເປັນທັມຂອງ ສັຕຕະບຸຣຸສ-ບໍ່ເປັນທັມຂອງສັຕຕະບຸຣຸສ, ທັມທີ່ຄວນເຮັດໃຫ້ເກີດຂຶ້ນ-ທັມທີ່ບໍ່ຄວນເຮັດໃຫ້ເກີດຂຶ້ນ, ທັມທີ່ຄວນເສບ-ທັມທີ່ບໍ່ຄວນເສບ, ທັມທີ່ຄວນຈະເຣີນ-ທັມທີ່ບໍ່ຄວນຈະເຣີນ, ທັມທີ່ຄວນເຮັດໃຫ້ຫຼາຍ-ທັມທີ່ບໍ່ຄວນເຮັດໃຫ້ຫຼາຍ, ທັມທີ່ຄວນລະນຶກເຖິງ-ທັມທີ່ບໍ່ຄວນລະນຶກເຖິງ, ທັມທີ່ຄວນເຮັດໃຫ້ແຈ້ງ-ທັມທີ່ບໍ່ຄວນເຮັດໃຫ້ແຈ້ງ, ດັ່ງນີ້ກໍມີ. - ໒໔/໒໕໘-໒໖໕/໑໓໔-໑໕໔).

໑໓໗໒ ອະຣິຍະສັຈຈ໌ຈາກພຣະໂອຖະ

ທັມທີ່ເປັນນິບພານະຄາມີມັຄຄະ

ພິກຂຸ ທ. ! ເຮົາຈະສະແດງຊຶ່ງ ນິບພານະຄາມິມັຄຄະ ແກ່ເຈົ້າທັງຫຼາຍ. ເຈົ້າທັງຫຼາຍຈົ່ງຟັງຂໍ້ນັ້ນ.

ພິກຂຸ ທ. ! ກໍ ນິບພານະຄາມິມັຄຄະ ເປັນແນວໃດໜໍ ? (ຕໍ່ໄປນີ້ຊົງສະແດງສິ່ງທີ່ເອີ້ນວ່າ ນິບພານະຄາມິມັຄຄະ ໂດຍສູຕຫຼາຍສູຕເປັນລໍາດັບໄປ ໃນບ່ອນນີ້ຈະຍົກເອົາມາສະເພາະຊື່ທັມ ທີ່ຊົງສະແດງທໍ່ນັ້ນ :-)

ກາຢະຄະຕາສະຕິ : ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ນິບພານະຄາມິມັຄຄະ.

ສະມະຖະແລະວິປັສສະນາ : ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ນິບພານະຄາມິມັຄຄະ.

ສະວິຕັກກະສະວິຈາຣະສະມາທິ ອະວິຕັກກະວິຈາຣະມັຕຕະສະມາທິ ອະວິຕັກກະ ອະວິຈາຣະສະມາທິ : ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ນິບພານະຄາມິມັຄຄະ.

ສຸນຍະຕະສະມາທິ ອະນິມິຕຕະສະມາທິ ອະປະນິຫິຕະສະມາທິ : ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ນິບພານະຄາມິມັຄຄະ.

ສະຕິປັຕຖານສີ່ : ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ນິບພານະຄາມິມັຄຄະ.

ສັມມັປປະທານສີ່ : ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ນິບພານະຄາມິມັຄຄະ.

ອິດທິບາດສີ່ : ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ນິບພານະຄາມິມັຄຄະ.

ອິນຊີຫ້າ : ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ນິບພານະຄາມິມັຄຄະ.

ພະລະຫ້າ : ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ນິບພານະຄາມິມັຄຄະ.

ໂພຊຊົງຄ໌ເຈັດ : ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ນິບພານະຄາມິມັຄຄະ.

ອະຣິຢະອັຕຖັງຄິກະມັຄຄະ : ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ນິບພານະຄາມິມັຄຄະ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໓໗໓

ພິກຂຸ ທ. ! ດ້ວຍອາການດັ່ງນີ້ ນິບພານະຄາມິມັຄຄະ. ເປັນອັນວ່າເຮົາສະແດງແລ້ວ. ພິກຂຸ ທ. ! ກິຈຈ໌ອັນໃດທີ່ສາສດາຜູ່ເອັນດູ ສະແຫວງຫາປະໂຍຊນ໌ເກື້ອກູນ ອາໄສຄວາມເອັນດູແລ້ວ ຈະຄວນເຮັດແກ່ສາວົກທັງຫຼາຍ, ກິຈຈ໌ອັນນັ້ນເຮົາໄດ້ເຮັດແລ້ວ ແກ່ພວກເຈົ້າທັງຫຼາຍ. ພິກຂຸ ທ. ! ນັ້ນເຫງົ້າໄມ້ທັງຫຼາຍ, ນັ້ນເຮືອນຫວ່າງທັງຫຼາຍ. ພິກຂຸ ທ. ! ພວກເຈົ້າທັງຫຼາຍຈົ່ງພຽນເຜົາກິເລສ, ຢ່າໄດ້ປະມາດ. ພວກເຈົ້າທັງຫຼາຍ ຢ່າໄດ້ເປັນຜູ່ທີ່ຕ້ອງຮ້ອນໃຈ ໃນພາຍຫຼັງເລີຍ. ນີ້ແລ ເປັນວາຈາເຄື່ອງພໍ່າສອນພວກເຈົ້າທັງຫຼາຍ ຂອງເຮົາ.

- ສລາ. ສັງ. ໑໘/໔໔໑-໔໔໒, ໔໕໐-໔໕໓/໖໗໔-໖໘໔, ໗໒໐-໗໕໑.

ທາງໂລ່ງອັນແນ່ນອນ ໄປສູ່ສັມມັຕຕະນິຍາມ

ພິກຂຸ ທ. ! ບຸຄຄົນຜູ່ປະກອບດ້ວຍທັມ ໖ ປະການ ເຖິງຈະຟັງສັດທັມຢູ່ ກໍບໍ່ອາດກ້າວລົງສູ່ ນິຍາມທັມ (ບົດສະຫຼຸບອັນແນ່ນອນ) ອັນເປັນ ສັມມັຕຕະ (ພາວະແຫ່ງຄວາມຖືກຕ້ອງ) ໃນກຸສົລທັມທັງຫຼາຍ.໑ ຫົກປະການ ແນວໃດໜໍ ? ຫົກປະການຄື ເປັນຜູ່ :-

ປະກອບດ້ວຍກັມມາວະຣະນະພາວະ (ມີກັມເປັນເຄື່ອງກັ້ນ) ;

ປະກອບດ້ວຍກິເລສາວະຣະນະພາວະ (ມີກິເລສເປັນເຄື່ອງກັ້ນ) ;

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ