ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ຄໍາວ່າຄ້ອຍ ຫຼຸບ ຕໍ່າໄປທາງປາຈີນທິສ ໃນບາງສູຕທົງໃຊ້ຄໍາວ່າ ຄ້ອຍ ຫຼຸບ ຕໍ່າໄປສູ່ສະມຸດ ກໍມີ - ໑໙/໕໐, ໕໔, ໕໗, ໖໐/໑໙໗, ໒໑໒, ໒໒໗, ໒໔໓.)
ອັຕຖັງຄິກະມັຄຄະໃນຖານະຫົນທາງໃຫ້ເຖິງຈຸດໝາຍ
ພິກຂຸ ທ. ! ຖ້າປະຣິບພາຊົກເດຍຣະຖີອື່ນ ຈະຍ່ອມຖາມເຈົ້າທັງຫຼາຍເຊັ່ນນີ້ວ່າ “ອາວຸໂສ ທ. ! ທ່ານທັງຫຼາຍຢູ່ປະພຶຕພຣົມມະຈັນຣຍ໌ ໃນພຣະສະມະນະໂຄດົມ ເພື່ອປະໂຍຊນ໌ອັນໃດກັນ ?” ດັ່ງນີ້. ພິກຂຸ ທ. ! ເມື່ອຖືກຖາມເຊັ່ນນີ້ແລ້ວ ພວກເຈົ້າຈົ່ງພະຍາກອນແກ່ເຂົາວ່າ “ອາວຸໂສ ທ. ! ເຮົາຢູ່ປະພຶຕພຣົມມະຈັນຣຍ໌ ໃນພຣະຜູ່ມີພຣະພາຄ ເພື່ອປະໂຍຊນ໌ແກ່ການ ຖ່າຍຖອນອອກຊຶ່ງຣາຄະ (ຣາຄະວິຣາຄັຕຖັງ)”. [ແລະຍັງມີໃນສູຕອື່ນທີ່ຕຣັດວ່າ :-
ເພື່ອປະໂຍຊນ໌ແກ່ການ ລະສັນໂຍຊນ໌ (ສັນໂຍຊະນະປະຫານັຕຖັງ) ດັ່ງນີ້ກໍມີ ;
ເພື່ອປະໂຍຊນ໌ແກ່ການ ຖອນອະນຸສັຍ (ອະນຸສະຢະສະມຸຄຄາຕະນັຕຖັງ) ດັ່ງນີ້ກໍມີ ;
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມນໍາເລື່ອງມັຄຄະ ໘໔໑
ເພື່ອປະໂຍຊນ໌ແກ່ການ ກໍານົດຮູ້ຄວາມທີ່ສັຕ ຕ້ອງເດີນທາງໄກດ້ວຍອະວິຊຊາ (ອັດດານະປະຣິນຍັຕຖັງ) ດັ່ງນີ້ກໍມີ ;
ເພື່ອປະໂຍຊນ໌ແກ່ຄວາມ ດັບສິ້ນໄປແຫ່ງອາສະວະທັງຫຼາຍ (ອາສະວານັງ
ຂະຢັຕຖັງ) ດັ່ງນີ້ກໍມີ ;
ເພື່ອປະໂຍຊນ໌ແກ່ການ ເຮັດໃຫ້ແຈ້ງຊຶ່ງຜົລ ຄືວິຊຊາແລະວິມຸຕຕິ (ວິຊຊາວິມຸຕຕິຜະລະສັຈສິກິຣິຢັຕຖັງ) ດັ່ງນີ້ກໍມີ ;
ເພື່ອປະໂຍຊນ໌ແກ່ ການຮູ້ການເຫັນ (ຍານະທັສສະນັຕຖັງ) ດັ່ງນີ້ກໍມີ ;
ເພື່ອປະໂຍຊນ໌ແກ່ການ ດັບເຢັນໃນທິຕຖະທັມ ເພາະບໍ່ຢຶດໝັ້ນ (ອະນຸປາທາປະຣິນິບພານັຕຖັງ) ດັ່ງນີ້ກໍມີ].
ພິກຂຸ ທ. ! ຖ້າປະຣິບພາຊົກເດຍຣະຖີອື່ນ ຈະຍ່ອມຖາມເຈົ້າທັງຫຼາຍເຊັ່ນນີ້ວ່າ “ອາວຸໂສ ທ. ! ມັຄຄາມີຫຼື ປະຕິປະທາມີຫຼື ເພື່ອການຖ່າຍຖອນອອກຊຶ່ງຣາຄະ ?” ພິກຂຸ ທ. ! ເມື່ອຖືກຖາມເຊັ່ນນີ້ແລ້ວ ພວກເຈົ້າຈົ່ງພະຍາກອນແກ່ເຂົາວ່າ “ມັຄຄາມີຢູ່ ປະຕິ
ປະທາ ມີຢູ່ ເພື່ອການຖ່າຍຖອນອອກຊຶ່ງຣາຄະ”.
ພິກຂຸ ທ. ! ມັຄຄານັ້ນເປັນແນວໃດ ປະຕິປະທານັ້ນເປັນແນວໃດ ເພື່ອການຖ່າຍຖອນອອກຊຶ່ງຣາຄະ ? ອະຣິຍະອັຕຖັງຄິກະມັຄຄະນີ້ ນັ້ນເອງ, ໄດ້ແກ່ : ສັມມາທິຕຖິ ສັມມາສັງກັປປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ. ພິກຂຸ ທ. ! ນີ້ແລມັຄຄາ ນີ້ແລປະຕິປະທາ ເພື່ອການຖ່າຍຖອນອອກຊຶ່ງຣາຄະ.
(ຂໍ້ຄວາມສອງຫຍໍ້ໜ້າຂ້າງເທິງນີ້ ມີຕໍ່ທ້າຍຫຼັກທັມທີ່ເປັນຈຸດໝາຍຂອງພຣົມມະຈັນຣຍ໌ ຕາມລາຍນາມທີ່ກ່າວໄວ້ຂ້າງເທິງທຸກໆຂໍ້ ເຊັ່ນຂໍ້ວ່າ “ເພື່ອປະໂຍຊນ໌ແກ່ການລະສັນໂຍຊນ໌” ເປັນຕົ້ນ ຜູ່ສຶກສາຈົ່ງກໍານົດເອົາເອງ).
- ມຫາວາຣ. ສັງ. ໑໙/໓໓-໓໕/໑໑໗-໑໒໘.
໘໔໒ ອະຣິຍະສັຈຈ໌ຈາກພຣະໂອຖະ
ອັຕຖັງຄິກະມັຄຄະ ເຮັດໜ້າທີ່ເໝືອນດັ່ງໝອນຮອງກົ້ນໝໍ້
ພິກຂຸ ທ. ! ໝໍ້ ທີ່ບໍ່ມີໝອນຮອງຮັບ ຍ່ອມໝູນກິ້ງໄປໄດ້ງ່າຍ, ໝໍ້ທີ່ມີໝອນຮອງຮັບ ຍ່ອມໝູນກິ້ງໄປໄດ້ຍາກ, ຂໍ້ນີ້ເຊັ່ນໃດ ; ພິກຂຸ ທ. ! ຈິຕທີ່ບໍ່ມີໝອນຮອງຮັບ ຍ່ອມໝູນໄປໄດ້ງ່າຍ, ຈິຕທີ່ມີໝອນຮອງຮັບ ຍ່ອມໝູນໄປໄດ້ຍາກ, ເຊັ່ນນັ້ນເໝືອນກັນ.
ພິກຂຸ ທ. ! ອັນໃດ ເປັນໝອນຮອງຮັບຂອງຈິຕ ? ອະຣິຍະອັຕຖັງຄິກະມັຄຄະ
ນີ້ເອງ, ກ່າວຄື : ສັມມາທິຕຖິ ສັມມາສັງກັປປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ. ນີ້ຄື ໝອນຮອງຮັບຂອງຈິຕ.
- ມຫາວາຣ. ສັງ. ໑໙/໒໕/໗໘-໗໙.
ອັຕຖັງຄິກະມັຄຄະ ເປັນຍອດແຫ່ງສັງຂະຕະທັມທັງຫຼາຍ
ພິກຂຸ ທ. ! ສັງຂະຕະທັມທັງຫຼາຍ ມີປະມານທໍ່ໃດ, ອະຣິຍະອັຕຖັງຄິກະມັຄຄະ ເຮົາກ່າວວ່າ ເປັນທັມທີ່ເລີດກວ່າທັມທັງຫຼາຍເຫຼົ່ານັ້ນ.
ພິກຂຸ ທ. ! ຊົນເຫຼົ່າໃດເຫຼື້ອມໃສແລ້ວ ໃນອະຣິຍະອັຕຖັງຄິກະມັຄຄະ, ຊົນເຫຼົ່ານັ້ນ ຊື່ວ່າ ເຫຼື້ອມໃສແລ້ວໃນທັມອັນເລີດ. ວິບາກທີ່ເລີດ ຍ່ອມມີແກ່ບຸຄຄົນຜູ່ເຫຼື້ອມໃສໃນທັມອັນເລີດ ແລ.
- ຈຕຸກກ. ອັງ. ໒໑/໔໔/໓໔.
ອັຕຖັງຄິກະມັຄຄະ ຄືຫົນທາງເກົ່າທີ່ທົງຄົ້ນພົບໃໝ່








