ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ພິກຂຸ ! ໃນກາລໃດແລ ສະມາທິນີ້ ເປັນທັມອັນເຈົ້າຈະເຣີນ ເຮັດໃຫ້ຫຼາຍແລ້ວເຊັ່ນນີ້ ; ໃນກາລນັ້ນເຈົ້າ ຈົ່ງຈະເຣີນຊຶ່ງສະມາທິນີ້ :
໑. ໃຫ້ເປັນທັມມີວິຕົກມີວິຈາຣ ແດ່ ;
໒. ຈົ່ງຈະເຣີນໃຫ້ເປັນທັມບໍ່ມີວິຕົກ ມີແຕ່ພຽງວິຈາຣ ແດ່ ;
໓. ຈົ່ງຈະເຣີນໃຫ້ເປັນທັມບໍ່ມີວິຕົກບໍ່ມີວິຈາຣ ແດ່ ;
໔. ຈົ່ງຈະເຣີນໃຫ້ເປັນທັມເປັນໄປກັບດ້ວຍປີຕິ ແດ່ ;
໕. ຈົ່ງຈະເຣີນໃຫ້ເປັນທັມບໍ່ມີປີຕິ ແດ່ ;
໖. ຈົ່ງຈະເຣີນໃຫ້ເປັນທັມສະຫະຣະຄະຕະດ້ວຍຄວາມຍິນດີ ແດ່ ;
໗. ຈົ່ງຈະເຣີນໃຫ້ເປັນທັມສະຫະຣະຄະຕະດ້ວຍອຸເປກຂາ ແດ່.
ພິກຂຸ ! ໃນກາລໃດແລ ສະມາທິນີ້ ເປັນທັມອັນເຈົ້າຈະເຣີນ ຈະເຣີນດ້ວຍດີແລ້ວເຊັ່ນນີ້ ; ໃນກາລນັ້ນ ເຈົ້າຈົ່ງເຮັດການສໍານຶກແນວນີ້ວ່າ “ເຮົາຈະຈະເຣີນ ກະຣຸນາ
ເຈໂຕວິມຸຕຕິ ຈັກເຮັດໃຫ້ຫຼາຍ ເຮັດໃຫ້ເປັນດຸດດັ່ງຍານ ເຮັດໃຫ້ມີທີ່ຕັ້ງອາໄສ ບໍ່ໃຫ້ຢຸດຈຶ້ງ ໃຫ້ສັ່ງສົມຮອບແລ້ວ ໃຫ້ຕັ້ງໝັ້ນແລ້ວດ້ວຍດີ” ດັ່ງນີ້. ພິກຂຸ ! ເຈົ້າຈົ່ງເຮັດການສໍານຶກເຊັ່ນນີ້ແລ.
໑໓໒໒ ອະຣິຍະສັຈຈ໌ຈາກພຣະໂອຖະ
ພິກຂຸ ! ໃນການໃດແລ ສະມາທິນີ້ ເປັນທັມອັນເຈົ້າຈະເຣີນ ເຮັດໃຫ້ຫຼາຍແລ້ວແນວນີ້ ; ໃນກາລນັ້ນເຈົ້າຈົ່ງ ຈະເຣີນຊຶ່ງສະມາທິນີ້ :
ໃຫ້ເປັນທັມມີວິຕົກມີວິຈາຣ ແດ່ ;
ຈົ່ງຈະເຣີນໃຫ້ເປັນທັມບໍ່ມີວິຕົກ ມີແຕ່ພຽງວິຈາຣ ແດ່ ;
ຈົ່ງຈະເຣີນໃຫ້ເປັນທັມບໍ່ມີວິຕົກບໍ່ມີວິຈາຣ ແດ່ ;
ຈົ່ງຈະເຣີນໃຫ້ເປັນທັມເປັນໄປກັບດ້ວຍປີຕິ ແດ່ ;
ຈົ່ງຈະເຣີນໃຫ້ເປັນທັມບໍ່ມີປີຕິ ແດ່ ;
ຈົ່ງຈະເຣີນໃຫ້ເປັນທັມສະຫະຣະຄະຕະດ້ວຍຄວາມຍິນດີ ແດ່ ;
ຈົ່ງຈະເຣີນໃຫ້ເປັນທັມສະຫະຣະຄະຕະດ້ວຍອຸເປກຂາ ແດ່.
(ໃນກໍລະນີແຫ່ງ ມຸທິຕາເຈໂຕວິມຸຕຕິ ແລະ ອຸເປກຂາເຕໂຕວິມຸຕຕິ ກໍມີຂໍ້ຄວາມທີ່ຕຣັດໄວ້ ມີລະດັບ ໗ ຢ່າງ ແບບດຽວກັນກັບຂ້າງເທິງນີ້).
(໓. ໝວດສະຕິປັຕຖານ)
ພິກຂຸ ! ໃນກາລໃດແລ ສະມາທິນີ້ (ໃນພຣົມມະວິຫາຣທັງສີ່ດັ່ງທີ່ກ່າວມາແລ້ວນີ້) ອັນເຈົ້າຈະເຣີນ ຈະເຣີນແລ້ວດ້ວຍດີເຊັ່ນນີ້ ; ໃນກາລນັ້ນ ເຈົ້າຈົ່ງເຮັດການສໍານຶກແນວນີ້ວ່າ “ເຮົາຈັກເປັນຜູ່ມີປົກກະຕິ ຕາມເຫັນກາຍໃນກາຍ ຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ຖອນອອກໄດ້ຊຶ່ງອະພິຊຊາ ແລະ ໂທມະນັສສະ ໃນໂລກຢູ່” ດັ່ງນີ້. ພິກຂຸ ! ເຈົ້າຈົ່ງເຮັດການສໍານຶກເຊັ່ນນີ້ແລ.
ພິກຂຸ ! ໃນກາລໃດແລ ສະມາທິນີ້ ອັນເຈົ້າຈະເຣີນ ເຮັດໃຫ້ຫຼາຍແລ້ວເຊັ່ນນີ້ ; ໃນກາລນັ້ນ ເຈົ້າ ຈົ່ງຈະເຣີນຊຶ່ງສະມາທິນີ້ :-
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະມາທິ ໑໓໒໓
ໃຫ້ເປັນທັມມີວິຕົກມີວິຈາຣ ແດ່ ;
ຈົ່ງຈະເຣີນໃຫ້ເປັນທັມບໍ່ມີວິຕົກ ມີແຕ່ພຽງວິຈາຣ ແດ່ ;
ຈົ່ງຈະເຣີນໃຫ້ເປັນທັມບໍ່ມີວິຕົກບໍ່ມີວິຈາຣ ແດ່ ;
ຈົ່ງຈະເຣີນໃຫ້ເປັນທັມເປັນໄປກັບດ້ວຍປີຕິ ແດ່ ;
ຈົ່ງຈະເຣີນໃຫ້ເປັນທັມບໍ່ມີປີຕິ ແດ່ ;
ຈົ່ງຈະເຣີນໃຫ້ເປັນທັມສະຫະຣະຄະຕະດ້ວຍຄວາມຍິນດີ ແດ່ ;
ຈົ່ງຈະເຣີນໃຫ້ເປັນທັມສະຫະຣະຄະຕະດ້ວຍອຸເປກຂາ ແດ່.
ພິກຂຸ ! ໃນກາລໃດແລ ສະມາທິນີ້ ອັນເຈົ້າຈະເຣີນ ຈະເຣີນດ້ວຍດີແລ້ວເຊັ່ນນີ້ ; ໃນກາລນັ້ນ ເຈົ້າຈົ່ງເຮັດການສໍານຶກແນວນີ້ວ່າ “ເຮົາຈັກເປັນຜູ່ມີປົກກະຕິຕາມເຫັນເວທະນາໃນເວທະນາທັງຫຼາຍ ຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ຖອນອອກໄດ້ຊຶ່ງອະພິຊຊາ ແລະໂທມະນັສສະ ໃນໂລກຢູ່” ດັ່ງນີ້. ພິກຂຸ ! ເຈົ້າຈົ່ງເຮັດການສໍານຶກເຊັ່ນນີ້ແລ.
ພິກຂຸ ! ໃນກາລໃດແລ ສະມາທິນີ້ອັນເຈົ້າຈະເຣີນ ເຮັດໃຫ້ຫຼາຍແລ້ວເຊັ່ນນີ້ ; ໃນກາລນັ້ນ ເຈົ້າຈົ່ງຈະເຣີນຊຶ່ງສະມາທິນີ້ :