ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ມະຫານາມະ ! ເຈົ້າ ຈົ່ງຕາມລະນຶກເຖິງຕະຖາຄົຕວ່າ “ແມ່ນວ່າເພາະເຫຕເຊັ່ນນີ້ໆ ພຣະຜູ່ມີພຣະພາຄເຈົ້ານັ້ນ ເປັນຜູ່ໄກຈາກກິເລສ ເປັນຜູ່ຕຣັສຮູ້ຖືກຕ້ອງໄດ້ໂດຍ ພຣະອົງເອງ ເປັນຜູ່ເຖິງພ້ອມດ້ວຍວິຊຊາ ແລະຈະຣະນະ ເປັນຜູ່ໄປແລ້ວດ້ວຍດີ ເປັນຜູ່ຮູ້ໂລກຢ່າງແຈ່ມແຈ້ງ ເປັນຜູ່ສາມາດຝຶກບຸຣຸສທີ່ສົມຄວນຝຶກໄດ້ຢ່າງບໍ່ມີໃຜຍິ່ງກວ່າ ເປັນຄູຜູ່ສອນຂອງເທວະດາ ແລະມະນຸສສ໌ທັງຫຼາຍ ເປັນຜູ່ຮູ້ ຜູ່ຕື່ນ ຜູ່ເບີກບານດ້ວຍທັມ ເປັນຜູ່ມີຄວາມຈະເຣີນ ຈໍາແນກທັມສັ່ງສອນສັຕ” ດັ່ງນີ້.

ມະຫານາມະ ! ສະໄໝໃດ ອະຣິຍະສາວົກຕາມລະນຶກເຖິງຕະຖາຄົຕຢູ່ ; ສະໄໝນັ້ນ ຈິຕຂອງອະຣິຍະສາວົກນັ້ນ ບໍ່ມີຣາຄະປຸ້ມລຸມ ບໍ່ມີໂທສະປຸ້ມລຸມ ບໍ່ມີໂມຫະປຸ້ມລຸມ, ສະໄໝນັ້ນ ຈິຕຂອງເຂົານັ້ນ ເປັນຈິຕດໍາເນີນໄປກົງແທ້. ມະຫານາມະ !

ອະຣິຍະສາວົກ ຜູ່ມີຈິຕດໍາເນີນໄປກົງ ເພາະຜາຣົບຕະຖາຄົຕ ຍ່ອມໄດ້ຄວາມຮູ້ສຶກຕໍ່ອັຕຖະ (ອັຕຖະເວດະ) ຍ່ອມໄດ້ຄວາມຮູ້ສຶກຕໍ່ທັມ (ທັມມະເວດະ) ຍ່ອມໄດ້ປາໂມດອັນປະກອບດ້ວຍທັມ. ເມື່ອປາໂມດແລ້ວ ປີຕິຍ່ອມເກີດ ; ເມື່ອໃຈປີຕິ ກາຍຍ່ອມລະງັບ ; ຜູ່ມີກາຍລະງັບ ຍ່ອມສະເຫວີຍສຸຂ ; ເມື່ອມີສຸຂ ຈິຕຍ່ອມເປັນສະມາທິ.

ມະຫານາມະ ! ເຈົ້າຈົ່ງຈະເຣີນພຸດທານຸສສະຕິນີ້ ແມ່ນ ເມື່ອຍ່າງຢູ່ ຈົ່ງຈະເຣີນ ແມ່ນ ເມື່ອຢືນຢູ່ ຈົ່ງຈະເຣີນ ແມ່ນ ເມື່ອນັ່ງຢູ່ ຈົ່ງຈະເຣີນ ແມ່ນ ເມື່ອນອນຢູ່ ຈົ່ງຈະເຣີນ ແມ່ນ ເມື່ອກໍາລັງເຮັດວຽກຢູ່ ຈົ່ງຈະເຣີນ ແມ່ນ ເມື່ອນອນບຽດບຸຕຢູ່ໃນບ່ອນນອນ.

- ເອກາທສກ. ອັງ. ໒໔/໓໖໑/໒໑໙.

໑໓໒໐ ອະຣິຍະສັຈຈ໌ຈາກພຣະໂອຖະ

(ໃນກໍລະນີແຫ່ງການຈະເຣີນທັມມານຸສສະຕິ ສັງຄານຸສສະຕິ ສີລານຸສສະຕິ ຈາຄານຸສສະຕິ ແລະ ເທວາຕານຸສສະຕິ ກໍມີຂໍ້ຄວາມທີ່ຕຣັດໄວ້ແບບດຽວກັນ ຜູ່ປາຖນາໂດຍລະອຽດ ຈົ່ງເບິ່ງຈາກທີ່ມາແຫ່ງກໍລະນີນັ້ນໆ.

ສິ່ງຊຶ່ງອາດຈະເປັນທີ່ແປກໃຈແກ່ພວກເຮົາໃນບ່ອນນີ້ ກໍຄືຂໍ້ທີ່ວ່າ ອານຸສສະຕິພາວະນານັ້ນ ເປັນສິ່ງທີ່ອາດຈະເຣີນໄດ້ໃນທຸກອະຣິຍາບົດ ແມ່ນວ່າໃນຂະນະທີ່ຜູ່ເປັນພໍ່ແມ່ນອນກອດລູກຢູ່).

ສະມາທິພາວະນາແຕ່ລະຢ່າງໆ ອາດເຮັດໄດ້ຮອດ ໗ ລະດັບ

“ຂ້າແຕ່ພຣະອົງຜູ່ຈະເຣີນ ! ຂ້ານ້ອຍຂໍໂອກາດ ຂໍພຣະຜູ່ມີພຣະພາຄ ຈົ່ງຊົງສະແດງທັມນັ້ນໂດຍຫຍໍ້ ອັນເປັນທັມທີ່ເມື່ອຂ້ານ້ອຍຟັງແລ້ວ ຈະເປັນຜູ່ດຽວຫຼີກອອກໄປສູ່ບ່ອນງຽບ ເປັນຜູ່ບໍ່ປະມາດ ມີຄວາມພຽນເຜົາກິເລສ ມີຕົນສົ່ງໄປແລ້ວໃນທັມເບື້ອງສູງ ແລ້ວແລຢູ່ເຖີ້ນ ຂ້ານ້ອຍ !”.

ກໍເລື່ອງແບບດຽວກັນນີ້ແຫຼະ ໂມຄະບຸຣຸສບາງພວກ ຂໍຮ້ອງໃຫ້ເຮົາກ່າວທັມດັ່ງທີ່ເຈົ້າຖາມ ເມື່ອເຮົາກ່າວທັມນັ້ນແລ້ວ ເຂົາກໍຍັງສໍາຄັນແຕ່ ໃນອັນທີ່ຈະຕິດຕາມເຮົາທໍ່ນັ້ນ (ບໍ່ສົນໃຈທີ່ຈະຫຼີກອອກຢູ່ປະຕິບັຕຜູ່ດຽວ).

“ຂ້າແຕ່ພຣະອົງຜູ່ຈະເຣີນ ! ຂໍພຣະຜູ່ມີພຣະພາຄເຈົ້າ ຈົ່ງຊົງສະແດງທັມໂດຍຫຍໍ້ແກ່ຂ້ານ້ອຍ ຂໍພຣະສຸຄົຕຈົ່ງສະແດງທັມໂດຍຍໍ້ແກ່ຂ້ານ້ອຍ ໃນລັກສະນະທີ່ຂ້ານ້ອຍຈະເຂົ້າໃຈ ເນື້ອຄວາມແຫ່ງພາສິຕຂອງພຣະຜູ່ມີພຣະພາຄເຈົ້າ ຈະເປັນທາຍາດ (ຜູ່ຮັບມໍລະດົກທັມ) ແຫ່ງພາສິຕຂອງພຣະຜູ່ມີພຣະພາຄເຈົ້ານັ້ນເຖີ້ນ ຂ້ານ້ອຍ !”.

ພິກຂຸ ! ເພາະເຫຕນັ້ນ ໃນເລື່ອງນີ້ ເຈົ້າຈົ່ງເຮັດການສໍານຶກດັ່ງນີ້ວ່າ :

(໑. ໝວດກະກຽມ)

“ຈິຕຂອງເຮົາ ຈັກເປັນຈິຕຕັ້ງຢູ່ ດໍາຣົງຢູ່ດ້ວຍດີໃນພາຍໃນ ; ແລະ ບາບ ອະກຸສົລທັມທັງຫຼາຍ ຈະບໍ່ເກີດຂຶ້ນຄອບງໍາຈິຕຕັ້ງຢູ່” ດັ່ງນີ້. ພິກຂຸ ! ເຈົ້າຈົ່ງເຮັດການສໍານຶກເຊັ່ນນີ້ແລ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະມາທິ ໑໓໒໑

(໒. ໝວດພຣົມມະວິຫາຣ)

ພິກຂຸ ! ໃນກາລໃດແລ ຈິຕຂອງເຈົ້າ ເປັນຈິຕຕັ້ງຢູ່ ດໍາຣົງຢູ່ດ້ວຍດີໃນພາຍໃນ ແລະບາບອະກຸສົລທັມທັງຫຼາຍ ບໍ່ເກີດຂຶ້ນຄອບງໍາຈິຕຕັ້ງຢູ່ ; ໃນກາລນັ້ນ ເຈົ້າຈົ່ງເຮັດການສໍານຶກແນວນີ້ວ່າ “ເຮົາຈະຈະເຣີນ ເມຕຕາເຈໂຕວິມຸຕຕິ ຈັກເຮັດໃຫ້ຫຼາຍ ເຮັດໃຫ້ເປັນດຸດດັ່ງຍານ ເຮັດໃຫ້ມີທີ່ຕັ້ງອາໄສ ບໍ່ໃຫ້ຢຸດຈຶ້ງ ໃຫ້ສັ່ງສົມຮອບແລ້ວ ໃຫ້ຕັ້ງໝັ້ນແລ້ວດ້ວຍດີ” ດັ່ງນີ້. ພິກຂຸ ! ເຈົ້າຈົ່ງເຮັດການສໍານຶກເຊັ່ນນີ້ແລ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ