ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
(ໃນກໍລະນີແຫ່ງ ຈິຕຕານຸປັສສະນາສະຕິປັຕຖານ ແລະ ທັມມານຸປັສສະນາສະຕິປັຕຖານ ກໍມີຂໍ້ຄວາມທີ່ຕຣັດໄວ້ ມີລະດັບ ໗ ຢ່າງ ແບບດຽວກັນກັບໃນກໍລະນີແຫ່ງກາຢາ-ເວທະນານຸປັສສະນາສະຕິປັຕຖານ).
໑໓໒໔ ອະຣິຍະສັຈຈ໌ຈາກພຣະໂອຖະ
(ໝວດອານິສົງສ໌)
ພິກຂຸ ! ໃນກາລໃດແລ ສະມາທິນີ້ ອັນເຈົ້າຈະເຣີນ ຈະເຣີນແລ້ວດ້ວຍດີແລ້ວເຊັ່ນນີ້ ; ໃນກາລນັ້ນ ເຈົ້າຈະໄປໂດຍທິສາພາກໃດໆ ກໍຈະໄປເປັນຜາສຸກ ; ຈະຢືນໃນບ່ອນໃດໆ ກໍຈະຢືນເປັນຜາສຸກ ; ຈະນັ່ງໃນບ່ອນໃດໆ ກໍຈະນັ່ງເປັນຜາສຸກ ; ຈະສໍາເລັດການນອນໃນບ່ອນໃດໆ ກໍຈະສໍາເລັດການນອນເປັນຜາສຸກ ແລ.
- ອັຕຖກ. ອັງ. ໒໓/໓໐໘-໓໑໐/໑໖໐.
(ຜູ່ສຶກສາ ຈົ່ງສັງເກດໃຫ້ເຫັນວ່າ ສະມາທິພາວະນາ ຢ່າງໜຶ່ງໆ ສາມາດຈະເຣີນໃຫ້ສົມບູນອອກໄປໄດ້ເຖິງ ໗ ລະດັບ ດັ່ງທີ່ສະແດງໄວ້ໃນສູຕນີ້ ເປັນທີ່ໜ້າສົນໃຈຢ່າງຍິ່ງ. ອີກຢ່າງໜຶ່ງ ຈົ່ງສັງເກດໃຫ້ເຫັນວ່າ ສະມາທິ ທີ່ມີນິມິຕເປັນນາມະທັມ ເຊັ່ນ : ການຈະເຣີນເມຕຕາກໍດີ ແລະ ທີ່ມີລັກສະນະເປັນວິປັສສະນາ ເຊັ່ນ : ກາຍານຸປັສສະນາສະຕິປັຕຖານ ກໍດີ ສາມາດນໍາມາຈະເຣີນ ໃນຮູບແບບຂອງສະມາທິ ທີ່ມີລັກສະນະແບ່ງໄດ້ເປັນ ໗ ລະດັບ ດັ່ງໃນສູຕນີ້ ; ຂໍ້ນີ້ສະແດງໃຫ້ເຫັນວ່າ ຕັ້ງຕົ້ນຈະເຣີນພາວະນາໃນຮູບແບບຂອງວິປັສສະນາ ແລ້ວອາດຈະຢໍ້າໃຫ້ແໜ້ນລົງໄປ ໂດຍອາການແຫ່ງສະມະຖະ ໗ ລະດັບນີ້ ; ອາດຈະເອີ້ນໄດ້ວ່າ ມີວິປັສສະນານໍາໜ້າສະມະຖະໄດ້).
ຍານ ເກີດຈາກສະມາທິຂອງຜູ່ທີ່ມີສະຕິປັນຍາຮັກສາຕົນ
ພິກຂຸ ທ. ! ພວກເຈົ້າຈົ່ງຈະເຣີນສະມາທິ ມີຄຸນອັນບໍ່ມີປະມານ ເປັນຜູ່ມີປັນຍາຮັກສາຕົນ ມີສະຕິຕັ້ງໝັ້ນຢູ່ເຖີ້ນ. ເມື່ອເຈົ້າຈະເຣີນສະມາທິ ມີຄຸນອັນບໍ່ມີປະມານ ເປັນຜູ່ມີປັນຍາຮັກສາຕົນ ມີສະຕິຕັ້ງໝັ້ນຢູ່, ຍານ ໕ ປະການ ຍ່ອມເກີດຂຶ້ນສະເພາະນັ້ນແລ. ຫ້າປະການ ແນວໃດໜໍ ? ຫ້າປະການຄື :-
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະມາທິ ໑໓໒໕
ຍານ ຍ່ອມເກີດຂຶ້ນສະເພາະຕົນນັ້ນແລ ດັ່ງນີ້ວ່າ : “ສະມາທິນີ້ ໃຫ້ເກີດສຸຂໃນ
ປັຈຈຸບັນດ້ວຍ ມີສຸຂເປັນວິບາກຕໍ່ໄປດ້ວຍ” ;
ຍານ ຍ່ອມເກີດຂຶ້ນສະເພາະຕົນນັ້ນແລ ດັ່ງນີ້ວ່າ : “ສະມາທິນີ້ ເປັນທັມອັນປະເສີດ ປາສະຈາກອາມິສ” ;
ຍານ ຍ່ອມເກີດຂຶ້ນສະເພາະຕົນນັ້ນແລ ດັ່ງນີ້ວ່າ : “ສະມາທິນີ້ ຄົນຊົ່ວ ຄົນຖ່ອຍ ເສບບໍ່ໄດ້” ;
ຍານ ຍ່ອມເກີດຂຶ້ນສະເພາະຕົນນັ້ນແລ ດັ່ງນີ້ວ່າ : “ສະມາທິນີ້ ລະງັບປະນີຕ ໄດ້ແລ້ວດ້ວຍປະຕິປັສສັດທິ ເຖິງທັບແລ້ວດ້ວຍເອໂກທິພາວະ (ຄວາມທີ່ຈິຕມີທັມອັນເອກ) ບໍ່ແມ່ນບັນລຸໄດ້ເພາະການຂົ່ມຂີ່ແລະການຫ້າມດ້ວຍສັງຂາຣທັມ (ເຄື່ອງປຸງແຕ່ງ) ;
ຍານ ຍ່ອມເກີດຂຶ້ນສະເພາະຕົນນັ້ນແລ ດັ່ງນີ້ວ່າ : “ເຮົາມີສະຕິເຂົ້າເຖິງສະມາທິນີ້ ມີສະຕິອອກຈາກສະມາທິນີ້” ;
ພິກຂຸ ທ. ! ພວກເຈົ້າຈົ່ງຈະເຣີນສະມາທິ ມີຄຸນອັນບໍ່ມີປະມານ ເປັນຜູ່ມີປັນຍາຮັກສາຕົນ ມີສະຕິຕັ້ງໝັ້ນ ເມື່ອເຈົ້າຈະເຣີນສະມາທິມີຄຸນອັນບໍ່ມີະມານ ເປັນຜູ່ມີປັນຍາຮັກສາຕົນ ມີສະຕິຕັ້ງໝັ້ນຢູ່, ຍານ ໕ ປະການ ເຫຼົ່ານີ້ຍ່ອມເກີດຂຶ້ນສະເພາະຕົນນັ້ນແລ ດັ່ງນີ້ແລ.
- ປັນຈກ. ອັງ. ໒໒/໒໕/໒໗.
໑໓໒໖ ອະຣິຍະສັຈຈ໌ຈາກພຣະໂອຖະ
ການດໍາຣົງສະມາທິຈິຕ ເມື່ອຖືກບຽດບຽນທັງທາງວາຈາແລະທາງກາຍ
ພິກຂຸ ທ. ! ທາງແຫ່ງຄໍາເວົ້າ ທີ່ບຸຄຄົນອື່ນຈະຍ່ອມກ່າວຫາເຈົ້າ ໕ ຢ່າງ ເຫຼົ່ານີ້ ມີຢູ່ຄື : ໑. ກ່າວໂດຍກາລ ຫຼືໂດຍບໍ່ແມ່ນກາລ ໒. ກ່າວໂດຍເລື່ອງຈິງ ຫຼືໂດຍເລື່ອງບໍ່ຈິງ
໓. ກ່າວໂດຍອ່ອນຫວານ ຫຼືໂດຍຫຍາບຄາຍ ໔. ກ່າວດ້ວຍເລື່ອງມີປະໂຍຊນ໌ ຫຼືບໍ່ມີປະໂຍຊນ໌ ໕. ກ່າວດ້ວຍມີຈິຕເມຕຕາ ຫຼືມີໂທສະໃນພາຍໃນ.








