ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ສາລະຫະ ! ປຽບດັ່ງບຸຣຸສຕ້ອງການຈະຂ້າມແມ່ນໍ້າ ຖືຂວານກຸດຖາຣີເຂົ້າໄປສູ່ປ່າ ເຫັນຕົ້ນສາລະໃຫຍ່ ລໍາຊື່ ຍັງອ່ອນ ບໍ່ມີສ່ວນທີ່ໜ້າລັງກຽດ ເຂົາຕັດຕົ້ນໄມ້ນັ້ນທີ່ເຫງົ້າ ແລ້ວຕັດທີ່ປາຍ ລິກິ່ງແລະໃບອອກໝົດກ້ຽງແລ້ວ ຖາກດ້ວຍຂວານກຸດຖາຣີ ແລ້ວຖາກດ້ວຍມີດ ຂູດດ້ວຍເຄື່ອງຂູດ ຂັດໃຫ້ກ້ຽງດ້ວຍກ້ອນຫີນກົມ ແລ້ວປ່ອຍລົງນໍ້າ. ສາລະຫະ ! ເຈົ້າຈະສໍາຄັນຄວາມຂໍ້ນີ້ວ່າແນວໃດ : ບຸຣຸສນັ້ນອາດຈະຂ້າມແມ່ນນໍ້າໄດ້ຫຼືໜໍ ? “ຂໍ້ນັ້ນເປັນໄປບໍ່ໄດ້ ຂ້ານ້ອຍ !” ຂໍ້ນັ້ນເພາະເຫຕໃດໜໍ ? “ຂ້າແຕ່ພຣະອົງຄ໌ຜູ່ຈະເຣີນ ! ເພາະທ່ອນໄມ້ສາລະນັ້ນ ເຮັດບໍຣິກັມຖືກຕ້ອງແຕ່ພາຍນອກ ພາຍໃນບໍ່ຖືກຕ້ອງ (ສໍາລັບຄວາມທີ່ຈະເປັນເຮືອ) ເລີຍ ສິ່ງທີ່ບຸຣຸສນັ້ນຈັກຫວັງໄດ້ຄື ທ່ອນໄມ້ສາລະນັ້ນຈັກຈົມລົງ ບຸຣຸສນັ້ນຈັກເຖິງຄວາມວິນາດ ຂ້ານ້ອຍ !”
ສາລະຫະ ! ຂໍ້ນີ້ກໍເຊັ່ນນັ້ນ : ສະມະນະພຣາມ ພວກທີ່ເປັນຕະໂປຊິຄຸຈສະວາດ ກໍບໍ່ອາດທີ່ຈະຖອນຊຶ່ງໂອຄະ ແມ່ນວ່າພວກທີ່ມີສະມະຈາຣບໍ່ບໍຣິສຸດ ກໍບໍ່ຄວນແກ່ຍານທັສສະນະ ແລະແກ່ອະນຸຕຕະຣະສັມໂພດະ ເຊັ່ນນັ້ນເໝືອນກັນ.
(ຕໍ່ໄປໄດ້ຕຣັດຂໍ້ຄວາມອັນເປັນປະຕິປັກຂະນັຍ ຝ່າຍກົງຂ້າມ ຊຶ່ງຜູ່ອ່ານອາດຈະປຽບທຽບໄດ້ເອງຈົນສຸດເລື່ອງ.)
- ຈຕຸກກ. ອັງ. ໒໑/໒໗໑-໒໗໔/໑໙໖.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມນໍາເລື່ອງມັຄຄະ ໘໓໙
ໝວດ ຄ. ວ່າດ້ວຍ ລັກສະນະຂອງມັຄຄະ
ອັຕຖັງຄິກະມັຄຄະໃນຖານະເປັນທາງແຫ່ງອະມະຕະ
“ຂ້າແຕ່ພຣະອົງຄ໌ຜູ່ຈະເຣີນ ! ມີຄໍາກ່າວກັນຢູ່ວ່າ ອະມະຕະ ອະມະຕະ (ຄວາມບໍ່ຕາຍ) ດັ່ງນີ້ ອະມະຕະ ເປັນແນວໃດໜໍ ຂ້ານ້ອຍ ? ແລະ ຫົນທາງໃຫ້ເຖິງຊຶ່ງອະມະຕະ (ອະມະຕະຄາມິ
ມັຄຄະ) ຄືອັນໃດ ຂ້ານ້ອຍ ?”
ພິກຂຸ ທ. ! ຄວາມດັບສິ້ນຣາຄະ ຄວາມດັບສິ້ນໂທສະ ຄວາມດັບສິ້ນໂມຫະ : ນີ້ເອີ້ນວ່າ ອະມະຕະ. ອະຣິຍະອັຕຖັງຄິກະມັຄຄະນີ້ນັ້ນແຫຼະ ຄືຫົນທາງໃຫ້ເຖິງຊຶ່ງອະມະຕະ ; ໄດ້ແກ່ ສັມມາທິຕຖິ ສັມມາສັງກັປປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ.
- ມຫາວາຣ. ສັງ. ໑໙/໑໐/໓໒.
ອັຕຖັງຄິກະມັຄຄະມີກະແສໄຫຼໄປສູ່ນິບພານ
ພິກຂຸ ທ. ! ມະຫານະທີໃດໆ ເຫຼົ່ານີ້ ຄືແມ່ນໍ້າຄົງຄາ ແມ່ນໍ້າຢະມຸນາ ແມ່ນໍ້າ
ອະຈິຣະວະດີ ແມ່ນໍ້າສະຣະພູ ແມ່ນໍ້າມະຫີ ; ແມ່ນໍ້າທັງໝົດນັ້ນ ຕໍ່າໄປທາງປາຈີນທິສ (ທິສຕາເວັນອອກ) ຫຼຸບໄປທາງປາຈີນທິສ ຄ້ອຍໄປທາງປາຈີນທິສ ເຊັ່ນໃດ ; ພິກຂຸ ທ. ! ພິກຂຸ ຈະເຣີນຝຶກໃຫ້ຫຼາຍ ຊຶ່ງອະຣິຍະມັຄຄະມີອົງຄ໌ແປດຢູ່ ຍ່ອມເປັນຜູ່ມີຄວາມເນີ້ງໄປທາງນິບພານ ນ້ອມໄປທາງນິບພານ ຄ້ອຍໄປທາງນິບພານ ເຊັ່ນນັ້ນເໝືອນກັນ.
ພິກຂຸ ທ. ! ພິກຂຸຈະເຣີນຝຶກໃຫ້ຫຼາຍ ຊຶ່ງອະຣິຍະມັຄຄະມີອົງຄ໌ແປດ ແນວໃດໜໍ ຈຶ່ງເປັນຜູ່ມີຄວາມເນີ້ງໄປທາງນິບພານ ນ້ອມໄປທາງນິບພານ ຄ້ອຍໄປທາງນິບພານ ? ພິກຂຸ ທ. ! ໃນກໍລະນີນີ້ ຍ່ອມ ຈະເຣີນສັມມາທິຕຖິ.... ສັມມາສັງກັປປະ.... ສັມມາວາຈາ.... ສັມມາກັມມັນຕະ.... ສັມມາອາຊີວະ.... ສັມມາວາຢາມະ.... ສັມມາສະຕິ
໘໔໐ ອະຣິຍະສັຈຈ໌ຈາກພຣະໂອຖະ
.... ສັມມາສະມາທິ ຊະນິດທີ່ອາໄສວິເວກ ອາໄສວິຣາຄະ ອາໄສນິໂຣທະ ນ້ອມໄປເພື່ອຄວາມສະລະອອກ. ພິກຂຸ ທ. ! ພິກຂຸຈະເຣີນຝຶກໃຫ້ຫຼາຍ ຊຶ່ງອະຣິຍະມັຄຄະມີອົງຄ໌ແປດຢູ່ ດັ່ງນີ້ແລ ຈຶ່ງເປັນຜູ່ມີຄວາມເນີ້ງໄປທາງນິບພານ ນ້ອມໄປທາງນິບພານ ຄ້ອຍໄປທາງນິບພານ.
- ມຫາວາຣ. ສັງ. ໑໙/໔໙/໑໘໙-໑໙໐.
(ຄໍາວ່າ ຈະເຣີນຝຶກໃຫ້ຫຼາຍຊຶ່ງອະຣິຍະມັຄຄະ ຊະນິດທີ່ອາໄສວິເວກ ອາໄສວິຣາຄະ ເປັນຕົ້ນ ດັ່ງທີ່ກ່າວຂ້າງເທິງນັ້ນ ໃນບາງສູຕຕຣັດວ່າ ຈະເຣີນຝຶກໃຫ້ຫຼາຍຊຶ່ງອະຣິຍະມັຄຄະ ຊະນິດທີ່ ມີການນໍາອອກຊຶ່ງ ຣາຄະ-ໂທສະ-ໂມຫະ ເປັນປະຣິໂຢສານະ ດັ່ງນີ້ກໍມີ - ໑໙/໕໒/໒໐໕ ; ໃນບາງສູຕຕຣັດວ່າ ຊະນິດທີ່ ມີການຢັ່ງລົງສູ່ອະມະຕະ ມີອະມະຕະເປັນບ່ອນໄປໃນເບື້ອງໜ້າ ມີອະມະຕະເປັນປະຣິໂຢສານະ ດັ່ງນີ້ກໍມີ - ໑໙/໕໕/໒໒໐ ; ແລະໃນບາງສູຕຕຣັດວ່າ ຊະນິດທີ່ ຄ້ອຍໄປສູ່ນິບພານ ນ້ອມໄປສູ່ນິບພານ ເນີ້ງໄປສູ່ນິບພານ ດັ່ງນີ້ກໍມີ - ໑໙/໕໘/໒໓໖.








