ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ປຽບດັ່ງຊ່າງຕີຄໍາ ຫຼື ລູກນ້ອງຂອງຊ່າງຕີຄໍາ ປະກອບໂຕເບົ້າແລ້ວສາບປາກເບົ້າ ແລ້ວຈັບແທ່ງຄໍາດ້ວຍຄີມ ວາງທີ່ປາກເບົ້າ ແລ້ວສູບລົມໂດຍກາລອັນຄວນ ພົມນໍ້າໂດຍກາລອັນຄວນ ກວດເບິ່ງໂດຍການອັນຄວນ. ພິກຂຸ ທ. ! ຖ້າຊ່າງຕີຄໍາ ຫຼືລູກນ້ອງຂອງຊ່າງຕີຄໍາ ຈະ ສູບລົມຕະພຶດໄປໂດຍສ່ວນດຽວ ກັບຄໍານັ້ນ ຖານະເຊັ່ນນັ້ນ ກໍ ຈະເຮັດໃຫ້ຄໍານັ້ນໄໝ້ (ສຸກເກີນ) ; ຖ້າ ພົມນໍ້າຕະພຶດໄປ ກັບຄໍານັ້ນ ຖານະເຊັ່ນນັ້ນ ກໍ ຈະເຮັດໃຫ້ຄໍານັ້ນເຢັນ໑ (ຢູ່ເຊັ່ນເດີມ) ; ຖ້າ ກວດຕະພຶດໂດຍສ່ວນດຽວ ກັບຄໍານັ້ນ ຖານະເຊັ່ນນັ້ນ ກໍ ຈະເຮັດໃຫ້ຄໍານັ້ນບໍ່ເຖິງຊຶ່ງຄວາມສຸກຢ່າງພໍດີ. ພິກຂຸ ທ. ! ໃນກາລໃດຖ້າຊ່າງຕີຄໍາ ຫຼືລູກນ້ອງຂອງຊ່າງຕີຄໍາ ສູບລົມໂດຍກາລອັນຄວນກັບຄໍານັ້ນ, ພົມນໍ້າໂດຍກາລອັນຄວນກັັບຄໍານັ້ນ, ກວດເບິ່ງໂດຍການອັນຄວນກັບຄໍານັ້ນ ; ໃນກາລນັ້ນ ຄໍານັ້ນຍ່ອມເປັນຄໍາມີເນື້ອອ່ອນ ຄວນແກ່ການງານຂອງຊ່າງຕີຄໍາ ມີລັດສະໝີເນື້ອບໍ່ຜ່ອຍ ແລະເໝາະສົມແກ່ການເຮັດຂອງຊ່າງຕີຄໍາ. ຖ້າໃຜປາຖນາຈະເຮັດເຄື່ອງປະດັບຕ່າງໆເຊັ່ນ : ແຫວນ ຕຸ້ມຫູ ສ້ອຍຄໍ ຫຼືມາໄລຄໍາກໍຕາມ ກໍສໍາເລັດປະໂຍຊນ໌ແກ່ເຂົານັ້ນ, ນີ້ເຊັ່ນໃດ ;

ພິກຂຸ ທ. ! ພິກຂຸຜູ່ຕາມປະກອບໃນອະທິຈິຕ ຈົ່ງເຮັດໃນໃຈຊຶ່ງນິມິຕທັງສາມໂດຍກາລອັນຄວນຄື : ຈົ່ງເຮັດໃນໃຈຊຶ່ງສະມາທິນິມິຕໂດຍກາລອັນຄວນ ຈົ່ງເຮັດໃນໃຈຊຶ່ງປັຄຄາຫະນິມິຕໂດຍກາລອັນຄວນ ຈົ່ງເຮັດໃນໃຈຊຶ່ງອຸເປກຂານິມິຕໂດຍກາລອັນຄວນ, ເຊັ່ນນັ້ນເໝືອນກັນ .... ໆລໆ .... ຖ້າພິກຂຸນ້ອມຈິຕໄປເພື່ອເຮັດໃຫ້ແຈ້ງດ້ວຍປັນຍາອັນຍິ່ງ ຊຶ່ງທັມທີ່ຄວນເຮັດໃຫ້ແຈ້ງດ້ວຍປັນຍາອັນຍິ່ງໃດໆ ເຂົາຍ່ອມບັນລຸເຖິງ ຊຶ່ງຄວາມສາມາດ ເຮັດໄດ້ຈົນເປັນສັກຂີພະຍານ ໃນທັມນັ້ນໆ ນັ້ນແລ ໃນເມື່ອອາຢະຕະນະຍັງມີຢູ່ໆ.

- ຕິກ. ອັງ. ໒໐/໓໒໙-໓໓໑/໕໔໒.

໑. ຄໍາວ່າເຢັນຄໍານີ້ ຄໍາບາລີວ່າ ນິບພານະ (ຊາຕະຣູປັງ ນິບພາເປີຍຢະ) ຂໍຜູ່ທີ່ບໍ່ຮູ້ວ່າ ນິບພານ ແປວ່າ ເຢັນ

ຈົ່ງຮູ້ເສຍໃນບ່ອນນີ້ດ້ວຍ. - ຕິກ. ອັງ. ໒໐/໓໓໐/໕໔໒.

໑໓໑໘ ອະຣິຍະສັຈຈ໌ຈາກພຣະໂອຖະ

ສິ່ງທີ່ຕ້ອງເນັ້ນວັນລະ ໓ ຄັ້ງ ໃນວົງການສະມາທິ

ພິກຂຸ ທ. ! ຊາວຮ້ານຕະຫຼາດທີ່ປະກອບດ້ວຍອົງ ໓ ປະການ ເປັນຜູ່ຄວນເພື່ອຈະໄດ້ຜົລກໍາໄລທີ່ຍັງບໍ່ໄດ້ ຫຼື ເພື່ອເຮັດຜົລກໍາໄລທີ່ໄດ້ຮັບຢູ່ແລ້ວໃຫ້ງອກງາມອອກໄປ. ສາມປະການແນວໃດໜໍ ? ພິກຂຸ ທ. ! ສາມປະການຄື ຊາວຮ້ານຕະຫຼາດ ໃນກໍລະນີນີ້ ຍ່ອມເຮັດກິຈຈ໌ການງານຢ່າງດີທີ່ສຸດໃນເວລາເຊົ້າ ; ຍ່ອມຈັດຍ່ອມເຮັດກິຈຈ໌ການງານດີທີ່ສຸດໃນເວລາກາງເວັນ ; ຍ່ອມເຮັດກິຈຈ໌ການງານຢ່າງດີທີ່ສຸດໃນເວລາແລງ ພິກຂຸ ທ. ! ຊາວຮ້ານຕະຫຼາດທີ່ປະກອບດ້ວຍອົງ ໓ ປະການເຫຼົ່ານີ້ແລ ເປັນຜູ່ຄວນເພື່ອຈະໄດ້ຜົລກໍາໄລທີ່ຍັງບໍ່ໄດ້ ຫຼື ເພື່ອເຮັດຜົລກໍາໄລທີ່ໄດ້ຮັບຢູ່ແລ້ວໃຫ້ງອກງາມອອກໄປ. ນີ້ເຊັ່ນໃດ ;

ພິກຂຸ ທ. ! ຂໍ້ນີ້ກໍເຊັ່ນນັ້ນເໝືອນກັນ ; ພິກຂຸ ທີ່ປະກອບດ້ວຍທັມ ໓ ປະການ ເປັນຜູ່ຄວນເພື່ອຈະບັນລຸກຸສົລທັມ ທີ່ຍັງບໍ່ບັນລຸ ຫຼືເພື່ອເຮັດກຸສົລທັມທີ່ບັນລຸແລ້ວ ໃຫ້ງອກງາມຍິ່ງຂຶ້ນໄປ. ສາມປະການ ແນວໃດໜໍ ? ພິກຂຸ ທ. ! ສາມປະການຄື : ພິກຂຸໃນກໍລະນີນີ້ຍ່ອມ ກໍານົດສະມາທິນິມິຕໂດຍເອື້ອເຟື້ອໃນເວລາເຊົ້າ ; ຍ່ອມກໍານົດສະມາທິນິມິຕໂດຍເອື້ອເຟື້ອໃນເວລາສວຍ ; ຍ່ອມກໍານົດສະມາທິນິມິຕໂດຍເອື້ອເຟື້ອ ໃນເວລາແລງ. ພິກຂຸ ທ. ! ພິກຂຸທີ່ປະກອບດ້ວຍທັມ ໓ ປະການເຫຼົ່ານີ້ແລ ຍ່ອມເປັນຜູ່ຄວນເພື່ອຈະບັນລຸກຸສົລທັມທີ່ຍັງບໍ່ບັນລຸ ຫຼື ເພື່ອເຮັດກຸສົລທັມທີ່ບັນລຸແລ້ວ ໃຫ້ງອກງາມຍິ່ງຂຶ້ນໄປ.

- ຕິກ. ອັງ. ໒໐/໑໔໕/໔໕໘.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະມາທິ ໑໓໑໙

ອະນຸສສະຕິພາວະນາ ເປັນສິ່ງທີ່ຈະເຣີນໄດ້ໃນທຸກອິຣິຍາບົດ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ