ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

“ມາເຖີ້ນພິກຂຸ ! ເຈົ້າຈົ່ງເປັນຜູ່ມີ ປົກກະຕິ ຕາມເຫັນກາຍໃນກາຍຢູ່ ແຕ່ຢ່າຕຶກຊຶ່ງວິຕົກ ອັນເຂົ້າໄປປະກອບຢູ່ກັບກາຍເລີຍ (ມາ ຈະ ກາຢູປະສັນຫິຕັງ ວິຕັກກັງ ວິຕັກເກສິ) ;

ມາເຖີ້ນພິກຂຸ ! ເຈົ້າຈົ່ງເປັນຜູ່ມີປົກກະຕິ ຕາມເຫັນເວທະນາໃນເວທະນາ ທ. ຢູ່ ແຕ່ຢ່າຕຶກຊຶ່ງວິຕົກ ອັນເຂົ້າໄປປະກອບຢູ່ກັບເວທະນາເລີຍ ;

ມາເຖີ້ນພິກຂຸ ! ເຈົ້າຈົ່ງເປັນຜູ່ມີປົກກະຕິ ຕາມເຫັນຈິຕໃນຈິຕ ຢູ່ ແຕ່ຢ່າຕຶກຊຶ່ງວິຕົກ ອັນເຂົ້າໄປປະກອບຢູ່ກັບຈິຕເລີຍ ;

ມາເຖີ້ນພິກຂຸ ! ເຈົ້າຈົ່ງເປັນຜູ່ມີປົກກະຕິ ຕາມເຫັນທັມໃນທັມ ທ. ຢູ່ ແຕ່ຢ່າຕຶກຊຶ່ງວິຕົກ ອັນເຂົ້າໄປປະກອບຢູ່ກັບທັມເລີຍ ;

ພິກຂຸນັ້ນ ເພາະເຂົາໄປສະງົບລະງັບເສຍໄດ້ຊຶ່ງວິຕົກ ແລະ ວິຈາຣ ຊຶ່ງເຂົ້າເຖິງ

ທຸຕິຢະຊານ ອັນເປັນເຄື່ອງຜ່ອງໃສແຫ່ງໃຈໃນພາຍໃນ ເຮັດໃຫ້ສະມາທິເປັນທັມອັນເອກຜຸດມີຂຶ້ນ ບໍ່ມີວິຕົກ ບໍ່ມີວິຈາຣ ມີແຕ່ປີຕິ ແລະ ສຸຂ ອັນເກີດຈາກສະມາທິ ແລ້ວແລຢູ່. (... ແລ້ວໄດ້ຕຣັດ ເຖິງຕະຕິຢະຊານ ... ຈະຕຸຕຖະຊານ ... ປຸບເພນິວາສານຸສສະຕິຍານ ...

ຈຸຕູປະປາຕະຍານ ... ອາສະວັກຂະຢະຍານ ຈົນເຖິງວິມຸຕຕິຍານ ຕາມຫຼັກທີ່ມີກ່າວຢູ່ໃນ

ບາລີທົ່ວໆໄປ ທີ່ກ່າວເຖິງເລື່ອງນີ້)..

- ອຸປຣິ. ມ. ໑໔/໒໖໘-໒໗໐/໓໙໖-໔໐໑.

(ທີ່ວ່າ ມີຂໍ້ທີ່ຄວນລະວັງໃນການຈະເຣີນສະຕິປັຕຖານສີ່ ກໍຄືຢ່າເອົາອາຣົມແຫ່ງສະຕິປັຕຖານສີ່ ເຊັ່ນ : ກາຍເປັນຕົ້ນ ມາເຮັດໃຫ້ອາຣົມຂອງວິຕົກອັນເປັນອົງຊານທີໜຶ່ງແຫ່ງອົງຊານທັງຫ້າ ເພາະຈະຕ້ອງລະສິ່ງທີ່ເອີ້ນວ່າວິຕົກ ຈຶ່ງຈະເລື່ອນຈາກປະຖົມມະຊານ ເປັນທຸຕິຢະຊານ ຫຼື ຊານທີ່ສູງຂຶ້ນໄປ ອັນບໍ່ມີວິຕົກໄດ້ ; ຖ້າເອົາກາຍເປັນຕົ້ນມາເປັນອາຣົມແຫ່ງວິຕົກ ມັນກໍຈະເລື່ອນລະດັບແຫ່ງຊານບໍ່ໄດ້ ; ເພາະກາຍເປັນສິ່ງທີ່ຕ້ອງພິຈາຣະນາຢູ່ຕະຫຼອດໄປ ຈຶ່ງຄວນພິຈາຣະນາກາຍໃນຖານະເປັນອາຣົມແຫ່ງວິປັສສະນາ ຢ່າເອົາມາເປັນອາຣົມແຫ່ງວິຕົກ ການຈະເຣີນພາວະນາ ຈຶ່ງຈັກເປັນໄປໄດ້ຕາມທີ່ຕຣັສໄວ້ໃນພຣະບາລີນີ້ ຊຶ່ງເປັນເລື່ອງກ່ຽວກັບການຈະເຣີນສະຕິປັຕຖານສີ່ໂດຍກົງ.

໑໒໓໔ ອະຣິຍະສັຈຈ໌ຈາກພຣະໂອຖະ

ກາຢະຄະຕາສະຕິ ເປັນອຸປະກອນແກ່ອິນຊີສັງວອຣ

ກ. ໂທດຂອງການບໍ່ມີກາຢະຄະຕາສະຕິ

ພິກຂຸ ທ. ! ປຽບເໝືອນບຸຣຸສ ຈັບສັຕຫົກຊະນິດ ອັນມີທີ່ຢູ່ອາໄສຕ່າງກັນ ມີບ່ອນທ່ຽວຫາກິນຕ່າງກັນ ມາມັດລວມກັນດ້ວຍເຊືອກອັນໝັ້ນຄົງ ; ຄືເຂົາຈັບງູມາມັດດ້ວຍເຊືອກໜຽວເສັ້ນໜຶ່ງ, ຈັບແຂ້, ຈັບນົກ, ຈັບໝາບ້ານ, ຈັບໝາຈອກ, ຈັບລີງ, ມາມັດດ້ວຍເຊືອກໜຽວເສັ້ນໜຶ່ງໆ ແລ້ວມັດລວມເຂົ້າດ້ວຍກັນ ເປັນປົມດຽວກັນໃນທ່າມກາງ ປ່ອຍແລ້ວ. ພິກຂຸ ທ. ! ດັ່ງນັ້ນ ສັຕເຫຼົ່ານັ້ນທັງຫົກຊະນິດ ມີບ່ອນອາໄສ ແລະ ບ່ອນທ່ຽວຕ່າງໆກັນ ກໍຍາດຊິງດຶງລາກກັນ ເພື່ອຈະໄປສູ່ບ່ອນອາໄສບ່ອນທ່ຽວຂອງຕົນໆ ; ງູຈະເຂົ້າຈອມປວກ, ແຂ້ຈະລົງນໍ້າ, ນົກຈະບິນຂຶ້ນໄປສູ່ອາກາສ, ໝາຈະເຂົ້າບ້ານ, ໝາຈອກຈະໄປປ່າຊ້າ, ລີງກໍຈະເຂົ້າປ່າ. ເມື່ອສັຕທັງຫົກອິດເມື່ອຍກັນໝົດແລ້ວ ສັຕໃດມີກໍາລັງກວ່າ ສັຕນອກນັ້ນກໍຕ້ອງຖືກລາກຕິດຕາມອໍານາດຂອງສັຕນັ້ນ. ຂໍ້ນີ້ເຊັ່ນໃດ ;

ພິກຂຸ ທ. ! ພິກຂຸໃດບໍ່ອົບຮົມ ຝຶກໃຫ້ຫຼາຍ ໃນກາຢະຄະຕາສະຕິແລ້ວ ຕາກໍຈະດຶງເອົາພິກຂຸນັ້ນໄປຫາຮູບທີ່ໜ້າພໍໃຈ, ຮູບທີ່ບໍ່ໜ້າພໍໃຈກໍກາຍເປັນສິ່ງທີ່ເຂົາຮູ້ສຶກອຶດອັດຄັດເຄືອງ ; ຫູກໍຈະດຶງເອົາພິກຂຸນັ້ນໄປຫາສຽງທີ່ໜ້າຟັງ, ສຽງທີ່ບໍ່ໜ້າຟັງກໍກາຍເປັນສິ່ງທີ່ເຂົາຮູ້ສຶກອຶດອັດຄັດເຄືອງ ; ດັງກໍຈະດຶງເອົາພິກຂຸນັ້ນໄປຫາສິ່ງທີ່ໜ້າສູຕດົມ, ກິ່ນທີ່ບໍ່ໜ້າສູຕດົມກໍກາຍເປັນສິ່ງທີ່ເຂົາຮູ້ສຶກອຶດອັດຄັດເຄືອງ ; ລີ້ນກໍຈະດຶງເອົາພິກຂຸນັ້ນໄປຫາຣົສທີ່ພໍໃຈ, ຣົສທີ່ບໍ່ພໍໃຈກໍກາຍເປັນສິ່ງທີ່ເຂົາຮູ້ສຶກອຶດອັດຄັດເຄືອງ ; ກາຍກໍຈະດຶງພິກຂຸນັ້ນໄປຫາສັມຜັສທີ່ຍົວະຍວນໃຈ, ສໍາຜັສທີ່ບໍ່ຍົວະຍວນໃຈກໍກາຍເປັນສິ່ງທີ່ເຂົາຮູ້ສຶກອຶດອັດຄັດເຄືອງ ; ແລະ ໃຈກໍຈະດຶງເອົາພິກຂຸນັ້ນໄປຫາທັມມາຣົມທີ່ຖືກໃຈ, ທັມມາຣົມທີ່ບໍ່ຖືກໃຈ ກໍກາຍເປັນສິ່ງທີ່ເຂົາຮູ້ສຶກອຶດອັດຄັດເຄືອງ ; ຂໍ້ນີ້ກໍເຊັ່ນນັ້ນຄືກັນ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ