ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະຕິ ໑໒໓໕

ຂ. ຄຸນຂອງກາຢະຄະຕາສະຕິ

ພິກຂຸ ທ. ! ປຽບເໝືອນບຸຣຸສຈັບສັຕຫົກຊະນິດ ອັນມີບ່ອນຢູ່ອາໄສຕ່າງກັນ ມີບ່ອນທ່ຽວຫາກິນຕ່າງກັນ ມາມັດຮວມກັນດ້ວຍເຊືອກອັນໝັ້ນຄົງ ຄືເຂົາຈັບງູມາມັດດ້ວຍເຊືອກໜຽວເສັ້ນໜຶ່ງ, ຈັບແຂ້, ຈັບນົກ, ຈັບໝາບ້ານ, ຈັບໝາຈອກ ແລະຈັບລີງ, ມາມັດດ້ວຍເຊືອກໜຽວເສັ້ນໜຶ່ງໆ ເມື່ອນັ້ນເອົາໄປມັດໄວ້ກັບເສົາເຂື່ອນ ຫຼື ເສົາຫຼັກອີກຕໍ່ໜຶ່ງ. ພິກຂຸ ທ. ! ເມື່ອສັຕທັງຫົກຊະນິດເຫຼົ່ານັ້ນ ມີບ່ອນຢູ່ອາໄສ ແລະ ບ່ອນທ່ຽວຕ່າງໆກັນ ກໍຍາດຊິງດຶງລາກກັນ ເພື່ອຈະໄປສູ່ບ່ອນອາໄສ ບ່ອນທ່ຽວຂອງຕົນໆ ; ງູຈະເຂົ້າຈອມປວກ, ແຂ້ຈະລົງນໍ້າ, ນົກຈະບິນຂຶ້ນໄປສູ່ອາກາສ, ໝາຈະເຂົ້າບ້ານ,

ໝາຈອກຈະໄປປ່າຊ້າ, ລງກໍຈະໄປປ່າ. ພິກຂຸ ທ. ! ໃນກາລໃດແລ ຄວາມເປັນໄປພາຍໃນຂອງສັຕທັງຫົກຊະນິດເຫຼົ່ານັ້ນ ມີແຕ່ຄວາມອິດເມື່ອຍແລ້ວ ; ໃນກາລນັ້ນ ມັນທັງຫຼາຍກໍຈະເຂົ້າໄປຢືນເຈົ່າ ນັ່ງເຈົ່າ ຢູ່ຂ້າງເສົາເຂື່ອນ ຫຼື ເສົາຫຼັກນັ້ນເອງ. ຂໍ້ນີ້ເຊັ່ນໃດ,

ພິກຂຸ ທ. ! ພິກຂຸໃດໄດ້ອົບຮົມ ຝຶກໃຫ້ຫຼາຍໃນກາຢະຄະຕາສະຕິແລ້ວ ຕາ ກໍຈະ

ບໍ່ດຶງເອົາພິກຂຸນັ້ນໄປຫາຮູບທີ່ໜ້າພໍໃຈ, ຮູບທີ່ບໍ່ໜ້າພໍໃຈ ກໍບໍ່ເປັນສິ່ງທີ່ເຂົາຮູ້ສຶກອຶດອັດຄັດເຄືອງ ; ຫູ ກໍຈະດຶງເອົາພິກຂຸນັ້ນໄປຫາສຽງທີ່ໜ້າຟັງ, ສຽງທີ່ບໍ່ໜ້າຟັງ ກໍ

ບໍ່ເປັນສິ່ງທີ່ເຂົາຮູ້ສຶກອຶດອັດຄັດເຄືອງ ; ດັງ ກໍຈະບໍ່ດຶງເອົາພິກຂຸນັ້ນໄປຫາກິ່ນທີ່ໜ້າສູຕດົມ, ກິ່ນທີ່ບໍ່ໜ້າສູຕດົມ ກໍບໍ່ເປັນສິ່ງທີ່ເຂົາຮູ້ສຶກອຶດອັດຄັດເຄືອງ ; ລີ້ນ ກໍຈະບໍ່ດຶງເອົາພິກຂຸນັ້ນໄປຫາຣົສທີ່ພໍໃຈ, ຣົສທີ່ບໍ່ພໍໃຈ ກໍບໍ່ເປັນສິ່ງທີ່ເຂົາຮູ້ສຶກອຶດອັດຄັດເຄືອງ ; ກາຍ ກໍຈະບໍ່ດຶງເອົາພິກຂຸນັ້ນໄປຫາສັມຜັສທີ່ຍົວະຍວນໃຈ, ສັມຜັສທີ່ບໍ່ຍົວະຍວນໃຈ ກໍບໍ່ເປັນສິ່ງທີ່ເຂົາຮູ້ສຶກອຶດອັດຄັດເຄືອງ ; ແລະ ໃຈ ກໍຈະບໍ່ດຶງເອົາພິກຂຸນັ້ນໄປຫາທັມມາຣົມທີ່ຖືກໃຈ, ທັມມາຣົມທີ່ບໍ່ຖືກໃຈ ກໍບໍ່ເປັນສິ່ງທີ່ເຂົາຮູ້ສຶກອຶດອັດຄັດເຄືອງ ; ຂໍ້ນີ້ກໍເຊັ່ນນັ້ນເໝືອນກັນ.

໑໒໓໖ ອະຣິຍະສັຈຈ໌ຈາກພຣະໂອຖະ

ພິກຂຸ ທ. ! ຄໍາວ່າ “ເສົາເຂື່ອນ ຫຼື ເສົາຫຼັກ” ນີ້ເປັນຄໍາເອີ້ນແທນຊື່ແຫ່ງ ກາຢະຄະຕາສະຕິ.

ພິກຂຸ ທ. ! ເພາະສະນັ້ນ ໃນເລື່ອງນີ້ ພວກເຈົ້າທັງຫຼາຍຈົ່ງສໍານຶກໄວ້ວ່າ “ກາຢະຄະຕາສະຕິຂອງເຮົາທງຫຼາຍ ຈັກເປັນສິ່ງທີ່ເຮົາອົບຮົມ ຝຶກໃຫ້ຫຼາຍ ເຮັດໃຫ້ເປັນຍານເຄື່ອງນໍາໄປ ເຮັດໃຫ້ເປັນຂອງທີ່ອາໄສໄດ້ ພຽນຕັ້ງໄວ້ເນື່ອງໆ ພຽນເສີມສ້າງໂດຍຮອບຄອບ ພຽນປາຣົບສະໝໍ່າສະເໝີດ້ວຍດີ” ດັ່ງນີ້. ພິກຂຸ ທ. ! ພວກເຈົ້າທັງຫຼາຍ ຈົ່ງລະນຶກໃນໃຈໄວ້ ດ້ວຍອາການດັ່ງນີ້ແລ.

- ສລາ. ສັງ. ໑໘/໒໔໖,໒໔໘/໓໔໘,໓໕໐.

ຫຼັກສໍາຄັນສໍາລັບຜູ່ຫຼີກອອກຈະເຣີນສະຕິປັຕຖານຢູ່ຜູ່ດຽວ

“ຂ້າແຕ່ພຣະອົງຜູ່ຈະເຣີນ ! ຂ້ານ້ອຍຂໍໂອກາດ ຂໍພຣະຜູ່ມີພຣະພາຄ ຈົ່ງຊົງສະແດງທັມນັ້ນໂດຍຫຍໍ້ ອັນເປັນທັມທີ່ເມື່ອຂ້ານ້ອຍຟັງແລ້ວ ຈັກເປັນຜູ່ດຽວອອກໄປສູ່ບ່ອນສະງົບງຽບ ເປັນຜູ່ບໍ່ປະມາດ ມີຄວາມພຽນເຜົາກິເລສ ມີຕົນສົ່ງໄປແລ້ວໃນທັມເບື້ອງຕົ້ນ ແລ້ວແລຢູ່ເຖີ້ນ ຂ້ານ້ອຍ !”.

ກໍເລື່ອງແນວດຽວກັນນີ້ແຫຼະ ໂມຄະບຸຣຸສບາງພວກຂໍຮ້ອງໃຫ້ເຮົາກ່າວທັມຢ່າງທີ່ເຈົ້າຖາມ ເມື່ອເຮົາກ່າວທັມນັ້ນແລ້ວ ເຂົາກໍຍັງສໍາຄັນແຕ່ໃນອັນທີ່ຈະຕິດຕາມເຮົາທໍ່ນັ້ນ (ບໍ່ສົນໃຈທີ່ຈະຫຼີກອອກຢູ່ປະຕິບັຕຜູ່ດຽວ).

“ຂ້າແຕ່ພຣະອົງຜູ່ຈະເຣີນ ! ຂໍພຣະຜູ່ມີພຣະພາຄ ຈົ່ງຊົງສະແດງທັມໂດຍຫຍໍ້ແກ່ຂ້ານ້ອຍ ຂໍພຣະສຸຄົຕ ຈົ່ງຊົງສະແດງທັມໂດຍຫຍໍ້ແກ່ຂ້ານ້ອຍ ໃນລັກສະນະທີ່ຂ້ານ້ອຍ ຈະເຂົ້າໃຈເນື້ອຄວາມແຫ່ງພາສິຕ ຂອງພຣະຜູ່ມີພຣະພາຄເຈົ້າ ຈັກເປັນທາຍາດ (ຜູ່ຮັບມໍລະດົກທັມ) ແຫ່ງພາສິຕຂອງພຣະຜູ່ມີພຣະພາຄເຈົ້ານັ້ນ”.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະຕິ ໑໒໓໗

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ