ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

- ໄນຍະແຫ່ງອານາປານະສະຕິສູຕ : ໑໔/໑໙໗/໒໘໙.

- ໄນຍະແຫ່ງມະຫາສະຕິປັຕຖານສູຕ : ໑໐/໓໓໕-໓໔໘/໒໙໐-໒໙໙.

ອຸບາຍແຫ່ງການດໍາຣົງຈິຕໃນສະຕິປັຕຖານ

ອານົນທ໌ ! ຂໍ້ນັ້ນເປັນດັ່ງທີ່ເຈົ້າກ່າວ. ອານົນທ໌ ! ຂໍ້ນັ້ນເປັນດັ່ງທີ່ເຈົ້າກ່າວ. ອານົນທ໌ ! ພິກຂຸ ຫຼື ພິກຂຸນີອົງໃດ ມີຈິຕຕັ້ງໝັ້ນດີແລ້ວໃນສະຕິປັຕຖານສີ່ ຢູ່,

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະຕິ ໑໒໓໑

ຂໍ້ທີ່ພິກຂຸ ຫຼື ພິກຂຸນີນັ້ນ ຈະຍ່ອມຫວັງໄດ້ກໍຄື ຈະບັນລຸຄຸນວິເສດອັນໂອລານຍິ່ງກວ່າທີ່ບັນລຸຢູ່ກ່ອນ. ສະຕິປັຕຖານສີ່ຢ່າງ ແນວໃດໜໍ ? ສີ່ຢ່າງຄື :

ອານົນທ໌ ! ໃນກໍລະນີນີ້ ພິກຂຸເປັນຜູ່ ມີປົກກະຕິຕາມເຫັນກາຍໃນກາຍ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ຖອນອອກຊຶ່ງອະພິຊຊາ ແລະໂທມະນັສສະໃນໂລກຢູ່ ເມື່ອນັ້ນເຂົາຕາມເຫັນກາຍໃນກາຍຢູ່, ຄວາມຮ້ອນຮົນມີອາຣົມທາງກາຍເກີດຂຶ້ນໃນກາຍກໍດີ ຄວາມຫົດຫູ່ແຫ່ງຈິຕເກີດຂຶ້ນກໍດີ ຈິຕຟຸ້ງໄປໃນພາຍນອກກໍດີ ອານົນທ໌ ! ພິກຂຸນັ້ນຄວນຕັ້ງຈິຕໄວ້ໃນນິມິຕ ອັນເປັນທີ່ຕັ້ງແຫ່ງຄວາມເຫຼື້ອມໃສຢ່າງໃດຢ່າງໜຶ່ງ. ເມື່ອເຂົານັ້ນຕັ້ງຈິຕໄວ້ໃນນິມິຕ ອັນເປັນທີ່ຕັ້ງແຫ່ງຄວາມເຫຼື້ອມໃສຢ່າງໃດຢ່າງໜຶ່ງຢູ່, ປາໂມດຍ່ອມເກີດ ; ປີຕິຍ່ອມເກີດແກ່ຜູ່ມີຈິຕ

ປາໂມດ ; ກາຍຂອງຜູ່ມີໃຈປີຕິຍ່ອມລະງັບ ; ຜູ່ມີກາຍລະງັບຍ່ອມສະເຫວີຍສຸຂ ; ຈິຕຂອງຜູ່ມີສຸຂຍ່ອມຕັ້ງໝັ້ນ.

ພິກຂຸນັ້ນຍ່ອມພິຈາຣະນາເຫັນແນວນີ້ວ່າ “ເຮົາຕັ້ງໄວ້ຊຶ່ງຈິຕເພື່ອປະໂຍຊນ໌ໃດ ປະໂຍຊນ໌ນັ້ນສໍາເລັດແລ້ວແກ່ເຮົາ, ຖ້າເຊັ່ນນັ້ນບັດນີ້ເຮົາຈະເລີກຖອນ (ຊຶ່ງຈິຕອັນຕັ້ງໄວ້ໃນນິມິຕ ອັນເປັນທີ່ຕັ້ງແຫ່ງຄວາມເຫຼື້ອມໃສ)” ດັ່ງນີ້. ພິກຂຸນັ້ນຈຶ່ງເລີກຖອນ ຄືບໍ່ເຮັດຊຶ່ງວິຕົກ ບໍ່ເຮັດຊຶ່ງວິຈາຣ ຮູ້ແຈ້ງວ່າ “ບັດນີ້ ເຮົາເປັນຜູ່ບໍ່ມີວິຕົກ ບໍ່ມີວິຈາຣ ມີແຕ່ສະຕິເປັນສຸຂຢູ່ພາຍໃນ” ດັ່ງນີ້.

(ກໍລະນີແຫ່ງ ເວທະນາ ກໍດີ ຈິຕ ກໍດີ ແລະ ທັມ ກໍດີ ກໍມີຂໍ້ຄວາມທີ່ຕຣັດແບບດຽວກັນ).

ອານົນທ໌ ! ເຊັ່ນນີ້ແລຊື່ວ່າ ພາວະນາຍ່ອມມີດ້ວຍການດໍາຣົງຈິຕໄວ້.

- ມຫາວາຣ. ສັງ. ໑໙/໒໐໕-໒໐໘/໗໑໖-໗໑໘.

໑໒໓໒ ອະຣິຍະສັຈຈ໌ຈາກພຣະໂອຖະ

ຂໍ້ຄວນລະວັງໃນການຈະເຣີນສະຕິປັຕຖານສີ່

ອັຄຄິເວສສະນະ ! ເມື່ອພິກຂຸປະກອບພ້ອມຊຶ່ງສະຕິສັມປະຊັນຍະແລ້ວ ຕະຖາຄົຕຍ່ອມແນະນໍາເຂົາໃຫ້ຍິ່ງຂຶ້ນໄປວ່າ “ມາເຖີ້ນພິກຂຸ ! ເຈົ້າຈົ່ງ ເສບເສນາສະນະອັນ

ສະງົບງຽບ ຄືປ່າເຫຼົ່າ ເຫງົ້າໄມ້ ພູເຂົາ ຮ່ອມຫ້ວຍ ພື້ນຖໍ້າ ປ່າຊ້າ ປ່າຕຶບ ບ່ອນແຈ້ງ ຫຼື ກອງເຟືອງເຖີ້ນ” ດັ່ງນີ້. ພິກຂຸນັ້ນຍ່ອມເສບເສນາສະນະ ອັນສະງົບງຽບ, ເມື່ອອ່ວາຍກັບຈາກບິນດະບາຕ ໃນກາລເປັນປັຈສາພັດ ນັ່ງຄູ້ບັນລັງຕັ້ງກາຍກົງ ດໍາຣົງສະຕິ

ໝັ້ນ, ເຂົາຍ່ອມ ລະອະພິຊຊາ ໃນໂລກ ມີຈິຕປາສະຈາກອະພິຊຊາ ຄອຍຊໍາລະຈິຕຈາກອະພິຊຊາຢູ່, ລະພະຍາບາດ ມີຈິຕປາສະຈາກພະຍາບາດ ເປັນຜູ່ກະຣຸນາ ມີຈິຕຫວັງຄວາມເກື້ອກູນໃນສັຕທັງຫຼາຍ ຄອຍຊໍາລະຈິຕຈາກພະຍາບາດຢູ່, ລະຖີນະ

ມິດທະ ມີຈິຕປາສະຈາກຖີນະມິດທະ ມຸ່ງຢູ່ແຕ່ຄວາມສະຫວ່າງໃນໃຈ ມີສະຕິສັມປະ ຊັນຍະ ຄອຍຊໍາລະຈິຕຈາກຖີນະມິດທະ ຢູ່, ລະອຸດດັຈຈະກຸກກຸຈຈະ ບໍ່ຟຸ້ງຊ້ານ ມີຈິຕສະງົບຢູ່ໃນພາຍໃນ ຄອຍຊໍາລະຈິຕຈາກອຸດດັຈຈະກຸກກຸຈຈະຢູ່, ລະວິຈິກິຈສາ ກ້າວຂ້າມວິຈິກິຈສາເສຍໄດ້ ບໍ່ຕ້ອງກ່າວຖາມວ່າ “ນີ້ແມ່ນຫຍັງ ນີ້ຄືອັນໃດ” ໃນກຸສົລທັມທັງຫຼາຍ ຄອຍຊໍາລະຈິຕຈາກວິຈິກິຈສາຢູ່.

ພິກຂຸນັ້ນ ເມື່ອລະນິວອຣ ໕ ປະການ ອັນເປັນເຄື່ອງເສົ້າໝອງຈິຕ ເຮັດໃຫ້ປັນຍາຖອຍກໍາລັງເຊັ່ນນີ້ໄດ້ແລ້ວ, ເຂົາເປັນຜູ່ມີປົກກະຕິ ຕາມເຫັນກາຍໃນກາຍ ຢູ່ ... ມີປົກກະຕິ ຕາມເຫັນເວທະນາໃນເວທະນາ ທ. ຢູ່ ... ມີປົກກະຕິ ຕາມເຫັນຈິຕໃນຈິຕ ຢູ່ ... ມີປົກກະຕິ ຕາມເຫັນທັມໃນທັມ ທ. ຢູ່ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ຖອນອອກເສຍໄດ້ ຊຶ່ງອະພິຊຊາ ແລະ ໂທມະນັສສະໃນໂລກ.

ຕະຖາຄົຕ ຍ່ອມແນະນໍາເຂົານັ້ນໃຫ້ຍິ່ງຂຶ້ນໄປວ່າ :-

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະຕິ ໑໒໓໓

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ