ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ກໍ ອະຣິຍະສັຈຈ໌ຄືທຸກຂ໌ ນັ້ນເປັນແນວໃດໜໍ ? ຄວາມເກີດກໍເປັນທຸກຂ໌, ຄວາມແກ່ກໍເປັນທຸກຂ໌, ຄວາມຕາຍກໍເປັນທຸກຂ໌, ຄວາມໂສກ ຄວາມຮ້ອງໄຫ້ລໍາພັນ ຄວາມທຸກຂ໌ກາຍ ຄວາມທຸກຂ໌ໃຈ ຄວາມຄັບແຄ້ນໃຈ ກໍເປັນທຸກຂ໌, ຄວາມປະສົບກັບສິ່ງບໍ່ເປັນທີ່ຮັກ ກໍເປັນທຸກຂ໌, ຄວາມພັດພາກຈາກສິ່ງທີ່ເປັນທີ່ຮັກ ກໍເປັນທຸກຂ໌, ຄວາມທີ່ຕົນປາຖນາແລ້ວບໍ່ໄດ້ສິ່ງນັ້ນສົມຫວັງ ກໍເປັນທຸກຂ໌, ກ່າວໂດຍຫຍໍ້ ຂັນທ໌ອັນເປັນທີ່ຕັ້ງແຫ່ງຄວາມຢຶດຖືທັງ ໕ ເປັນທຸກຂ໌.

ພິກຂຸ ທ. ! ຄວາມເກີດ ເປັນແນວໃດໜໍ ? ... ໆລໆ ... [ຂໍ້ຄວາມພິດສະດານຕໍ່ໄປນີ້ເບິ່ງຢູ່ໜ້າ ໑໒໖ ເຖິງ ໑໒໙ ແຫ່ງໜັງສືເຫຼັ້ມນີ້ ຫົວຂໍ້ວ່າ “ອະຣິຍະສັຈຈ໌ສີ່ທີ່ຊົງສະແດງໂດຍພິດສະດານ (ໄນຍະທີໜຶ່ງ)”].

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະຕິ ໑໒໒໙

ຈ. - ໒ : ທຸກຂະສະມຸທະຍະອະຣິຍະສັຈຈ໌

ພິກຂຸ ທ. ! ກໍ ອະຣິຍະສັຈຈ໌ຄືເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌ ນັ້ນເປັນແນວໃດໜໍ ? ຕັນຫານີ້ໃດ ກໍ່ການເກີດໃໝ່ເປັນປົກກະຕິ ເປັນໄປກັບດ້ວຍຄວາມກໍາໜັດເພາະຄວາມເພີນ ມັກເພີນຍິ່ງໃນອາຣົມນັ້ນໆ, ນີ້ຄື ກາມະຕັນຫາ ພະວະຕັນຫາ ວິພະວະຕັນຫາ.

ພິກຂຸ ທ. ! ກໍຕັນຫານັ້ນ ເມື່ອຈະເກີດ ຍ່ອມເກີດໃນບ່ອນໃດ ? ສິ່ງໃດໃນໂລກມີພະວະເປັນທີ່ຮັກ ມີພະວະເປັນທີ່ຍິນດີ ; ຕັນຫານັ້ນເມື່ອຈະເກີດຍ່ອມເກີດໃນສິ່ງນັ້ນ, ... ອື່ນໆ ... [ຂໍ້ຄວາມພິສະດານຕໍ່ໄປນີ້ ເບິ່ງຢູ່ໜ້າ ໑໒໙ ເຖິງໜ້າ ໑໓໒ ແຫ່ງນັ້ງສືເຫຼັ້ມນີ້ ຫົວຂໍ້ວ່າ “ອະຣິຍະສັຈຈ໌ສີ່ທີ່ຊົງສະແດງໂດຍພິສະດານ (ໄນຍະທີໜຶ່ງ)]”.

ຈ. - ໓ : ທຸກຂະນິໂຣດະອະຣິຍະສັຈຈ໌

ພິກຂຸ ທ. ! ກໍ ອະຣິຍະສັຈຈ໌ຄືຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ນັ້ນເປັນແນວໃດໜໍ ? ຄືຄວາມຄາຍຄືນໂດຍບໍ່ມີເຫຼືອ ແລະ ຄວາມດັບບໍ່ເຫຼືອ ຄວາມປ່ອຍວາງ ຄວາມສະລັດຄືນ ຄວາມກ້າວຂ້າມ ຄວາມບໍ່ອາໄລ ຊຶ່ງຕັນຫານັ້ນ ນັ້ນແລ.

ພິກຂຸ ທ. ! ກໍຕັນຫານັ້ນເມື່ອບຸຄຄົນຈະລະໄດ້ ຍ່ອມລະໄດ້ບ່ອນໃດ ? ເມື່ອຈະດັບຍ່ອມດັບໄດ້ບ່ອນໃດ ? ສິ່ງໃດມີພະວະເປັນທີ່ຮັກ ມີພະວະເປັນທີ່ຍິນດີໃນໂລກ ; ຕັນຫານັ້ນເມື່ອບຸຄຄົນຈະລະ ຍ່ອມລະໄດ້ໃນສິ່ງນັ້ນ ... ອື່ນໆ ... [ຂໍ້ຄວາມພິສະດານຕໍ່ໄປນີ້ ເບິ່ງຢູ່ໜ້າ ໑໓໒ ເຖິງໜ້າ ໑໓໔ ແຫ່ງນັ້ງສືເຫຼັັ້ມນີ້ ຫົວຂໍ້ວ່າ “ອະຣິຍະສັຈຈ໌ສີ່ທີ່ຊົງສະແດງໂດຍພິສະດານ (ໄນຍະທີໜຶ່ງ)]”

ຈ. - ໔ : ທຸກຂະນິໂຣດະຄາມິນີປະຕິປະທາອະຣິຍະສັຈຈ໌

ພິກຂຸ ທ. ! ກໍ ອະຣິຍະສັຈຈ໌ຄືຫົນທາງເປັນເຄື່ອງໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກ ນັ້ນເປັນແນວໃດໜໍ ? ຄື ຫົນທາງອັນປະເສີດ ປະກອບດ້ວຍອົງຄ໌ແປດນີ້ເອງ,

໑໒໓໐ ອະຣິຍະສັຈຈ໌ຈາກພຣະໂອຖະ

ອົງຄ໌ແປດຄື ຄວາມເຫັນຖືກຕ້ອງ ຄວາມດໍາຣິຖືກຕ້ອງ ວາຈາຖືກຕ້ອງ ການງານຖືກຕ້ອງ ອາຊີວະຖືກຕ້ອງ ຄວາມພຽນຖືກຕ້ອງ ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ.

ພິກຂຸ ທ. ! ຄວາມເຫັນຖືກຕ້ອງ ເປັນແນວໃດໜໍ ? ພິກຂຸ ທ. ! ຄວາມຮູ້ໃນທຸກຂ໌ ຄວາມຮູ້ໃນເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌ ... ອື່ນໆ ... [ຂໍ້ຄວາມພິສະດານຕໍ່ໄປນີ້ ເບິ່ງຢູ່ໜ້າ ໑໓໕ ເຖິງໜ້າ ໑໓໗ ແຫ່ງນັ້ງສືເຫຼັ້ມນີ້ ຫົວຂໍ້ວ່າ “ອະຣິຍະສັຈຈ໌ສີ່ທີ່ຊົງສະແດງໂດຍພິສະດານ (ໄນຍະທີໜຶ່ງ)]”

ດ້ວຍອາການດັ່ງນີ້ແລ ທີ່ພິກຂຸຜູ່ມີ ປົກກະຕິພິຈາຣະນາເຫັນທັມ ໃນທັມ ທ. ອັນເປັນພາຍໃນຢູ່ ແດ່, ອັນເປັນພາຍນອກຢູ່ ແດ່, ໃນທັມທັງພາຍໃນແລະພາຍນອກຢູ່ ແດ່ ; ແລະ ເປັນຜູ່ມີປົກກະຕິພິຈາຣະນາເຫັນທັມເປັນເຫຕເກີດຂຶ້ນ (ແຫ່ງທັມ) ໃນທັມ ທ. (ນີ້) ຢູ່ແດ່, ເຫັນທັມເປັນເຫຕເສື່ອມໄປ (ແຫ່ງທັມ) ໃນທັມ ທ. (ນີ້) ຢູ່ ແດ່, ເຫັນທັມເປັນເຫຕເກີດຂຶ້ນແລະເສື່ອມໄປ (ແຫ່ງທັມ) ໃນທັມ ທ. (ນີ້) ຢູ່ແດ່, ກໍນີ້ແຫຼະສະຕິ (ຄືຄາມລະນຶກ) ວ່າ “ທັມ ທ. ມີຢູ່” ດັ່ງນີ້ຂອງເຂົານັ້ນ ເປັນສະຕິທີ່ເຂົາດໍາຣົງໄວ້ພຽງເພື່ອຄວາມຮູ້ ພຽງເພື່ອອາໄສລະນຶກ, ທີ່ແທ້ເຂົາເປັນຜູ່ທີ່ຕັນຫາ ແລະ ທິຕຖິອາໄສບໍ່ໄດ້ ແລະ ເຂົາບໍ່ຢຶດໝັ້ນອັນໃດໆ ໃນໂລກ. ພິກຂຸ ທ. ! ພິກຂຸຊື່ວ່າເປັນຜູ່ມີປົກກະຕິພິຈາຣະນາເຫັນທັມໃນທັມທັງຫຼາຍ ຄືອະຣິຍະສັຈຈ໌ສີ່ຢ່າງຢູ່ ແມ່ນວ່າດ້ວຍອາການເຊັ່ນນີ້.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ