ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

(ຂໍ້ນີ້ອະທິບາຍວ່າ ອານາປານະສະຕິມີວັຕຖຸ ໑໖ ຍ່ອມເຮັດໃຫ້ເກີດສັມໂພຊຊົງຄ໌ຕ່າງໆ ຈົນສະມາທິສັມໂພຊຊົງຄ໌ ຄືຄວາມທີ່ຈິຕຕັ້ງໝັ້ນ ທັງໂດຍໄນຍະແຫ່ງສະມະຖະແລະວິປັສະນາ. ຄວາມຕັ້ງໝັ້ນໂດຍໄນຍະແຫ່ງສະມະຖະ ເປັນຄວາມສະງົບລະງັບ ເຮັດໃຫ້ມີກໍາລັງໜູນເນື່ອງຢູ່ຕະຫຼອດໄປ ; ສ່ວນຄວາມຕັ້ງໝັ້ນໂດຍໄນຍະແຫ່ງວິປັສະນານັ້ນ ເປັນຄວາມຕັ້ງໝັ້ນໃນການເຫັນທັມ ເຮັດໃຫ້ກິເລສລະງັບລົງ ດ້ວຍອໍານາດຄວາມຮູ້ແຈ້ງເຫັນແຈ້ງ ຊຶ່ງມີຄວາມຕັ້ງໝັ້ນດ້ວຍດີຄືກັນ. ການເພັ່ງຕໍ່ຄວາມຕັ້ງໝັ້ນທັງ ໒ ຢ່າງນີ້ ມີຂຶ້ນຕໍ່ເມື່ອມີຄວາມຕັ້ງໝັ້ນແລ້ວແທ້ໆ ແລ້ວຄຸມຄວາມຕັ້ງໝັ້ນໃຫ້ໝັ້ນທ່ຽງຢູ່ຕະຫຼອດເວລາ ຈົນກວ່າຈະມີການບັນລຸທັມໃນເບື້ອງສູງ. ການຄຸມຄວາມຕັ້ງໝັ້ນໄວ້ນັ້ນເອງ ເອີ້ນວ່າ ການເຂົ້າໄປເພັ່ງສະເພາະຊຶ່ງຈິຕ ອັນຕັ້ງໝັ້ນແລ້ວ ໂດຍອຸປະມາທີ່ໄດ້ກ່າວແລ້ວຫຼາຍຄັ້ງຫຼາຍຫົນວ່າ ຄືນາຍສາຣະຖີທີ່ພຽງແຕ່ຄຸມຄັນບັງຄັບເສີຍຢູ່ ໃນເມື່ອມ້າແລະລົດ ແລະ ສິ່ງຕ່າງໆໄດ້ເປັນໄປຢ່າງຮຽບຮ້ອຍແລ້ວ ໃນອານາປານະສະຕິຂັ້ນທີ ໕ ແລະ ອານາປານະສະຕິຂັ້ນທີ ໑໑ ແລະຂັ້ນອື່ນໆອີກໂດຍປະຣິຍາຍ, (ເບິ່ງໜັງສືອານາປານະສະຕິພາວະນາ ຊຸດທັມມະໂຄສຂອງພຸດທະທາສ ທີ່ໜ້າ ໒໔໐ ໄປ) ເມື່ອຈິຕຕັ້ງໝັ້ນໂດຍໄນຍະທັງ ໒ ຄືທັງໂດຍໄນຍະແຫ່ງສະມະຖະແລະວິປັສະນາ ຜູ່ປະຕິບັຕມີໜ້າທີ່ແຕ່ພຽງຄວບຄຸມຄວາມຕັ້ງໝັ້ນນັ້ນ ໃຫ້ເປັນໄປເຊັ່ນນັ້ນຢູ່ຕະຫຼອດເວລາ ເປັນການເຜົາກິເລສຢູ່ໃນໂຕເລື້ອຍໄປ ຈົນກວ່າຈະສິ້ນສຸດ. ເພາະສະນັ້ນ ພຣະຜູ່ມີພຣະພາຄເຈົ້າຈຶ່ງຕຣັັດວ່າ “ພິກຂຸນັ້ນຍ່ອມເປັນຜູ່ເຂົ້າໄປເພັ່ງສະເພາະຊຶ່ງຈິຕ ອັນຕັ້ງໝັ້ນແລ້ວເຊັ່ນນັ້ນ ເປັນຢ່າງດີ” ດັ່ງນີ້).

ພິກຂຸ ທ. ! ສະໄໝໃດ ພິກຂຸເປັນຜູ່ເຂົ້າໄປເພັ່ງສະເພາະ ຊຶ່ງຈິຕອັນຕັ້ງໝັ້ນແລ້ວເຊັ່ນນັ້ນເປັນຢ່າງດີ ; ສະໄໝນັ້ນ ອຸເປກຂາສັມໂພຊຊົງຄ໌ ເປັນອັນວ່າ ພິກຂຸນັ້ນປາຣົບແລ້ວ ; ສະໄໝນັ້ນ ພິກຂຸນັ້ນຊື່ວ່າ ຍ່ອມຈະເຣີນອຸເປກຂາສັມໂພຊຊົງຄ໌ ;

ສະໄໝນັ້ນ ອຸເປກຂາສັມໂພຊຊົງຄ໌ຂອງພິກຂຸນັ້ນ ຊື່ວ່າເຖິງຄວາມເຕັມຮອບແຫ່ງການຈະເຣີນ.

(ຂໍ້ນີ້ອະທິບາຍວ່າ ອານາປານະສະຕິມີວັຕຖຸ ໑໖ ສົມບູນແລ້ວ ເມື່ອມີການເຂົ້າໄປເພັ່ງຊຶ່ງຈິຕ ອັນເປັນຂຶ້ນມາແລ້ວ ໃນຮ່ອງຮອຍແຫ່ງສະມະຖະ ແລະ ວິປັສະນາ ແລ້ວຄວບຄຸມຄວາມເປັນເຊັ່ນນັ້ນຢູ່ຕະຫຼອດເວລາ ເຮົາເອີ້ນວ່າຄວາມເພັ່ງໃນບ່ອນນີ້ ຫຼື ເອີ້ນໂດຍບາລີວ່າ ອຸເປກຂາ ຊຶ່ງແປວ່າເຂົ້າໄປເພັ່ງ ຫຼື ເຂົ້າໄປເບິ່ງຢູ່ຕະຫຼອດເວລາ ທີ່ຄວາມຕັ້ງໝັ້ນນັ້ນເຜົາໄໝ້ກິເລສ ແລະ ຂະນະທີ່

ກິເລສສູນສິ້ນໄປແລ້ວ ໃນທີ່ສຸດກໍເພັ່ງຄວາມທີ່ກິເລສດັບສິ້ນໄປນັ້ນເອງ ເປັນອາຣົມຂອງສະຕິ ຊຶ່ງມີໃນອານາປານະສະຕິຈະຕຸກກະທີ ໔ ຂັ້ນທ້າຍໆ ຄືຂັ້ນທີ ໑໔-໑໕-໑໖ ອັນເປັນຂັ້ນທີ່ສັມໂພຊຊົງຄ໌ທັງຫຼາຍ ໄດ້ເປັນໄປສົມບູນເຖິງທີ່ສຸດແທ້ໆ,

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະຕິ ໑໒໐໗

(ເບິ່ງໜັງສືອານາປານະສະຕິພາວະນາ ຊຸດທັມມະໂຄສຂອງພຸດທະທາສ ທີ່ໜ້າ ໓໙໒-໔໒໐ ໄປ) ເພາະເຫຕນັ້ນ ພຣະຜູ່ມີພຣະພາຄຈຶ່ງຕຣັດພຽງການເຕັມຮອບ ຂອງອຸເປກຂາສັມໂພຊຊົງຄ໌ ໃນຖານະທີ່ເປັນການປະຕິບັຕຂັ້ນສຸດທ້າຍ).

ພິກຂຸ ທ. ! ສະຕິປັຕຖານທັງ ໔ ອັນບຸຄຄົນຈະເຣີນແລ້ວ ເຮັດໃຫ້ຫຼາຍແລ້ວ ເຊັ່ນນີ້ແລ ຍ່ອມເຮັດໃຫ້ໂພຊຊົງຄ໌ທັງ ໗ ໃຫ້ບໍລິບູນໄດ້.

(ຂໍ້ນີ້ອະທິບາຍວ່າ ເມື່ອມີການຈະເຣີນອານາປານະສະຕິມີວັຕຖຸ ໑໖ ຢ່າງເຕັມທີ່ ກໍຊື່ວ່າມີການຈະເຣີນສະຕິປັຕຖານທັງ ໔ ຢ່າງເຕັມທີ່ ເມື່ອມີການຈະເຣີນສະຕິປັຕຖານທັງ ໔ ຢ່າງເຕັມທີ່ ກໍເປັນການຈະເຣີນໂພຊຊົງຄ໌ທັງ ໗ ຢ່າງເຕັມທີ່ ເປັນອັນວ່າໃນສິ່ງທັງ ໓ ນີ້ໂດຍພຶດຕິໄນ ເມື່ອກ່າວເຖິງສິ່ງໃດ ກໍເປັນອັນກ່າວເຖິງສິ່ງທີ່ກ່າວແລ້ວທັງ ໒ ທີ່ເຫຼືອໂດຍບໍ່ມີການທີ່ຈະຫຼີກລ່ຽງໄດ້).

- ອຸປຣິ. ມ. ໑໔/໑໙໗-໒໐໑/໒໙໐.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ