ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ເມື່ອໂພຊຊົງຄ໌ທັງ ໗ ສົມບູນແລ້ວ ຍ່ອມເປັນການງ່າຍທີ່ຈະເຮັດໃຫ້ວິຊຊາ ແລະ ວິມຸຕຕິໃຫ້ບໍລິບູນ ; ຫາກແຕ່ວ່າການຈະເຣີນໂພຊຊົງຄ໌ນັ້ນ ຈັກຕ້ອງເປັນໄປໂດຍຖືກວິທີຢ່າງຍິ່ງ ຊຶ່ງທ່ານຈໍາກັດຄວາມໄວ້ວ່າ ໂພຊຊົງຄ໌ທີ່ຈະເຣີນນັ້ນ ຕ້ອງອາໄສວິເວກ ອາໄສວິຣາຄະ ອາໄສນິໂຣດ ຊຶ່ງທັງ ໗ ຢ່າງນັ້ນ ນ້ອມໄປເພື່ອໂວສສັຄຄະ ກ່າວຄືການສະຫຼະ ຫຼື ການສະລັດສິ່ງທີ່ເຄີຍຢຶດຖືໄວ້ດ້ວຍອຸປາທານ ໂດຍປະການທັງປວງທໍ່ນັ້ນ. ອານາປານະສະຕິຂັ້ນທີ ໑໖ ເປັນໄປເພື່ອສິ່ງເຫຼົ່ານີ້ໂດຍກົງ ເພາະສະນັ້ນ ໂພຊຊົງຄ໌ຕ່າງໆທີ່ເກີດຂຶ້ນ ດ້ວຍການຈະເຣີນອານາປານະສະຕິ ຈຶ່ງເປັນໂພຊຊົງຄ໌ທີ່ກົງຕາມວັຕຖຸປະສົງ ໃນການທີ່ຈະເຮັດໃຫ້ວິຊຊາ ແລະ ວິມຸຕຕິໃຫ້ບໍຣິບູນ ດັ່ງທີ່ພຣະພຸດທະພາສິຕຕຣັດໄວ້ສືບຕໍ່ໄປວ່າ :

ໂພຊຊົງຄ໌ບໍລິບູນ ຍ່ອມເຮັດໃຫ້ວິຊຊາແລະວິມຸຕຕິໃຫ້ບໍລິບູນ

ພິກຂຸ ທ. ! ໂພຊຊົງຄ໌ທັງ ໗ ອັນບຸຄຄົນຈະເຣີນແລ້ວ ຝຶກໃຫ້ຫຼາຍແລ້ວ ແນວໃດໜໍ ຈຶ່ງຈະເຮັດໃຫ້ວິຊຊາ ແລະ ວິມຸຕຕິບໍລິບູນ ?

ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ຍ່ອມຈະເຣີນ ສະຕິສັມໂພຊຊົງຄ໌ ອັນອາໄສວິເວກ ອັນອາໄສວິຣາຄະ ອັນອາໄສນິໂຣດ ອັນນ້ອມໄປເພື່ອໂວສສັຄຄະ ;

ຍ່ອມຈະເຣີນ ທັມມະວິຈະຢະສັມໂພຊຊົງຄ໌ ອັນອາໄສວິເວກ ອັນອາໄສວິຣາຄະ ອັນອາໄສນິໂຣດ ອັນນ້ອມໄປເພື່ອໂວສສັຄຄະ ;

໑໒໐໘ ອະຣິຍະສັຈຈ໌ຈາກພຣະໂອຖະ

ຍ່ອມຈະເຣີນ ວິຣິຢະສັມໂພຊຊົງຄ໌ ອັນອາໄສວິເວກ ອັນອາໄສວິຣາຄະ ອັນອາໄສນິໂຣດ ອັນນ້ອມໄປເພື່ອໂວສສັຄຄະ ;

ຍ່ອມຈະເຣີນ ປີຕິສັມໂພຊຊົງຄ໌ ອັນອາໄສວິເວກ ອັນອາໄສວິຣາຄະ ອັນອາໄສ

ນິໂຣດ ອັນນ້ອມໄປເພື່ອໂວສສັຄຄະ ;

ຍ່ອມຈະເຣີນ ປັສສັດທິສັມໂພຊຊົງຄ໌ ອັນອາໄສວິເວກ ອັນອາໄສວິຣາຄະ ອັນອາໄສນິໂຣດ ອັນນ້ອມໄປເພື່ອໂວສສັຄຄະ ;

ຍ່ອມຈະເຣີນ ສະມາທິສັມໂພຊຊົງຄ໌ ອັນອາໄສວິເວກ ອັນອາໄສວິຣາຄະ ອັນອາໄສນິໂຣດ ອັນນ້ອມໄປເພື່ອໂວສສັຄຄະ ;

ຍ່ອມຈະເຣີນ ອຸເປກຂາສັມໂພຊຊົງຄ໌ ອັນອາໄສວິເວກ ອັນອາໄສວິຣາຄະ ອັນອາໄສນິໂຣດ ອັນນ້ອມໄປເພື່ອໂວສສັຄຄະ ;

ພິກຂຸ ທ. ! ໂພຊຊົງຄ໌ທັງ ໗ ອັນບຸຄຄົນຈະເຣີນແລ້ວ ຝຶກໃຫ້ຫຼາຍແລ້ວເຊັ່ນນີ້ແລ ຍ່ອມເຮັດໃຫ້ວິຊຊາ ແລະ ວິມຸຕຕິບໍລິບູນໄດ້ ດັ່ງນີ້.

- ອຸປຣິ. ມ. ໑໔/໒໐໑/໒໙໑

ໝວດ ງ. ວ່າດ້ວຍ ຫຼັກການປະຕິບັຕຂອງສັມມາສະຕິ

ການຝຶກສະຕິໃນຮູບແຫ່ງກາຢານຸປັສສະນາ

໑. ຕາມໄນຍະແຫ່ງອານາປານະສະຕິສູຕ

ພິກຂຸ ທ. ! ສະໄໝໃດ ພິກຂຸ (໑) ເມື່ອຫາຍໃຈເຂົ້າຍາວ ກໍຮູ້ສຶກໂຕທົ່ວເຖິງ ວ່າເຮົາຫາຍໃຈເຂົ້າຍາວ ດັ່ງນີ້, ຫຼືວ່າ ເມື່ອຫາຍໃຈອອກຍາວ ກໍຮູ້ສຶກໂຕທົ່ວເຖິງວ່າເຮົາຫາຍໃຈອອກຍາວ ດັ່ງນີ້ກໍດີ ; (໒) ເມື່ອຫາຍໃຈເຂົ້າສັ້ນ ກໍຮູ້ສຶກໂຕທົ່ວເຖິງ

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະຕິ ໑໒໐໙

ວ່າເຮົາຫາຍໃຈເຂົ້າສັ້ນ ດັ່ງນີ້, ຫຼືວ່າ ເມື່ອຫາຍໃຈອອກສັ້ນ ກໍຮູ້ສຶກໂຕທົ່ວເຖິງວ່າເຮົາຫາຍໃຈອອກສັ້ນ ດັ່ງນີ້ກໍດີ ; (໓) ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ ຮູ້ພ້ອມສະເພາະຊຶ່ງກາຍທັງປວງ ຫາຍໃຈເຂົ້າ ດັ່ງນີ້ ; ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ຮູ້ພ້ອມສະເພາະຊຶ່ງກາຍທັງປວງ ຫາຍໃຈອອກ ດັ່ງນີ້ ; (໔) ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ເຮັດ ກາຢະສັງຂາຣໃຫ້ລະງັບຢູ່ ຈັກຫາຍໃຈເຂົ້າ ດັ່ງນີ້ ; ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ເຮັດກາຢະສັງຂາຣໃຫ້ລະງັບຢູ່ ຈັກຫາຍໃຈອອກ ດັ່ງນີ້ ; ພິກຂຸ ທ. ! ສະໄໝນັ້ນ ພິກຂຸຊືື່ວ່າເປັນຜູ່ ຕາມເຫັນກາຍໃນກາຍ໑ ຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ຖອນປະພິຊຊາ ແລະ ໂທມະນັສສະ ໃນໂລກອອກເສຍໄດ້.

ພິກຂຸ ທ. ! ເຮົາຍ່ອມກ່າວລົມຫາຍໃຈເຂົ້າ ແລະ ລົມຫາຍໃຈອອກ ວ່າເປັນກາຍອັນໜຶ່ງໆ ໃນກາຍທັງຫຼາຍ. ພິກຂຸ ທ. ! ເພາະເຫຕນັ້ນໃນເລື່ອງນີ້ ພິກຂຸນັ້ນຍ່ອມຊື່ວ່າ ເປັນຜູ່ຕາມເຫັນກາຍໃນກາຍຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ຖອນອະພິຊຊາ ແລະ ໂທມະນັສສະ ໃນໂລກອອກເສຍໄດ້ ໃນສະໄໝນັ້ນ.

ຕາມໄນຍະແຫ່ງມະຫາສະຕິປັຕຖານສູຕ

ພິກຂຸ ທ. ! ພິກຂຸເປັນຜູ່ມີປົກກະຕິພິຈາຣະນາເຫັນກາຍໃນກາຍຢູ່ ນັ້ນເປັນແນວໃດໜໍ ?

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ