ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ສະໄໝໃດ ທັງກາຍແລະທັງຈິຕຂອງພິກຂຸ ຜູ່ມີໃຈປະກອບດ້ວຍປີຕິຍ່ອມລະງັບ ; ສະໄໝນັ້ນ ປັສສັດທິສັມໂພຊຊົງຄ໌ ກໍເປັນອັນວ່າພິກຂຸນັ້ນປາຣົບແລ້ວ ; ສະໄໝນັ້ນພິກຂຸນັ້ນ ຍ່ອມຊື່ວ່າຈະເຣີນປັສສັດທິສັມໂພຊຊົງຄ໌ ; ສະໄໝນັ້ນ ປັສສັດທິສັມໂພຊຊົງຄ໌ຂອງພິກຂຸນັ້ນ ຊື່ວ່າເຖິງຄວາມເຕັມຮອບແຫ່ງການຈະເຣີນ. ພິກຂຸນັ້ນເມື່ອມີກາຍອັນລະງັບແລ້ວ ມີຄວາມສຸຂຢູ່ ຈິຕຍ່ອມຕັ້ງໝັ້ນເປັນສະມາທິ.

(ຂໍ້ນີ້ອະທິບາຍວ່າ ໃນການຈະເຣີນອານາປານະສະຕິມີວັຕຖຸ ໑໖ ຍ່ອມປະກອບຢູ່ດ້ວຍຄວາມເປັນສັມໂພຊຊົງຄ໌ຕ່າງໆ ໂດຍໄນຍະດັ່ງທີ່ກ່າວແລ້ວເບື້ອງຕົ້ນ ຈົນວ່າເຖິງປັສສັດທິສັມໂພຊຊົງຄ໌ ກ່າວຄື ຄວາມລະງັບທັງກາຍ ແລະ ຈິຕ ສິ່ງທີ່ເອີ້ນວ່າຄວາມສຸຂມີລວມຢູ່ນໍາ ໃນຄວາມລະງັບນັ້ນ ບໍ່ຈໍາເປັນຈະຕ້ອງແຍກອອມາເປັນໂພຊຊົງຄ໌ອີກຕ່າງຫາກ. ເມື່ອກາຍລະງັບກໍສຸຂກາຍ, ເມື່ອໃຈລະງັບ ກໍສຸຂໃຈ ສະນັ້ນຄວາມສຸຂຈຶ່ງຖືກນັບລວມຢູ່ດ້ວຍໃນຄວາມລະງັບ ; ເມື່ອມີຄວາມລະງັບແລ້ວ ຈິຕຍ່ອມມີຄວາມຕັ້ງໝັ້ນຊຶ່ງເອີ້ນວ່າສະມາທິ. ຄວາມລະງັບທີ່ເປັນອົງຄ໌ຊານ ໝາຍເຖິງປີຕິ ແລະ ສຸຂ ເຮັດໃຫ້ຈິຕຕັ້ງໝັ້ນຢ່າງສະມະຖະ, ຄວາມລະງັບທີ່ເກີດມາຈາກຄວາມເຫັນ ອະນິຈຈັງ ທຸກຂັງ ອະນັຕຕາ ຍ່ອມເຮັດໃຫ້ຈິຕຕັ້ງໝັ້ນ ໂດຍໄນຍະແຫ່ງວິປັສສະນາ ; ເມື່ອລວມກັນທັງຄວາມຕັ້ງໝັ້ນ ໂດຍໄນຍະແຫ່ງສະມະຖະ ແລະ ໂດຍໄນຍະແຫ່ງວິປັສສະນາ ຍ່ອມເປັນຄວາມຕັ້ງໝັ້ນທີ່ສົມບູນ ຊຶ່ງເອີ້ນວ່າຄວາມຕັ້ງໝັ້ນໃນບ່ອນນີ້. ອານາປານະສະຕິຂັ້ນທີໜຶ່ງເຖິງທີສີ່ ມີຄວາມຕັ້ງໝັ້ນໂດຍໄນຍະແຫ່ງສະມະຖະ ອານາປານະສະຕິຂັ້ນທີ ໕ ຂຶ້ນໄປ ເປັນຕົ້ນ. (ເບິ່ງໜັງສືອານາປານະສະຕິພາວະນາ ຊຸດທັມມະໂຄສຂອງພຸດທະທາສ ທີ່ໜ້າ ໒໔໐ ໄປ) ມີຄວາມຕັ້ງໝັ້ນໂດຍໄນຍະແຫ່ງວິປັສສະນາ ເພາະທຸກຂັ້ນເຮັດໃຫ້ເກີດຄວາມລະງັບ ເພາະເຫຕນັ້ນພຣະ

ຜູ່ມີພຣະພາກເຈົ້າ ຈຶ່ງຕຣັດວ່າ “ພິກຂຸນັ້ນເມື່ອມີກາຍອັນລະງັບແລ້ວ ມີຄວາມສຸຂຢູ່ ຈິຕຍ່ອມຕັ້ງໝັ້ນ” ດັ່ງນີ້).

ພິກຂຸ ທ. ! ສະໄໝໃດ ຈິຕຂອງພິກຂຸຜູ່ມີກາຍອັນລະງັບແລ້ວ ມີຄວາມສຸຂຢູ່ ຍ່ອມເປັນຈິຕຕັ້ງໝັ້ນ ; ສະໄໝນັ້ນ ສະມາທິສັມໂພຊຊົງຄ໌ ກໍເປັນອັນວ່າພິກຂຸນັ້ນປາຣົບແລ້ວ ; ສະໄໝນັ້ນພິກຂຸນັ້ນ ຊື່ວ່າຍ່ອມຈະເຣີນສະມາທິສັມໂພຊຊົງຄ໌ ; ສະໄໝນັ້ນ ສະມາທິສັມໂພຊຊົງຄ໌ຂອງພິກຂຸນັ້ນ ຊື່ວ່າເຕັມຮອບແຫ່ງການຈະເຣີນ. ພິກຂຸນັ້ນຍ່ອມເປັນຜູ່ເຂົ້າໄປເພັ່ງສະເພາະ ຊຶ່ງຈິຕອັນຕັ້ງໝັ້ນແລ້ວເຊັ່ນນັ້ນ ເປັນຢ່າງດີ.

໑໒໐໖ ອະຣິຍະສັຈຈ໌ຈາກພຣະໂອຖະ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ