ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ເມື່ອເປັນເຊັ່ນນັ້ນ ການຢູ່ຄຸກຄີສັບປົນກັນໃນໝູ່ຄົນກໍຈະມີຂຶ້ນ ເມື່ອມີການຢູ່ຄຸກຄີສັບປົນກັນໃນໝູ່ຄົນ ຈະມະນະສິກາຣະເຖິງຄໍາສອນຂອງທ່ານຜູ່ຮູ້ທັງຫຼາຍນັ້ນ ບໍ່ເຮັດໄດ້ສະດວກເລີຍ ; ແລະ ຍັງຈະເສບເສນາສະນະອັນມິດງຽບ ຊຶ່ງເປັນປ່າເລົ່າ ກໍບໍ່ເຮັດໄດ້ງ່າຍເລີຍ. ກ່ອນແຕ່ສິ່ງອັນບໍ່ເປັນທີ່ຕ້ອງການ ບໍ່ໜ້າຮັກໄຄ່ ບໍ່ໜ້າພໍໃຈ (ຄືອາຫາຣຫາຍາກ) ນັ້ນຈະມາເຖິງເຮົາ ເຮົາຈະຮີບຕັ້ງຄວາມພຽນ ເພື່ອເຖິງສິ່ງທີ່ຍັງບໍ່ເຖິງ ເພື່ອບັນລຸສິ່ງທີ່ຍັງບໍ່ບັນລຸ ເພື່ອເຮັດໃຫ້ແຈ້ງສິ່ງທີ່ຍັງບໍ່ເຮັດໃຫ້ແຈ້ງເສຍໂດຍໄວ ຊຶ່ງເປັນສິ່ງທີ່ເຮັດໃຫ້ຜູ່ເຖິງແລ້ວ ຈະຢູ່ເປັນຜາສຸກ ແມ່ນວ່າໃນຍາມທີ່ເກີດທຸບພິກຂະພັຍ” ດັ່ງນີ້.
໔. ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ພິກຂຸພິຈາຣະນາເຫັນແຈ່ມແຈ້ງວ່າ “ບັດນີ້
ຄົນທັງຫຼາຍສະໝານສາມັກຄີຊື່ນບານຕໍ່ກັນ ບໍ່ຜິດຖຽງກັນ ເຂົ້າກັນໄດ້ດຸດດັ່ງນົມປະສົມກັບນໍ້າ ຫຼຽວແລກັນດ້ວຍສາຍຕາແຫ່ງຄົນທີ່ຮັກໄຄ່ກັນ ເປັນຢູ່ ; ແຕ່ຈະມີຈັກຍາມໜຶ່ງທີ່ ພັຍ ຄືໂຈຣປ່າກໍາເລີບ ຊາວຊົນນະບົດຜູ່ເນື່ອງຢູ່ໃນອານາຈັກ ແຕກກະຈັດກະຈາຍແຍກຍ້າຍກັນໄປ, ເມື່ອມີພັຍເຊັ່ນນີ້ ບ່ອນໃດປອດພັຍ ຄົນທັງຫຼາຍກໍອົບພະຍົກກັນໄປບ່ອນນັ້ນ, ເມື່ອເປັນເຊັ່ນນັ້ນ ການຢູ່ຄຸກຄີສັບປົນກັນໃນໝູ່ຄົນກໍຈະມີຂຶ້ນ ເມື່ອມີການຢູ່ຄຸກຄີສັບປົນກັນໃນໝູ່ຄົນ ຈະມະນະສິກາຣະເຖິງຄໍາສອນຂອງທ່ານຜູ່ຮູ້ທັງຫຼາຍນັ້ນ ບໍ່ເຮັດໄດ້ສະດວກເລີຍ ; ແລະ ຍັງຈະເສບເສນາສະນະອັນມິດງຽບ ຊຶ່ງເປັນປ່າເລົ່າ ກໍບໍ່ເຮັດໄດ້ງ່າຍເລີຍ. ກ່ອນແຕ່ສິ່ງອັນບໍ່ເປັນທີ່ຕ້ອງການ ບໍ່ໜ້າຮັກໄຄ່ ບໍ່ໜ້າພໍໃຈ (ຄືໂຈຣະພັຍ) ນັ້ນຈະມາເຖິງເຮົາ ເຮົາຈະຮີບຕັ້ງຄວາມພຽນ ເພື່ອເຖິງສິ່ງທີ່ຍັງບໍ່ເຖິງ ເພື່ອບັນລຸສິ່ງທີ່ຍັງບໍ່ບັນລຸ ເພື່ອເຮັດໃຫ້ແຈ້ງສິ່ງທີ່ຍັງບໍ່ເຮັດໃຫ້ແຈ້ງເສຍໂດຍໄວ ຊຶ່ງເປັນສິ່ງທີ່ເຮັດໃຫ້ຜູ່ເຖິງແລ້ວ ຈະຢູ່ເປັນຜາສຸກ ແມ່ນວ່າໃນຍາມທີ່ເກີດໂຈຣະພັຍ” ດັ່ງນີ້.
໕. ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ພິກຂຸພິຈາຣະນາເຫັນແຈ່ມແຈ້ງວ່າ “ບັດນີ້ສົງຄ໌ສາມັກຄີປອງດອງກັນ ບໍ່ຜິດຖຽງກັນ ມີອຸດເທສດຽວກັນ ຢູ່ເປັນຜາສຸກ ; ແຕ່ຈະມີຈັກຍາມໜຶ່ງທີ່ ສົງຄ໌ແຕກກັນ, ເມື່ອສົງຄ໌ແຕກກັນແລ້ວ ຈະມະນະສິກາຣະເຖິງຄໍາສອນຂອງທ່ານຜູ່ຮູ້ທັງຫຼາຍນັ້ນ ບໍ່ເຮັດໄດ້ສະດວກເລີຍ ;
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາວາຢາມະ ໑໑໖໑
ແລະ ຍັງຈະເສບເສນາສະນະອັນມິດງຽບ ຊຶ່ງເປັນປ່າເລົ່າ ກໍບໍ່ເຮັດໄດ້ງ່າຍເລີຍ. ກ່ອນແຕ່ສິ່ງອັນບໍ່ເປັນທີ່ຕ້ອງການ ບໍ່ໜ້າຮັກໄຄ່ ບໍ່ໜ້າພໍໃຈ (ຄືສົງຄ໌ແຕກກັນ) ນັ້ນຈະມາເຖິງເຮົາ ເຮົາຈະຮີບຕັ້ງຄວາມພຽນ ເພື່ອເຖິງສິ່ງທີ່ຍັງບໍ່ເຖິງ ເພື່ອບັນລຸສິ່ງທີ່ຍັງບໍ່ບັນລຸ ເພື່ອເຮັດໃຫ້ແຈ້ງສິ່ງທີ່ຍັງບໍ່ເຮັດໃຫ້ແຈ້ງເສຍໂດຍໄວ ຊຶ່ງເປັນສິ່ງທີ່ເຮັດໃຫ້ຜູ່ເຖິງແລ້ວ ຈະຢູ່ເປັນຜາສຸກ ແມ່ນວ່າໃນຍາມເມື່ອສົງຄ໌ແຕກກັນ” ດັ່ງນີ້.
ພິກຂຸ ທ. ! ພັຍໃນອະນາຄົຕ ໕ ປະການເຫຼົ່ານີ້ແລ ຊຶ່ງພິກຂຸຜູ່ມອງເຫັນຢູ່ ຄວນແທ້ທີ່ຈັກເປັນຜູ່ບໍ່ປະມາດ ມີຄວາມພຽນເຜົາກິເລສ ມີຕົນສົ່ງໄປແລ້ວ ຊຶ່ງການເຮັດເຊັ່ນນັ້ນຢູ່ຕະຫຼອດໄປ ເພື່ອເຖິງສິ່ງທີ່ຍັງບໍ່ເຖິງ ເພື່ອບັນລຸສິ່ງທີ່ຍັງບໍ່ບັນລຸ ເພື່ອເຮັດໃຫ້ແຈ້ງສິ່ງທີ່ຍັງບໍ່ເຮັດໃຫ້ແຈ້ງ ເສຍໂດຍໄວ.
- ປັນຈກ. ອັງ. ໒໒/໑໑໗/໗໘.
ການຕັ້ງຄວາມພຽນແຂ່ງກັບອະນາຄົຕພັຍ
(ອີກໄນຍະໜຶ່ງ)
ພິກຂຸ ທ. ! ພັຍໃນອະນາຄົຕເຫຼົ່ານີ້ມີຢູ່ ໕ ປະການ ຊຶ່ງພິກຂຸຢູ່ປ່າມອງເຫັນຢູ່ ຄວນແທ້ທີ່ຈັກເປັນຜູ່ບໍ່ປະມາດ ມີຄວາມພຽນເຜົາກິເລສ ມີຕົນສົ່ງໄປແລ້ວໃນການເຮັດເຊັ່ນນັ້ນຢູ່ຕະຫຼອດໄປ ເພື່ອເຖິງສິ່ງທີ່ຍັງບໍ່ເຖິງ ເພື່ອບັນລຸສິ່ງທີ່ຍັງບໍ່ບັນລຸ ເພື່ອເຮັດໃຫ້ແຈ້ງສິ່ງທີ່ຍັງບໍ່ເຮັດໃຫ້ແຈ້ງເສຍໂດຍໄວ. ໄພໃນອະນາຄົຕ ໕ ປະການນັ້ນມີຫຍັງແດ່ໜໍ ? ຫ້າປະການຄື :








