ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

໑. ພິກຂຸຜູ່ຢູ່ປ່າໃນກໍລະນີນີ້ ພິຈາຣະນາເຫັນແຈ່ມແຈ້ງວ່າ “ບັດນີ້ເຮົາຢູ່ຜູ່ດຽວໃນປ່າ ງູພິດ ຫຼື ແມງເງົາ ຫຼື ຂີ້ເຂັບ ອາດຈະຂົບຕອດເຮົາ ຜູ່ຢູ່ຜູ່ດຽວໃນປ່າ, ກາລະກິລິຍາຂອງເຮົາອາດຈະມີໄດ້ເພາະເຫຕນັ້ນ, ອັນຕະລາຍອັນນັ້ນອາດຈະມີແກ່ເຮົາ, ເຮົາຈະຮີບຕັ້ງຄວາມພຽນ ເພື່ອເຖິງສິ່ງທີ່ຍັງບໍ່ເຖິງ ເພື່ອບັນລຸສິ່ງທີ່ຍັງບໍ່ບັນລຸ ເພື່ອທັມໃຫ້ແຈ້ງສິ່ງທີ່ຍັງບໍ່ທັມໃຫ້ແຈ້ງເສຍ” ດັ່ງນີ້.

໑໑໖໒ ອະຣິຍະສັຈຈ໌ຈາກພຣະໂອຖະ

໒. ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ພິກຂຸຜູ່ຢູ່ປ່າໃນກໍລະນີນີ້ ພິຈາຣະນາເຫັນແຈ່ມແຈ້ງວ່າ “ບັດນີ້ເຮົາຢູ່ຜູ່ດຽວໃນປ່າ ກໍເມື່ອເຮົາຢູ່ຜູ່ດຽວໃນປ່າ ເຮົາອາດຈະພະລາດລົ້ມແດ່ ອາຫາຣທີ່ເຮົາບໍຣິໂພຄແລ້ວ ອາດຈະເກີດເປັນພິດແດ່ ນໍ້າບີຂອງເຮົາກໍາເລີບແດ່ ເສຫະຂອງເຮົາກໍາເລີບແດ່ ລົມສັຕຖະກະວາຕະຂອງເຮົາກໍາເລີບແດ່, ກາລະກິລິຍາຂອງເຮົາອາດຈະມີໄດ້ເພາະເຫຕນັ້ນ, ອັນຕະລາຍອັນນັ້ນອາດຈະມີແກ່ເຮົາ, ເຮົາຈະຮີບຕັ້ງຄວາມພຽນເພື່ອເຖິງສິ່ງທີ່ຍັງບໍ່ເຖິງ ເພື່ອບັນລຸສິ່ງທີ່ຍັງບໍ່ບັນລຸ ເພື່ອເຮັດໃຫ້ແຈ້ງສິ່ງທີ່ຍັງບໍ່ເຮັດໃຫ້ແຈ້ງເສຍ” ດັ່ງນີ້.

໓. ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ພິກຂຸຜູ່ຢູ່ປ່າ ພິຈາຣະນາເຫັນແຈ່ມແຈ້ງວ່າ “ບັດນີ້ເຮົາຢູ່ຜູ່ດຽວໃນປ່າ ກໍເມື່ອເຮົາຢູ່ຜູ່ດຽວໃນປ່າ ອາດຈະ ມາຮ່ວມທາງກັນກັບສັຕທັງຫຼາຍ ມີສິງ ເສືອໂຄ່ງ ເສືອເຫຼືອງ ໝີ ຫຼື ເສືອດາວ, ສັຕຮ້າຍເຫຼົ່ານັ້ນ ອາດຈະດັບ

ຊີວິຕເຮົາເສຍ, ກາລະກິລິຍາຂອງເຮົາອາດຈະມີໄດ້ເພາະເຫຕນັ້ນ, ອັນຕະລາຍອັນນັ້ນອາດຈະມີແກ່ເຮົາ, ເຮົາຈະຮີບຕັ້ງຄວາມພຽນເພື່ອເຖິງສິ່ງທີ່ຍັງບໍ່ເຖິງ ເພື່ອບັນລຸສິ່ງທີ່ຍັງບໍ່ບັນລຸ ເພື່ອເຮັດໃຫ້ແຈ້ງສິ່ງທີ່ຍັງບໍ່ເຮັດໃຫ້ແຈ້ງເສຍ” ດັ່ງນີ້.

໔. ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ພິກຂຸຜູ່ຢູ່ປ່າ ພິຈາຣະນາເຫັນແຈ່ມແຈ້ງວ່າ “ບັດນີ້ເຮົາຢູ່ຜູ່ດຽວໃນປ່າ ກໍເມື່ອເຮົາຢູ່ຜູ່ດຽວໃນປ່າ ອາດຈະ ມາຮ່ວມທາງກັນກັບພວກ

ຜູ່ຮ້າຍອ້າຍໂຈຣ ຊຶ່ງສ້າງໂຈຣະກັມມາແລ້ວ ຫຼື ຍັງບໍ່ໄດ້ເຮັດ (ແຕ່ກຽມຈະໄປເຮັດ) ກໍຕາມ, ພວກຜູ່ຮ້າຍເຫຼົ່ານັ້ນອາດຈະປິດຊີວິຕເຮົາເສຍ, ກາລະກິລິຍາຂອງເຮົາອາດຈະມີໄດ້ເພາະເຫຕນັ້ນ, ອັນຕະລາຍອັນນັ້ນອາດຈະມີແກ່ເຮົາ, ເຮົາຈະຮີບຕັ້ງຄວາມພຽນເພື່ອເຖິງສິ່ງທີ່ຍັງບໍ່ເຖິງ, ເພື່ອບັນລຸສິ່ງທີ່ຍັງບໍ່ບັນລຸ, ເພື່ອທັມໃຫ້ແຈ້ງສິ່ງທີ່ຍັງບໍ່ທັມໃຫ້ແຈ້ງເສຍ” ດັ່ງນີ້.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາວາຢາມະ ໑໑໖໓

໕. ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ພິກຂຸຜູ່ຢູ່ປ່າ ພິຈາຣະນາເຫັນແຈ້ງວ່າ “ບັດນີ້ເຮົາຢູ່ຜູ່ດຽວໃນປ່າ ກໍເມື່ອເຮົາຢູ່ຜູ່ດຽວໃນປ່າ ພວກມະນຸສໂຫດຮ້າຍກໍມີຢູ່ໃນປ່າ ພວກມັນອາດຈະດັບຊີວິຕເຮົາເສຍ, ກາລະກິລິຍາຂອງເຮົາ ອາດຈະມີໄດ້ເພາະເຫຕນັ້ນ, ອັນຕະລາຍອັນນັ້ນອາດຈະມີແກ່ເຮົາ, ເຮົາຈະຮີບຕັ້ງຄວາມພຽນເພື່ອເຖິງສິ່ງທີ່ຍັງບໍ່ເຖິງ ເພື່ອບັນລຸສິ່ງທີ່ຍັງບໍ່ບັນລຸ ເພື່ອເຮັດໃຫ້ແຈ້ງສິ່ງທີ່ຍັງບໍ່ເຮັດໃຫ້ແຈ້ງເສຍ” ດັ່ງນີ້.

ພິກຂຸ ທ. ! ພັຍໃນອະນາຄົຕ ໕ ປະການເຫຼົ່ນີ້ແລ ຊຶ່ງພິກຂຸຜູ່ຢູ່ປ່າມອງເຫັນຢູ່ ຄວນແທ້ທີ່ຈະເປັນຜູ່ບໍ່ປະມາດ ມີຄວາມພຽນເຜົາກິເລສ ມີຕົນສົ່ງໄປແລ້ວໃນການເຮັດເຊັ່ນນັ້ນຕະຫຼອດໄປ ເພື່ອເຖິງສິ່ງທີ່ຍັງບໍ່ເຖິງ ເພື່ອບັນລຸສິ່ງທີ່ຍັງບໍ່ບັນລຸ ເພື່ອເຮັດໃຫ້ແຈ້ງສິ່ງທີ່ຍັງບໍ່ເຮັດໃຫ້ແຈ້ງເສຍໂດຍໄວ.

- ປັນຈກ. ອັງ. ໒໒/໑໑໕/໗໗.

ບົດອະທິຖານຈິຕເພື່ອຕັ້ງຄວາມພຽນ

ພິກຂຸ ທ. ! ເຮົາຍັງຮູ້ສຶກໄດ້ຢູ່ຊຶ່ງທັມ ໒ ຢ່າງຄື : ຄວາມບໍ່ຮູ້ຈັກອີ່ມຈັກພໍ (ສັນໂດດ) ໃນກຸສົລທັມທັງຫຼາຍ ແລະ ຄວາມເປັນຜູ່ບໍ່ຖອຍກັບ (ອັປປະຕິວານີ) ໃນການຕັ້ງຄວາມພຽນ.

ພິກຂຸ ທ. ! ເຮົາຍ່ອມຕັ້ງໄວ້ຊຶ່ງຄວາມພຽນອັນບໍ່ຖອຍກັບ (ດ້ວຍການອະທິຖານຈິຕ) ວ່າ “ຈົ່ງເຫຼືອຢູ່ແຕ່ໜັງ ເອັນ ກະດູກທໍ່ນັ້ນ, ຊີ້ນເນື້ອ ແລະເລືອດໃນສະຣີຣະຈະເຫືອດແຫ້ງໄປ ; ປະໂຍຊນ໌ໃດ ອັນບຸຄຄົນຈະບັນລຸໄດ້ດ້ວຍກໍາລັງ ດ້ວຍຄວາມພຽນ ດ້ວຍຄວາມບາກບັ່ນ ຂອງບຸຣຸສ, ຍັງບໍ່ບັນລຸປະໂຍຊນ໌ນັ້ນແລ້ວ ຈັກຢຸດຄວາມພຽນເສຍເປັນບໍ່ມີ” ດັ່ງນີ້.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ