ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ສິບປະການແນວໃດໜໍ ? ສິບປະການຄື : ອະນິຈຈະສັນຍາ ອະນັຕຕະສັນຍາ ມະຣະນະສັນຍາ ອາຫາເຣປະຕິກູລະສັນຍາ ສັບພະໂລເກອະນະພິຣະຕະສັນຍາ ອັຕຖິກະສັນຍາ (ຄວາມສໍາຄັນຮູ້ໃນສົບມີແຕ່ກະດູກ) ປຸລະວະກະສັນຍາ (ຄວາມສໍາຄັນຮູ້ໃນສົບມີແຕ່ໜອນ) ວິນີລະກະສັນຍາ (ຄວາມສໍາຄັນຮູ້ໃນສົບຂຶ້ນຂຽວ) ວິຈສິທທະກະສັນຍາ (ຄວາມສໍາຄັນຮູ້ໃນສົບເປັນອັນໆຕ່ອນໆ) ອຸດດຸມາຕະກະສັນຍາ (ຄວາມສໍາຄັນຮູ້ໃນສົບຂຶ້ນອືດ).
ພິກຂຸ ທ. ! ສັນຍາ ໑໐ ປະການເຫຼົ່ານີ້ ອັນບຸຄຄົນຈະເຣີນ ເຮັດໃຫ້ຫຼາຍແລ້ວ ຍ່ອມມີຜົລໃຫຍ່ ມີອານິສົງສ໌ໃຫຍ່ ຢັ່ງລົງສູ່ອະມະຕະ ມີອະມະຕະເປັນປະຣິໂຍສານ.
- ທສກ. ອັງ. ໒໔/໑໑໒-໑໑໓/໕໗.
ການຕັ້ງຄວາມພຽນແຂ່ງກັບອະນາຄົຕພັຍ
ພິກຂຸ ທ. ! ພັຍໃນອະນາຄົຕເຫຼົ່ານີ້ມີຢູ່ ໕ ປະການ ຊຶ່ງພິກຂຸຜູ່ມອງເຫັນຢູ່ ຄວນແທ້ທີ່ຈັກເປັນຜູ່ບໍ່ປະມາດ ມີຄວາມພຽນເຜົາກິເລສ ມີຕົນສົ່ງໄປແລ້ວຊຶ່ງການເຮັດເຊັ່ນນັ້ນຢູ່ຕະຫຼອດໄປ, ເພື່ອເຖິງສິ່ງທີ່ຍັງບໍ່ເຖິງ ເພື່ອບັນລຸສິ່ງທີ່ຍັງບໍ່ບັນລຸ ເພື່ອເຮັດໃຫ້ແຈ້ງສິ່ງທີ່ຍັງບໍ່ເຮັດໃຫ້ແຈ້ງເສຍໂດຍໄວ ພັຍໃນອະນາຄົຕ ໕ ປະການນັ້ນມີຫຍັງແດ່ໜໍ ? ຫ້າປະການຄື :
໑. ພິກຂຸໃນກໍລະນີນີ້ ພິຈາຣະນາເຫັນແຈ່ມແຈ້ງວ່າ “ບັດນີ້ ເຮົາຍັງໜຸ່ມ ຍັງອ່ອນໄວ ຍັງໄວຄະນອງ ມີຜົມຍັງດໍາກ້ຽງ ຕັ້ງຢູ່ໃນໄວກໍາລັງຈະເຣີນ ຄືປະຖົມໄວ ;
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາວາຢາມະ ໑໑໕໙
ແຕ່ຈະມີຈັກຍາມໜຶ່ງ ທີ່ ຄວາມແກ່ ຈະມາເຖິງຮ່າງກາຍນີ້, ກໍຄົນແກ່ຖືກຄວາມຊະຣາຄອບງໍາແລ້ວ ຈະມະນະສິກາຣະເຖິງຄໍາສອນຂອງທ່ານຜູ່ຮູ້ທັງຫຼາຍນັ້ນ ບໍ່ເຮັດໄດ້ສະດວກເລີຍ ; ແລະ ຍັງຈະເສບເສນາສະນະອັນມິດງຽບ ຊຶ່ງເປັນປ່າເລົ່າ ກໍບໍ່ເຮັດໄດ້ງ່າຍເລີຍ. ກ່ອນແຕ່ສິ່ງອັນບໍ່ເປັນບ່ອນຕ້ອງການ ບໍ່ໜ້າຮັກໄຄ່ ບໍ່ໜ້າພໍໃຈ (ຄືຄວາມແກ່) ນັ້ນຈະມາເຖິງເຮົາ ເຮົາຈະຮີບຕັ້ງຄວາມພຽນ ເພື່ອເຖິງສິ່ງທີ່ຍັງບໍ່ເຖິງ ເພື່ອບັນລຸສິ່ງທີ່ຍັງບໍ່ບັນລຸ ເພື່ອເຮັດໃຫ້ແຈ້ງສິ່ງທີ່ຍັງບໍ່ເຮັດໃຫ້ແຈ້ງເສຍໂດຍໄວ ຊຶ່ງເປັນສິ່ງທີ່ເຮັດໃຫ້ຜູ່ເຖິງແລ້ວ ແມ່ນວ່າຈະແກ່ເຖົ້າ ກໍຈະຢູ່ເປັນຜາສຸກ” ດັ່ງນີ້.
໒. ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ພິກຂຸພິຈາຣະນາເຫັນແຈ່ມແຈ້ງວ່າ “ບັດນີ້ເຮົາມີອາພາດໜ້ອຍ ມີໂຣຄາໜ້ອຍ ມີໄຟທາຕໃຫ້ຄວາມອົບອຸ່ນສະໝໍ່າສະເໝີ ບໍ່ເຢັນຫຼາຍ ບໍ່ຮ້ອນໂພດ ພໍປານກາງ ຄວນແກ່ການຕັ້ງຄວາມພຽນ ; ແຕ່ຈະມີຈັກຍາມໜຶ່ງທີ່ ຄວາມເຈັບໄຂ້ ຈະມາເຖິງຮ່າງກາຍນີ້, ກໍຄົນທີ່ເຈັບໄຂ້ຖືກພະຍາດຄອບງໍາແລ້ວ ຈະມະນະສິກາຣະເຖິງຄໍາສອນຂອງທ່ານຜູ່ຮູ້ທັງຫຼາຍນັ້ນ ບໍ່ເຮັດໄດ້ສະດວກເລີຍ ; ແລະ ຍັງຈະເສບເສນາສະນະອັນມິດງຽບ ຊຶ່ງເປັນປ່າເລົ່າ ກໍບໍ່ເຮັດໄດ້ງ່າຍເລີຍ. ກ່ອນແຕ່ສິ່ງອັນບໍ່ເປັນທີ່ຕ້ອງການ ບໍ່ໜ້າຮັກໄຄ່ ບໍ່ໜ້າພໍໃຈ (ຄືຄວາມເຈັບໄຂ້) ນັ້ນຈະມາເຖິງເຮົາ ເຮົາຈະຮີບຕັ້ງຄວາມພຽນ ເພື່ອເຖິງສິ່ງທີ່ຍັງບໍ່ເຖິງ ເພື່ອບັນລຸສິ່ງທີ່ຍັງບໍ່ບັນລຸ ເພື່ອເຮັດໃຫ້ແຈ້ງສິ່ງທີ່ຍັງບໍ່ເຮັດໃຫ້ແຈ້ງເສຍໂດຍໄວ ຊຶ່ງເປັນສິ່ງທີ່ເຮັດໃຫ້ຜູ່ເຖິງແລ້ວ ແມ່ນວ່າຈະເຈັບໄຂ້ ກໍຈະຢູ່ເປັນຜາສຸກ” ດັ່ງນີ້.
໓. ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ພິກຂຸພິຈາຣະນາເຫັນແຈ່ມແຈ້ງວ່າ “ບັດນີ້ຕົ້ນເຂົ້າງາມດີ ບິນດະ (ກ້ອນເຂົ້າ) ຫາໄດ້ງ່າຍ ເປັນການສະດວກທີ່ຈະຍັງຊີວິຕໃຫ້ເປັນໄປດ້ວຍຄວາມພະຍາຍາມສະແຫວງຫາບິນດະບາຕ ; ແຕ່ຈະມີຈັກຍາມໜຶ່ງທີ່ ອາຫາຣຫາຍາກ ຕົ້ນເຂົ້າເສຍຫາຍ ບິນດະຫາໄດ້ຍາກ ບໍ່ເປັນການສະດວກທີ່ຈະຍັງຊີວິຕໃຫ້ເປັນໄປ ດ້ວຍຄວາມພະຍາຍາມສະແຫວງຫາບິນດະບາຕ, ເມື່ອອາຫາຣຫາຍາກ ບ່ອນໃດອາຫາຣຫາງ່າຍ ຄົນທັງຫຼາຍກໍອົບພະຍົກກັນໄປບ່ອນນັ້ນ,
໑໑໖໐ ອະຣິຍະສັຈຈ໌ຈາກພຣະໂອຖະ








