ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
໖. ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ພິກຂຸທ່ຽວບິນດະບາຕໃນບ້ານຫຼືນິຄົມ ໄດ້ໂພຊະນະຂີ້ຮ້າຍຫຼືປະນີຕ ເຕັມຕາມທີ່ຕ້ອງການ. ພິກຂຸນັ້ນມີຄວາມຄິດວ່າ “ເມື່ອເຮົາທ່ຽວບິນດະບາຕໃນບ້ານ ຫຼື ນິຄົມ ໄດ້ໂພຊະນະຂີ້ຮ້າຍ ຫຼື ປະນີຕ ເຕັມຕາມທີ່ຕ້ອງການ ແຕ່ກາຍຂອງເຮົາຍັງເປັນກາຍທີ່ເບົາ ຄວນແກ່ການງານຢູ່. ເອົາເຖີ້ນ ຖ້າແນວນັ້ນ ເຮົາຈັກອາໄສກາຍທີ່ເບົາ ຄວນແກ່ການປະກອບງານນັ້ນໆ ຮີບປາຣົບຄວາມພຽນ ເພື່ອບັນລຸສິ່ງທີ່ຍັງບໍ່ບັນລຸ ເພື່ອເຖິງທັບສິ່ງທີ່ຍັງບໍ່ເຖິງທັບ ເພື່ອເຮັດໃຫ້ແຈ້ງສິ່ງທີ່ຍັງບໍ່ເຮັດໃຫ້ແຈ້ງ” ດັ່ງນີ້. ເຂົານັ້ນປາຣົບຄວາມພຽນ ເພື່ອບັນລຸສິ່ງທີ່ຍັງ
ບໍ່ບັນລຸ ເພື່ອເຖິງທັບສິ່ງທີ່ຍັງບໍ່ເຖິງທັບ ເພື່ອເຮັດໃຫ້ແຈ້ງສິ່ງທີ່ຍັງບໍ່ເຮັດໃຫ້ແຈ້ງ. ພິກຂຸ ທ. ! ນີ້ເປັນ ອາຣັບພະວັຕຖຸຂໍ້ທີ ໖.
໑໑໕໔ ອະຣິຍະສັຈຈ໌ຈາກພຣະໂອຖະ
໗. ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ອາພາດເລັກນ້ອຍທີ່ເກີດຂຶ້ນແລ້ວແກ່ພິກຂຸມີຢູ່. ພິກຂຸນັ້ນມີຄວາມຄິດວ່າ “ອາພາດເລັກນ້ອຍນີ້ເກີດຂຶ້ນແກ່ເຮົາ ແຕ່ມັນອາດເປັນໄປໄດ້ວ່າ ອາພາດນັ້ນຈະລຸກລາມ. ເອົາເຖີ້ນ ຖ້າແນວນັ້ນເຮົາຈັກຮີບປາຣົບຄວາມພຽນ ເພື່ອບັນລຸສິ່ງທີ່ຍັງບໍ່ບັນລຸ ເພື່ອເຖິງທັບສິ່ງທີ່ຍັງບໍ່ເຖິງທັບ ເພື່ອເຮັດໃຫ້ແຈ້ງສິ່ງທີ່ຍັງບໍ່ເຮັດໃຫ້ແຈ້ງ” ດັ່ງນີ້. ເຂົານັ້ນປາຣົບຄວາມພຽນ ເພື່ອບັນລຸສິ່ງທີ່ຍັງບໍ່ບັນລຸ ເພື່ອເຖິງທັບສິ່ງທີ່ຍັງບໍ່ເຖິງທັບ ເພື່ອເຮັດໃຫ້ແຈ້ງສິ່ງທີ່ຍັງບໍ່ເຮັດໃຫ້ແຈ້ງ. ພິກຂຸ ທ. ! ນີ້ເປັນ ອາຣັບພະວັຕຖຸຂໍ້ທີ ໗.
໘. ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ພິກຂຸນັ້ນເປັນຜູ່ດີຈາກຄວາມເຈັບໄຂ້ແລ້ວບໍ່ດົນມີຢູ່. ພິກຂຸນັ້ນມີຄວາມຄິດວ່າ “ເຮົາດີຈາກຄວາມເຈັບໄຂ້ແລ້ວບໍ່ດົນ ແຕ່ມັນອາດເປັນໄປໄດ້ວ່າ ອາພາດນັ້ນຈະຫວນກັບມາອີກ. ເອົາເຖີ້ນ ຖ້າແນວນັ້ນເຮົາຈັກຮີບປາຣົບຄວາມພຽນ ເພື່ອບັນລຸສິ່ງທີ່ຍັງບໍ່ບັນລຸ ເພື່ອເຖິງທັບສິ່ງທີ່ຍັງບໍ່ເຖິງທັບ ເພື່ອເຮັດໃຫ້ແຈ້ງສິ່ງທີ່ຍັງບໍ່ເຮັດໃຫ້ແຈ້ງ” ດັ່ງນີ້. ເຂົານັ້ນປາຣົບຄວາມພຽນ ເພື່ອບັນລຸສິ່ງທີ່ຍັງ
ບໍ່ບັນລຸ ເພື່ອເຖິງທັບສິ່ງທີ່ຍັງບໍ່ເຖິງທັບ ເພື່ອເຮັດໃຫ້ແຈ້ງສິ່ງທີ່ຍັງບໍ່ເຮັດໃຫ້ແຈ້ງ. ພິກຂຸ ທ. ! ນີ້ເປັນ ອາຣັບພະວັຕຖຸຂໍ້ທີ ໘.
ພິກຂຸ ທ. ! ເຫຼົ່ານີ້ແລ ອາຣັບພະວັຕຖຸ (ທີ່ຕັ້ງແຫ່ງຄວາມປາຣົບຄວາມພຽນ) ແປດຢ່າງ.
- ອັຕຖກ. ອັງ. ໒໓/໓໔໕/໑໘໖.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາວາຢາມະ ໑໑໕໕
ຜູ່ມີລັກສະນະຄວນປະກອບຄວາມພຽນ
ພິກຂຸ ທ. ! ປະທານີຢັງຄະ (ອົງຄ໌ແຫ່ງຜູ່ສົມຄວນປະກອບຄວາມພຽນ) ໕ ຢ່າງ ເຫຼົ່ານີ້ມີຢູ່, ຫ້າຢ່າງ ແນວໃດໜໍ ? ຫ້າຢ່າງຄື : ພິກຂຸ ທ. ! ພິກຂຸໃນກໍລະນີນີ້ :
໑. ເປັນຜູ່ ມີສັດທາ ຍ່ອມເຊື່ອການຕຣັສຮູ້ຂອງຕະຖາຄົຕວ່າ “ແມ່ນເພາະເຫຕນີ້ໆ ພຣະຜູ່ມີພຣະພາຄເຈົ້ານັ້ນ ເປັນພຣະອໍຣະຫັນຕ໌ ຕຣັສຮູ້ຊອບເອງ ສົມບູນດ້ວຍວິຊຊາແລະຈະຣະນະ ດໍາເນີນໄປດີ ຮູ້ແຈ້ງໂລກ ເປັນສາຣະຖີຝຶກຄົນສົມຄວນຝຶກ ຢ່າງບໍ່ມີໃຜຍິ່ງໄປກວ່າ ເປັນຄູຂອງເທວະດາ ແລະ ມະນຸສ ເປັນຜູ່ເບີກບານແລ້ວ ຈໍາແນກທັມອອກສອນສັຕ” ດັ່ງນີ້.
໒. ເປັນຜູ່ ມີອາພາດໜ້ອຍ ມີໂຣຄາໜ້ອຍ ມີໄຟທາຕສໍາລັບຍ່ອຍອາຫາຣທີ່ຍ່ອຍໄດ້ສະໝໍ່າສະເໝີ ປານກາງ ບໍ່ຮ້ອນຫຼາຍ ບໍ່ເຢັນໂພດ ພໍຄວນແກ່ການບໍາເພັນພຽນ.
໓. ເປັນຜູ່ ບໍ່ໂອ້ອວດ ບໍ່ມີມານຍາ ເປັນຜູ່ເປີດເຜີຍຕົນເອງຕາມທີ່ເປັນຈິງໃນ
ພຣະສາສດາ, ຫຼື ໃນເພື່ອສະພຣົມມະຈາຣີຜູ່ຮູ້ທັງຫຼາຍ ກໍຕາມ.
໔. ເປັນຜູ່ ປາຣົບຄວາມພຽນ ເພື່ອການລະສິ່ງອັນເປັນອະກຸສົລ ເພື່ອເຖິງພ້ອມດ້ວຍສິ່ງອັນເປັນກຸສົລ ມີກໍາລັງ ມີຄວາມບາກບັ່ນ ໜັກແໜ້ນ ບໍ່ປະຖິ້ມທຸລະໃນສິ່ງທັງຫຼາຍອັນເປັນກຸສົລ.
໕. ເປັນ ຜູ່ມີປັນຍາ ປະກອບດ້ວຍປັນຍາ ຊຶ່ງສາມາດກໍານົດຄວາມເກີດຂຶ້ນ ແລະ ຄວາມດັບຫາຍໄປ ເປັນປັນຍາອັນປະເສີດ ເປັນເຄື່ອງເຈາະແທງກິເລສ ເປັນເຄື່ອງໃຫ້ເຖິງຄວາມດັບສິ້ນທຸກຂ໌ໂດຍຖືກຕ້ອງ.
ພິກຂຸ ທ. ! ເຫຼົ່ານີ້ແລ ປະທານິຢັງຄະ ໕ ຢ່າງ.
- ປັນຈກ. ອັງ. ໒໒/໗໕/໕໓.
໑໑໕໖ ອະຣິຍະສັຈຈ໌ຈາກພຣະໂອຖະ








