ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ເອົາເຖີ້ນ ຖ້າແນວນັ້ນເຮົາຈັກຮີບປາຣົບຄວາມພຽນ ເພື່ອບັນລຸສິ່ງທີ່ຍັງບໍ່ບັນລຸ ເພື່ອເຖິງທັບສິ່ງທີ່ຍັງບໍ່ເຖິງທັບ ເພື່ອເຮັດໃຫ້ແຈ້ງສິ່ງທີ່ຍັງບໍ່ເຮັດໃຫ້ແຈ້ງ ດັ່ງນີ້. ເຂົານັ້ນປາຣົບຄວາມພຽນ ເພື່ອບັນລຸສິ່ງທີ່ຍັງບໍ່ບັນລຸ ເພື່ອເຖິງທັບສິ່ງທີ່ຍັງບໍ່ເຖິງທັບ ເພື່ອເຮັດໃຫ້ແຈ້ງສິ່ງທີ່ຍັງບໍ່ເຮັດໃຫ້ແຈ້ງ. ພິກຂຸ ທ. ! ນີ້ເປັນ ອາຣັບພະວັຕຖຸຂໍ້ທີ ໑.
໒. ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ການງານອັນພິກຂຸເຮັດແລ້ວແລ້ວມີຢູ່, ພິກຂຸນັ້ນມີຄວາມຄິດວ່າ “ເຮົາໄດ້ເຮັດການງານແລ້ວ ກໍເມື່ອເຮົາເຮັດການງານຢູ່ນັ້ນ ເຮົາບໍ່ສາມາດຕັ້ງໃນໃຈ ຊຶ່ງຄໍາສັ່ງສອນຂອງພຣະພຸດທະເຈົ້າ. ເອົາເຖີ້ນ ຖ້າແນວນັ້ນເຮົາຈັກຮີບປາຣົບຄວາມພຽນ ເພື່ອບັນລຸສິ່ງທີ່ຍັງບໍ່ບັນລຸ ເພື່ອເຖິງທັບສິ່ງທີ່ຍັງບໍ່ເຖິງທັບ ເພື່ອເຮັດໃຫ້ແຈ້ງສິ່ງທີ່ຍັງບໍ່ເຮັດໃຫ້ແຈ້ງ ດັ່ງນີ້. ເຂົານັ້ນປາຣົບຄວາມພຽນ ເພື່ອບັນລຸສິ່ງທີ່ຍັງບໍ່ບັນລຸ ເພື່ອເຖິງທັບສິ່ງທີ່ຍັງບໍ່ເຖິງທັບ ເພື່ອເຮັດໃຫ້ແຈ້ງສິ່ງທີ່ຍັງບໍ່ເຮັດໃຫ້ແຈ້ງ. ພິກຂຸ ທ. ! ນີ້ເປັນ ອາຣັບພະວັຕຖຸຂໍ້ທີ ໒.
໓. ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ຫົນທາງອັນພິກຂຸຕ້ອງເດີນມີຢູ່, ພິກຂຸນັ້ນມີຄວາມຄິດວ່າ “ຫົນທາງເປັນສິ່ງທີ່ເຮົາຈະຕ້ອງເດີນ ແຕ່ເມື່ເຮົາເດີນທາງຢູ່ ມັນບໍ່ແມ່ນງ່າຍທີ່ຈະຕັ້ງໃນໃຈ ຊຶ່ງຄໍາສັ່ງສອນຂອງພຣະພຸດທະເຈົ້າ. ເອົາເຖີ້ນ ຖ້າແນວນັ້ນ ເຮົາຈັກຮີບປາຣົບຄວາມພຽນ ເພື່ອບັນລຸສິ່ງທີ່ຍັງບໍ່ບັນລຸ ເພື່ອເຖິງທັບສິ່ງທີ່ຍັງບໍ່ເຖິງທັບ ເພື່ອເຮັດໃຫ້ແຈ້ງສິ່ງທີ່ຍັງບໍ່ເຮັດໃຫ້ແຈ້ງ” ດັ່ງນີ້. ເຂົານັ້ນປາຣົບຄວາມພຽນ ເພື່ອບັນລຸສິ່ງທີ່ຍັງບໍ່ບັນລຸ ເພື່ອເຖິງທັບສິ່ງທີ່ຍັງບໍ່ເຖິງທັບ ເພື່ອເຮັດໃຫ້ແຈ້ງສິ່ງທີ່ຍັງ
ບໍ່ເຮັດໃຫ້ແຈ້ງ. ພິກຂຸ ທ. ! ນີ້ເປັນ ອາຣັບພະວັຕຖຸຂໍ້ທີ ໓.
໔. ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ຫົນທາງອັນພິກຂຸເດີນແລ້ວມີຢູ່, ພິກຂຸນັ້ນມີຄວາມຄິດວ່າ “ເຮົາໄດ້ເດີນທາງແລ້ວ ກໍເມື່ອເຮົາເດີນທາງຢູ່ ເຮົາບໍ່ສາມາດຕັ້ງໃນໃຈ ຊຶ່ງຄໍາສັ່ງສອນຂອງພຣະພຸດທະເຈົ້າ.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາວາຢາມະ ໑໑໕໓
ເອົາເຖີ້ນ ຖ້າແນວນັ້ນເຮົາຈັກຮີບປາຣົບຄວາມພຽນ ເພື່ອບັນລຸສິ່ງທີ່ຍັງບໍ່ບັນລຸ ເພື່ອເຖິງທັບສິ່ງທີ່ຍັງບໍ່ເຖິງທັບ ເພື່ອເຮັດໃຫ້ແຈ້ງສິ່ງທີ່ຍັງບໍ່ເຮັດໃຫ້ແຈ້ງ” ດັ່ງນີ້. ເຂົານັ້ນປາຣົບຄວາມພຽນ ເພື່ອບັນລຸສິ່ງທີ່ຍັງບໍ່ບັນລຸ ເພື່ອເຖິງທັບສິ່ງທີ່ຍັງບໍ່ເຖິງທັບ ເພື່ອເຮັດໃຫ້ແຈ້ງສິ່ງທີ່ຍັງບໍ່ເຮັດໃຫ້ແຈ້ງ. ພິກຂຸ ທ. ! ນີ້ເປັນ ອາຣັບພະວັຕຖຸຂໍ້ທີ ໔.
໕. ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ພິກຂຸທ່ຽວບິນດະບາຕໃນບ້ານ ຫຼື ນິຄົມ ບໍ່ໄດ້ໂພຊະນະຂີ້ຮ້າຍຫຼືປະນີຕ ເຕັມຕາມທີ່ຕ້ອງການ. ພິກຂຸນັ້ນມີຄວາມຄິດວ່າ “ເມື່ອເຮົາທ່ຽວບິນດະບາຕໃນບ້ານ ຫຼື ນິຄົມ ບໍ່ໄດ້ໂພຊະນະຂີ້ຮ້າຍ ຫຼື ປະນີຕ ເຕັມຕາມທີ່ຕ້ອງການ ແຕ່ກາຍຂອງເຮົາກັບເປັນກາຍທີ່ເບົາ ຄວນແກ່ການງານ. ເອົາເຖີ້ນ ຖ້າແນວນັ້ນ ເຮົາຈັກອາໄສກາຍທີ່ເບົາ ຄວນແກ່ການປະກອບງານນັ້ນໆ ຮີບປາຣົບຄວາມພຽນ ເພື່ອບັນລຸສິ່ງທີ່ຍັງບໍ່ບັນລຸ ເພື່ອເຖິງທັບສິ່ງທີ່ຍັງບໍ່ເຖິງທັບ ເພື່ອເຮັດໃຫ້ແຈ້ງສິ່ງທີ່ຍັງບໍ່ເຮັດໃຫ້ແຈ້ງ” ດັ່ງນີ້. ເຂົານັ້ນປາຣົບຄວາມພຽນ ເພື່ອບັນລຸສິ່ງທີ່ຍັງ
ບໍ່ບັນລຸ ເພື່ອເຖິງທັບສິ່ງທີ່ຍັງບໍ່ເຖິງທັບ ເພື່ອເຮັດໃຫ້ແຈ້ງສິ່ງທີ່ຍັງບໍ່ເຮັດໃຫ້ແຈ້ງ. ພິກຂຸ ທ. ! ນີ້ເປັນ ອາຣັບພະວັຕຖຸຂໍ້ທີ ໕.








