ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ສາຣີບຸຕ ! ເມື່ອບຸຄຄົນ ເສບຢູ່ ຊຶ່ງຮູບ ທີ່ຈະຍ່ອມຮູ້ແຈ້ງດ້ວຍຈັກຂຸຊະນິດໃດ
ອະກຸສົລທັມຈະເຣີນ ກຸສົລທັມເສື່ອມ, ຮູບທີ່ຈະຍ່ອມຮູ້ແຈ້ງດ້ວຍຈັກຂຸຊະນິດນີ້ ເປັນຮູບອັນບຸຄຄົນ ບໍ່ຄວນເສບ.
ສາຣີບຸຕ ! ເມື່ອບຸຄຄົນ ເສບຢູ່ ຊຶ່ງຮູບ ທີ່ຈະຍ່ອມຮູ້ແຈ້ງດ້ວຍຈັກຂຸຊະນິດໃດ
ອະກຸສົລທັມເສື່ອມ ກຸສົລທັມຈະເຣີນ, ຮູບທີ່ຈະຍ່ອມຮູ້ແຈ້ງດ້ວຍຈັກຂຸຊະນິດນີ້ ເປັນຮູບອັນບຸຄຄົນ ຄວນເສບ.
(ໃນກໍລະນີແກ່ງອາຣົມຫ້າທີ່ເຫຼືອຄື : ສຽງ ທີ່ຈະຍ່ອມຮູ້ແຈ້ງດ້ວຍຫູ ກິ່ນ ທີ່ຈະຍ່ອມຮູ້ແຈ້ງດ້ວຍດັງ ຣົສ ທີ່ຈະຍ່ອມຮູ້ແຈ້ງດ້ວຍລີ້ນ ໂຜຕຖັບພະ ທີ່ຈະຍ່ອມຮູ້ແຈ້ງດ້ວຍຜິວກາຍ ແລະ ທັມມາຣົມ ທີ່ຈະຍ່ອມຮູ້ແຈ້ງດ້ວຍໃຈ ກໍມີຫຼັກເກນທີ່ໄດ້ຕຣັດໄວ້ແບບດຽວກັນກັບກໍລະນີແຫ່ງຮູບ ທີ່ຍ່ອມຮູ້ແຈ້ງດ້ວຍຈັກຂຸຂ້າງເທິງນີ້).
໑໑໕໐ ອະຣິຍະສັຈຈ໌ຈາກພຣະໂອຖະ
໙. ການເສບປັຈຈັຍສາມ
ສາຣີບຸຕ ! ເມື່ອບຸຄຄົນເສບຢູ່ຊຶ່ງ ຈີວອຣ ຊະນິດໃດ ອະກຸສົລທັມຈະເຣີນ ກຸສົລທັມເສື່ອມ, ຈີວອຣຊະນິດນີ້ ເປັນຈີວອຣອັນບຸຄຄົນ ບໍ່ຄວນເສບ.
ສາຣີບຸຕ ! ເມື່ອບຸຄຄົນເສບຢູ່ຊຶ່ງ ຈີວອຣ ຊະນິດໃດ ອະກຸສົລທັມເສື່ອມ ກຸສົລທັມຈະເຣີນ, ຈີວອຣຊະນິດນີ້ ເປັນຈີວອຣອັນບຸຄຄົນ ຄວນເສບ.
(ກໍລະນີແຫ່ງປັຈຈັຍຄື : ບິນດະບາຕ ແລະ ເສນາສະນະ ກໍມີຫຼັກເກນທີ່ໄດ້ຕຣັດໄວ້ໃນຮູບແບບດຽວກັນກັບກໍລະນີແກ່ງຈີວອຣຂ້າງເທິງນີ້).
໑໐-໑໓ ການເສບຄາມ-ນິຄົມ-ນະຄອຣ-ຊົນນະບົດ
ສາຣີບຸຕ ! ເມື່ອບຸຄຄົນເສບຢູ່ຊຶ່ງ ຄາມ (ໝູ່ບ້ານ) ຊະນິດໃດ ອະກຸສົລທັມຈະເຣີນ ກຸສົລທັມເສື່ອມ, ຄາມຊະນິດນີ້ ເປັນຄາມອັນບຸຄຄົນ ບໍ່ຄວນເສບ.
ສາຣີບຸຕ ! ເມື່ອບຸຄຄົນເສບຢູ່ຊຶ່ງ ຄາມ (ໝູ່ບ້ານ) ຊະນິດໃດ ອະກຸສົລທັມເສື່ອມ ກຸສົລທັມຈະເຣີນ, ຄາມຊະນິດນີ້ ເປັນຄາມອັນບຸຄຄົນ ຄວນເສບ.
(ໃນກໍລະນີແຫ່ງປັຈຈັຍຄື ນິຄົມ(ເຂຕ)-ນະຄອຣ-ຊົນນະບົດ ມີຫຼັກເກນທີ່ໄດ້ຕຣັດໄວ້ໃນຮູບແບບດຽວກັນກັບກໍລະນີແຫ່ງຄາມຂ້າງເທິງນີ້).
໑໔. ການເສບບຸຄຄົນ
ສາຣີບຸຕ ! ເມື່ອບຸຄຄົນເສບຢູ່ຊຶ່ງ ບຸຄຄົນ ຊະນິດໃດ ອະກຸສົລທັມຈະເຣີນ ກຸສົລທັມເສື່ອມ, ບຸຄຄົນຊະນິດນີ້ ເປັນບຸຄຄົນອັນບຸຄຄົນ ບໍ່ຄວນເສບ.
ສາຣີບຸຕ ! ເມື່ອບຸຄຄົນເສບຢູ່ຊຶ່ງ ບຸຄຄົນ ຊະນິດໃດ ອະກຸສົລທັມເສື່ອມ ກຸສົລທັມຈະເຣີນ, ບຸຄຄົນຊະນິດນີ້ ເປັນບຸຄຄົນອັນບຸຄຄົນ ຄວນເສບ.
- ອຸປຣິ. ມ. ໑໔/໑໕໕,໑໕໗-໑໕໘,໑໖໐-໑໖໑,໑໖໓-໑໖໔/໒໒໑,໒໒໔-໒໒໖,໒໒໙,໒໓໒.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາວາຢາມະ ໑໑໕໑
ຊາຄະຣິຢານຸໂຢຄະ ຄືສ່ວນປະກອບຂອງຄວາມພຽນ
ພິກຂຸ ທ. ! ພິກຂຸເປັນຜູ່ຕາມປະກອບໃນທັມເປັນເຄື່ອງຕື່ນ ເປັນແນວໃດໜໍ ?
ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ຍ່ອມຊໍາລະຈິຕໃຫ້ປອດກ້ຽງສິ້ນເຊີງຈາກ ອະວະຣະນີຢະທັມ (ກິເລສທີ່ກັ້ນຈິຕ) ດ້ວຍການຍ່າງຈົງກົມ ດ້ວຍການນັ່ງ ຕະຫຼອດວັນຈົນຄໍ່າໄປຈົນໝົດຍາມຕົ້ນແຫ່ງຣາຕີ, ເມື່ອຍາມກາງແຫ່ງຣາຕີ ນອນຢ່າງຣາຊະສີ (ຄື) ສະແຄງຂ້າງຂວາ ບາທາເຫຼື່ອມບາທາ ມີສະຕິສັມປະຊັນຍະໃນການລຸກຂຶ້ນ, ເມື່ອຍາມສຸດທ້າຍແຫ່ງຣາຕີລຸກຂຶ້ນແລ້ວ ຊໍາລະຈິຕໃຫ້ປອດກ້ຽງສິ້ນເຊີງຈາກອະວະຣະນີຢະທັມ ດ້ວຍການຍ່າງຈົງກົມ ແລະ ການນັ່ງອີກ.
ພິກຂຸ ທ. ! ເຊັ່ນນີ້ແລ ຊື່ວ່າພິກຂຸເປັນຜູ່ຕາມປະກອບໃນທັມເປັນເຄື່ອງຕື່ນ.
- ສລາ. ສັງ. ໑໘/໒໒໑/໓໑໙.
ສີລະປະແຫ່ງການປຸກເລັ່ງຄວາມພຽນ
ພິກຂຸ ທ. ! ອາຣັບພະວັຕຖຸ (ທີ່ຕັ້ງແຫ່ງການປາຣົບຄວາມພຽນ) ໘ ຢ່າງ ເຫຼົ່ານີ້ມີຢູ່ ແປດຢ່າງ ແນວໃດໜໍ ? ແປດຢ່າງຄື :
໑. ພິກຂຸ ທ. ! ໃນກໍລະນີນີ້ ການງານອັນພິກຂຸຈະຕ້ອງເຮັດມີຢູ່. ພິກຂຸນັ້ນມີຄວາມຄິດແນວນີ້ວ່າ “ການງານເປັນສິ່ງທີ່ເຮົາຕ້ອງເຮັດ ແຕ່ເມື່ອເຮັດການງານຢູ່ ມັນບໍ່ເປັນການງ່າຍທີ່ຈະຕັ້ງໃນໃຈ ຊຶ່ງຄໍາສັ່ງສອນຂອງພຣະພຸດທະເຈົ້າ.
໑໑໕໒ ອະຣິຍະສັຈຈ໌ຈາກພຣະໂອຖະ








