ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ໃນກໍລະນີນີ້ ພິກຂຸພິຈາຣະນາໂດຍລະອຽດແລ້ວ ຈຶ່ງ ນຸ່ງຫົ່ມຈີວອຣ ພຽງເພື່ອບໍາບັດຄວາມໜາວ ເພື່ອບໍາບັດຄວາມຮ້ອນ ເພື່ອບໍາບັດສັມຜັສທັງຫຼາຍອັນເກີດຈາກເຫຼືອກ ຍຸງ ລົມ ແດດ ສັຕເລືອຄານທັງຫຼາຍ ພຽງເພື່ອປົກປິດອະໄວຍະວະ ທີ່ໃຫ້ຄວາມລະອາຍກໍາເລີບ.

- ສັກກ. ອັງ. ໒໒/໔໓໔/໓໒໙.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາອາຊີວະ ໑໑໒໑

ຂ. ກ່ຽວກັບ ບິນດະບາຕ

ພິກຂຸ ທ. ! ເຮົາຍ່ອມສັນໂພຊະນະແຕ່ໃນບ່ອນນັ່ງແຫ່ງດຽວ (ຄືສັນເທື່ອດຽວລຸກຂຶ້ນແລ້ວບໍ່ສັນອີກໃນວັນນັ້ນ). ພິກຂຸ ທ. ! ເມື່ອເຮົາສັນໂພຊະນະແຕ່ໃນບ່ອນນັ່ງແຫ່ງດຽວຢູ່ ຍ່ອມ ຮູ້ສຶກວ່າເປັນຜູ່ມີອາພາດໜ້ອຍ ມີໂຣຄາໜ້ອຍ ມີຄວາມເບົາກາຍ ສົດຊື່ນແຂງແຮງ ມີກໍາລັງ ແລະ ມີຄວາມຜາສຸກດ້ວຍ.

ພິກຂຸ ທ. ! ມາເຖີ້ນ ເຖິນແມ່ນພວກເຈົ້າທັງຫຼາຍ ກໍຈົ່ງສັນໂພຊະນະແຕ່ໃນບ່ອນນັ່ງແຫ່ງດຽວ ພິກຂຸ ທ. ! ພວກເຈົ້າທັງຫຼາຍ ເມື່ອສັນຢູ່ຊຶ່ງໂພຊະນະໃນບ່ອນນັ່ງແຫ່ງດຽວ ຈັກຮູ້ສຶກຄວາມທີ່ເປັນຜູ່ມີອາພາດໜ້ອຍ ມີໂຣຄາໜ້ອຍ ມີຄວາມເບົາກາຍ ສົດຊື່ນແຂງແຮງ ມີກໍາລັງ ແລະ ມີຄວາມຜາສຸກດ້ວຍ.

- ມ. ມ. ໑໓/໑໖໓/໑໖໐.

ເຂົາພິຈາຣະນາໂດຍລະອຽດແລ້ວ ຈຶ່ງ ສັນບິນດະບາຕ ບໍ່ແມ່ນເພື່ອຫຼິ້ນ ບໍ່ແມ່ນເພື່ອມົວເມົາ ບໍ່ແມ່ນເພື່ອປະດັບ ບໍ່ແມ່ນເພື່ອຕົກແຕ່ງ ແຕ່ສັນພຽງເພື່ອໃຫ້ກາຍນີ້ຕັ້ງຢູ່ໄດ້ ເພື່ອໃຫ້ຊີວິຕເປັນໄປ ເພື່ອປ້ອງກັນຄວາມລໍາບາກ ເພື່ອອະນຸເຄາະພຣົມມະຈັນຣຍ໌ ດ້ວຍຄິດວ່າ ເຮົາຈະກໍາຈັດເວທະນາເກົ່າ (ຄືຫິວ) ເສຍໄດ້ ບໍ່ເຮັດເວທະນາໃໝ່ (ຄືອີ່ມຈົນອຶດອັດ) ໃຫ້ເກີດຂຶ້ນ ຄວາມທີ່ອາຍຸດໍາເນີນໄປໄດ້ ຄວາມບໍ່ມີໂທດເພາະອາຫາຣ ແລະ ຄວາມຢູ່ຜາສຸກສໍາລານ ຈະມີແກ່ເຮົາ.

ຄ. ກ່ຽວກັບ ເສນາສະນະ

ເຂົາພິຈາຣະນາໂດຍລະອຽດແລ້ວ ຈຶ່ງ ໃຊ້ສອຍເສນາສະນະ ພຽງເພື່ອບໍາບັດຄວາມໜາວ ເພື່ອບໍາບັດຄວາມຮ້ອນ ເພື່ອບໍາບັດສັມຜັສທັງຫຼາຍອັນເກີດຈາກເຫຼືອກ ຍຸງ ລົມ ແດດ ສັຕເລືອຄານທັງຫຼາຍ ພຽງເພື່ອບັນເທົາອັນຕະລາຍອັນເກີດແຕ່ລະດູ ແລະ ເພື່ອຄວາມເປັນຜູ່ຍິນດີໃນການພີກງຽບຢູ່.

໑໑໒໒ ອະຣິຍະສັຈຈ໌ຈາກພຣະໂອຖະ

ງ. ກ່ຽວກັບ ຄິລານະເພສັຊ

ເຂົາພິຈາຣະນາໂດຍລະອຽດແລ້ວ ຈຶ່ງ ບໍຣິໂພຄເພສັຊ ເປັນປັຈຈັຍເກື້ອກູນແກ່ຄົນໄຂ້ ພຽງເພື່ອບໍາບັດທຸກຂະເວທະນາ ອັນເກີດຈາກອາພາດຕ່າງໆ ແລະ ພຽງເພື່ອຄວາມເປັນຜູ່ບໍ່ຕ້ອງທົນທຸກຂ໌ ເປັນຢ່າງຍິ່ງ.

- ສັກກ. ອັງ. ໒໒/໔໓໔/໓໒໙.

(ຂໍ້ຄວາມນີ້ຕຣັດສໍາລັບບັນພະຊິຕ ແຕ່ຫຼັກເກນນີ້ຄະລຶຫັດ ກໍນໍາໄປປະຕິບັຕໄດ້ຕາມຄວນ).

ໝວດ ງ. ວ່າດ້ວຍ ອານິສົງສ໌ ຂອງສັມມາອາຊີວະ

ຜົລສືບຕໍ່ຂອງສັມມາອາຊີວະ

ມະຫາຣາຊະ ! ສັຕຕະບຸຣຸສໄດ້ໂພຄະອັນໂອລານແລ້ວ ຍ່ອມລ້ຽງຕົນ ໃຫ້ເປັນສຸຂ ອີ່ມພໍ ລ້ຽງມານດາບິດາ ໃຫ້ເປັນສຸຂ ອີ່ມພໍ ລ້ຽງບຸຕພັນລະຍາ ໃຫ້ເປັນສຸຂ ອີ່ມພໍ ລ້ຽງທາສກັມມະກອນ ໃຫ້ເປັນສຸຂ ອີ່ມພໍ ລ້ຽງມິຕອາມາດ ໃຫ້ເປັນສຸຂອີ່ມພໍ ; ຍ່ອມ ຕັ້ງໄວ້ຊຶ່ງທັກຂິນາ ອັນອຸທິສແກ່ສະມະນະພຣາມທັງຫຼາຍ ເປັນທັກຂິນາທານມີຜົລເລີດໃນເບື້ອງສູງ ເປັນຝັກຝ່າຍດີ ມີສຸຂເປັນຜົລຕອບແທນ ເປັນໄປພ້ອມເພື່ອສະຫວັນ. ເມື່ອເຂົາບໍຣິໂພຄໂພຄະເຫຼົ່ານັ້ນ ໂດຍຖືກຕ້ອງຢູ່ແນວນີ້ ພຣະຣາຊາກໍບໍ່ຢຶດໂພຄະເຫຼົ່ານັ້ນໄປໄດ້ ໂຈຣກໍບໍ່ລັກເອົາໄປໄດ້ ໄຟກໍບໍ່ໄໝ້ໄດ້ ນໍ້າກໍບໍ່ພັດໄປໄດ້ ຍາດພີ່ນ້ອງອັນບໍ່ເປັນທີ່ຮັກກໍບໍ່ຍາດໄປໄດ້. ມະຫາຣາຊະ ! ໂພຄະເຫຼົ່ານັ້ນ ອັນເຂົາບໍຣິໂພຄຢູ່ໂດຍຖືກຕ້ອງແນວນີ້ ຍ່ອມເຖິງຊຶ່ງການບໍຣິໂພຄໃຊ້ສອຍ, ບໍ່ສູນເປົ່າ.

ມະຫາຣາຊະ ! ປຽບເໝືອນໃນທີ່ບໍ່ໄກຈາກບ້ານ ຫຼືເຂຕ ມີສະໂບກຂໍລະນີ ມີນໍ້າໃສ ເຢັນ ຊວນດື່ມ ສະອາດ ມີທ່າຂຶ້ນລົງດີ ໜ້າພິລົມ. ຄົນເຂົາຂົນນໍ້ານັ້ນໄປແດ່ ດື່ມແດ່ ອາບແດ່ ເຮັດຕາມຕ້ອງການແດ່.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາອາຊີວະ ໑໑໒໓

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ