ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ຄະຫະບໍດີ ! ດ້ວຍເຫຕພຽງທໍ່ນີ້ແລ ຊື່ວ່າມີ ການຕັດຂາດໂວຫາຣກັມ (ການລົງທຶນເພື່ອກໍາໄລ) ນັ້ນໆທັງໝົດທັງສິ້ນ ໂດຍປະການທັງປວງໃນອະຣິຍະວິນັຍນີ້. ຄະຫະບໍດີ ! ທ່ານຈະສໍາຄັນຄວາມຂໍ້ນີ້ວ່າແນວໃດ : ທ່ານໄດ້ມອງເຫັນການຕັດຂາດຊຶ່ງໂວຫາຣກັມແນວນີ້ເຫຼົ່ານີ້ ວ່າມີຢູ່ໃນທ່ານແດ່ບໍ່ ?
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາອາຊີວະ ໑໑໑໙
“ຂ້າແຕ່ພຣະອົງຜູ່ຈະເຣີນ ! ຈະມີຫຍັງກັນໜໍ ສໍາລັບຂ້ານ້ອຍ ຂ້ານ້ອຍຍັງຫ່າງໄກຈາກການຕັດຂາດໂວຫາຣກັມແນວນີ້ ເຫຼົ່ານີ້ ໃນອະຣິຍະວິນັຍນັ້ນ.
ຂ້າແຕ່ພຣະອົງຜູ່ຈະເຣີນ ! ໃນກາລກ່ອນຂ້ານ້ອຍ ໄດ້ສໍາຄັນພວກປະຣິບພາຊົກ ເດຍຣະຖີເຫຼົ່າອື່ນ ຊຶ່ງບໍ່ແມ່ນຜູ່ຮູ້ທົ່ວເຖິງ ວ່າເປັນຜູ່ຮູ້ທົ່ວເຖິງ ໄດ້ຄົບພວກປະຣິບພາຊົກເດຍຣະຖີເຫຼົ່າອື່ນ ຜູ່ບໍ່ຮູ້ທົ່ວເຖິງ ໃນຖານະເປັນການຄົບຜູ່ຮູ້ທົ່ວເຖິງ ໄດ້ຕັ້ງຜູ່ຮູ້ບໍ່ທົ່ວເຖິງໄວ້ໃນຖານະແຫ່ງຜູ່ຮູ້ທົ່ວເຖິງ. ຂ້າແຕ່ພຣະອົງຜູ່ຈະເຣີນ ! ຂ້ານ້ອຍໄດ້ສໍາຄັນພິກຂຸທັງຫຼາຍຜູ່ຮູ້ທົ່ວເຖິງ ວ່າເປັນຜູ່ບໍ່ຮູ້ທົ່ວເຖິງ ໄດ້ຄົບພິກຂຸຜູ່ຮູ້ທົ່ວເຖິງ ໃນຖານະເປັນການຄົບຜູ່ຮູ້ບໍ່ທົ່ວເຖິງ ໄດ້ຕັ້ງຜູ່ຮູ້ທົ່ວເຖິງໄວ້ໃນຖານະຜູ່ຮູ້
ບໍ່ທົ່ວເຖິງ.
ຂ້າແຕ່ພຣະອົງຜູ່ຈະເຣີນ ! ບັດນີ້ ຂ້ານ້ອຍຮູ້ຈັກພວກປະຣິບພາຊົກ ເດຍຣະຖີເຫຼົ່າອື່ນ ຊຶ່ງບໍ່ແມ່ນຜູ່ຮູ້ທົ່ວເຖິງ ວ່າເປັນຜູ່ບໍ່ຮູ້ທົ່ວເຖິງ ຈັກຄົບຜູ່ບໍ່ຮູ້ທົ່ວເຖິງໃນຖານະເປັນການຄົບຜູ່ບໍ່ຮູ້ທົ່ວເຖິງ ຈັກຕັ້ງຜູ່ຮູ້ບໍ່ທົ່ວເຖິງໄວ້ໃນຖານະແຫ່ງຜູ່ບໍ່ຮູ້ທົ່ວເຖິງ. ຂ້າແຕ່ພຣະອົງຜູ່ຈະເຣີນ ! ຂ້ານ້ອຍຈັກຮູ້ຈັກພິກຂຸທັງຫຼາຍຜູ່ຮູ້ທົ່ວເຖິງວ່າເປັນຜູ່ຮູ້ທົ່ວເຖິງ ຈັກຄົບຜູ່ຮູ້ທົ່ວເຖິງໃນຖານະທີ່ເປັນການຄົບຜູ່ຮູ້ທົ່ວເຖິງ ຈັກຕັ້ງຜູ່ຮູ້ທົ່ວເຖິງໄວ້ໃນຖານະແຫ່ງຜູ່ຮູ້ທົ່ວເຖິງ.
ຂ້າແຕ່ພຣະອົງຜູ່ຈະເຣີນ ! ພຣະຜູ່ມີພຣະພາຄ ໄດ້ຊົງຍັງຄວາມຮັກສະມະນະຂອງຂ້ານ້ອຍ ໃຫ້ເກີດຂຶ້ນໃນໝູ່ສະມະນະ ຍັງຄວາມເຫຼື້ອມໃສໃນສະມະນະຂອງຂ້ານ້ອຍ ໃຫ້ເກີດຂຶ້ນໃນໝູ່ສະມະນະ ຍັງຄວາມເຄົາລົບສະມະນະຂອງຂ້ານ້ອຍ ໃຫ້ເກີດຂຶ້ນໃນໝູ່ສະມະນະແລ້ວ.
ແຈ່ມແຈ້ງຫຼາຍ ຂ້ານ້ອຍ ! ແຈ່ມແຈ້ງແທ້ ຂ້ານ້ອຍ ! ປຽບເໝືອນການຫງາຍຂອງທີ່ຂວໍ້າ ເປີດຂອງທີ່ປົກປິດ ບອກທາງແກ່ຄົນຫຼົງທາງ ຫຼື ຕັ້ງປະທີບນໍ້າມັນໄວ້ໃນບ່ອນມືດ ເພື່ອວ່າຄົນມີຕາຈະໄດ້ເຫັນຮູບ ດັ່ງນີ້” (ຕໍ່ຈາກນີ້ໄປ ເຂົາໄດ້ສະແດງຕົນເປັນອຸປາສົກ).
- ມ. ມ. ໑໓/໓໓-໔໗/໓໖-໕໕.
໑໑໒໐ ອະຣິຍະສັຈຈ໌ຈາກພຣະໂອຖະ
(ຄໍາວ່າ “ໂວຫາຣະ” ໃນບ່ອນນີ້ ຄົງຈະເປັນຄໍາແປກປະຫຼາດ ສໍາລັບຜູ່ອ່ານທີ່ບໍ່ເຄີຍຮູ້ວ່າ ຄໍາໆນີ້ແປໄດ້ຫຼາຍຢ່າງ ຄືແປວ່າ : ຄໍາເວົ້າ ກໍໄດ້ ສໍານວນວິທີເວົ້າ ກໍໄດ້ ອັຕຖະຄະດີໃນສານ ກໍໄດ້ ການຊື້ຂາຍ ກໍໄດ້ ການລົງທຶນຫາກໍາໄລ ກໍໄດ້ ແລະ ຄວາມໝາຍອື່ນໆອີກ. ໃນພຣະບາລີນີ້ ໝາຍເຖິງການເປັນຢູ່ຢ່າງຄະຣາວາສ ທີ່ເຮັດໜ້າທີ່ຂອງຕົນ ຈົນເຖິງລະດັບສຸດທ້າຍ ຊຶ່ງຖືວ່າເປັນຜູ່
ສໍາເລັດກິຈຈ໌ໃນໜ້າທີ່ຂອງມະນຸສຄົນໜຶ່ງ. ດັ່ງນັ້ນ ອາດຈະຖືໄດ້ວ່າ ການດໍາຣົງຊີວິຕຂອງຕົນໃຫ້ດີຈົນວ່າບັນລຸພຣະນິບພານນັ້ນ ກໍເປັນ “ໂວຫາຣ” ໄດ້ຢ່າງໜຶ່ງຄືກັນ. ແມ່ນວ່າຈະກ່າວຕາມທັມມະຊາຕລ້ວນໆ ຊີວິຕທຸກຊີວິຕ ຍ່ອມເປັນການລົງທຶນໃນໂຕມັນເອງ ເພື່ອຜົລຢ່າງໜຶ່ງຄື
ຈຸດໝາຍປາຍທາງຂອງຊີວິຕ. ພຸດທະບໍຣິສັດທົ່ວໄປ ຄວນສົນໃຈຂໍ້ຄວາມແຫ່ງພຣະບາລີສູຕນີ້ເປັນຢ່າງຍິ່ງ ເພື່ອຈະໄດ້ຈັດໃຫ້ຊີວິຕຂອງຕົນ ເປັນການລົງທຶນທີ່ປະເສີດທີ່ສຸດ ບໍ່ເສຍທີທີ່ໄດ້ເກີດມາເປັນມະນຸສ ແລະ ພົບພຣະພຸດທະສາສນາ.
ການດໍາຣົງຊີບຖືກຕ້ອງ ເພື່ອບັນລຸນິບພານນີ້ ມີຄວາມໝາຍແຫ່ງສັມມາອາຊີໂວ ແມ່ນວ່າຈະເປັນສັມມາອາຊີໂວທີ່ສູງເກີນໄປ ກໍຍັງຈັດວ່າເປັນສັມມາອາຊີໂວນັ້ນເອງ ຈຶ່ງນໍາເອົາຂໍ້ຄວາມນີ້ມາລວມໄວ້ໃນໝວດຂອງໜັງສືນີ້).
ໝວດ ຄ. ວ່າດ້ວຍ ຫຼັກການປະຕິບັຕ ຂອງສັມມາອາຊີວະ
ຫຼັກການປະຕິບັຕ ກ່ຽວກັບ ປັຈຈັຍສີ່
ກ. ກ່ຽວກັບຈີວອຣ








