ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ມະຫາຣາຊະ ! ນໍ້ານັ້ນອັນເຂົາບໍຣິໂພຄໃຊ້ສອຍຢູ່ໂດຍຖືກຕ້ອງແນວນີ້ ຍ່ອມເຖິງຊຶ່ງການບໍຣິໂພຄໃຊ້ສອຍ ບໍ່ສູນເປົ່າ, ນີ້ເຊັ່ນໃດ ; ມະຫາຣາຊະ ! ສັຕຕະບຸຣຸສໄດ້ໂພຄະອັນໂອລານແລ້ວ ຍ່ອມລ້ຽງຕົນໃຫ້ເປັນສຸຂ ອີ່ມພໍ ລ້ຽງມານດາບິດາໃຫ້ເປັນສຸຂ ອີ່ມພໍ ລ້ຽງບຸຕພັນລະຍາໃຫ້ເປັນສຸຂ ອີ່ມພໍ ລ້ຽງທາສກັມມະກອນໃຫ້ເປັນສຸຂ ອີ່ມພໍ ລ້ຽງມິຕອາມາດໃຫ້ເປັນສຸຂ ອີ່ມພໍ ; ຍ່ອມຕັ້ງໄວ້ຊຶ່ງທັກຂິນາ ອັນອຸທິສແກ່ສະມະນະພຣາມທັງຫຼາຍ ເປັນທັກຂິນາທານມີຜົລເລີດໃນເບື້ອງສູງ ເປັນຝັກຝ່າຍດີ ມີສຸຂເປັນຜົລຕອບແທນ ເປັນໄປພ້ອມເພື່ອສະຫວັນ. ເມື່ອເຂົາບໍຣິໂພຄໂພຄະເຫຼົ່ານັ້ນໂດຍຖືກຕ້ອງຢູ່ແນວນີ້ ພຣະຣາຊາກໍບໍ່ຢຶດໂພຄະເຫຼົ່ານັ້ນໄປໄດ້ ໂຈຣກໍບໍ່ລັກເອົາໄປໄດ້ ໄຟກໍບໍ່ໄໝ້ໄດ້ ນໍ້າກໍບໍ່ພັດໄປໄດ້ ຍາດພີ່ນ້ອງອັນບໍ່ເປັນທີ່ຮັກກໍບໍ່ຍາດແຍ້ງໄປໄດ້. ມະຫາຣາຊະ ! ໂພຄະເຫຼົ່ານັ້ນ ອັນເຂົາບໍຣິໂພຄຢູ່ໂດຍຖືກຕ້ອງແນວນີ້ ຍ່ອມເຖິງຊຶ່ງການບໍຣິໂພຄໃຊ້ສອຍ, ບໍ່ສູນເປົ່າ. ເຊັ່ນນັ້ນເໝືອນກັນ.

- ສຄາ. ສັງ. ໑໕/໑໓໑/໓໘໘.

ສັມມາອາຊີວະສົມບູນແບບ ສໍາລັບຄະລືຫັດ

ຄະຫະບໍດີ ! ອະຣິຍະສາວົກນັ້ນ ໃຊ້ໂພຄະຊັບ ທີ່ຕົນຫາມາໄດ້ດ້ວຍຄວາມພຽນ ເປັນເຄື່ອງລຸກຂຶ້ນ ລວບລວມດ້ວຍກໍາລັງແຂນ ມີໂຕຊຸ່ມດ້ວຍເຫື່ອ ເປັນໂພຄະຊັບປະກອບດ້ວຍທັມ ໄດ້ມາໂດຍທັມ ເພື່ອເຮັດກັມໃນໜ້າທີ່ ໔ ປະການ ສີ່ປະການແນວໃດໜໍ ? ຄະຫະບໍດີ ! ສີ່ປະການໃນກໍລະນີນີ້ຄື :

໑. ອະຣິຍະສາວົກນັ້ນ ໃຊ້ໂພຄະຊັບອັນຕົນຫາມາໄດ້ໂດຍຖືກຕ້ອງຕາມທັມ (ດັ່ງທີ່ກ່າວມາແລ້ວເບື້ອງຕົ້ນ) ໃນການ ລ້ຽງຕົນ ໃຫ້ເປັນສຸຂ ອີ່ມພໍ ບໍລິຫານຕົນໃຫ້ຢູ່ເປັນສຸຂໂດຍຖືກຕ້ອງ, ໃນການ ລ້ຽງມານດາບິດາ ໃຫ້ເປັນສຸຂ ອີ່ມພໍ ບໍລິຫານທ່ານທັງສອງໃຫ້ຢູ່ເປັນສຸຂໂດຍຖືກຕ້ອງ,

໑໑໒໔ ອະຣິຍະສັຈຈ໌ຈາກພຣະໂອຖະ

ໃນການ ລ້ຽງບຸຕ ພັນລະຍາ ທາສ ແລະ ກັມມະກອນຊາຍ-ຍິງ ໃຫ້ເປັນສຸຂ ອີ່ມພໍ ບໍລິຫານໃຫ້ຢູ່ກັນຢ່າງເປັນສຸຂໂດຍຖືກຕ້ອງ, ໃນການ ລ້ຽງມິຕອາມາດ ໃຫ້ເປັນສຸຂ ອີ່ມພໍ ບໍລິຫານໃຫ້ຢູ່ເປັນສຸຂໂດຍຖືກຕ້ອງ. ນີ້ເປັນການບໍຣິໂພຄຊັບ ຖານະທີ ໑ ອັນອະຣິຍະສາວົກນັ້ນເຖິງແລ້ວ ບັນລຸແລ້ວ ບໍຣິໂພຄແລ້ວໂດຍຖືກຕ້ອງດ້ວຍເຫຕຜົລ (ອາຢະຕະນະໂສ). ຄະຫະບໍດີ ! ຂໍ້ອື່ນຍັງມີອີກ :

໒. ອະຣິຍະສາວົກນັ້ນ ໃຊ້ໂພຄະຊັບອັນຕົນຫາມາໄດ້ໂດຍຖືກຕ້ອງຕາມທັມ (ດັ່ງທີ່ກ່າວມາແລ້ວເບື້ອງຕົ້ນ) ໃນການ ປິດກັ້ນອັນຕະລາຍ ທັງຫຼາຍ ເຮັດຕົນໃຫ້ສະຫວັດດີຈາກອັນຕະລາຍ ທັງຫຼາຍ ທີ່ເກີດຈາກໄຟ ຈາກນໍ້າ ຈາກພຣະຣາຊາ ຈາກໂຈຣ ຫຼື ຈາກພີ່ນ້ອງທີ່ບໍ່ເປັນທີ່ຮັກນັ້ນໆ. ນີ້ເປັນການບໍຣິໂພຄຊັບ ຖານະທີ ໒ ອັນອະຣິຍະສາວົກນັ້ນເຖິງແລ້ວ ບັນລຸແລ້ວ ບໍຣິໂພຄແລ້ວ ໂດຍຖືກຕ້ອງດ້ວຍເຫຕຜົລ. ຄະຫະບໍດີ ! ຂໍ້ອື່ນຍັງມີອີກ :

໓. ອະຣິຍະສາວົກນັ້ນ ໃຊ້ໂພຄະຊັບອັນຕົນຫາມາໄດ້ໂດຍຖືກຕ້ອງຕາມທັມ (ດັ່ງທີ່ກ່າວມາແລ້ວເບື້ອງຕົ້ນ) ໃນ ການເຮັດພລີກັມ ໕ ປະການ ຄື : ຍາຕິພລີ (ສົງເຄາະຍາດ) ອະຕິຖິພລີ (ສົງເຄາະແຂກ) ປຸບພະເປຕະພລີ (ສົງເຄາະຜູ່ລ່ວງລັບໄປແລ້ວ) ຣາຊະພລີ (ຊ່ອຍຊາຕ) ເທວະຕາພລີ (ບູຊາເທວະດາ). ນີ້ເປັນການບໍຣິໂພຄຊັບ ຖານະທີ ໓ ອັນອະຣິຍະສາວົກນັ້ນເຖິງແລ້ວ ບັນລຸແລ້ວ ບໍຣິໂພຄແລ້ວ ໂດຍຖືກຕ້ອງດ້ວຍເຫຕຜົລ. ຄະຫະບໍດີ ! ຂໍ້ອື່ນຍັງມີອີກ :

໔. ອະຣິຍະສາວົກນັ້ນ ໃຊ້ໂພຄະຊັບອັນຕົນຫາມາໄດ້ໂດຍຖືກຕ້ອງຕາມທັມ (ດັ່ງທີ່ກ່າວມາແລ້ວເບື້ອງຕົ້ນ) ໃນການ ຕັ້ງໄວ້ຊຶ່ງທັກຂິນາ ອຸທິສແກ່ສະມະນະພຣາມທັງຫຼາຍ ຜູ່ງົດເວັ້ນແລ້ວຈາກຄວາມປະມາດມົວເມົາ ຜູ່ຕັ້ງໝັ້ນຢູ່ໃນຂັນຕິ ແລະ ໂສຣັຈຈະ ຜູ່ຝຶກຝົນເຮັດຄວາມສະງົບ ເຮັດຄວາມດັບເຢັນແກ່ຕົນເອງ ອັນເປັນທັກຂິນາທານທີ່ມີຜົລເລີດໃນເບື້ອງສູງ ເປັນຝ່າຍດີ ມີສຸຂເປັນຜົລຕອບແທນ ເປັນໄປພ້ອມເພື່ອສະຫວັນ ນີ້ເປັນການບໍຣິໂພຄຊັບ ຖານະທີ ໔ ອັນອະຣິຍະສາວົກນັ້ນເຖິງແລ້ວ ບັນລຸແລ້ວ ບໍຣິໂພຄແລ້ວ ໂດຍຖືກຕ້ອງດ້ວຍເຫຕຜົລ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາອາຊີວະ ໑໑໒໕

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ