ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ໃຫ້ອະພັຍຍະທານ ອະເວຣະທານ ອັບພະຢາປັຊຊາທານ ແກ່ສັຕທັງຫຼາຍ ມາກລົ້ນ

ບໍ່ມີປະມານ ; ເມື່ອໃຫ້ ອະພັຍຍະທານ ອະເວຣະທານ ອັບພະຢາປັຊຊາທານ ແກ່ສັຕທັງຫຼາຍ ມາກລົ້ນບໍ່ມີປະມານແລ້ວ ຍ່ອມເປັນຜູ່ ມີສ່ວນແຫ່ງຄວາມບໍ່ມີພັຍ ບໍ່ມີເວຣ ບໍ່ມີຄວາມບຽດບຽນ ອັນບໍ່ມີປະມານ. ພິກຂຸ ທ. ! ນີ້ເປັນ (ອະພັຍ) ທານອັນດັບທີສາມ ເປັນມະຫາທານ ຮູ້ຈັກກັນວ່າເປັນຂອງເລີດ ເປັນຂອງມີມາດົນ ເປັນຂອງປະພຶຕສືບຕໍ່ກັນມາແຕ່ບູຮານ ບໍ່ຖືກປະຖິ້ມເລີຍ ບໍ່ເຄີຍຖືກປະຖິ້ມໃນອະດີຕ ບໍ່ຖືກ

ປະຖິ້ມຢູ່ໃນປັຈຈຸບັນ ແລະ ຈະບໍ່ຖືກປະຖິ້ມໃນອະນາຄົຕ ອັນສະມະນະພຣາມຜູ່ຮູ້

ບໍ່ຄັດຄ້ານ. ພິກຂຸ ທ. ! ຂໍ້ນີ້ເປັນສາຍທາຣາແຫ່ງບຸນຍ໌ (ອັນດັບທີຫົກ) ເປັນບ່ອນໄຫຼອອກແຫ່ງກຸສົລ ນໍາມາຊຶ່ງສຸຂ ເປັນໄປເພື່ອຍອດສຸດອັນດີ ມີສຸຂເປັນວິບາກ ເປັນໄປເພື່ອສະຫວັນ ເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂອັນໜ້າປາຖນາ ໜ້າຮັກໄຄ່ ໜ້າພໍໃຈ.

- ອັຕຖກ. ອັງ. ໒໓/໒໕໐/໑໒໙.

ໝວດ ຄ. ວ່າດ້ວຍ ໂທດ ແລະ ອານິສົງສ໌ ຂອງສັມມາກັມມັນຕະ

ວິບາກຂອງມິຈສາກັມມັນຕະ

ພິກຂຸ ທ. ! ປານາຕິບາຕ ທີ່ເສບທົ່ວແລ້ວ ຈະເຣີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກໍາເນີດເດຣັດສານ ເປັນໄປເພື່ອເປຕະວິສັຍ. ວິບາກແຫ່ງປານາຕິບາຕ ຂອງຜູ່ເປັນມະນຸສສ໌ທີ່ເບົາກວ່າວິບາກທັງປວງຄື ວິບາກທີ່ເປັນໄປເພື່ອ ມີອາຍຸສັ້ນ.

ພິກຂຸ ທ. ! ອະທິນນາທານ ທີ່ເສບທົ່ວແລ້ວ ຈະເຣີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກໍາເນີດເດຣັດສານ ເປັນໄປເພື່ອເປຕະວິສັຍ. ວິບາກແຫ່ງອະທິນນາທານ ຂອງຜູ່ເປັນມະນຸສສ໌ທີ່ເບົາກວ່າວິບາກທັງປວງ ຄື ວິບາກທີ່ເປັນໄປເພື່ອ ຄວາມເສື່ອມແຫ່ງໂພຄະ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາກັມມັນຕະ ໑໐໘໗

ພິກຂຸ ທ. ! ກາເມສຸມິຈສາຈາຣ ທີ່ເສບທົ່ວແລ້ວ ຈະເຣີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກໍາເນີດເດຣັດສານ ເປັນໄປເພື່ອເປຕະວິສັຍ. ວິບາກແຫ່ງກາເມສຸມິຈສາຈາຣ ຂອງຜູ່ເປັນມະນຸສສ໌ທີ່ເບົາກວ່າວິບາກທັງປວງ ຄື ວິບາກທີ່ເປັນໄປເພື່ອ ກໍ່ເວຣດ້ວຍສັດຕູ.

- ອັຕຖກ. ອັງ. ໒໓/໒໕໑/໑໓໐.

ກັມທີ່ເປັນເຫຕໃຫ້ໄດ້ຮັບຜົລເປັນຄວາມກະເສືອກກະສົນ

ພິກຂຸ ທ. ! ເຮົາຈະສະແດງທັມປະຣິຍາຍ ອັນສະແດງຄວາມກະເສືອກກະສົນໄປຕາມກັມ (ຂອງໝູ່ສັັຕ) ແກ່ພວກເຈົ້າ ເຈົ້າທັງຫຼາຍຈົ່ງຕັ້ງໃຈຟັງໃຫ້ດີ. ທັມປະຣິຍາຍອັນສະແດງຄວາມກະເສືອກກະສົນໄປຕາມກັມ (ຂອງໝູ່ສັຕ) ເປັນແນວໃດໜໍ ?

ພິກຂຸ ທ. ! ສັຕທັງຫຼາຍເປັນຜູ່ມີກັມເປັນຂອງຕົນ ເປັນທາຍາດແຫ່ງກັມ ມີກັມເປັນກໍາເນີດ ມີກັມເປັນເຜົ່າພັນ ມີກັມເປັນທີ່ເພິ່ງອາໄສ ເຮັດກັມໃດໄວ້ ດີກໍຕາມ ຊົ່ວກໍຕາມ ຈັກເປັນຜູ່ຮັບຜົລແຫ່ງກັມນັ້ນ.

ພິກຂຸ ທ. ! ຄົນບາງຄົນໃນກໍລະນີນີ້ ເປັນຜູ່ ມີປົກກະຕິເຮັດປານາຕິບາຕ ຫຍາບຊ້າ ມີຝ່າມືເປື້ອນດ້ວຍໂລຫິຕ ມີແຕ່ການຂ້າແລະການທຸບຕີ ບໍ່ມີຄວາມເອັນດູໃນສັຕມີຊີວິຕ. ເຂົາກະເສືອກກະສົນດ້ວຍ (ກັມທາງ) ກາຍ ກະເສືອກກະສົນດ້ວຍ (ກັມທາງ) ວາຈາ ກະເສືອກກະສົນດ້ວຍ (ກັມທາງ) ໃຈ ; ກາຢະກັມຂອງເຂົາຄົດ ວະຈີກັມຂອງເຂົາຄົດ ມະໂນກັມຂອງເຂົາຄົດ ; ຄະຕິຂອງເຂົາຄົດ ອຸບັຕຂອງເຂົາຄົດ. ພິກຂຸ ທ. ! ສໍາລັບຜູ່ມີຄະຕິຄົດ ມີອຸບັຕຄົດນັ້ນ ເຮົາກ່າວຄະຕິຢ່າງໃດຢ່າງໜຶ່ງ ໃນບັນດາຄະຕິສອງຢ່າງແກ່ເຂົາຄື

໑໐໘໘ ອະຣິຍະສັຈຈ໌ຈາກພຣະໂອຖະ

ເຫຼົ່າ ສັຕນະຣົກຜູ່ມີທຸກຂ໌ໂດຍສ່ວນດຽວ, ຫຼືວ່າ ສັຕເດຣັດສານຜູ່ມີກໍາເນີດກະເສືອກກະສົນ ໄດ້ແກ່ ງູ ແມງເງົາ ຂີ້ເຂັບ ຈອນພອນ ແມວ ໜູ ນົກເຄົ້າ ຫຼື ສັຕເດຣັດສານເຫຼົ່າອື່ນ ທີ່ເຫັນມະນຸສສ໌ແລ້ວກະເສືອກກະສົນ. ພິກຂຸ ທ. ! ພູຕະສັຕຍ່ອມມີດ້ວຍອາການເຊັ່ນນີ້ຄື ອຸບັຕ (ການເຂົ້າເຖິງພົບ) ຍ່ອມມີແກ່ພູຕະສັຕ, ເຂົາເຮັດກັມໃດໄວ້ ເຂົາຍ່ອມອຸບັຕດ້ວຍກັມນັ້ນ, ຜັສສະທັງຫຼາຍຍ່ອມຖືກຕ້ອງພູຕະສັຕນັ້ນ ຜູ່ອຸບັຕແລ້ວ. ພິກຂຸ ທ. ! ເຮົາກ່າວວ່າ ສັຕທັງຫຼາຍເປັນທາຍາດແຫ່ງກັມ ດ້ວຍອາການແນວນີ້ ດັ່ງນີ້.

- ທສກ. ອັງ. ໒໔/໓໐໙/໑໙໓.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ