ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

(ໃນກໍລະນີແຫ່ງບຸຄຄົນຜູ່ ເຮັດອະທິນນາທານ ກາເມສຸມິຈສາຈາຣ ກໍໄດ້ຕຣັດໄວ້ດ້ວຍຂໍ້ຄວາມ ແບບດຽວກັນກັບໃນກໍລະນີຂອງ ຜູ່ເຮັດປານາຕິບາຕ ດັ່ງກ່າວມາແລ້ວຂ້າງເທິງທຸກປະການ ; ແລະຍັງໄດ້ຕຣັດກາຍໄປເຖິງ ວະຈີທຸຈະຣິຕສີ່ ມະໂນທຸຈະຣິຕສາມ ດ້ວຍຂໍ້ຄວາມແນວດຽວກັນອີກດ້ວຍ.

ຕໍ່ໄປນີ້ ໄດ້ຕຣັດຂໍ້ຄວາມຝ່າຍກຸສົລ)

ກັມທີ່ເປັນເຫຕໃຫ້ໄດ້ຮັບຜົລ ເປັນຄວາມບໍ່ກະເສືອກກະສົນ

ພິກຂຸ ທ. ! ສັຕທັງຫຼາຍເປັນຜູ່ມີກັມເປັນຂອງຕົນ ເປັນທາຍາດແຫ່ງກັມ ມີກັມເປັນກໍາເນີດ ມີກັມເປັນເຜົ່າພັນ ມີກັມເປັນທີ່ເພິ່ງອາໄສ ເຮັດກັມໃດໄວ້ ດີກໍຕາມ ຊົ່ວກໍຕາມ ຈັກເປັນຜູ່ຮັບຜົລແຫ່ງກັມນັ້ນ.

ພິກຂຸ ທ. ! ບຸຄຄົນບາງຄົນໃນກໍລະນີນີ້ ລະປານາຕິບາຕ ເວັ້ນຂາດຈາກປານາ

ຕິບາຕ ວາງທ່ອນໄມ້ ວາງສັສຕຣາ ມີຄວາມລະອາຍ ເຖິງຄວາມເອັນດູກະລຸນາ ເກື້ອກູນແກ່ສັຕທັງຫຼາຍ. ເຂົາບໍ່ກະເສືອກກະສົນດ້ວຍ (ກັມທາງ) ກາຍ ບໍ່ກະເສືອກ

ກະສົນດ້ວຍ (ກັມທາງ) ວາຈາ ບໍ່ກະເສືອກກະສົນດ້ວຍ (ກັມທາງ) ໃຈ ; ກາຢະກັມຂອງເຂົາຕົງ ວະຈີກັມຂອງເຂົາຕົງ ມະໂນກັມຂອງເຂົາຕົງ ; ຄະຕິຂອງເຂົາຕົງ

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາກັມມັນຕະ ໑໐໘໙

ອຸບັຕຂອງເຂົາຕົງ. ພິກຂຸ ທ. ! ສໍາລັບຜູ່ມີຄະຕິຕົງ ມີອຸບັຕຕົງນັ້ນ ເຮົາກ່າວຄະຕິຢ່າງໃດຢ່າງໜຶ່ງ ໃນບັນດາຄະຕິສອງຢ່າງແກ່ເຂົາຄື ເຫຼົ່າ ສັຕຜູ່ມີສຸຂໂດຍສ່ວນດຽວ໑ ຫຼືວ່າ ຕະກຸນສູງ ຕະກຸນຂັດຕິຍະມະຫາສານ ຕະກຸນພຣາມມະຫາສານ ຫຼື ຕະກຸນຄະຫະບໍດີມະຫາສານ ອັນຮັ່ງມີ ມີຊັບຫຼາຍ ມີໂພຄະຫຼາຍ ມີຄໍາ ແລະ ເງິນຫຼາຍ ມີອຸປະກອນແຫ່ງຊັບຫຼາຍ. ພິກຂຸ ທ. ! ພູຕະສັຕຍ່ອມມີດ້ວຍອາການເຊັ່ນນີ້ຄື ອຸບັຕ (ການເຂົ້າເຖິງພົບ) ຍ່ອມມີແກ່ພູຕະສັຕ ເຂົາເຮັດກັມໃດໄວ້ ເຂົາຍ່ອມອຸບັຕດ້ວຍກັມນັ້ນ, ຜັສສະທັງຫຼາຍຍ່ອມຖືກຕ້ອງສັຕນັ້ນ ຜູ່ອຸບັຕແລ້ວ. ພິກຂຸ ທ. ! ເຮົາກ່າວວ່າ

ສັຕທັງຫຼາຍເປັນທາຍາດແຫ່ງກັມ ດ້ວຍອາການເຊັ່ນນີ້ ດັ່ງນີ້.

(ໃນກໍລະນີແຫ່ງບຸຄຄົນຜູ່ ບໍ່ເຮັດອະທິນນາທານ ບໍ່ເຮັດກາເມສຸມິຈສາຈາຣ ກໍໄດ້ຕຣັດໄວ້ ດ້ວຍຂໍ້ຄວາມແບບດຽວກັນກັບກໍລະນີ ຂອງຜູ່ບໍ່ເຮັດປານາຕິບາຕ ດັ່ງກ່າວມາແລ້ວຂ້າງເທິງທຸກປະການ ; ແລະ ຍັງໄດ້ຕຣັດກາຍໄປເຖິງ ວະຈີສຸຈະຣິຕສີ່ ມະໂນສຸຈະຣິຕສາມ ດ້ວຍຂໍ້ຄວາມແນວດຽວກັນອີກດ້ວຍ)

ພິກຂຸ ທ. ! ນີ້ແລ ຄືທັມປະຣິຍາຍ ອັນສະແດງຄວາມບໍ່ກະເສືອກກະສົນໄປຕາມກັມ (ຂອງໝູ່ສັຕ).

- ທສກ. ອັງ. ໒໔/໓໑໑/໑໙໓.

ນິດເທສ ໑໗

ວ່າດ້ວຍສັມມາກັມມັນຕະ

ຈົບ

໑. ຄໍານີ້ພຣະບາລີ ສະບັບມອນ ແລະ ສະບັບຢູໂຣບ ວ່າ ສະຫວັນອັນມີສຸຂໂດຍສ່ວນດຽວ.

໑໐໙໐ ອະຣິຍະສັຈຈ໌ຈາກພຣະໂອຖະ

ນິດເທສ ໑໘ ວ່າດ້ວຍ ສັມມາອາຊີວະ

(ມີ ໑໖ ເລື່ອງ)

ໝວດ ກ. ວ່າດ້ວຍ ອຸດເທສ-ວິພາກ ຂອງສັມມາອາຊີວະ

ອຸດເທສແຫ່ງສັມມາອາຊີວະ

ພິກຂຸ ທ. ! ສັມມາອາຊີວະ ເປັນແນວໃດໜໍ ? ພິກຂຸ ທ. ! ສາວົກຂອງພຣະອະຣິຍະເຈົ້າ ໃນກໍລະນີນີ້ ລະການລ້ຽງຊີວິຕທີ່ຜິດເສຍ ຍ່ອມສໍາເລັດຄວາມເປັນຢູ່ດ້ວຍການລ້ຽງຊີວິຕທີ່ຖືກຕ້ອງ. ພິກຂຸ ທ. ! ອັນນີ້ເຮົາເອີ້ນວ່າ ສັມມາອາຊີວະ.

- ມຫາ. ທີ. ໑໐/໓໔໘/໒໙໙.

ສັມມາອາຊີວະ ໂດຍປະຣິຍາຍສອງຢ່າງ

(ໂລກິຍະ - ໂລກຸຕຕະຣະ)

ພິກຂຸ ທ. ! ສັມມາອາຊີວະ ເປັນແນວໃດໜໍ ? ພິກຂຸ ທ. ! ເຮົາກ່າວແມ່ນວ່າສັມມາອາຊີວະວ່າ ມີໂດຍສ່ວນສອງ ຄື ສັມມາອາຊີວະທີ່ຍັງເປັນໄປກັບດ້ວຍອາສະວະ

(ສາສະວະ) ເປັນສ່ວນແຫ່ງບຸນຍ໌ (ປຸນຍະພາຄິຢະ) ມີອຸປະທິເປັນວິບາກ (ອຸປະທິເວປັກກະ) ກໍມີຢູ່ ສັມມາອາຊີວະອັນເປັນອະຣິຍະ (ອະຣິຍະ) ບໍ່ມີອາສະວະ (ອະນາສະວະ) ເປັນໂລກຸຕຕະຣະ (ໂລກຸຕຕະຣະ) ; ເປັນອົງຄ໌ແຫ່ງມັຄຄ໌ (ມັຄຄັງຄະ) ກໍມີຢູ່.

ພິກຂຸ ທ. ! ສັມມາອາຊີວະທີ່ຍັງເປັນໄປກັບດ້ວຍອາສະວະ ເປັນສ່ວນແຫ່ງບຸນຍ໌ ມີອຸປະທິເປັນວິບາກ ນັ້ນເປັນແນວໃດໜໍ ? ພິກຂຸ ທ. ! ໃນກໍລະນີນີ້ ອະຣິຍະສາວົກ

ລະເສຍ ຊຶ່ງການລ້ຽງຊີບທີ່ຜິດ ສໍາເລັດການເປັນຢູ່ດ້ວຍການລ້ຽງຊີວິຕທີ່ຖືກຕ້ອງ ພິກຂຸ ທ. ! ນີ້ຄື ສັມມາອາຊີວະ ທີ່ຍັງເປັນໄປກັບດ້ວຍອາສະວະ ເປັນສ່ວນແຫ່ງບຸນຍ໌ ມີອຸປະທິເປັນວິບາກ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາອາຊີວະ ໑໐໙໑

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ