ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

(ປານາຕິປາຕາ ເວຣະມະນີ) ເຂົານັ້ນ ລະປານາຕິບາຕ ເວັ້ນຂາດຈາກປານາ

ຕິບາຕ ວາງທ່ອນໄມ້ ແລະສັສຕຣາເສຍແລ້ວ ມີຄວາມລະອາຍ ເຖິງຄວາມເອັນດູກະຣຸນາ ຫວັງປະໂຍຊນ໌ເກື້ອກູນໃນບັນດາສັຕທັງຫຼາຍຢູ່.

໑໐໘໔ ອະຣິຍະສັຈຈ໌ຈາກພຣະໂອຖະ

(ອະທິນນາທານາ ເວຣະມະນີ) ເຂົານັ້ນ ລະອະທິນນາທານ ເວັ້ນຂາດຈາກອະທິນນາທານ ຖືເອົາແຕ່ຂອງທີ່ເຂົາໃຫ້ແລ້ວ ຫວັງຢູ່ແຕ່ຂອງທີ່ເຂົາໃຫ້ ບໍ່ເປັນຂີ້ລັກ ມີຕົນເປັນຄົນສະອາດ ເປັນຢູ່.

(ກາເມສຸມິຈສາຈາຣາ ເວຣະມະນີ - ສໍາລັບຄະລາວາດ) ເຂົານັ້ນ ລະການປະພຶຕຜິດໃນກາມ ເວັ້ນຂາດຈາກການປະພຶຕຜິດໃນກາມ (ຄືເວັ້ນຂາດຈາກການປະພຶຕຜິດ) ໃນຍິງຊຶ່ງມານດາຮັກສາ ບິດາຮັກສາ ອ້າຍນ້ອງຊາຍ-ເອື້ອຍນ້ອງຍິງ ຫຼື ຍາດພີ່ນ້ອງ ຮັກສາ ອັນທັມຮັກສາ ເປັນຍິງມີສາມີ ຍິງນັກໂທດ ໂດຍທີ່ສຸດແມ່ນແຕ່ຍິງອັນເຂົາ ໝັ້ນໄວ້ (ດ້ວຍການຄ້ອງພວງມາໄລ) ບໍ່ເປັນຜູ່ປະພຶຕຜິດຈາຮີດໃນຮູບແບບເຫຼົ່ານັ້ນ.

(ອະພຣັມມະຈາຣິຢາ ເວຣະມະນີ - ສໍາລັບບັນພະຊິຕ) ເຂົານັ້ນ ລະກັມອັນບໍ່ແມ່ນ

ພຣົມມະຈັນຣຍ໌ ປະພຶຕພຣົມມະຈັນຣຍ໌ໂດຍປົກກະຕິ ປະພຶຕຫ່າງໄກ ເວັ້ນຂາດຈາກການເສບເມຖຸນ ອັນເປັນຂອງຊາວບ້ານ.

- ສີ. ທີ. ໙/໘໓/໑໐໓.

- ທີ່ມາສະເພາະຂໍ້ກາເມ : - ທສກ. ອັງ. ໒໔/໒໘໗-໒໘໘/໑໖໕.

ລັກສະນະແລະວິບາກ ແຫ່ງສັມມາສັງກັປປະ

ພິກຂຸ ທ. ! ອະຣິຍະສາວົກໃນກໍລະນີນີ້ ລະປານາຕິບາຕ ເວັ້ນຂາດຈາກປານາຕິບາຕ. ພິກຂຸ ທ. ! ອະຣິຍະສາວົກ ເວັ້ນຂາດຈາກປານາຕິບາຕແລ້ວ ຍ່ອມຊື່ວ່າ ໃຫ້ອະພັຍຍະທານ ອະເວຣະທານ ອັບພະຢາປັຊຊາທານ ແກ່ສັຕທັງຫຼາຍ ມາກລົ້ນບໍ່ມີປະມານ ; ເມື່ອໃຫ້ ອະພັຍຍະທານ ອະເວຣະທານ ອັບພະຢາປັຊຊາທານ ແກ່ສັຕທັງຫຼາຍ ມາກລົ້ນບໍ່ມີປະມານແລ້ວ ຍ່ອມເປັນຜູ່ ມີສ່ວນແຫ່ງຄວາມບໍ່ມີພັຍ ບໍ່ມີເວຣ ບໍ່ມີຄວາມບຽດບຽນ ອັນບໍ່ມີປະມານ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາກັມມັນຕະ ໑໐໘໕

ພິກຂຸ ທ. ! ນີ້ເປັນ (ອະພັຍ) ທານຊັ້ນປະຖົມ ເປັນມະຫາທານ ຮູ້ຈັກກັນວ່າເປັນຂອງເລີດ ເປັນຂອງມີມາດົນ ເປັນຂອງປະພຶຕສືບຕໍ່ກັນມາແຕ່ບູຮານ ບໍ່ຖືກປະຖິ້ມເລີຍ ບໍ່ເຄີຍຖືກປະຖິ້ມໃນອະດີຕ ບໍ່ຖືກປະຖິ້ມຢູ່ໃນປັຈຈຸບັນ ແລະ ຈັກບໍ່ຖືກປະຖິ້ມໃນ

ອະນາຄົຕ ອັນສະມະນະພຣາມຜູ່ຮູ້ບໍ່ຄັດຄ້ານ. ພິກຂຸ ທ. ! ຂໍ້ນີ້ເປັນສາຍທາຣາແຫ່ງບຸນຍ໌ (ອັນດັບທີສີ່) ເປັນບ່ອນໄຫຼອອກແຫ່ງກຸສົລ ນໍາມາຊຶ່ງສຸຂ ເປັນໄປເພື່ອຍອດສຸດອັນດີ ມີສຸຂເປັນວິບາກ ເປັນໄປເພື່ອສະຫວັນ ເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂອັນໜ້າປາຖນາ ໜ້າຮັກໄຄ່ ໜ້າພໍໃຈ.

ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ອະຣິຍະສາວົກ ລະອະທິນນາທານ ເວັ້ນຂາດຈາກອະທິນນາທານ. ພິກຂຸ ທ. ! ອະຣິຍະສາວົກເວັ້ນຂາດຈາກອະທິນນາທານແລ້ວ ຍ່ອມຊື່ວ່າ ໃຫ້ອະພັຍຍະທານ ອະເວຣະທານ ອັບພະຢາປັຊຊາທານ ແກ່ສັຕທັງຫຼາຍ ມາກລົ້ນບໍ່ມີປະມານ ; ເມື່ອໃຫ້ ອະພັຍຍະທານ ອະເວຣະທານ ອັບພະຢາປັຊຊາທານ

ແກ່ສັຕທັງຫຼາຍ ມາກລົ້ນບໍ່ມີປະມານແລ້ວ ຍ່ອມເປັນຜູ່ມີສ່ວນແຫ່ງຄວາມບໍ່ມີພັຍ ບໍ່ມີເວຣ ບໍ່ມີຄວາມບຽດບຽນ ອັນບໍ່ມີປະມານ. ພິກຂຸ ທ. ! ນີ້ເປັນ (ອະພັຍ) ທານອັນດັບສອງ ເປັນມະຫາທານ ຮູ້ຈັກກັນວ່າເປັນຂອງເລີດ ເປັນຂອງມີມາດົນ ເປັນຂອງປະພຶຕສືບຕໍ່ກັນມາແຕ່ບູຮານ ບໍ່ຖືກປະຖິ້ມເລີຍ ບໍ່ເຄີຍຖືກປະຖິ້ມໃນອະດີຕ ບໍ່ຖືກ

ປະຖິ້ມຢູ່ໃນປັຈຈຸບັນ ແລະ ຈັກບໍ່ຖືກປະຖິ້ມໃນອະນາຄົຕ ອັນສະມະນະພຣາມຜູ່ຮູ້

ບໍ່ຄັດຄ້ານ. ພິກຂຸ ທ. ! ຂໍ້ນີ້ເປັນສາຍທາຣາແຫ່ງບຸນຍ໌ (ອັນດັບທີຫ້າ) ເປັນບ່ອນໄຫຼອອກແຫ່ງກຸສົລ ນໍາມາຊຶ່ງສຸຂ ເປັນໄປເພື່ອຍອດສຸດອັນດີ ມີສຸຂເປັນວິບາກ ເປັນໄປເພື່ອສະຫວັນ ເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂອັນໜ້າປາຖນາ ໜ້າຮັກໄຄ່ ໜ້າພໍໃຈ.

ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ອະຣິຍະສາວົກ ລະກາເມສຸມິຈສາຈາຣ ເວັ້ນຂາດຈາກກາເມສຸມິຈສາຈາຣ. ພິກຂຸ ທ. ! ອະຣິຍະສາວົກເວັ້ນຂາດຈາກກາເມສຸມິຈສາຈາຣແລ້ວ ຍ່ອມຊື່ວ່າ

໑໐໘໖ ອະຣິຍະສັຈຈ໌ຈາກພຣະໂອຖະ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ