ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ຣາຫຸລະ ! ເມື່ອເຈົ້າເຮັດກັມໃດດ້ວຍກາຍຢູ່ ຄວນພິຈາຣະນາກັມນັ້ນວ່າ “ກາຢະກັມທີ່ເຮົາກໍາລັງເຮັດຢູ່ນີ້ ເປັນໄປເພື່ອບຽດບຽນຕົນເອງແດ່ ບຽດບຽນຜູ່ອື່ນແດ່ ບຽດບຽນທັງສອງຝ່າຍແດ່ ເປັນກາຢະກັມທີ່ເປັນອະກຸສົລ ມີທຸກຂ໌ເປັນກໍາໄລ ມີທຸກຂ໌ເປັນວິບາກ ຫຼືບໍ່ໜໍ ?” ດັ່ງນີ້ ຣາຫຸລະ ! ຖ້າເຈົ້າພິຈາຣະນາ ຮູ້ສຶກຢູ່ດັ່ງນັ້ນແລ້ວ, ເຈົ້າ ຄວນເລີກລະກາຢະກັມຊະນິດນັ້ນເສຍ.

ຣາຫຸລະ ! ຖ້າເຈົ້າພິຈາຣະນາ ຮູ້ສຶກດັ່ງນີ້ວ່າ “ກາຢະກັມທີ່ເຮົາກໍາລັງເຮັດຢູ່ນີ້

ບໍ່ເປັນໄປເພື່ອບຽດບຽນຕົນເອງແດ່ ບໍ່ເປັນໄປເພື່ອບຽດບຽນຜູ່ອື່ນແດ່ ບໍ່ເປັນໄປເພື່ອບຽດບຽນທັງສອງຝ່າຍແດ່ ເປັນກາຢະກັມອັນເປັນກຸສົລ ມີສຸຂເປັນກໍາໄລ ມີສຸຂເປັນວິບາກ” ດັ່ງນີ້ແລ້ວ, ຣາຫຸລະ ! ເຈົ້າ ຄວນຮີບເລັ່ງການເຮັດກາຢະກັມຊະນິດນັ້ນ.

໑໐໘໒ ອະຣິຍະສັຈຈ໌ຈາກພຣະໂອຖະ

ໝວດທີ ໓ : ເມື່ອເຮັດແລ້ວ

ຣາຫຸລະ ! ເມື່ອເຮັດກັມໃດດ້ວຍກາຍແລ້ວ ຈະຕ້ອງພິຈາຣະນາກັມນັ້ນວ່າ “ກາຢະກັມທີ່ເຮົາເຮັດແລ້ວນີ້ ເປັນໄປເພື່ອບຽດຽນຕົນເອງແດ່ ບຽດບຽນຄົນອື່ນແດ່ ບຽດບຽນທັງສອງຝ່າຍແດ່ ເປັນກາຢະກັມທີ່ເປັນອະກຸສົລ ມີທຸກຂ໌ເປັນກໍາໄລ ມີທຸກຂ໌ເປັນວິບາກ ຫຼືບໍ່ໜໍ ?” ດັ່ງນີ້ ຣາຫຸລະ ! ຖ້າເຈົ້າພິຈາຣະນາ ຮູ້ສຶກຢູ່ດັ່ງນັ້ນແລ້ວ, ເຈົ້າຈົ່ງສະແດງ ຈົ່ງເປີດເຜີຍ ຈົ່ງເຮັດໃຫ້ເປັນຂອງຫງາຍ ຊຶ່ງກາຢະກັມນັ້ນໃນ ພຣະສາສດາ ຫຼື ໃນເພື່ອນສະພຣົມມະຈາຣີ ຜູ່ເປັນວິນຍູຊົນທັງຫຼາຍ, ເມື່ອສະແດງ ເມື່ອເປີດເຜີຍ ເມື່ອເຮັດໃຫ້ເປັນຂອງຫງາຍແລ້ວ ຈົ່ງເຖິງຊຶ່ງຄວາມລະວັງສັງວອຣຕໍ່ໄປ.

ຣາຫຸລະ ! ຖ້າເຈົ້າພິຈາຣະນາຮູ້ສຶກຢູ່ດັ່ງນີ້ວ່າ “ກາຢະກັມທີ່ເຮົາເຮັດແລ້ວນີ້ ບໍ່ເປັນໄປເພື່ອບຽດບຽນຕົນເອງແດ່ ບໍ່ເປັນໄປເພື່ອບຽດບຽນຜູ່ອື່ນແດ່ ບໍ່ເປັນໄປເພື່ອບຽດບຽນທັງສອງຝ່າຍແດ່ ເປັນກາຢະກັມອັນເປັນກຸສົລ ມີສຸຂເປັນກໍາໄລ ມີສຸຂເປັນວິບາກ” ດັ່ງນີ້ແລ້ວ, ຣາຫຸລະ ! ເຈົ້າ ຈົ່ງຢູ່ດ້ວຍປີຕິ ແລະປາໂມດ ຕາມສຶກສາໃນກຸສົລທັມທັງຫຼາຍຢູ່ ທັງກາງເວັນ ແລະ ກາງຄືນເຖີ້ນ.

- ມ. ມ. ໑໓/໑໒໖/໑໒໙.

ສັມມາກັມມັນຕະ ໂດຍມີປະຣິຍາຍສອງຢ່າງ

(ໂລກິຍະ-ໂລກຸຕຕະຣະ)

ພິກຂຸ ທ. ! ສັມມາກັມມັນຕະ ເປັນແນວໃດໜໍ ? ພິກຂຸ ທ. ! ເຮົາກ່າວ ແມ່ນວ່າສັມມາກັມມັນຕະ ວ່າມີໂດຍສ່ວນສອງຄື : ສັມມາກັມມັນຕະ ທີ່ຍັງບໍ່ເປັນໄປກັບດ້ວຍອາສະວະ (ສາສະວະ) ເປັນສ່ວນແຫ່ງບຸນຍ໌ (ປຸນຍະພາຄີຢະ) ມີອຸປະທິເປັນວິບາກ (ອຸປະທິເວປັກກະ) ກໍມີຢູ່ ; ສັມມາກັມມັນຕະອັນເປັນອະຣິຍະ (ອະຣິຍະ) ບໍ່ມີອາສະວະ (ອະນາສະວະ) ເປັນໂລກຸຕຕະຣະ (ໂລກຸຕຕະຣະ) ເປັນອົງຄ໌ແຫ່ງມັຄຄ໌ (ມັຄຄັງຄະ) ກໍມີຢູ່.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາກັມມັນຕະ ໑໐໘໓

ພິກຂຸ ທ. ! ສັມມາກັມມັນຕະ ທີ່ຍັງເປັນໄປກັບດ້ວຍອາສະວະ ເປັນສ່ວນແຫ່ງບຸນຍ໌ ມີອຸປະທິເປັນວິບາກ ນັ້ນເປັນແນວໃດໜໍ ? ພິກຂຸ ທ. ! ເຈຕະນາເປັນເຄື່ອງເວັ້ນຈາກການເຮັດສັຕມີຊີວິຕໃຫ້ມອດມ້ວຍໄປ ເຈຕະນາເປັນເຄື່ອງເວັ້ນຈາກການຖືເອົາສິ່ງຂອງທີ່ເຈົ້າຂອງບໍ່ໄດ້ໃຫ້ ເຈຕະນາເປັນເຄື່ອງເວັ້ນຈາກການປະພຶຕຜິດໃນກາມທັງຫຼາຍ ມີຢູ່ ພິກຂຸ ທ. ! ນີ້ຄືສັມມາກັມມັນຕະ ທີ່ຍັງເປັນໄປກັບດ້ວຍອາສະວະ ເປັນສ່ວນແຫ່ງບຸນຍ໌ ມີອຸປະທິເປັນວິບາກ.

ພິກຂຸ ທ. ! ສັມມາກັມມັນຕະ ອັນເປັນອະຣິຍະ ບໍ່ມີອາສະວະ ເປັນໂລກຸຕຕະຣະ ເປັນອົງຄ໌ແຫ່ງມັຄຄ໌ ນັ້ນເປັນແນວໃດໜໍ ? ຄື ການງົດ ການເວັ້ນ ການເວັ້ນຂາດ ເຈຕະນາເປັນເຄື່ອງເວັ້ນຈາກກາຢະທຸຈະຣິຕທັງສາມ (ຕາມທີ່ກ່າວແລ້ວຂ້າງເທິງ) ຂອງຜູ່ມີອະຣິຍະຈິຕ, ຂອງຜູ່ມີອະນາສະວະຈິຕ ຂອງຜູ່ເປັນອະຣິຍະມັຄຄະສະມັງຄີ ຜູ່

ຈະເຣີນຢູ່ຊຶ່ງອະຣິຍະມັຄຄ໌. ພິກຂຸ ທ. ! ນີ້ຄືສັມມາກັມມັນຕະ ອັນເປັນອະຣິຍະ ບໍ່ມີອາສະວະ ເປັນໂລກຸຕຕະຣະ ເປັນອົງຄ໌ແຫ່ງມັຄຄ໌ .

- ອຸປຣິ. ມ. ໑໔/໑໘໔/໒໗໑-໒໗໓.

ໝວດ ຂ. ວ່າດ້ວຍ ລັກສະນະຂອງສັມມາກັມມັນຕະ

ຄໍາໄຂຄວາມຂອງສັມມາກັມມັນຕະ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ