ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ວາເສຕຖະ ! ກໍເມື່ອພວກພຣາມໄຕຣເວດ ແລະ ຊົນຈໍານວນຫຼາຍ ເຫັນດວງຈັນດວງອາທິຕຢູ່ໂດຍຕາຕົນ ກໍຍັງບໍ່ສາມາດສະແດງຫົນທາງໄປສູ່ຄວາມເປັນອັນດຽວກັນກັບດວງຈັນ ດວງອາທິຕຢູ່ດັ່ງນີ້ແລ້ວ ພວກພຣາມ ພວກອາຈາຣຍ໌ຂອງພຣາມ ແລະ ພວກລືສີຜູ່ບອກມົນແກ່ພຣາມ ຊຶ່ງລ້ວນແຕ່ບໍ່ເຄີຍເຫັນພຣົມໂດຍຕາຕົນເລີຍ ແລ້ວຈະມາສະແດງຫົນທາງ ໄປສູ່ຄວາມເປັນສະຫາຍຂອງພຣົມດັ່ງນີ້ນັ້ນ ທ່ານຈະສໍາຄັນຄວາມຂໍ້ນີ້ວ່າແນວໃດ : ຄໍາກ່າວຂອງພຣາມໄຕຣເວດເຫຼົ່ານັ້ນ ຍ່ອມເຖິງຄວາມເປັນຄໍາກ່າວ ທີ່ບໍ່ປະກອບດ້ວຍປາຕິຫາຣຍ໌ ແມ່ນຫຼືບໍ່ ?

“ແມ່ນແລ້ວ, ພຣະໂຄດົມ ! ເມື່ອເປັນເຊັ່ນນັ້ນ ຄໍາກ່າວຂອງພຣາມໄຕຣເວດເຫຼົ່ານັ້ນ ຍ່ອມເຖິງຄວາມເປັນຄໍາກ່າວ ທີ່ບໍ່ປະກອບດ້ວຍປາຕິຫາຣຍ໌”.

ຖືກແລ້ວ, ວາເສຕຖະ ! ຂໍ້ທີ່ພຣາມທັງຫຼາຍຜູ່ບໍ່ຮູ້ບໍ່ເຫັນພຣົມ ຈະມາກ່າວສະແດງຫົນທາງ ໄປສູ່ຄວາມເປັນສະຫາຍກັບພຣົມດັ່ງນີ້ນັ້ນ ນັ້ນບໍ່ເປັນຖານະທີ່ຈະມີໄດ້.

ໂຕຢ່າງປະການທີ ໓

ວາເສຕຖະ ! ປຽບເໝືອນ ມີບຸຣຸສກ່າວຢູ່ວ່າ “ຂ້າພະເຈົ້າປາຖນາຈະໄດ້ນາງຊົນນະບົດກັລລະຢານີໃນຊົນນະບົດນີ້” ດັ່ງນີ້. ຄົນທັງຫຼາຍຖາມເຂົາວ່າ ‘ບຸຣຸສຜູ່ຈະເຣີນ ! ທ່ານຮູ້ຈັກນາງຊົນນະບົດກັລລະຢານີ ທີ່ທ່ານປາຖນານັ້ນບໍ່ ວ່າເປັນນາງກະສັດ ຫຼື ນາງພຣາມມະນີ ຫຼື ເປັນນາງໃນວັນນະແພດ ຫຼື ນາງໃນວັນນະສູຕ ?’ ເຂົາຕອບວ່າ ‘ບໍ່ຮູ້ຈັກ’. ຄົນເຫຼົ່ານັ້ນຖາມອີກວ່າ ‘ນາງຊົນນະບົດກັລລະຢານີ ທີ່ທ່ານປະສົງຈະໄດ້ນັ້ນ ມີຊື່ຫຍັງ ມີໂຄດຫຍັງ ສູງ ຫຼື ຕໍ່າ ຫຼື ປານກາງ

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາວາຈາ ໑໐໗໗

ຜິວດໍາ ຫຼື ຜິວຄໍ້າ ຫຼື ຜິວສີທອງ ຢູ່ໃນໝູ່ບ້ານນັ້ນ ຢູ່ໃນເຂຕ ຫຼື ໃນນະຄອຣ ?’ ເຂົາຕອບວ່າ ‘ບໍ່ຮູ້ເລີຍທ່ານ !’ ຄົນເຫຼົ່ານັ້ນຖາມອີກວ່າ ‘ບຸຣຸສຜູ່ຈະເຣີນ ! ທ່ານປາຖນາຈະໄດ້ ຜູ່ທີ່ທ່ານບໍ່ເຄີຍຮູ້ຈັກ ບໍ່ເຄີຍເຫັນ ແນວນັ້ນບໍ່ ?’ ເຂົາຕອບວ່າ ‘ຖືກແລ້ວທ່ານ !’ ວາເສຕຖະ ! ທ່ານຈະສໍາຄັນຄວາມຂໍ້ນີ້ວ່າແນວໃດ ; ຄໍາກ່າວຂອງບຸຣຸສນີ້ ຍ່ອມເຖິງຄວາມເປັນຄໍາກ່າວ ທີ່ບໍ່ປະກອບດ້ວຍປາຕິຫາຣຍ໌ ແມ່ນຫຼືບໍ່ ?

“ແມ່ນແລ້ວ, ພຣະໂຄດົມ !”

ໂຕຢ່າງປະການທີ ໔

ວາເສຕຖະ ! ປຽບເໝືອນ ບຸຣຸສເຮັດຂັ້ນໄດ ສໍາລັບຈະກ່າຍຂຶ້ນສູ່ຜາສາດ ຖືມາທີ່ຫົນທາງໃຫຍ່ສີ່ແຍກ. ຄົນທັງຫຼາຍຖາມເຂົາວ່າ ‘ບຸຣຸສຜູ່ຈະເຣີນ ! ທ່ານເຮັດຂັ້ນໄດມາເພື່ອຈະກ່າຍຂຶ້ນສູ່ຜາສາດ ທ່ານຮູ້ຈັກຜາສາດນັ້ນບໍ່ ວ່າຢູ່ທາງທິສຕາເວັນອອກ ຫຼື ທິສໃຕ້ ທາງທິສຕາເວັນຕົກ ຫຼື ທິສເໜືອ ສູງ ຫຼື ຕໍ່າ ຫຼື ຂະໜາດກາງ ?’ ບຸຣຸສນັ້ນຕອບວ່າ ‘ບໍ່ຮູ້ຈັກເລີຍທ່ານ !’ ຄົນເຫຼົ່ານັ້ນຖາມຕໍ່ໄປວ່າ ‘ບຸຣຸສຜູ່ຈະເຣີນ ! ທ່ານເຮັດຂັ້ນໄດມາເພື່ອຈະກ່າຍຂຶ້ນສູ່ຜາສາດ ທີ່ທ່ານບໍ່ເຄີຍຮູ້ຈັກ ບໍ່ເຄີຍເຫັນ ແນວນັ້ນບໍ່ ?’ ເຂົາຕອບວ່າ ‘ຖືກແລ້ວທ່ານ !’ ວາເສຕຖະ ! ທ່ານຈະສໍາຄັນຄວາມຂໍ້ນີ້ວ່າແນວໃດ ; ຄໍາກ່າວຂອງບຸຣຸສນີ້ ຍ່ອມເຖິງຄວາມເປັນຄໍາກ່າວ ທີ່ບໍ່ປະກອບດ້ວຍປາຕິຫາຣຍ໌ ແມ່ນຫຼືບໍ່ ?

“ແມ່ນແລ້ວ, ພຣະໂຄດົມ !”

ໂຕຢ່າງປະການທີ ໕

ວາເສຕຖະ ! ປຽບເໝືອນ ແມ່ນໍ້າອະຈີຣະວະດີ ນີ້ ມີນໍ້າເຕັມປ່ຽມ ກາຢືນດື່ມໄດ້. ຄັ້ງນັ້ນ ມີບຸຣຸສຄົນໜຶ່ງມາຮອດເຂົ້າ ເຂົາມີປະໂຍຊນ໌ທີ່ຝັ່ງນັ້ນ ສະແຫວງຫາຝັ່ງນັ້ນ ມີການໄປສູ່ຝັ່ງນັ້ນ ປະສົງຈະຂ້າມໄປຝັ່ງນັ້ນ ເຂົາຢືນຢູ່ຝັ່ງນີ້ຮ້ອງເອີ້ນຝັ່ງນັ້ນ

໑໐໗໘ ອະຣິຍະສັຈຈ໌ຈາກພຣະໂອຖະ

ວ່າ ‘ຝັ່ງນັ້ນຈົ່ງມາ ຝັ່ງນັ້ນຈົ່ງມາ’ ດັ່ງນີ້. ວາເສຕຖະ ! ທ່ານຈະສໍາຄັນຄວາມຂໍ້ນີ້ວ່າແນວໃດ ; ຝັ່ງນັ້ນແຫ່ງແມ່ນໍ້າອະຈິຣະວະດີ ຈະມາສູ່ຝັ່ງນີ້ ເພາະເຫຕແຫ່ງການຮ້ອງເອີ້ນ ເພາະເຫຕແຫ່ງການຂໍ ເພາະເຫຕແຫ່ງຄວາມປາຖນາ ຫຼື ເພາະເຫຕແຫ່ງຄວາມພໍໃຈຂອງບຸຣຸສນັ້ນ ໄດ້ຫຼື ບໍ່ ?

“ພຣະໂຄດົມຜູ່ຈະເຣີນ ! ຂໍ້ນັ້ນ ເປັນໄປບໍ່ໄດ້ເລີຍ”.

- ສີ. ທີ. ໙/໒໙໗-໓໐໔/໓໖໘-໓໗໖.

(ຄໍາເວົ້າທີ່ບໍ່ປະກອບດ້ວຍປາຕິຫາຣຍ໌ ແລະ ໄຮ້ຄວາມໝາຍ ເຊັ່ນ : ຄໍາເວົ້າໃນໂຕຢ່າງເຫຼົ່ານີ້ ເປັນໂຕຢ່າງແຫ່ງສັມຜັປປະລາປະວາດ ລະດັບຄູບາອາຈາຣຍ໌).

ວິບາກແຫ່ງມິຈສາວາຈາ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ