ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
໑໐໗໔ ອະຣິຍະສັຈຈ໌ຈາກພຣະໂອຖະ
ວາເສຕຖະ ! ຖ້າເຊັ່ນນັ້ນມີປະທານອາຈາຣຍ໌ແຫ່ງອາຈາຣຍ໌ ຈັກຄົນໜຶ່ງບໍ່ ຂອງພຣາມໄຕຣເວດເຫຼົ່ານັ້ນ ທີ່ໄດ້ເຫັນພຣົມດ້ວຍຕົນເອງ ?
“ຂໍ້ນັ້ນ ເປັນໄປບໍ່ໄດ້ ພຣະໂຄດົມ !”
ວາເສຕຖະ ! ມີອາຈາຣຍ໌ທີ່ສືບຕໍ່ກັນມາເຖິງເຈັດຊົ່ວ ຂອງພຣາມໄຕຣເວດເຫຼົ່ານັ້ນ ຈັກຄົນໜຶ່ງບໍ່ ທີ່ໄດ້ເຫັນພຣົມດ້ວຍຕົນເອງ ?
“ຂໍ້ນັ້ນ ເປັນໄປບໍ່ໄດ້ ພຣະໂຄດົມ !”
ວາເສຕຖະ ! ໃນບັນດາລືສີເກົ່າແກ່ທັງຫຼາຍຄື ລືສີອັຕຖະກະ ລືສີວາມະກະ ລືສີ ວາມະເທວະ ລືສີເວສາມິຕຕະ ລືສີຢະມະຕັຄຄີ ລືສີອັງຄີຣະສະ ລືສີພາຣະທາວະຊະ ລືສີວາເສຕຖະ ລືສີກັສສະປະ ລືສີພະຄຸ ຜູ່ໄດ້ປະກອບມົນຂຶ້ນ ບອກກ່າວແກ່ພຣາມໄຕຣເພດທັງຫຼາຍ ໃຫ້ທ່ອງຕາມ ໃຫ້ກ່າວຕາມ ໃຫ້ສູຕຕາມ ໃຫ້ບອກຕາມ ກັນສືບໆມາ ຈົນວ່າຮອດກາລນີ້ ເຫຼົ່ານັ້ນ ມີລືສີຈັກຕົນໜຶ່ງບໍ່ ໃນບັນດາລືສີເຫຼົ່ານັ້ນ ທີ່ກ່າວຢືນຢັນຢູ່ວ່າ ເຮົາຮູ້ເຮົາເຫັນ ວ່າພຣົມຢູ່ບ່ອນໃດ ດ້ວຍອາການແນວໃດ ນະ ບ່ອນໃດ ? ດັ່ງນີ້.
“ຂໍ້ນັ້ນ ເປັນໄປບໍ່ໄດ້ ພຣະໂຄດົມ !”
ວາເສຕຖະ ! ເມື່ອບໍ່ມີພຣາມ ອາຈາຣຍ໌ຂອງພຣາມ ຫຼື ລືສີຜູ່ບອກມົນແກ່ພຣາມ ແມ່ນວ່າຈັກຄົນໜຶ່ງ ທີ່ເຄີຍເຫັນພຣົມດ້ວຍຕົນເອງ ແລ້ວມາສະແດງຫົນທາງໄປສູ່ຄວາມເປັນສະຫາຍແຫ່ງພຣົມ ຢູ່ດັ່ງນີ້ ທ່ານຈະສໍາຄັນຄວາມຂໍ້ນີ້ວ່າແນວໃດ : ຄໍາກ່າວຂອງພຣາມໄຕຣເພດເຫຼົ່ານັ້ນ ຍ່ອມເຖິງຄວາມເປັນຄໍາກ່າວ ທີ່ບໍ່ປະກອບດ້ວຍປາຕິຫາຣຍ໌໑ (ອັປປາຕິຫິຣິກະຕັງ) ແມ່ນຫລືບໍ່ ?
“ແມ່ນແລ້ວ ພຣະໂຄດົມ ! ເມື່ອເປັນເຊັ່ນນັ້ນ ຄໍາກ່າວຂອງພຣາມໄຕຣເວດເຫຼົ່ານັ້ນ ຍ່ອມເຖິງຄວາມເປັນຄໍາກ່າວທີ່ບໍ່ປະກອບດ້ວຍປາຕິຫາຣຍ໌.”
໑. ບໍ່ປະກອບດ້ວຍປາຕິຫາຣຍ໌ ຄືບໍ່ມີເຫຕຜົລທີ່ສະແດງໃຫ້ຜູ່ຟັງເຫັນໄດ້ ວ່າເປັນຈິງຕາມທີ່ເຂົາກ່າວຈົນວ່າຍອມເຊື່ອ.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາວາຈາ ໑໐໗໕
ຖືກແລ້ວ, ວາເສຕຖະ ! ຂໍ້ທີ່ພຣາມທັງຫຼາຍຜູ່ບໍ່ຮູ້ບໍ່ເຫັນພຣົມ ຈະມາກ່າວສະແດງຫົນທາງໄປສູ່ຄວາມເປັນສະຫາຍກັບພຣົມ ດັ່ງນີ້ນັ້ນ ນັ້ນບໍ່ແມ່ນຖານະທີ່ຈະມີໄດ້.
ວາເສຕຖະ ! ປຽບເໝືອນແຖວຄົນຕາບອດເກາະຫຼັງກັນ ຄົນຫົວແຖວກໍບໍ່ເຫັນຫຍັງ ຄົນກາງແຖວກໍບໍ່ເຫັນຫຍັງ ຄົນປາຍແຖວກໍບໍ່ເຫັນຫຍັງ ນີ້ເຊັ່ນໃດ ; ວາເສຕຖະ ! ຄໍາກ່າວຂອງພຣາມໄຕຣເວດທັງຫຼາຍ ກໍມີອຸປະມາເໝືອນແຖວແຫ່ງຄົນຕາບອດເຊັ່ນນັ້ນແຫຼະ ຄືຜູ່ກ່າວພວກທໍາອິດກໍບໍ່ເຫັນພຣົມ ຜູ່ກ່າວພວກຕໍ່ມາກໍບໍ່ເຫັນພຣົມ ຜູ່ກ່າວພວກສຸດທ້າຍກໍບໍ່ເຫັນພຣົມ ; ດັ່ງນັ້ນຄໍາກ່າວຂອງພວກເຂົາກໍເຖິງຊຶ່ງຄວາມເປັນຄໍາກ່າວທີ່ຊວນຫົວ (ຫັສສະກະ) ຄໍາກ່າວທີ່ຕໍ່າຕ້ອຍ (ນາມະກະ) ຄໍາກ່າວລົມໆແລ້ງໆ (ຣິຕຕະກະ) ຄໍາກ່າວໂລເລ (ຕຸຈສະກະ).
(ນີ້ເປັນໂຕຢ່າງແຫ່ງສັມຜັປປະລາປະວາທະ ລະດັບສູງຊະນິດທີໜຶ່ງ)
ໂຕຢ່າງປະການທີ ໒
ວາເສຕຖະ ! ທ່ານຈະສໍາຄັນຄວາມຂໍ້ນີ້ວ່າແນວໃດ ; ພຣາມໄຕເວດທັງຫຼາຍກໍມອງເຫັນດວງຈັນດວງອາທິຕຢູ່ ຊົນເຫຼົ່າອື່ນເປັນຈໍານວນຫຼາຍກໍມອງເຫັນດວງຈັນດວງອາທິຕຢູ່, ວ່າດວງຈັນດວງອາທິຕຂຶ້ນມາຈາກທິສໃດ ຕົກລົງໄປທາງທິຕໃດ ພາກັນອ້ອນວອນຢູ່ ຊົມເຊີຍຢູ່ ປະນົມມືນະມັສະການ ຍ່າງວຽນຮອບໆຢູ່ ດ້ວຍກັນທັງສອງພວກ ແມ່ນຫຼືບໍ່ ?
“ເຊັ່ນນັ້ນແຫຼະ ພຣະໂຄດົມ !”
ວາເສຕຖະ ! ທ່ານຈະສໍາຄັນຄວາມຂໍ້ນີ້ວ່າແນວໃດ : ເມື່ອພວກພຣາມໄຕຣເວດກໍເຫັນ ພວກຊົນເຫຼົ່າອື່ນເປັນຈໍານວນຫຼາຍກໍເຫັນ ດວງຈັນ ດວງອາທິຕດ້ວຍກັນທັງສອງພວກ ຢູ່ດັ່ງນີ້
໑໐໗໖ ອະຣິຍະສັຈຈ໌ຈາກພຣະໂອຖະ
ພວກພຣາມໄຕຣເວດສາມາດສະແດງຫົນທາງ ໄປສູ່ຄວາມເປັນອັນດຽວກັນກັບດວງຈັນດວງອາທິຕຢູ່ ໄດ້ ຫຼືບໍ່?
“ຂໍ້ນັ້ນ ເປັນໄປບໍ່ໄດ້ ພຣະໂຄດົມ !”








