ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ຂໍ້ນີ້ກໍເຊັ່ນນັ້ນ ; ພິກຂຸບາງອົງຄ໌ໃນທັມວິນັຍນີ້ ອອກບວດຈາກເຮືອນ ເປັນຜູ່ບໍ່ມີເຮືອນໄດ້ດ້າມມື້ດ້າມຄືນ ຕະຫຼອດເວລາພຽງທໍ່ນັ້ນ ຫິຣິ ແລະ ໂອຕຕັປປະ ຂອງເຂົານັ້ນຍັງດໍາຣົງຢູ່ຢ່າງເຂັ້ມແຂງໃນ ພິກຂຸ ພິກຂຸນີ ໃນອຸປາສົກ ໃນອຸປາສິກາ ແມ່ນທີ່ສຸດແຕ່ໃນຄົນວັດ ແລະ ສາມະເນຣ.

ເມື່ອຜ່ານໄປໂດຍສະໄໝອື່ນ ເພາະອາໄສຄວາມຄຸ້ນເຄີຍກັນ ເຂົາກໍກ່າວທັ່ງໃສ່ອາຈາຣຍ໌ແດ່ ອຸປັຊຊາແດ່ ວ່າ ‘ຫຼີກໄປໆ ພວກທ່ານຈະຮູ້ຫຍັງ’ ດັ່ງນີ້.

ພິກຂຸ ທ. ! ເພາະເຫຕນັ້ນໃນເລື່ອງນີ້ ເຈົ້າທັງຫຼາຍຈົ່ງເຮັດການສຶກສາ ສໍານຶກ ເຊັ່ນນີ້ວ່າ : “ເຮົາຈະຢູ່ຢ່າງມີຈິຕສະເໝີກັນກັບ ຍິງສະໃພ້ໃໝ່ ຜູ່ມາແລ້ວບໍ່ດົນ” ດັ່ງນີ້. ພິກຂຸ ທ. ! ພວກເຈົ້າທັງຫຼາຍຈົ່ງເຮັດການສຶກສາ ສໍານຶກດັ່ງນີ້ແລ.

- ຈຕຸກກ. ອັງ. ໒໑/໑໐໐/໗໓.

໑໐໗໒ ອະຣິຍະສັຈຈ໌ຈາກພຣະໂອຖະ

ຫຼັກເກນແຫ່ງສັມມາວາຈາຂັ້ນສູງສຸດ

ຣາຊະກຸມາຣ ! ຕະຖາຄົຕຮູ້ແຈ້ງຊຶ່ງ ວາຈາໃດ ອັນບໍ່ຈິງ ບໍ່ແທ້ ບໍ່ປະກອບດ້ວຍ

ປະໂຍຊນ໌ ແລະ ບໍ່ເປັນທີ່ຮັກທີ່ພໍໃຈຂອງຜູ່ອື່ນ ຕະຖາຄົຕຍ່ອມ ບໍ່ກ່າວວາຈານັ້ນ.

ຕະຖາຄົຕຮູ້ແຈ້ງຊຶ່ງ ວາຈາໃດ ອັນຈິງ ອັນແທ້ ແຕ່ບໍ່ປະກອບດ້ວຍປະໂຍຊນ໌ ແລະ ບໍ່ເປັນທີ່ຮັກທີ່ພໍໃຈຂອງຜູ່ອື່ນ ຕະຖາຄົຕຍ່ອມ ບໍ່ກ່າວວາຈານັ້ນ.

ຕະຖາຄົຕຮູ້ແຈ້ງຊຶ່ງ ວາຈາໃດ ອັນຈິງ ອັນແທ້ ປະກອບດ້ວຍປະໂຍຊນ໌ ແຕ່ບໍ່ເປັນທີ່ຮັກທີ່ພໍໃຈຂອງຜູ່ອື່ນ ຕະຖາຄົຕຍ່ອມ ເລືອກໃຫ້ເໝາະກາລ ເພື່ອກ່າວວາຈານັ້ນ.

ຕະຖາຄົຕຮູ້ແຈ້ງຊຶ່ງ ວາຈາໃດອັນບໍ່ຈິງ ບໍ່ແທ້ ບໍ່ປະກອບດ້ວຍປະໂຍຊນ໌ ແຕ່ບໍ່ເປັນທີ່ຮັກທີ່ພໍໃຈຂອງຜູ່ອື່ນ ຕະຖາຄົຕຍ່ອມ ບໍ່ກ່າວວາຈານັ້ນ.

ຕະຖາຄົຕຮູ້ແຈ້ງຊຶ່ງ ວາຈາໃດ ອັນຈິງ ອັນແທ້ ແຕ່ບໍ່ປະກອບດ້ວຍປະໂຍຊນ໌ ແຕ່ກໍເປັນທີ່ຮັກທີ່ພໍໃຈຂອງຜູ່ອື່ນ ຕະຖາຄົຕ ຍ່ອມບໍ່ກ່າວວາຈານັ້ນ.

ຕະຖາຄົຕຮູ້ແຈ້ງຊຶ່ງ ວາຈາໃດ ອັນຈິງ ອັນແທ້ ປະກອບດ້ວຍປະໂຍຊນ໌ ແລະເປັນທີ່ຮັກທີ່ພໍໃຈຂອງຜູ່ອື່ນ ຕະຖາຄົຕ ຍ່ອມເປັນຜູ່ ຮູ້ຈັກກາລະທີ່ເໝາະ ເພື່ອກ່າວວາຈານັ້ນ.

- ມ. ມ. ໑໓/໙໑/໙໔.

ສັມມາວາຈາຊັ້ນສູງສຸດ (ລະດັບພຣະພຸດທະເຈົ້າ)

ທັນທະປານີສັກກະ ໄດ້ທູນຖາມພຣະຜູ່ມີພຣະພາຄເຈົ້າວ່າ “ພຣະສະມະນະ ມີຖ້ອຍຄໍາແນວໃດ ມີການກ່າວແນວໃດ ຢູ່ເປັນປະຈໍາ ?”.

ສະຫາຍເອີຍ ! ຄົນເຮົາມີການກ່າວແນວໃດແລ້ວ ບໍ່ເກີດການທະເລາະວິວາດກັບໃຜໆ ໃນໂລກ ພ້ອມທັງເທວະໂລກ ມາຣໂລກ ພຣົມມະໂລກ ໃນໝູ່ສັຕພ້ອມທັງສະມະນະພຣາມ ພ້ອມທັງເທວະດາ ແລະມະນຸສສ໌ຢູ່ກໍດີ,

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາວາຈາ ໑໐໗໓

ອີກຢ່າງໜຶ່ງ ຄົນເຮົາມີປົກກະຕິກ່າວແນວໃດແລ້ວ ສັນຍາ (ເລື່ອງລາວກ່ອນໆ) ບໍ່ມາຕິດຕາມຢູ່ໃນໃຈຜູ່ນັ້ນ ຊຶ່ງ (ບັດນີ້) ເປັນຜູ່ໝົດບາບ ບໍ່ປະກອບຕົນຢູ່ດ້ວຍກາມ ບໍ່ຕ້ອງກ່າວດ້ວຍຄວາມສົງໄສວ່າ ອັນໃດເປັນແນວໃດອີກຕໍ່ໄປ ມີຄວາມລໍາຄານທາງກາຍ ແລະ ທາງໃຈ ອັນຕົນຕັດຂາດແລ້ວ ປາສະຈາກຕັນຫາໃນພົບໃດໆ ຢູ່ກໍດີ ; ສະຫາຍເອີຍ ! ເຮົາມີຖ້ອຍຄໍາເຊັ່ນນີ້ ມີການກ່າວເຊັ່ນນີ້ ຢູ່ເປັນປະຈໍາ, ດັ່ງນີ້ :

- ມູ. ມ. ໑໒/໒໒໐/໒໔໓.

ໝວດ ຄ. ວ່າດ້ວຍ ໂທດຂອງການຂາດສັມມາວາຈາ

ໂຕຢ່າງແຫ່ງສັມຜັບປະລາວາທະ ລະດັບຄູບາອາຈາຣຍ໌

ໂຕຢ່າງປະການທີ ໑

“ພຣະໂຄດົມຜູ່ຈະເຣີນ ! ໃນເລື່ອງທາງ ຫຼືບໍ່ແມ່ນທາງນັ້ນ ເຖິງແມ່ນພຣາມທັງຫຼາຍ ຈະບັນຍັຕໄວ້ຕ່າງໆກັນຄື ພວກອັດດະຣິຢະພຣາມກໍບັນຍັຕ ພວກຕິດຕິຣິຢະພຣາມກໍບັນຍັຕ ພວກ

ສັນໂທກະພຣາມກໍບັນຍັຕ ພວກພົວຫະຣິດາພຣາມກໍບັນຍັຕ ແຕ່ທາງທັງໝົດນັ້ນ ກໍລ້ວນແຕ່ເປັນທາງນໍາອອກ ສາມາດນໍາຜູ່ປະຕິບັຕຕາມທາງນັ້ນ ໄປສູ່ຄວາມເປັນສະຫາຍແຫ່ງພຣົມໄດ້ ປຽບ

ເໝືອນທາງຕ່າງໆ ມີຢ່າງຫລວງຫລາຍໃກ້ບ້ານໃກ້ເມືອງ ກໍລ້ວນແຕ່ໄປຈຸຈອດກັນທີ່ບ້ານແຫ່ງ

ໜຶ່ງ ທຸກໆທາງ ເຊັ່ນໃດກໍເຊັ່ນນັ້ນ”.

ວາເສຕຖະ ! ໃນບັນດາພຣາມໄຕຣເວດທັງຫຼາຍເຫຼົ່ານັ້ນ ມີພຣາມຈັກຄົນໜຶ່ງບໍ່ ທີ່ໄດ້ເຫັນພຣົມດ້ວຍຕົນເອງ ?

“ຂໍ້ນັ້ນ ເປັນໄປບໍ່ໄດ້ ພຣະໂຄດົມ !”

ວາເສຕຖະ ! ຖ້າເຊັ່ນນັ້ນມີອາຈາຣຍ໌ຈັກຄົນໜຶ່ງບໍ່ ຂອງພຣາມໄຕຣເວດເຫຼົ່ານັ້ນ ທີ່ໄດ້ເຫັນພຣົມດ້ວຍຕົນເອງ ?

“ຂໍ້ນັ້ນ ເປັນໄປບໍ່ໄດ້ ພຣະໂຄດົມ !”

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ