ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ກໍເມື່ອຖືກຄົນຖາມເຖິງຄວາມດີຂອງຜູ່ອື່ນ ກໍນໍາເອົາບັນຫາໄປເຮັດໃຫ້ຫຼຸດໜ້ອຍ
ໄຂວ່ເຂວ ແລ້ວກ່າວຄວາມດີຂອງຜູ່ອື່ນ ຢ່າງບໍ່ພິສະດານເຕັມທີ່. ພິກຂຸ ທ. ! ຂໍ້ນີ້ຈົ່ງຮູ້ກັນເຖີ້ນວ່າ ຄົນຜູ່ນີ້ເປັນ ອະສັຕຕະບຸຣຸສ.
ພິກຂຸ ທ. ! ອະສັຕຕະບຸຣຸສຢ່າງອື່ນຍັງມີອີກຄື : ແມ່ນວ່າຖືກຄົນຖາມເຖິງຄວາມ
ບໍ່ດີຂອງຕົນ ກໍປົກປິດບໍ່ເປີດເຜີຍໃຫ້ປາກົດ ບໍ່ຕ້ອງກ່າວເຖິງເມື່ອບໍ່ຖືກໃຜຖາມ ; ກໍເມື່ອຖືກຄົນຖາມເຖິງຄວາມບໍ່ດີຂອງຕົນ ກໍນໍາເອົາບັນຫາໄປເຮັດໃຫ້ຫຼຸດໜ້ອຍ
ໄຂວ່ເຂວ ແລ້ວກ່າວຄວາມບໍ່ດີຂອງຕົນ ຢ່າງບໍ່ພິສະດານເຕັມທີ່. ພິກຂຸ ທ. ! ຂໍ້ນີ້ຈົ່ງຮູ້ກັນເຖີ້ນວ່າ ຄົນຜູ່ນີ້ເປັນ ອະສັຕຕະບຸຣຸສ.
ພິກຂຸ ທ. ! ອະສັຕຕະບຸຣຸສຢ່າງອື່ນຍັງມີອີກ ຄື : ແມ່ນວ່າບໍ່ຖືກໃຜຖາມເຖິງຄວາມດີຂອງຕົນ ກໍເອົາມາໂອ້ອວດເປີດເຜີຍ ຈະຕ້ອງກ່າວຫຍັງເຖິງເມື່ອຖືກຄົນຖາມ ; ກໍເມື່ອຖືກຄົນຖາມເຖິງຄວາມດີຂອງຕົນ ກໍນໍາເອົາບັນຫາໄປເຮັດໃຫ້ບໍ່ຫຼຸດໜ້ອຍ ຫຼີກລ່ຽງ, ກ່າວຄວາມດີຂອງຕົນ ຢ່າງເຕັມທີ່ໂດຍພິສະດານ. ພິກຂຸ ທ. ! ຂໍ້ນີ້ຈົ່ງຮູ້ກັນເຖີ້ນວ່າ ຄົນຜູ່ນີ້ເປັນ ອະສັຕຕະບຸຣຸສ.
ພິກຂຸ ທ. ! ບຸຄຄົນຜູ່ປະກອບດ້ວຍທັມ ໔ ປະການເຫຼົ່ານີ້ແລ ເປັນທີ່ຮູ້ກັນວ່າເປັນອະສັຕຕະບຸຣຸສ.
໒. ວາຈາຂອງສັຕຕະບຸຣຸສ
ພິກຂຸ ທ. ! ບຸຄຄົນປະກອບດ້ວຍທັມ ໔ ປະການ ເປັນທີ່ຮູ້ກັນວ່າເປັນ ສັຕຕະບຸຣຸສ. ສີ່ປະການ ເປັນແນວໃດໜໍ ? ສີ່ປະການຄື :
ພິກຂຸ ທ. ! ສັຕຕະບຸຣຸສໃນກໍລະນີນີ້ ແມ່ນວ່າມີຄົນຖາມເຖິງຄວາມບໍ່ດີຂອງບຸຄຄົນອື່ນ ກໍບໍ່ເປີດເຜີຍໃຫ້ປາກົດ ຈະກ່າວເຮັດເຖິງຫຍັງເມື່ອບໍ່ຖືກໃຜຖາມ ; ກໍເມື່ອຖືກຄົນຖາມເຖິງຄວາມບໍ່ດີຂອງບຸຄຄົນອື່ນ
໑໐໗໐ ອະຣິຍະສັຈຈ໌ຈາກພຣະໂອຖະ
ກໍນໍາເອົາບັນຫາໄປເຮັດໃຫ້ຫຼີກລ່ຽງຫຼຸດໜ້ອຍ ກ່າວຄວາມບໍ່ດີຂອງຜູ່ອື່ນຢ່າງ
ບໍ່ພິສະດານເຕັມທີ່. ພິກຂຸ ທ. ! ຂໍ້ນີ້ຈົ່ງຮູ້ກັນເຖີ້ນວ່າ ຄົນຜູ່ນີ້ ເປັນ ສັຕຕະບຸຣຸສ.
ພິກຂຸ ທ. ! ສັຕຕະບຸຣຸສຢ່າງອື່ນຍັງມີອີກຄື : ແມ່ນວ່າບໍ່ຖືກໃຜຖາມເຖິງຄວາມດີຂອງບຸຄຄົນອື່ນ ກໍຍັງເອົາມາເປີດເຜີຍໃຫ້ປາກົດ ຈະຕ້ອງກ່າວເຮັດຫຍັງເມື່ອຖືກຄົນຖາມ ; ກໍເມື່ອຖືກຄົນຖາມເຖິງຄວາມດີຂອງບຸຄຄົນອື່ນ ກໍນໍາເອົາບັນຫາໄປເຮັດໃຫ້
ບໍ່ຫຼີກລ່ຽງຫຼຸດໜ້ອຍ ກ່າວຄວາມດີຂອງຜູ່ອື່ນ ໂດຍພິສະດານບໍລິບູນ. ພິກຂຸ ທ. ! ຂໍ້ນີ້ຈົ່ງຮູ້ກັນເຖີ້ນວ່າ ຄົນຜູ່ນີ້ເປັນ ສັຕຕະບຸຣຸສ.
ພິກຂຸ ທ. ! ສັຕຕະບຸຣຸສຢ່າງອື່ນຍັງມີອີກຄື : ແມ່ນວ່າບໍ່ມີໃຜຖາມເຖິງຄວາມບໍ່ດີຂອງຕົນ ກໍຍັງເອົາມາເປີດເຜີຍເຮັດໃຫ້ປາກົດ ເປັນຫຍັງຈະຕ້ອງກ່າວເຖິງເມື່ອຖືກຖາມໜໍ ; ກໍເມື່ອຖືກຄົນຖາມເຖິງຄວາມບໍ່ດີຂອງຕົນ ກໍບໍ່ນໍາເອົາບັນຫາໄປເຮັດໃຫ້ຫຼຸດໜ້ອຍຫຼີກລ່ຽງ ແຕ່ກ່າວຄວາມບໍ່ດີຂອງຕົນ ໂດຍພິສະດານເຕັມທີ່. ພິກຂຸ ທ. ! ຂໍ້ນີ້ຈົ່ງຮູ້ກັນເຖີ້ນວ່າ ຄົນຜູ່ນີ້ເປັນ ສັຕຕະບຸຣຸສ.
ພິກຂຸ ທ. ! ສັຕຕະບຸຣຸສຢ່າງອື່ນຍັງມີອີກຄື : ແມ່ນວ່າມີຄົນຖາມເຖິງຄວາມດີຂອງຕົນ ກໍບໍ່ເປີດເຜີຍໃຫ້ປາກົດ ເປັນຫຍັງຈະຕ້ອງກ່າວເຖິງເມື່ອບໍ່ຖືກໃຜຖາມໜໍ ; ກໍເມື່ອຖືກຄົນຖາມເຖິງຄວາມດີຂອງຕົນ ກໍນໍາເອົາບັນຫາໄປເຮັດໃຫ້ຫຼຸດໜ້ອຍຫຼີກລ່ຽງເສຍ ກ່າວຄວາມດີຂອງຕົນໂດຍບໍ່ພິສະດານເຕັມທີ່. ພິກຂຸ ທ. ! ຂໍ້ນີ້ຈົ່ງຮູ້ກັນເຖີ້ນວ່າ ຄົນຜູ່ນີ້ເປັນ ສັຕຕະບຸຣຸສ.
ພິກຂຸ ທ. ! ບຸຄຄົນປະກອບດ້ວຍທັມ ໔ ປະການເຫຼົ່ານີ້ແລ ເປັນທີ່ຮູ້ກັນວ່າເປັນສັຕຕະບຸຣຸສ.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາວາຈາ ໑໐໗໑
໓. ວາຈາຂອງສະໄພ້ໃໝ່-ສະໄພ້ເກົ່າ
ພິກຂຸ ທ. ! ປຽບເໝືອນຍິງສະໃພ້ໃໝ່ ອັນເຂົາຫາກໍເອົາມາດ້າມຄືນດ້າມວັນ ຕະຫຼອດເວລາທໍ່ນັ້ນກໍຍັງມີຄວາມລະອາຍ ແລະຄວາມຢ້ານ ທີ່ດໍາຣົງໄວ້ຢ່າງເຂັ້ມແຂງ ໃນແມ່ຜົວແດ່ ໃນພໍ່ຜົວແດ່ ແມ່ນທີ່ສຸດແຕ່ໃນທາສ ກັມມະກອນ ຄົນໃຊ້.
ເມື່ອຜ່ານໄປໂດວຍສະໄໝອື່ນ ເພາະອາໄສຄວາມຄຸ້ນເຄີຍກັນ ຍິງສະໃພ້ນັ້ນ ກໍຮ້ອງທັ່ງໃສ່ແມ່ຜົວແດ່ ພໍ່ຜົວແດ່ ແມ່ນແຕ່ສາມີວ່າ ‘ຫຼີກໄປໆ ພວກສູຈະຮູ້ຫຍັງ’ ດັ່ງນີ້, ນີ້ເຊັ່ນໃດ ;








