ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ຄໍາໄຂຄວາມຂອງສັມມາວາຈາສີ່
(ອະມຸສາວາດະ) ເຂົານັ້ນ ຢຸດມຸສາວາດ ເວັ້ນຂາດຈາກມຸສາວາດ ເວົ້າແຕ່ຄວາມຈິງ ຮັກສາຄໍາສັຈຈ໌ ໝັ້ນຄົງໃນຄໍາເວົ້າ ມີຄໍາເວົ້າທີ່ຄວນເຊື່ອຖືໄດ້ ບໍ່ແກ້ງກ່າວໃຫ້ຜິດຕໍ່ໂລກ.
(ອະປິສຸນະວາດະ) ເຂົານັ້ນ ຢຸດຄໍາສັບສໍ່ ເວັ້ນຂາດຈາກຄໍາສັບສໍ່ ໄດ້ຟັງຈາກຝ່າຍນີ້ແລ້ວ ບໍ່ເກັບໄປບອກແກ່ຝ່າຍນັ້ນ ເພື່ອແຕກຈາກຝ່າຍນີ້ ຫຼື ໄດ້ຟັງຈາກຝ່າຍນັ້ນແລ້ວ ບໍ່ເກັບມາບອກແກ່ຝ່າຍນີ້ ເພື່ອແຕກຈາກຝ່າຍນັ້ນ ; ແຕ່ຈະສະໝານຄົນທີ່ແຕກກັນແລ້ວ ໃຫ້ກັບມາພ້ອມພຽງກັນ ອຸດໜູນຄົນທີ່ພ້ອມພຽງກັນຢູ່ ໃຫ້ພ້ອມພຽງກັນຍິ່ງຂຶ້ນ ; ເປັນຄົນມັກໃນການພ້ອມພຽງ ເປັນຄົນຍິນດີໃນການພ້ອມພຽງ ເປັນຄົນພໍໃຈໃນການພ້ອມພຽງ ກ່າວແຕ່ວາຈາທີ່ເຮັດໃຫ້ພ້ອມພຽງກັນ.
(ອະຜະຣຸສະວາດະ) ເຂົານັ້ນ ຢຸດການກ່າວຄໍາຫຍາບເສຍ ເວັ້ນຂາດຈາກການກ່າວຄໍາຫຍາບ ກ່າວແຕ່ວາຈາທີ່ບໍ່ມີໂທດ ມ່ວນໂສຕະ ໃຫ້ເກີດຄວາມຮັກ ເປັນຄໍາຟູໃຈ ເປັນຄໍາສຸພາບທີ່ຊາວເມືອງເຂົາເວົ້າກັນ ເປັນທີ່ຮັກໄຄ່ທີ່ພໍໃຈຂອງມະຫາຊົນ ກ່າວແຕ່ວາຈາເຊັ່ນນັ້ນຢູ່.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາວາຈາ ໑໐໖໗
(ອະສັມຜັປປະລາປະວາດະ) ເຂົານັ້ນ ຢຸດຄໍາເວົ້າໂລເລ ເວັ້ນຂາດຈາກຄໍາເວົ້າໂລເລ ກ່າວແຕ່ໃນເວລາອັນສົມຄວນ ກ່າວແຕ່ຄວາມຈິງ ເປັນປະໂຍຊນ໌ ເປັນທັມ ເປັນວິນັຍ ກ່າວແຕ່ວາຈາມີທີ່ຕັ້ງ ມີຫຼັກຖານທີ່ອ້າງອີງ ມີເວລາຈົບ ປະກອບດ້ວຍ
ປະໂຍຊນ໌ ສົມຄວນແກ່ເວລາ.
- ສີ. ທີ. ໙/໘໓/໑໐໓.
ສຸພາສິຕວາຈາ ໃນຖານະສັມມາວາຈາ
ພິກຂຸ ທ. ! ວາຈາອັນປະກອບດ້ວຍອົງຄ໌ ໕ ປະການ ເປັນວາຈາສຸພາສິຕ ບໍ່ເປັນວາຈາທຸບພາສິຕ ເປັນວາຈາບໍ່ມີໂທດ ແລະ ວິນຍູຊົນບໍ່ຕິຕຽນ. ອົງຄ໌ຫ້າປະການແນວໃດໜໍ ? ຫ້າປະການຄື :-
ກ່າວແລ້ວຄວນແກ່ເວລາ (ກາເລນະ ພາສິຕາ ໂຫຕິ),
ກ່າວແລ້ວຕາມສັຈຈິງ (ສັຈຈາ ພາສິຕາ ໂຫຕິ),
ກ່າວແລ້ວຢ່າງອ່ອນຫວານ (ສັນຫາ ພາສີຕາ ໂຫຕິ),
ກ່າວແລ້ວຢ່າງປະກອບດ້ວຍປະໂຍຊນ໌ (ອັຕຖະສັນຫິຕາ ພາສິຕາ ໂຫຕິ),
ກ່າວແລ້ວເມຕຕາຈິຕ (ເມຕຕະຈິຕເຕນະ ພາສິຕາ ໂຫຕິ),
ພິກຂຸ ທ. ! ວາຈາ ອັນປະກອບດ້ວຍອົງຄ໌ ໕ ປະການເຫຼົ່ານີ້ແລ ເປັນວາຈາສຸພາສິຕ ບໍ່ເປັນວາຈາທຸບພາສິຕ ເປັນວາຈາບໍ່ມີໂທດ ແລະ ວິນຍູຊົນບໍ່ຕິຕຽນ.
- ປັນຈກ. ອັງ. ໒໒/໒໗໑/໑໙໘.
ສຸພາສິຕວາຈາ ໃນຖານະສັມມາວາຈາ
(ອີກໄນຍະໜຶ່ງ)
ພິກຂຸ ທ. ! ວາຈາອັນປະກອບດ້ວຍອົງຄ໌ ໔ ປະການ ເປັນວາຈາສຸພາສິຕ ບໍ່ເປັນວາຈາທຸບພາສິຕ ເປັນວາຈາບໍ່ມີໂທດ ແລະ ວິນຍູຊົນບໍ່ຕິຕຽນ. ອົງຄ໌ສີ່ປະການ ແນວໃດໜໍ ? ສີ່ປະການຄື :-
໑໐໖໘ ອະຣິຍະສັຈຈ໌ຈາກພຣະໂອຖະ
ກ່າວເປັນສຸພາສິຕທໍ່ນັ້ນ ບໍ່ກ່າວເປັນທຸບພາສິຕ ;
ກ່າວເປັນທັມທໍ່ນັ້ນ ບໍ່ກ່າວເປັນອະທັມ ;
ກ່າວວາຈາໜ້າຮັກ (ແກ່ຜູ່ຟັງ) ທໍ່ນັ້ນ ບໍ່ກ່າວວາຈາບໍ່ໜ້າຮັກ (ແກ່ຜູ່ຟັງ)
ກ່າວວາຈາສັຈຈ໌ທໍ່ນັ້ນ ບໍ່ກ່າວວາຈາປີ້ນປ່າຍ.
ພິກຂຸ ທ. ! ວາຈາອັນປະກອບດ້ວຍອົງຄ໌ ໔ ປະການເຫຼົ່ານີ້ແລ ເປັນວາຈາສຸພາສິຕ ບໍ່ເປັນວາຈາທຸບພາສິຕ ເປັນວາຈາບໍ່ມີໂທດ ແລະ ວິນຍູຊົນບໍ່ຕິຕຽນ.
- ສຸຕຕ. ຂຸ. ໒໕/໔໑໑/໓໕໖.
ວາຈາຂອງຂອງສັຕຕະບຸຣຸສ ແລະ ອະສັຕຕະບຸຣຸສ
໑. ວາຈາຂອງສັຕຕະບຸຣຸສ
ພິກຂຸ ທ. ! ບຸຄຄົນປະກອບດ້ວຍທັມ ໔ ປະການ ເປັນທີ່ຮູ້ກັນວ່າເປັນ
ອະສັຕຕະບຸຣຸສ. ສີ່ປະການ ແນວໃດໜໍ ? ສີ່ປະການ ຄື :-
ພິກຂຸ ທ. ! ອະສັຕຕະບຸຣຸສໃນກໍລະນີນີ້ ເຖິງບໍ່ມີໃຜຖາມເຖິງຄວາມບໍ່ດີຂອງບຸຄຄົນອື່ນ ກໍນໍາເອົາມາເປີດເຜີຍໃຫ້ປາກົດ ບໍ່ຕ້ອງກ່າວເຖິງເມື່ອຖືກຄົນຖາມ ; ກໍເມື່ອຖືກຄົນຖາມເຖິງຄວາມບໍ່ດີຂອງບຸຄຄົນອື່ນ ກໍນໍາເອົາບັນຫາໄປເຮັດໃຫ້ບໍ່ມີທາງຫຼີກລ່ຽງຫຼຸດໜ້ອຍ ແລ້ວກ່າວຄວາມບໍ່ດີຂອງຜູ່ອື່ນຢ່າງເຕັມທີ່ ໂດຍພິສະດານ. ພິກຂຸ ທ. ! ຂໍ້ນີ້ຈົ່ງຮູ້ກັນເຖີ້ນວ່າ ຄົນຜູ່ນີ້ເປັນ ອະສັຕຕະບຸຣຸສ.
ພິກຂຸ ທ. ! ອະສັຕຕະບຸຣຸສຢ່າງອື່ນຍັງມີອີກຄື : ແມ່ນວ່າຖືກຄົນຖາມຢູ່ເຖິງຄວາມດີຂອງບຸຄຄົນອື່ນ ກໍບໍ່ເປີດເຜີຍໃຫ້ປາກົດ ບໍ່ຕ້ອງກ່າວເຖິງເມື່ອບໍ່ຖືກໃຜຖາມ ;
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາວາຈາ ໑໐໖໙








