ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ຣາຫຸລະ ! ຖ້າເຈົ້າພິຈາຣະນາຮູ້ສຶກຢູ່ດັ່ງນີ້ວ່າ “ວະຈີກັມທີ່ເຮົາກໍາລັງເຮັດຢູ່ນີ້

ບໍ່ເປັນໄປເພື່ອບຽດບຽນຕົນເອງແດ່ ບໍ່ເປັນໄປເພື່ອບຽດບຽນຜູ່ອື່ນແດ່ ບໍ່ເປັນໄປເພື່ອບຽດບຽນທັງສອງຝ່າຍແດ່ ເປັນວະຈີກັມທີ່ເປັນກຸສົລ ມີສຸຂເປັນກໍາໄລ ມີສຸຂເປັນວິບາກ” ດັ່ງນີ້ແລ້ວ, ຣາຫຸລະ ! ເຈົ້າຄວນຮີບເລັ່ງການເຮັດວະຈີກັມຊະນິດນັ້ນ.

໑໐໖໔ ອະຣິຍະສັຈຈ໌ຈາກພຣະໂອຖະ

ໝວດ ໓ ເມື່ອເຮັດແລ້ວ

ຣາຫຸລະ ! ເມື່ອເຈົ້າເຮັດກັມໃດດ້ວຍວາຈາແລ້ວ ຄວນພິຈາຣະນາກັມນັ້ນວ່າ “ວະຈີ ກັມທີ່ເຮົາເຮັດແລ້ວນີ້ ເປັນໄປເພື່ອບຽດບຽນຕົນເອງແດ່ ບຽດບຽນຜູ່ອື່ນແດ່ ບຽດບຽນທັງສອງຝ່າຍແດ່ ເປັນວະຈີກັມທີ່ເປັນອະກຸສົລ ມີທຸກຂ໌ເປັນກໍາໄລ ມີທຸກຂ໌ເປັນວິບາກ ຫຼືບໍ່ໜໍ ?” ດັ່ງນີ້, ຣາຫຸລະ ! ຖ້າເຈົ້າພິຈາຣະນາຮູ້ສຶກໄດ້ຢູ່ ດັ່ງນີ້ແລ້ວ, ເຈົ້າ ຈົ່ງສະແດງ ຈົ່ງເປີດເຜີຍ ຈົ່ງເຮັດໃຫ້ເປັນຂອງຫງາຍຊຶ່ງວະຈີກັມນັ້ນ ໃນພຣະສາສດາ ຫຼືໃນເພື່ອນສະພຣົມມະຈາຣີ ຜູ່ເປັນວິນຍູຊົນທັງຫຼາຍ ເມື່ອສະແດງ ເມື່ອເປີດເຜີຍ ເມື່ອເຮັດໃຫ້ເປັນຂອງຫງາຍແລ້ວ ຈົ່ງເຖິງຊຶ່ງຄວາມລະວັງສັງວອຣຕໍ່ໄປ.

ຣາຫຸລະ ! ຖ້າເຈົ້າພິຈາຣະນາ ຮູ້ສຶກຢູ່ດັ່ງນີ້ວ່າ “ວະຈີກັມທີ່ເຮົາເຮັດແລ້ວນີ້ ບໍ່ເປັນໄປເພື່ອບຽດບຽນຕົນເອງແດ່ ບໍ່ເປັນໄປເພື່ອບຽດບຽນຜູ່ອື່ນແດ່ ບໍ່ເປັນໄປເພື່ອບຽດບຽນທັງສອງຝ່າຍແດ່ ເປັນວະຈີກັມທີ່ເປັນກຸສົລ ມີສຸຂເປັນກໍາໄລ ມີສຸຂເປັນວິບາກ” ດັ່ງນີ້ແລ້ວ, ຣາຫຸລະ ! ເຈົ້າ ຈົ່ງຢູ່ດ້ວຍປີຕິ ແລະ ປາໂມດ ຕາມສຶກສາໃນກຸສົລທັມທັງຫຼາຍຢູ່ ທັງກາງເວັນ ແລະ ກາງຄືນເຖີ້ນ.

- ມ. ມ. ໑໓/໑໒໘/໑໓໐.

ຂໍ້ຄວນສັນລະເສີນ ຫຼືຄວນຕິຕຽນ ກ່ຽວກັບສັມມາວາຈາ

ໂປຕະລິຢະ ! ບຸຄຄົນ ໔ ຈໍາພວກເຫຼົ່ານີ້ ມີຢູ່ ຫາໄດ້ຢູ່ໃນໂລກ. ສີ່ຈໍາພວກເຫຼົ່າໃດໜໍ ? ສີ່ຈໍາພວກຄື :

ໂປຕະລິຢະ ! ບຸຄຄົນບາງຄົນໃນກໍລະນີນີ້ ກ່າວຕິຕຽນ ບຸຄຄົນທີ່ຄວນຕິຕຽນຕາມທີ່ເປັນຈິງ ໂດຍກາລອັນຄວນ ແຕ່ບໍ່ກ່າວສັນລະເສີນ ບຸຄຄົນທີ່ຄວນສັນລະເສີນ ຕາມທີ່ເປັນຈິງໂດຍການອັນຄວນ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາວາຈາ ໑໐໖໕

ໂປຕະລິຢະ ! ບຸຄຄົນບາງຄົນໃນກໍລະນີນີ້ ກ່າວສັນລະເສີນ ບຸຄຄົນທີ່ຄວນສັນລະເສີນຕາມທີ່ເປັນຈິງ ໂດຍກາລອັນຄວນ ແຕ່ບໍ່ກ່າວຕິຕຽນ ບຸຄຄົນທີ່ຄວນຕິຕຽນ ຕາມທີ່ເປັນຈິງໂດຍກາລອັນຄວນ.

ໂປຕະລິຢະ ! ບຸຄຄົນບາງຄົນໃນກໍລະນີນີ້ ບໍ່ກ່າວຕິຕຽນ ບຸຄຄົນທີ່ຄວນຕິຕຽນ ຕາມທີ່ເປັນຈິງ ໂດຍກາລອັນຄວນ ແລະ ບໍ່ກ່າວສັນລະເສີນ ບຸຄຄົນທີ່ຄວນສັນລະເສີນ ຕາມທີ່ເປັນຈິງໂດຍກາລອັນຄວນ.

ໂປຕະລິຢະ ! ບຸຄຄົນບາງຄົນໃນກໍລະນີນີ້ ກ່າວຕິຕຽນ ບຸຄຄົນທີ່ຄວນຕິຕຽນ ຕາມທີ່ເປັນຈິງ ໂດຍກາລອັນຄວນ ແລະກ່າວສັນລະເສີນ ບຸຄຄົນທີ່ຄວນສັນລະເສີນ ຕາມທີ່ເປັນຈິງໂດຍກາລອັນຄວນ.

ໂປຕະລິຢະ ! ບຸຄຄົນສີ່ຈໍາພວກເຫຼົ່ານີ້ແລ ມີຢູ່ ຫາໄດ້ຢູ່ໃນໂລກ. ໂປຕະລິຢະເອີຍ ! ໃນບັນດາບຸຄຄົນສີ່ຈໍາພວກນີ້ ບຸຄຄົນຈໍາພວກໃດ ຄວນຈະເປັນບຸຄຄົນທີ່ງົດງາມກວ່າ ປະນີຕກວ່າ ສໍາລັບທ່ານ.

“ຂ້າແຕ່ພຣະໂຄດົມຜູ່ຈະເຣີນ ! ໃນບັນດາບຸຄຄົນສີ່ຈໍາພວກເຫຼົ່ານັ້ນ ບຸຄຄົນຈໍາພວກທີ່ບໍ່ກ່າວຕິຕຽນບຸຄຄົນທີ່ຄວນຕິຕຽນ ຕາມເປັນຈິງ ໂດຍກາລອັນຄວນ ແລະ ບໍໍ່ກ່າວສັນລະເສີນ ບຸຄຄົນທີ່ຄວນສັນລະເສີນ ຕາມທີ່ເປັນຈິງ ໂດຍກາລອັນຄວນ, ບຸຄຄົນຈໍາພວກນີ້ແລ ຄວນຈະເປັນບຸຄຄົນທີ່ງົດງາມກວ່າ ທີ່ປະນີຕກວ່າ ສໍາລັບຂ້ານ້ອຍ. ຂໍ້ນັ້ນເພາະເຫຕໃດໜໍ ? ເພາະເຫຕວ່ານັ້ນ

ງົດງາມຍິ່ງດ້ວຍອຸເປກຂາ”.

ໂປຕະລິຢະ ! ໃນບັນດາບຸຄຄົນສີ່ຈໍາພວກເຫຼົ່ານັ້ນ ບຸຄຄົນຈໍາພວກໃດ ກ່າວຕິຕຽນບຸຄຄົນທີ່ຄວນຕິຕຽນ ຕາມເປັນຈິງ ໂດຍກາລອັນຄວນ ແລະ ກ່າວສັນລະເສີນບຸຄຄົນທີ່ຄວນສັນລະເສີນ ຕາມເປັນຈິງ ໂດຍກາລອັນຄວນ ; ບຸຄຄົນຈໍາພວກນີ້ ເປັນບຸຄຄົນພວກທີ່ງົດງາມກວ່າ ປະນີຕກວ່າ ໃນບັນດາບຸຄຄົນສີ່ຈໍາພວກເຫຼົ່ານັ້ນ ຂໍ້ນັ້ນ ເພາະເຫຕໃດໜໍ ? ໂປຕະລິຢະ ! ນັ້ນ ງົດງາມເພາະຄວາມເປັນຜູ່ຮູ້ກາລະ ໃນກໍລະນີນັ້ນໆ.

- ຈະຕຸກກ. ອັງ. ໒໑/໑໓໑/໑໐໐.

໑໐໖໖ ອະຣິຍະສັຈຈ໌ຈາກພຣະໂອຖະ

ໝວດ ຂ. ວ່າດ້ວຍ ລັກສະນະຂອງສັມມາວາຈາ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ