ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ຄວາມມັກກ່າວວ່າ ບໍ່ໄດ້ເຫັນໃນສິ່ງທີ່ບໍ່ໄດ້ເຫັນ ;
ຄວາມມັກກ່າວວ່າ ບໍ່ໄດ້ຟັງໃນສິ່ງທີ່ບໍ່ໄດ້ຟັງ ;
ຄວາມມັກກ່າວວ່າ ບໍ່ໄດ້ຮູ້ສຶກໃນສິ່ງທີ່ບໍ່ໄດ້ຮູ້ສຶກ ;
ຄວາມມັກກ່າວວ່າ ບໍ່ໄດ້ຮູ້ແຈ້ງໃນສິ່ງທີ່ບໍ່ໄດ້ຮູ້ແຈ້ງ ;
ຄວາມມັກກ່າວວ່າ ໄດ້ເຫັນໃນສິ່ງທີ່ໄດ້ເຫັນ ;
ຄວາມມັກກ່າວວ່າ ໄດ້ຟັງໃນສິ່ງທີ່ໄດ້ຟັງ ;
ຄວາມມັກກ່າວວ່າ ໄດ້ຮູ້ສຶກໃນສິ່ງທີ່ໄດ້ຮູ້ສຶກ ;
ຄວາມມັກກ່າວວ່າ ໄດ້ຮູ້ແຈ້ງໃນສິ່ງທີ່ໄດ້ຮູ້ແຈ້ງ.
ພິກຂຸ ທ. ! ອະຣິຍະໂວຫາຣ ໘ ປະການເຫຼົ່ານີ້ແລ.
- ອັຕຖກ. ອັງ. ໒໓/໓໑໖/໑໖໔ - ໑໖໕.
ສັມມາວາຈາ ໂດຍປະຣິຍາຍສອງຢ່າງ
(ໂລກິຢະ-ໂລກຸຕຕະຣະ)
ພິກຂຸ ທ. ! ສັມມາວາຈາ ເປັນແນວໃດໜໍ ? ພິກຂຸ ທ. ! ເຮົາກ່າວເຖິງແມ່ນສັມມາວາຈາວ່າມີໂດຍສ່ວນສອງຄື : ສັມມາວາຈາທີ່ຍັງເປັນໄປດ້ວຍອາສະວະ (ສາສະວະ)
໑໐໖໒ ອະຣິຍະສັຈຈ໌ຈາກພຣະໂອຖະ
ເປັນສ່ວນແຫ່ງບຸນຍ໌ (ປຸນຍະພາຄິຢະ) ມີອຸປະທິເປັນວິບາກ (ອຸປະທິເວປັກກະ) ກໍມີຢູ່ ; ສັມມາວາຈາອັນເປັນອະຣິຍະ (ອະຣິຢະ) ບໍ່ມີອາສະວະ (ອະນາສະວະ) ເປັນ
ໂລກຸຕຕະຣະ (ໂລກຸຕຕະຣະ) ເປັນອົງຄ໌ແຫ່ງມັຄຄ໌ (ມັຄຄັງຄະ) ກໍມີຢູ່.
ພິກຂຸ ທ. ! ສັມມາວາຈາທີ່ຍັງເປັນໄປກັບດ້ວຍອາສະວະ ເປັນສ່ວນແຫ່ງບຸນຍ໌ ມີອຸປະທິເປັນວິບາກ ນັ້ນເປັນແນວໃດໜໍ ? ເຈຕະນາເປັນເຄື່ອງງົດເວັ້ນຈາກມຸສາວາດ (ຄໍາບໍ່ຈິງ) ເຈຕະນາເປັນເຄື່ອງງົດເວັ້ນຈາກປິສຸນະວາດ (ຄໍາສັບສໍ່) ເຈຕະນາເປັນເຄື່ອງງົດເວັ້ນຈາກຜະຣຸສະວາດ (ຄໍາຫຍາບ) ເຈຕະນາເປັນເຄື່ອງງົດເວັ້ນຈາກສັມຜັປປະລາປະວາດ (ຄໍາໂລເລ) ພິກຂຸ ທ. ! ນີ້ຄືສັມມາວາຈາທີ່ຍັງເປັນໄປກັບດ້ວຍອາສະວະ ເປັນສ່ວນແຫ່ງບຸນຍ໌ ມີອຸປະທິເປັນວິບາກ.
ພິກຂຸ ທ. ! ສັມມາວາຈາອັນເປັນອະຣິຍະ ບໍ່ມີອາສະວະ ເປັນໂລກຸຕຕະຣະ ເປັນອົງຄ໌ແຫ່ງມັຄຄ໌ ນັ້ນເປັນແນວໃດໜໍ ? ຄືການງົດ (ອາຣະຕິ) ການເວັ້ນ (ວິຣະຕິ) ການເວັ້ນຂາດ (ປະຕິວິຣະຕິ) ແລະ ເຈຕະນາເປັນເຄື່ອງເວັ້ນ (ເວຣະມະນີ) ຈາກວະຈີ
ທຸຈະຣິຕທັງສີ່ (ຕາມທີ່ກ່າວແລ້ວຂ້າງເທິງ) ຂອງຜູ່ມີອະຣິຍະຈິຕ ຂອງຜູ່ມີອະນາສະວະຈິຕ ຂອງຜູ່ເປັນອະຣິຍະມັຄຄະສະມັງຄີ ຜູ່ຈະເຣີນຢູ່ຊຶ່ງອະຣິຍະມັຄຄ໌. ພິກຂຸ ທ. ! ນີ້ຄືສັມມາວາຈາອັນເປັນອະຣິຍະ ບໍ່ມີອະສະວະ ເປັນໂລກຸຕຕະຣະ ເປັນອົງຄ໌ແຫ່ງ
ມັຄຄະ.
- ອຸປຣິ. ມ. ໑໔/໑໘໓-໑໘໔/໒໖໖-໒໖໘.
ຫຼັກວິນິຈສັຍວະຈີກັມ ໓ ສະຖານ
ໝວດທີ ໑ : ເມື່ອຈະເຮັດ
ຣາຫຸລະ ! ເຈົ້າຢາກຈະເຮັດກັມໃດດ້ວຍວາຈາ ຄວນພິຈາຣະນາກັມນັ້ນເສຍກ່ອນວ່າ “ວະຈີກັມທີ່ເຮົາຢາກຈະເຮັດນີ້ ເປັນໄປເພື່ອບຽດບຽນຄົນເອງແດ່
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາວາຈາ ໑໐໖໓
ບຽດບຽນຜູ່ອື່ນແດ່ ບຽດບຽນທັງສອງຝ່າຍແດ່ ເປັນວະຈີກັມທີ່ເປັນອະກຸສົລ ມີທຸກຂ໌ເປັນກໍາໄລ ມີທຸກຂ໌ເປັນວິບາກ ຫຼືບໍ່ໜໍ ?” ດັ່ງນີ້, ຣາຫຸລະ ! ຖ້າເຈົ້າພິຈາຣະນາຮູ້ສຶກໄດ້ຢູ່ດັ່ງນີ້ແລ້ວ, ເຈົ້າ ບໍ່ຄວນເຮັດວະຈີກັມຊະນິດນີ້ນັ້ນໂດຍຝ່າຍດຽວ.
ຣາຫຸລະ ! ຖ້າເຈົ້າພິຈາຣະນາຮູ້ສຶກດັ່ງນີ້ວ່າ “ວະຈີກັມທີ່ເຮົາຢາກຈະເຮັດນີ້ ບໍ່ເປັນໄປເພື່ອບຽດບຽນຕົນເອງແດ່ ບໍ່ເປັນໄປເພື່ອບຽດບຽນຜູ່ອື່ນແດ່ ບໍ່ເປັນໄປເພື່ອບຽດບຽນທັງສອງຝ່າຍແດ່ ເປັນວະຈີກັມທີ່ເປັນກຸສົລ ມີສຸຂເປັນກໍາໄລ ມີສຸຂເປັນວິບາກ” ດັ່ງນີ້ແລ້ວ, ຣາຫຸລະ ! ເຈົ້າ ຈົ່ງເຮັດວະຈີກັມຊະນິດນັ້ນ.
ໝວດທີ ໒ : ເມື່ອເຮັດຢູ່
ຣາຫຸລະ ! ເມື່ອເຈົ້າເຮັດກັມໃດດ້ວຍວາຈາຢູ່ ຄວນພິຈາຣະນາກັມນັ້ນວ່າ “ວະຈີກັມທີ່ເຮົາກໍາລັງເຮັດຢູ່ນີ້ ເປັນໄປເພື່ອບຽດບຽນຕົນເອງແດ່ ບຽດບຽນຜູ່ອື່ນແດ່ ບຽດບຽນທັງສອງຝ່າຍແດ່ ເປັນວະຈີກັມທີ່ເປັນອະກຸສົລ ມີທຸກຂ໌ເປັນກໍາໄລ ມີທຸກຂ໌ເປັນວິບາກ ຫຼືບໍ່ໜໍ ?” ດັ່ງນີ້, ຣາຫຸລະ ! ຖ້າເຈົ້າພິຈາຣະນາຮູ້ສຶກໄດ້ຢູ່ດັ່ງນີ້ແລ້ວ, ເຈົ້າ ຄວນຢຸດເຊົາວະຈີກັມຊະນິດນັ້ນເສຍ.








