ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ວາເສຕຖະ ! ພຣາມໄຕຣເພດທັງຫຼາຍ ຢັ່ງລົງຢູ່ ຕິດຢູ່ ເມົາໝົກຢູ່ ບໍ່ມອງເຫັນໂທດຕໍ່າຊາມ ບໍ່ມີປັນຍາເຄື່ອງສະລັດອອກ ບໍຣິໂພກຢູ່ຊຶ່ງກາມະຄຸນທັງຫ້າເຫຼົ່ານີ້.

ວາເສຕຖະ ! ພຣາມໄຕຣເພດເຫຼົ່ານັ້ນ ລະທັມມະທີ່ເຮັດຄວາມເປັນພຣາມເສຍ ສະມາທານທັມມະທີ່ບໍ່ເຮັດຄວາມເປັນພຣາມ ດໍາຣົງຊີວິຕໃຫ້ເປັນໄປຢູ່ ບໍຣິໂພກ

ກາມະຄຸນທັງຫ້າຢ່າງຈົມເລິກຢູ່ ຕິດຢູ່ ເມົາໝົກຢູ່ ບໍ່ມອງເຫັນໂທດຕໍ່າຊາມ ບໍ່ມີປັນຍາເຄື່ອງສະລັດອອກ ມີກາມະສັນທະຜູກມັດແລ້ວ ຈັກເປັນຜູ່ເຂົ້າເຖິງຄວາມເປັນສະຫາຍແຫ່ງພຣົມ ພາຍຫຼັງແຕ່ການຕາຍ ເພາະການທໍາລາຍແຫ່ງກາຍ ດັ່ງນີ້ນັ້ນ ; ນັ້ນບໍ່ແມ່ນຖານະທີ່ຈັກເປັນໄປໄດ້.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສັງກັປປະ ໑໐໕໙

ວາເສຕຖະ ! ປຽບເໝືອນແມ່ນໍ້າອະຈີຣະວະດີນີ້ ມີນໍ້າເຕັມຝັ່ງ ກາຢືນດື່ມໄດ້. ຄັ້ງນັ້ນ ມີບຸຣຸສຄົນໜຶ່ງມາເຖິງແລ້ວ ເຂົາມີປະໂຍຊນ໌ທີ່ຝັ່ງນັ້ນ ສະແຫວງຫາຝັ່ງນັ້ນ ມີການໄປສູ່ຝັ່ງນັ້ນ ປະສົງຈະຂ້າມໄປສູ່ຝັ່ງນັ້ນ ແຕ່ເຂົານອນປົກຫຸ້ມຫົວຂອງຕົນຢູ່ແຄມຝັ່ງນີ້. ວາເສຕຖະ ! ທ່ານຈະສໍາຄັນຄວາມຂໍ້ນີວ່າແນວໃດ ; ບຸຣຸສນັ້ນຈະໄປຈາກຝັ່ງນີ້ສູ່ຝັ່ງນັ້ນ ແຫ່ງແມ່ນໍ້າອະຈີຣະວະດີ ໄດ້ຫລືບໍ່ໜໍ ? “ບໍ່ໄດ້ແນ່ນອນ ທ່ານພຣະໂຄດົມ !”.

ວາເສຕຖະ ! ຂໍ້ນີ້ກໍເຊັ່ນນັ້ນເໝືອນກັນ ; ນິວອຣ ໕ ຢ່າງ ເຫຼົ່ານີ້ ເອີ້ນກັນໃນ

ອະຣິຍະວິນັຍວ່າ “ເຄື່ອງຕັນ” ແດ່ ວ່າ “ເຄື່ອງກັ້ນ” ແດ່ ວ່າ “ເຄື່ອງຫຸ້ມ” ແດ່ ວ່າ “ເຄື່ອງຮ້ອຍຮັດ” ແດ່ ຫ້າຢ່າງ ແນວໃດໜໍ ? ຫ້າຢ່າງຄື ກາມະສັນທະນິວອຣ ພະຢາປາທະນິວອຣ ຖີນະມິດທະນິວອຣ ອຸດທັຈຈະກຸກກຸຈຈະນິວອຣ ວິຈິກິຈສານິວອຣ. ວາເສຕຖະ ! ນິວອຣ ໕ ຢ່າງ ເຫຼົ່ານີ້ແລ ຊຶ່ງເອີ້ນກັນໃນອະຣິຍະວິນັຍວ່າ “ເຄື່ອງຕັນ” ແດ່ ວ່າ “ເຄື່ອງກັ້ນ” ແດ່ “ເຄື່ອງຫຸ້ມ” ແດ່ ວ່າ “ເຄື່ອງຮ້ອຍຮັດ” ແດ່.

ວາເສຕຖະ ! ພຣາມໄຕຣເພດທັງຫຼາຍ ຖືກນິວອຣ ໕ ຢ່າງ ເຫຼົ່ານີ້ ຕັນແລ້ວ ກັ້ນແລ້ວ ຫຸ້ມແລ້ວ ຮ້ອຍຮັດແລ້ວ. ວາເສຕຖະ ! ພຣາມໄຕຣເພດເຫຼົ່ານັ້ນ ລະທັມມະທີ່ເຮັດຄວາມເປັນພຣາມເສຍ ສະມາທານທັມມະທີ່ບໍ່ເຮັດຄວາມເປັນພຣາມ ດໍາຣົງ

ຊີວິຕໃຫ້ເປັນໄປຢູ່ ອັນນິວອຣທັງ ໕ ຢ່າງ ຕັນແລ້ວ ກັ້ນແລ້ວ ຫຸ້ມແລ້ວ ຮ້ອຍຮັດແລ້ວ ຈັກເປັນຜູ່ເຂົ້າເຖິງຄວາມເປັນສະຫາຍແຫ່ງພຣົມ ພາຍຫຼັງແຕ່ການຕາຍເພາະການທໍາລາຍແຫ່ງກາຍ ດັ່ງນີ້ນັ້ນ ; ນັ້ນບໍ່ແມ່ນຖານະທີ່ຈັກເປັນໄປໄດ້.

- ສີ. ທີ. ໙/໓໐໕ - ໓໐໗/໓໗໗ - ໓໗໙.

ນິດເທສ ໑໕

ວ່າດ້ວຍ ສັມມາສັງກັປປະ

ຈົບ

໑໐໖໐ ອະຣິຍະສັຈຈ໌ຈາກພຣະໂອຖະ

ນິດເທສ ໑໖ ວ່າດ້ວຍ ສັມມາວາຈາ

(ມີ ໑໓ ເລື່ອງ)

ໝວດ ກ. ວ່າດ້ວຍ ອຸດເທສ - ວິພາກ ຂອງສັມມາວາຈາ

ອຸດເທສແຫ່ງສັມມາວາຈາ

ພິກຂຸ ທ. ! ສັມມາວາຈາ ເປັນແນວໃດໜໍ ? ເຈຕະນາເປັນເຄື່ອງເວັ້ນຈາກການເວົ້າບໍ່ຈິງ ເຈຕະນາເປັນເຄື່ອງເວັ້ນຈາກການເວົ້າສັບສໍ່ ເຈຕະນາເປັນເຄື່ອງເວັ້ນຈາກການເວົ້າຄໍາຫຍາບ ເຈຕະນາເປັນເຄື່ອງເວັ້ນຈາກການເວົ້າໂລເລ. ພິກຂຸ ທ. ! ອັນນີ້ເຮົາເອີ້ນວ່າ ສັມມາວາຈາ.

- ມຫາ. ທີ. ໖໐/໓໔໘/໒໙໙.

ຫຼັກວິທີການເວົ້າຈາທີ່ເປັນອະຣິຍະ ແລະ ອະນະຣິຍະ

ພິກຂຸ ທ. ! ອະນະຣິຍະໂວຫາຣ (ໂວຫາຣເວົ້າທີ່ບໍ່ແມ່ນອະຣິຍະ ແຕ່ເປັນຂອງຄົນພາລ) ໘ ປະການເຫຼົ່ານີ້ ມີຢູ່. ແປດປະການແນວໃດໜໍ ? ແປດປະການ ຄື :-

ຄວາມມັກກ່າວວ່າ ໄດ້ເຫັນໃນສິ່ງທີ່ບໍ່ໄດ້ເຫັນ ;

ຄວາມມັກກ່າວວ່າ ໄດ້ຟັງໃນສິ່ງທີ່ບໍ່ໄດ້ຟັງ ;

ຄວາມມັກກ່າວວ່າ ໄດ້ຮູ້ສຶກໃນສິ່ງທີ່ບໍ່ໄດ້ຮູ້ສຶກ ;

ຄວາມມັກກ່າວວ່າ ໄດ້ຮູ້ແຈ້ງໃນສິ່ງທີ່ບໍ່ໄດ້ຮູ້ແຈ້ງ ;

ຄວາມມັກກ່າວວ່າ ບໍ່ໄດ້ເຫັນໃນສິ່ງທີ່ໄດ້ເຫັນ ;

ຄວາມມັກກ່າວວ່າ ບໍ່ໄດ້ຟັງໃນສິ່ງທີ່ໄດ້ຟັງ ;

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາວາຈາ ໑໐໖໑

ຄວາມມັກກ່າວວ່າ ບໍ່ໄດ້ຮູ້ສຶກໃນສິ່ງທີ່ໄດ້ຮູ້ສຶກ ;

ຄວາມມັກກ່າວວ່າ ບໍ່ໄດ້ຮູ້ແຈ້ງໃນສິ່ງທີ່ໄດ້ຮູ້ແຈ້ງ.

ພິກຂຸ ທ. ! ອະນະຣິຍະໂວຫາຣ ໘ ປະການເຫຼົ່ານີ້ແລ.

ພິກຂຸ ທ. ! ອະຣິຍະໂວຫາຣ (ໂວຫາຣເວົ້າທີ່ເປັນອະຣິຍະ ບໍ່ແມ່ນຂອງຄົນພາລ) ໘ ປະການ ເຫຼົ່ານີ້ ມີຢູ່. ແປດປະການແນວໃດໜໍ ? ແປດປະການ ຄື :-

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ