ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ຖືກແລ້ວໆ ທີ່ພວກເຈົ້າທັງຫຼາຍເຂົ້າໃຈທັມ ທີ່ເຮົາສະແດງແລ້ວ ເຊັ່ນນັ້ນ. ພິກຂຸ ທ. ! ທັມທີ່ກໍ່ອັນຕະລາຍທັງຫຼາຍ ເຮົາໄດ້ກ່າວໄວ້ແລ້ວໂດຍອະເນກ

ປະຣິຍາຍ ແກ່ພວກເຈົ້າ ແລະ ທັມເຫຼົ່ານັ້ນກໍສາມາດທີ່ຈະກໍ່ອັນຕະລາຍແກ່ຜູ່ສ້ອງເສບໄດ້ແທ້. ກາມທັງຫຼາຍເຮົາກ່າວແລ້ວ ວ່າມີຄວາມໜ້າຍິນດີໜ້ອຍ ມີທຸກຂ໌ຫຼາຍ ມີຄວາມຄັບແຄ້ນຫຼາຍ ໂທດໃນເພາະກາມນັ້ນຫຼາຍຍິ່ງແທ້.

ເຮົາກ່າວກາມທັງຫຼາຍ ວ່າຄວນປຽບດ້ວຍ ທ່ອນກະດູກ ມີທຸກຂ໌ຫຼາຍ ມີຄວາມຄັບແຄ້ນຫຼາຍ ໂທດໃນເພາະກາມນັ້ນຫຼາຍຍິ່ງແທ້

ເຮົາກ່າວກາມທັງຫຼາຍ ວ່າຄວນປຽບດ້ວຍ ຕ່ອນຊີ້ນ ມີທຸກຂ໌ຫຼາຍ ມີຄວາມຄັບແຄ້ນຫຼາຍ ໂທດໃນເພາະກາມນັ້ນຫຼາຍຍິ່ງແທ້

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສັງກັປປະ ໑໐໕໗

ເຮົາກ່າວກາມທັງຫຼາຍ ວ່າຄວນປຽບດ້ວຍ ທວນໄຟເຮັດດ້ວຍຫຍ້າ ມີທຸກຂ໌ຫຼາຍ ມີຄວາມຄັບແຄ້ນຫຼາຍ ໂທດໃນເພາະກາມນັ້ນຫຼາຍຍິ່ງແທ້

ເຮົາກ່າວກາມທັງຫຼາຍ ວ່າຄວນປຽບດ້ວຍ ຂຸມຖ່ານໄຟ ມີທຸກຂ໌ຫຼາຍ ມີຄວາມຄັບແຄ້ນຫຼາຍ ໂທດໃນເພາະກາມນັ້ນຫຼາຍຍິ່ງແທ້

ເຮົາກ່າວກາມທັງຫຼາຍ ວ່າຄວນປຽບດ້ວຍ ຂອງໃນຄວາມຝັນ ມີທຸກຂ໌ຫຼາຍ ມີຄວາມຄັບແຄ້ນຫຼາຍ ໂທດໃນເພາະກາມນັ້ນຫຼາຍຍິ່ງແທ້

ເຮົາກ່າວກາມທັງຫຼາຍ ວ່າຄວນປຽບດ້ວຍ ຂອງຢືມເຂົາມາ ມີທຸກຂ໌ຫຼາຍ ມີຄວາມຄັບແຄ້ນຫຼາຍ ໂທດໃນເພາະກາມນັ້ນຫຼາຍຍິ່ງແທ້

ເຮົາກ່າວກາມທັງຫຼາຍ ວ່າຄວນປຽບດ້ວຍ ໝາກໄມ້ທີ່ຂ້າຕົ້ນ ມີທຸກຂ໌ຫຼາຍ ມີຄວາມຄັບແຄ້ນຫຼາຍ ໂທດໃນເພາະກາມນັ້ນຫຼາຍຍິ່ງແທ້

ເຮົາກ່າວກາມທັງຫຼາຍ ວ່າຄວນປຽບດ້ວຍ ຂຽງຮອງສັບຊີ້ນ ມີທຸກຂ໌ຫຼາຍ ມີຄວາມຄັບແຄ້ນຫຼາຍ ໂທດໃນເພາະກາມນັ້ນຫຼາຍຍິ່ງແທ້

ເຮົາກ່າວກາມທັງຫຼາຍ ວ່າຄວນປຽບດ້ວຍ ຫອກ ແລະ ຫຼາວ ມີທຸກຂ໌ຫຼາຍ ມີຄວາມຄັບແຄ້ນຫຼາຍ ໂທດໃນເພາະກາມນັ້ນຫຼາຍຍິ່ງແທ້

ເຮົາກ່າວກາມທັງຫຼາຍ ວ່າຄວນປຽບດ້ວຍ ຫົວງູ ມີທຸກຂ໌ຫຼາຍ ມີຄວາມຄັບແຄ້ນຫຼາຍ ໂທດໃນເພາະກາມນັ້ນຫຼາຍຍິ່ງແທ້ ...

ພິກຂຸ ທ. ! ໂມຄະບຸຣຸສນັ້ນໜໍ ຈັກເສບກາມໂດຍເວັ້ນຈາກ ກາມ (ກິເລສ) ເວັ້ນຈາກ ກາມະສັນຍາ ເວັ້ນຈາກ ກາມະວິຕົກ ດັ່ງນີ້ນັ້ນ ບໍ່ແມ່ນຖານະທີ່ຈະມີໄດ້.

- ມູ. ມ. ໑໒/໒໖໗/໒໗໗.

ຄວາມບໍ່ມີເນກຂັມມະວິຕົກໃນຈິຕຂອງສາມັນສັຕ

ວາເສຕຖະ ! ປຽບເໝືອນແມ່ນໍ້າອະຈີຣະວະດີນີ້ ມີນໍ້າເຕັມຝັ່ງ ກາຢືນດື່ມໄດ້. ຄັ້ງນັ້ນ ມີບຸຣຸສຄົນໜຶ່ງມາເຖິງແລ້ວ ເຂົາມີປະໂຍຊນ໌ທີ່ຝັ່ງນັ້ນ ສະແຫວງຫາຝັ່ງນັ້ນ

໑໐໕໘ ອະຣິຍະສັຈຈ໌ຈາກພຣະໂອຖະ

ມີການໄປສູ່ຝັ່ງນັ້ນ ປະສົງຈະຂ້າມໄປຝັ່ງນັ້ນ ແຕ່ເຂົາ ຜູກມັດຕົນຢ່າງໜຽວແໜ້ນດ້ວຍເຊືອກອັນໝັ້ນຄົງ ໃຫ້ມີແຂນໄຂວ່ຫຼັງຢູ່ແຄມຝັ່ງນີ້. ວາເສຕຖະ ! ທ່ານຈະສໍາຄັນຄວາມຂໍ້ນີ້ວ່າແນວໃດ ; ບຸຣຸສນັ້ນຈະໄປຈາກຝັ່ງນີ້ສູ່ຝັ່ງນັ້ນ ແຫ່ງແມ່ນໍ້າອະຈິຣະວະດີ ໄດ້ຫລືບໍ່ໜໍ ? “ບໍ່ໄດ້ແນ່ນອນ ທ່ານພຣະໂຄດົມ !”.

ວາເສຕຖະ ! ຂໍ້ນີ້ກໍເຊັ່ນນັ້ນເໝືອນກັນ ; ກາມະຄຸນ ໕ ຢ່າງ ເຫຼົ່ານີ້ ເອີ້ນກັນໃນ

ອະຣິຍະວິນັຍວ່າ “ຂື່ຄາ” ແດ່ ວ່າ “ເຄື່ອງກັກຂັງ” ແດ່. ຫ້າຢ່າງແນວໃດໜໍ ? ຫ້າຢ່າງຄື ຮູບທີ່ຕ້ອງຮູ້ແຈ້ງດ້ວຍຈັກຂຸ ... ສຽງທີ່ຕ້ອງຮູ້ແຈ້ງດ້ວຍຫູ ... ກິ່ນທີ່ຕ້ອງຮູ້ແຈ້ງດ້ວຍດັງ ... ຣົສທີ່ຕ້ອງຮູ້ແຈ້ງດ້ວຍລີ້ນ ... ໂຜຕຖັບພະທີ່ຕ້ອງຮູ້ແຈ້ງດ້ວຍກາຍ (ແຕ່ລະຢ່າງໆ) ອັນເປັນສິ່ງທີ່ໜ້າປາຖນາ ໜ້າຮັກໄຄ່ ໜ້າພໍໃຈ ມີລັກສະນະໜ້າຮັກ. ເປັນບ່ອນເຂົ້າໄປຕັ້ງອາໄສຢູ່ແຫ່ງຄວາມໃຄ່ ເປັນທີ່ຕັ້ງແຫ່ງຄວາມກໍາໜັດຍ້ອມໃຈ. ວາເສຕຖະ ! ກາມະຄຸນ ໕ ຢ່າງ ເຫຼົ່ານີ້ແລ ຊຶ່ງເອີ້ນກັນໃນອະຣິຍະວິນັຍວ່າ “ຂື່ຄາ” ແດ່ ວ່າ “ເຄື່ອງກັກຂັງ” ແດ່.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ