ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ໃນທິສໃດພວກພິກຂຸ ມີຄວາມພ້ອມພຽງກັນ ມີຄວາມບັນເທີງຕໍ່ກັນແລະກັນ ບໍ່ຜິດຖຽງວິວາດກັນ ເຂົ້າກັນແລະກັນໄດ້ຄັກຄືນໍ້ານົມກັບນໍ້າ ແນມເບິ່ງກັນແລະກັນດ້ວຍສາຍຕາແຫ່ງຄວາມຮັກຢູ່ ; ພິກຂຸ ທ. ! ທິສນັ້ນເປັນບ່ອນຜາສຸກແກ່ເຮົາ ເຖິງແມ່ນຈະຕ້ອງຍ່າງໄປ (ຢ່າງອິດເມື່ອຍ) ຈະເມື່ອຍກ່າວໄປຫຍັງເຖິງການທີ່ພຽງແຕ່ນຶກເຖິງ. ໃນກໍລະນີນີ້ ເຮົາເຊື່ອໝັ້ນແກ່ໃຈວ່າ ເປັນເພາະພວກພິກຂຸເຫຼົ່ານັ້ນ ໄດ້ປະຖິ້ມທັມສາມຢ່າງເຫຼົ່ານັ້ນເສຍແລ້ວ ແລະພາກັນມາຖື ເຮັດໃຫ້ຫຼາຍໃນທັມສາມຢ່າງເຫຼົ່ານີ້ແທນ.

- ຕິກ. ອັງ. ໒໐/໓໕໕/໕໖໔.

(ນີ້ເປັນເຄື່ອງສະແດງວ່າ ສັງຄະສາມັກຄີນັ້ນ ເປັນພຸດທະປະສົງ ແລະ ເປັນບ່ອນຖືກພຣະອັດທະຍາໄສ).

໑໐໕໔ ອະຣິຍະສັຈຈ໌ຈາກພຣະໂອຖະ

ໝວດ ຈ. ວ່າດ້ວຍ ໂທດຂອງການຂາດສັມມາສັງກັປປະ

ອາການເກີດແຫ່ງອະກຸສົລວິຕົກ ຫຼື ມິຈສາສັງກັປປະ

ພິກຂຸ ທ. ! ກາມະວິຕົກ ຍ່ອມເກີດຢ່າງມີເຫຕໃຫ້ເກີດ (ນິທານະ) ບໍ່ແມ່ນເກີດຢ່າງບໍ່ມີເຫຕໃຫ້ເກີດ. ພະຢາປາທະວິຕົກ ຍ່ອມເກີດຢ່າງມີເຫຕໃຫ້ເກີດ ບໍ່ແມ່ນເກີດຢ່າງບໍ່ມີເຫຕໃຫ້ເກີດ. ວິຫິງສາວິຕົກ ຍ່ອມເກີດຢ່າງມີເຫຕໃຫ້ເກີດ ບໍ່ແມ່ນເກີດຢ່າງບໍ່ມີເຫຕໃຫ້ເກີດ.

ກ. ກໍລະນີກາມະວິຕົກ

ພິກຂຸ ທ. ! ກາມະວິຕົກ (ຄວາມຕິດຕຶກໃນກາມ) ຍ່ອມເກີດຢ່າງມີເຫຕໃຫ້ເກີດ

ບໍ່ແມ່ນເກີດຢ່າງບໍ່ມີເຫຕໃຫ້ເກີດ ; ນັ້ນເປັນແນວໃດໜໍ ?

ພິກຂຸ ທ. ! ເພາະອາໄສກາມະທາຕຸ ຈຶ່ງເກີດກາມະສັນຍາ ;

ເພາະອາໄສກາມະສັນຍາ ຈຶ່ງເກີດກາມະສັງກັປປະ ;

ເພາະອາໄສກາມະສັງກັປປະ ຈຶ່ງເກີດກາມະສັນທະ ;

ເພາະອາໄສກາມະສັນທະ ຈຶ່ງເກີດກາມະປາຣິລາຫະ

(ຄວາມຮ້ອນຮົນເພື່ອຈະໄດ້ກາມ) ;

ເພາະອາໄສກາມະປະຣິລາຫະ ຈຶ່ງເກີດກາມະປາຣິເຢສະນາ

(ການສະແຫວງຫາກາມ).

ພິກຂຸ ທ. ! ປຸຖຸຊົນຜູ່ບໍ່ມີການສະດັບ ເມື່ອສະແຫວງຫາຢູ່ຢ່າງສະແຫວງຫາກາມ ຍ່ອມປະຕິບັຕຜິດໂດຍຖານະສາມ ຄື ໂດຍກາຍ ໂດຍວາຈາ ໂດຍໃຈ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສັງກັປປະ ໑໐໕໕

ຂ. ກໍລະນີພະຢາປາທະວິຕົກ

ພິກຂຸ ທ. ! ພະຢາປາທະວິຕົກ [(ຄວາມຕິດຕຶກໃນພະຍາບາດ (ມຸ່ງຮ້າຍ)] ຍ່ອມເກີດຢ່າງມີເຫຕໃຫ້ເກີດ ບໍ່ແມ່ນເກີດຢ່າງບໍ່ມີເຫຕໃຫ້ເກີດ ; ນັ້ນເປັນແນວໃດໜໍ ?

ພິກຂຸ ທ. ! ເພາະອາໄສພະຢາປາທະທາຕຸ ຈຶ່ງເກີດພະຢາປາທະສັນຍາ ;

ເພາະອາໄສພະຢາປາທະສັນຍາ ຈຶ່ງເກີດພະຢາປາທະສັງກັປປະ ;

ເພາະອາໄສພະຢາປາທະສັງກັປປະ ຈຶ່ງເກີດພະຢາປາທະສັນທະ ;

ເພາະອາໄສພະຢາປາທະສັນທະ ຈຶ່ງເກີດພະຢາປາທະປາຣິລາຫະ

(ຄວາມຮ້ອນຮົນເພື່ອຈະໄດ້ເຮັດການພະຍາບາດ) ;

ເພາະອາໄສພະຢາປາທະປະຣິລາຫະ ຈຶ່ງເກີດພະຢາປາທະປາຣິເຢສະນາ.

ພິກຂຸ ທ. ! ປຸຖຸຊົນຜູ່ບໍ່ມີການສະດັບ ເມື່ອສະແຫວງຫາຢູ່ຢ່າງສະແຫວງຫາພະຍາບາດ ຍ່ອມປະຕິບັຕຜິດໂດຍຖານະສາມ ຄື ໂດຍກາຍ ໂດຍວາຈາ ໂດຍໃຈ.

ຄ. ກໍລະນີວິຫິງສາວິຕົກ

ພິກຂຸ ທ. ! ວິຫິງສາວິຕົກ [ຄວາມນຶກຕຶກໃນວິຫິງສາ (ບຽດບຽນ)] ຍ່ອມເກີດຢ່າງມີເຫຕໃຫ້ເກີດ ບໍ່ແມ່ນເກີດຢ່າງບໍ່ມີເຫຕໃຫ້ເກີດ ; ນັ້ນເປັນແນວໃດໜໍ ?

໑໐໕໖ ອະຣິຍະສັຈຈ໌ຈາກພຣະໂອຖະ

ພິກຂຸ ທ. ! ເພາະອາໄສພະຢາປາທະທາຕຸ ຈຶ່ງເກີດພະຢາປາທະສັນຍາ ;

ເພາະອາໄສພະຢາປາທະສັນຍາ ຈຶ່ງເກີດພະຢາປາທະສັງກັປປະ ;

ເພາະອາໄສພະຢາປາທະສັງກັປປະ ຈຶ່ງເກີດພະຢາປາທະສັນທະ ;

ເພາະອາໄສພະຢາປາທະສັນທະ ຈຶ່ງເກີດພະຢາປາທະປາຣິລາຫະ

(ຄວາມຮ້ອນຮົນເພື່ອຈະໄດ້ເຮັດການພະຍາບາດ) ;

ເພາະອາໄສພະຢາປາທະປະຣິລາຫະ ຈຶ່ງເກີດພະຢາປາທະປາຣິເຢສະນາ.

ພິກຂຸ ທ. ! ປຸຖຸຊົນຜູ່ບໍ່ມີການສະດັບ ເມື່ອສະແຫວງຫາຢູ່ຢ່າງສະແຫວງຫາພະຍາບາດ ຍ່ອມປະຕິບັຕຜິດໂດຍຖານະສາມ ຄື ໂດຍກາຍ ໂດຍວາຈາ ໂດຍໃຈ.

- ນິທານ. ສັງ. ໑໖/໑໘໑/໓໕໕ - ໓໕໖.

ໝວດ ຊ. ວ່າດ້ວຍ ປະກິນນະກະ (ປີກຍ່ອຍ)

ທັມມະຊາຕຂອງກາມແຫ່ງກາມະວິຕົກ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ