ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ເນກຂັມມະວິຕົກ [ຄວາມຕຶກຕອງໃນເນກຂັມມະ (ອອກຈາກກາມ)] ຍ່ອມເກີດຢ່າງມີເຫຕໃຫ້ເກີດ ບໍ່ແມ່ນເກີດຢ່າງບໍ່ມີເຫຕໃຫ້ເກີດ ; ນັ້ນເປັນແນວໃດໜໍ ?

ພິກຂຸ ທ. ! ເພາະອາໄສເນກຂັມມະທາຕຸ ຈຶ່ງເກີດເນກຂັມມະສັນຍາ ;

ເພາະອາໄສ ເນກຂັມມະສັນຍາ ຈຶ່ງເກີດເນກຂັມມະສັງກັປປະ ;

ເພາະອາໄສ ເນກຂັມມະສັງກັປປະ ຈຶ່ງເກີດເນກຂັມມະສັນທະ ;

ເພາະອາໄສ ເນກຂັມມະສັນທະ ຈຶ່ງເກີດເນກຂັມມະປະຣິລາຫະ

(ຄວາມຮ້ອນຮົນເພື່ອຈະໄດ້ເນກຂັມມະ) ;

ເພາະອາໄສ ເນກຂັມປະຣິລາຫະ ຈຶ່ງເກີດເນກຂັມມະປະຣິເຢສະນາ.

ພິກຂຸ ທ. ! ອະຣິຍະສາວົກຜູ່ມີການສະດັບ ເມື່ອສະແຫວງຫາຢູ່ຢ່າງສະແຫວງ ຫາເນກຂັມມະ ຍ່ອມປະຕິບັຕຖືກໂດຍຖານະສາມ ຄືໂດຍກາຍ ໂດຍວາຈາ ໂດຍໃຈ.

ຂ. ກໍລະນີອັບພະຢາປາທະວິຕົກ

ພິກຂຸ ທ. ! ອັບພະຢາປາທະວິຕົກ (ການຕຶກຕອງໃນອັບພະຍາບາດ) ຍ່ອມເກີດຢ່າງມີເຫຕໃຫ້ເກີດ ບໍ່ແມ່ນເກີດຢ່າງບໍ່ມີເຫຕໃຫ້ເກີດ ນັ້ນເປັນແນວໃດໜໍ ?

ພິກຂຸ ທ. ! ເພາະອາໄສອັບພະຢາປາທະທາຕຸ ຈຶ່ງເກີດອັບພະຢາປາທະສັນຍາ ;

ເພາະອາໄສອັບພະຢາປາທະສັນຍາ ຈຶ່ງເກີດອັບພະຢາປາທະສັງກັປປະ ;

໑໐໕໒ ອະຣິຍະສັຈຈ໌ຈາກພຣະໂອຖະ

ເພາະອາໄສອັບພະຢາປາທະສັງກັປປະ ຈຶ່ງເກີດອັບພະຢາປາທະສັນທະ ;

ເພາະອາໄສອັບພະຢາປາທະສັນທະ ຈຶ່ງເກີດອັບພະຢາປາທະປະຣິລາຫະ

(ຄວາມຮ້ອນຮົນເພື່ອທີ່ຈະໄດ້ອັບພະຍາບາດ) ;

ເພາະອາໄສອັບພະຢາປາທະປະຣິລາຫະ ຈຶ່ງເກີດອັບພະຢາປາທະປະຣິເຢສະນາ.

ພິກຂຸ ທ. ! ອະຣິຍະສາວົກຜູ່ມີການສະດັບ ເມື່ອສະແຫວງຫາຢູ່ຢ່າງສະແຫວງຫາອັບພະຢາບາດ ຍ່ອມປະຕິບັຕຖືກໂດຍຖານະສາມ ຄືໂດຍກາຍ ໂດຍວາຈາ ໂດຍໃຈ.

ຄ. ກໍລະນີອະວິຫິງສາວິຕົກ

ພິກຂຸ ທ. ! ອະວິຫິງສາວິຕົກ (ຄວາມຕຶກຕອງໃນອະວິຫິງສາ) ຍ່ອມເກີດຢ່າງມີເຫຕໃຫ້ເກີດ ບໍ່ແມ່ນເກີດຢ່າງບໍ່ມີເຫຕໃຫ້ເກີດ ; ນັ້ນເປັນແນວໃດໜໍ ?

ພິກຂຸ ທ. ! ເພາະອາໄສ ອະວິຫິງສາທາຕຸ ຈຶ່ງເກີດອະວິຫິງສາສັນຍາ ;

ເພາະອາໄສ ອະວິຫິງສາສັນຍາ ຈຶ່ງເກີດອະວິຫິງສາສັງກັປປະ ;

ເພາະອາໄສ ອະວິຫິງສາສັງກັປປະ ຈຶ່ງເກີດອະວິຫິງສາສັນທະ ;

ເພາະອາໄສ ອະວິຫິງສາສັນທະ ຈຶ່ງເກີດອະວິຫິງສາປະຣິລາຫະ

(ຄວາມຮ້ອນຮົນເພື່ອະໄດ້ອະວິຫິງສາ) ;

ເພາະອາໄສ ອະວິຫິງສາປະຣິລາຫະ ຈຶ່ງເກີດອະວິຫິງສາປະຣິເຢສະນາ.

ພິກຂຸ ທ. ! ອະຣິຍະສາວົກຜູ່ມີການສະດັບ ເມື່ອສະແຫວງຫາຢູ່ຢ່າງສະແຫວງຫາອະວິຫິງສາ ຍ່ອມປະຕິບັຕຖືກໂດຍຖານະສາມ ຄືໂດຍກາຍ ໂດຍວາຈາ ໂດຍໃຈ.

- ນິທານ. ສັງ. ໑໖/໑໘໒ - ໑໘໓/໓໕໘ - ໓໕໙.

ສັມມາສັງກັປປະ ເຮັດໃຫ້ເກີດສັງຄະສາມັກຄີ

ພິກຂຸ ທ. ! ໃນທິສໃດພວກພິກຂຸ ມີຄວາມພ້ອມພຽງກັນ, ມີຄວາມບັນເທີງຕໍ່ກັນ ແລະກັນ ບໍ່ຜິດຖຽງວິວາດກັນ ເຂົ້າກັນໄດ້ດີຄັກຄືນໍ້ານົມກັບນໍ້າ

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສັງກັປປະ ໑໐໕໓

ແນມເບິ່ງກັນແລະກັນດ້ວຍສາຍຕາແຫ່ງຄວາມຮັກຢູ່ ; ພິກຂຸ ທ. ! ທິສນັ້ນ ເປັນບ່ອນຜາສຸກແກ່ເຮົາ ເຖິງຈະຕ້ອງຍ່າງໄປ (ຢ່າງອິດເມື່ອຍ) ຈະເມື່ອຍກ່າວໄປຫຍັງເຖິງການທີ່ພຽງແຕ່ນຶກເຖິງ. ໃນກໍລະນີນີ້ ເຮົາເຊື່ອໝັ້ນແກ່ໃຈວ່າ ເປັນເພາະພິກຂຸເຫຼົ່ານັ້ນໄດ້ປະຖິ້ມທັມສາມຢ່າງເສຍແລ້ວ ແລະ ພາກັນມາຖືເຮັດໃຫ້ຫຼາຍໃນທັມສາມຢ່າງ. ທັມສາມຢ່າງ ມີຫຍັງແດ່ທີ່ເຂົາປະຖິ້ມເສຍແລ້ວ ? ສາມຢ່າງຄື :

໑. ກາມະວິຕົກ ຄວາມຕຶກໃນກາມ

໒. ພະຢາປາທະວິຕົກ ຄວາມຕຶກໃນທາງມຸ່ງຮ້າຍ

໓. ວິຫິງສາວິຕົກ ຄວາມຕຶກທີ່ກໍ່ໃຫ້ເກີດຄວາມລໍາບາກ ທັງແກ່ຕົນແລະຜູອື່ນ.

ທັມ ໓ ຢ່າງເຫຼົ່ານີ້ແລ ທີ່ພວກພິກຂຸເຫຼົ່ານັ້ນປະຖິ້ມເສຍແລ້ວ.

ກໍທັມສາມຢ່າງ ແນວໃດໜໍ ທີ່ພວກພິກຂຸເຫຼົ່ານັ້ນ ພາກັນມາຖື ເຮັດເພີ່ມພູນໃຫ້ຫຼາຍ ? ສາມຢ່າງຄື :

໑. ເນກຂັມມະວິຕົກ ຄວາມຕຶກໃນການຫຼີກອອກຈາກຄວາມພົວພັນໃນກາມ

໒. ອັບພະຢາປາທະວິຕົກ ຄວາມຕຶກໃນການບໍ່ກໍຄວາມມຸ່ງຮ້າຍ

໓. ອະວິຫິງສາວິຕົກ ຄວາມຕຶກໃນການບໍ່ເຮັດຕົນ ແລະ ຜູ່ອື່ນໃຫ້ລໍາບາກ

ທັມ ໓ ຢ່າງເຫຼົ່ານີ້ແລ ທີ່ພວກພິກຂຸເຫຼົ່ານັ້ນປະຖິ້ມເສຍແລ້ວ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ