ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ນິມິຕເອງ ແລະ ຜູ່ບໍຣິໂພກກາມເຫຼົ່າອື່ນກໍດີ ລ້ວນແຕ່ຕັ້ງຢູ່ແລ້ວ
ໃນການບໍຣິໂພກກາມ ທັງຊະນິດນີ້ ແລະ ຊະນິດອື່ນ.
ບຸຄຄົນຄວນເວັ້ນຊຶ່ງກາມທັງປວງເສຍ ທັງທີ່ເປັນຂອງທິບ ແລະ
ຂອງມະນຸສ ຄວນຕັດຊຶ່ງກະແສແຫ່ງກາມ ອັນຢັ່ງລົງໃນປິຢະຮູບ ແລະ
ສາຕະຮູບ ອັນເປັນກະແສທີ່ກ້າວຂ້າມໄດ້ຍາກ ແລ້ວຍ່ອມປະຣິນິບພານ
ບໍ່ມີສ່ວນເຫຼືອ,
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສັງກັປປະ ໑໐໔໙
ກ້າວຂ້າມທຸກຂ໌ບໍ່ມີສ່ວນເຫຼືອ ເປັນບັນດິຕ ເປັນທັມອັນປະເສີດ
ເຖິງເວດດ້ວຍປັນຍາອັນຖືກຕ້ອງ ບໍ່ເຖິງຊຶ່ງຄວາມມີພົບໃໝ່
ເພາະຮູ້ຍິ່ງຊຶ່ງຄວາມດັບສິ້ນໄປແຫ່ງຊາຕ.
- ອິຕິວຸ. ຂຸ ໒໕/໓໐໒/໒໗໕.
ພິກຂຸ ທ. ! ບຸຄຄົນອັນ ປະກອບດ້ວຍກາມໂຢຄະ ແລະປະກອບດ້ວຍພະວະໂຢຄະ ຍ່ອມເປັນ ອາຄາມີ ຄືຜູ່ມາສູ່ຄວາມເປັນແນວນີ້ (ຄວາມເປັນມະນຸສຜູ່ບໍຣິໂພກກາມ).
ພິກຂຸ ທ. ! ບຸຄຄົນຜູ່ ປາສະຈາກກາມໂຢຄະ ແຕ່ຍັງປະກອບດ້ວຍພະວະໂຢຄະ ຍ່ອມເປັນ ອະນາຄາມີ ຄືຜູ່ບໍ່ມາສູ່ຄວາມເປັນແນວນີ້.
ພິກຂຸ ທ. ! ບຸຄຄົນຜູ່ ປາສະຈາກກາມໂຢຄະ ແລະ ປາສະຈາກພະວະໂຢຄະ ຍ່ອມເປັນ ອໍຣະຫັນຕ໌ ດັບສິ້ນອາສະວະ ດັ່ງນີ້.
(ຄາຖາຜະະນວກທ້າຍພຣະສູຕ)
ສັຕທັງຫຼາຍຜູ່ປະກອບດ້ວຍກາມໂຢຄະ ແລະພະວະໂຢຄະທັງສອງຢ່າງ
ຍ່ອມ ໄປສູ່ສັງສາຣະ ອັນເປັນເຄື່ອງໃຫ້ເຖິງຊຶ່ງຊາຕ ແລະ ມໍຣະນະ.
ສ່ວນສັຕຜູ່ລະກາມແລ້ວ ແຕ່ຍັງບໍ່ເຖິງຄວາມດັບສິ້ນອາສະວະ
ຍັງປະກອບຢູ່ດ້ວຍພະວະໂຢຄະ ນີ້ເອີ້ນວ່າ ອະນາຄາມີ.
ສ່ວນພວກທີ່ຕັດຄວາມສົງໄສໄດ້ແລ້ວ ດັບສິ້ນມານະ ແລະ ພົບໃໝ່
ກໍ ເຖິງຝັ່ງນອກແຫ່ງໂລກ ຄືເຖິງຄວາມດັບສິ້ນອາສະວະ.
- ອິຕິວຸ. ຂຸ. ໒໕/໓໐໓/໒໗໖.
໑໐໕໐ ອະຣິຍະສັຈຈ໌ຈາກພຣະໂອຖະ
ໝວດ ຈ. ວ່າດ້ວຍ ອານິສົງສ໌ຂອງສັມມາສັງກັປປະ
ການຫຼີກຈາກກາມເປັນບູຣະພະພາກຂອງພຣົມມະຈັນຣຍ໌
ຣາຊະກຸມາຣ ! ອຸປະມາຂໍ້ສາມ ທີ່ເປັນໜ້າອັດສະຈັນ ອັນເຮົາບໍ່ເຄີຍໄດ້ຍິນມາ ແລ້ວ ມາແຈ່ມແຈ້ງແກ່ເຮົາ, ຣາຊະກຸມາຣ ! ອຸປະມາວ່າໄມ້ແຫ້ງກອບ ທັງວາງໄວ້ເທິງບົກ ໄກຈາກນໍ້າ, ຫາກບຸຣຸສຕັ້ງໃຈວ່າ ເຮົາຈະນໍາເອົາໄມ້ສີໄຟອັນເທິງມາສີກັບໄມ້ນັ້ນ ໃຫ້ໄຟເກີດປາກົດຂຶ້ນ ດັ່ງນີ້, ຣາຊະກຸມາຣ ! ທ່ານຈະເຂົ້າໃຈວ່າແນວໃດ ບຸຣຸສນັ້ນຈະນໍາເອົາໄມ້ສີໄຟອັນເທິງ ມາສີກັບໄມ້ນັ້ນ ໃຫ້ໄຟເກີດປາກົດຂຶ້ນໄດ້ ຫຼືບໍ່ ? “ພຣະອົງ
ຜູ່ຈະເຣີນ ! ໄດ້ໂດຍແທ້, ເພາະເຫຕວ່ານັ້ນເປັນໄມ້ແຫ້ງກອບ ທັງຢູ່ເທິງບົກ ໄກຈາກນໍ້າດ້ວຍ”. ຣາຊະກຸມາຣ ! ເຊັ່ນໃດກໍເຊັ່ນນັ້ນ ; ສະມະນະ ຫຼືພຣາມພວກໃດ ມີກາຍລະຈາກວັຕຖຸກາມແລ້ວ ທັງໃຈກໍບໍ່ຄະລົນຢູ່ດ້ວຍກິເລສກາມ ອັນກໍ່ຄວາມພໍໃຈ ຄວາມເຍື້ອໃຍ ຄວາມເມົາໝົກ ຄວາມກະຫາຍ ຄວາມອັ່ງຮ້ອນ ໃນວັຕຖຸກາມທັງຫຼາຍ, ເຂົາເປັນຜູ່ລະໄດ້ ລະງັບໄດ້ຊຶ່ງກິເລສກາມ ອັນເປັນພາຍໃນເຫຼົ່ານັ້ນ. ສະມະນະ ຫຼືພຣາມເຫຼົ່ານັ້ນ ຈະໄດ້ສະເຫວີຍທຸກຂະເວທະນາອັນຮຸນແຮງ ເຜັດຮ້ອນ ເພາະຕັ້ງຄວາມ ພຽນກໍດີ ຫຼື ບໍ່ໄດ້ສະເຫວີຍກໍດີ ຍ່ອມຄວນເພື່ອເກີດປັນຍາຮູ້ເຫັນ ອັນບໍ່ມີປັນຍາອື່ນຍິ່ງໄປກວ່າໄດ້. ຣາຊະກຸມາຣ ! ນີ້ເປັນອຸປະມາທີສາມທີ່ເປັນໜ້າອັດສະຈັນ ອັນເຮົາ
ບໍ່ເຄີຍໄດ້ຍິນມາແລ້ວແຕ່ກ່ອນ ໄດ້ມາແຈ່ມແຈ້ງແກ່ເຮົາແລ້ວ.
- ມູ. ມ. ໑໒/໔໔໙/໒໑໖.
(ສໍາລັບອຸປະມາທີໜຶ່ງ ແລະ ອຸປະມາທີສອງ ທີ່ກ່າວເຖິງຄວາມບໍ່ປະສົບຄວາມສໍາເລັດໃນພຣົມມະຈັນຣຍ໌ ເພາະຈົມຕິດຢູ່ໃນກາມ ໂດຍກາຍແດ່ ໂດຍໃຈແດ່ ຫາອ່ານໄດ້ຈາກໜັງສື
ພຸດທະປະວັຕ ຈາກພຣະໂອຖະ ທີ່ຫົວຂໍ້ວ່າ : “ອຸປະມາປາກົດແຈ່ມແຈ້ງ” ທີ່ໜ້າ ໖໑).
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສັງກັປປະ ໑໐໕໑
ອາການເກີດແຫ່ງກຸສົລວິຕົກ ຫຼື ສັມມາສັງກັປປະ
ພິກຂຸ ທ. ! ເນກຂັມມະວິຕົກ ຍ່ອມເກີດຢ່າງມີເຫຕໃຫ້ເກີດ (ນິທານະ) ບໍ່ແມ່ນເກີດຢ່າງບໍ່ມີເຫຕໃຫ້ເກີດ. ອັບພະຢາປາທະວິຕົກ ຍ່ອມເກີດຢ່າງມີເຫຕໃຫ້ເກີດ ບໍ່ແມ່ນເກີດຢ່າງບໍ່ມີເຫຕໃຫ້ເກີດ. ອະວິຫິງສາວິຕົກ ຍ່ອມເກີດຢ່າງມີເຫຕໃຫ້ເກີດ ບໍ່ແມ່ນເກີດຢ່າງບໍ່ມີເຫຕໃຫ້ເກີດ.
ກ. ກໍລະນີເນກຂັມມະວິຕົກ








