ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ພິກຂຸ ທ. ! ປຽບເໝືອນບຸຣຸສແຂງແຮງ ຈັບບຸຣຸສອ່ອນແອທີ່ຫົວ ທີ່ຄໍຫຼືທີ່ລໍາໂຕ ແລ້ວຂົ່ມຂີ່ ບີບຄັ້ນ ເຮັດໃຫ້ຮ້ອນຮົນເປັນຢ່າງຍິ່ງ ນີ້ເຊັ່ນໃດ ; ພິກຂຸ ທ. ! ຂໍ້ນີ້ ກໍເຊັ່ນນັ້ນເໝືອນກັນ (ທີ່ພິກຂຸນັ້ນຂົ່ມຂີ່ຈິຕດ້ວຍຈິຕ ບີບບັງຂັບຈິຕດ້ວຍຈິຕ ເຜົາຈິຕດ້ວຍຈິຕ ໃຫ້ເປັນຢ່າງຍິ່ງ).
ຜົລສໍາເລັດແຫ່ງການກໍາຈັດອະກຸສົລວິຕົກ
ພິກຂຸ ທ. ! ໃນກາລໃດແລ ເມື່ອພິກຂຸອາໄສນິມິຕໃດ ຕັ້ງໃນໃຈຊຶ່ງນິມິຕໃດຢູ່
ອະກຸສົລວິຕົກອັນເປັນບາບ ທີ່ປະກອບຢູ່ດ້ວຍສັນທະແດ່ ປະກອບຢູ່ດ້ວຍໂທສະແດ່ ປະກອບຢູ່ດ້ວຍໂມຫະແດ່ ໄດ້ບັງເກີດຂຶ້ນ. ເມື່ອພິກຂຸນັ້ນລະນິມິຕນັ້ນ ຕັ້ງໃນໃຈຊຶ່ງນິມິຕອື່ນ ອັນປະກອບດ້ວຍກຸສົລຢູ່, ອະກຸສົລວິຕົກອັນເປັນບາບ ທີ່ປະກອບຢູ່ດ້ວຍສັນທະແດ່ ດ້ວຍໂທສະແດ່ ດ້ວຍໂມຫະແດ່ ເຫຼົ່ານັ້ນ ຍ່ອມລະໄປ ຍ່ອມເຖິງຊຶ່ງການຕັ້ງຢູ່ບໍ່ໄດ້. ເພາະລະເສຍໄດ້ຊຶ່ງອະກຸສົລເຫຼົ່ານັ້ນ ຈິຕຂອງເຂົາກໍຕັ້ງຢູ່ດ້ວຍດີ ສະງົບລະງັບຢູ່ດ້ວຍດີ ເປັນທັມອັນເອກຜຸດມີຂຶ້ນ ເປັນສະມາທິຢູ່ ໃນພາຍໃນນັ້ນແລ.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສັງກັປປະ ໑໐໔໗
ເມື່ອພິກຂຸນັ້ນໄຄ່ຄວນຊຶ່ງໂທດ ແຫ່ງອະກຸສົລວິຕົກເຫຼົ່ານັ້ນຢູ່, ອະກຸສົລວິຕົກອັນເປັນບາບທີ່ປະກອບດ້ວຍສັນທະແດ່ ດ້ວຍໂທສະແດ່ ດ້ວຍໂມຫະແດ່ ເຫຼົ່ານັ້ນ ຍ່ອມລະໄປ ຍ່ອມເຖິງຊຶ່ງການຕັ້ງຢູ່ບໍ່ໄດ້. ເພາະລະເສຍໄດ້ຊຶ່ງອະກຸສົລເຫຼົ່ານັ້ນ ຈິຕຂອງເຂົາກໍຕັ້ງຢູ່ດ້ວຍດີ ສະງົບລະງັບຢູ່ດ້ວຍດີ ເປັນທັມອັນເອກຜຸດມີຂຶ້ນ ເປັນສະມາທິຢູ່ໃນພາຍໃນນັ້ນແລ.
ເມື່ອພິກຂຸນັ້ນ ບໍ່ລະລຶກເຖິງ ບໍ່ຕັ້ງໄວ້ໃນໃຈ ຊຶ່ງອະກຸສົລວິຕົກເຫຼົ່ານັ້ນຢູ່, ອະກຸສົລວິຕົກອັນເປັນບາບ ທີ່ປະກອບດ້ວຍສັນທະແດ່ ດ້ວຍໂທສະແດ່ ດ້ວຍໂມຫະແດ່ ເຫຼົ່ານັ້ນ ຍ່ອມລະໄປ ຍ່ອມເຖິງຊຶ່ງການຕັ້ງຢູ່ບໍ່ໄດ້. ເພາະລະເສຍໄດ້ ຊຶ່ງອະກຸສົລເຫຼົ່ານັ້ນ ຈິຕຂອງເຂົາກໍຕັ້ງຢູ່ດ້ວຍດີ ສະງົບລະງັບຢູ່ດ້ວຍດີ ເປັນທັມເອກຜຸດມີຂຶ້ນ ເປັນສະມາທິຢູ່ ໃນພາຍໃນນັ້ນແລ.
ເມື່ອພິກຂຸນັ້ນ ຕັ້ງໃນໃຈຊຶ່ງຮູບປະພັນສັນຖານ ແຫ່ງການປຸງແຕ່ງແຫ່ງວິຕົກ ຂອງອະກຸສົລວິຕົກເຫຼົ່ານັ້ນຢູ່, ອະກຸສົລວິຕົກອັນເປັນບາບ ທີ່ປະກອບດ້ວຍສັນທະແດ່ ດ້ວຍໂທສະແດ່ ດ້ວຍໂມຫະແດ່ ເຫຼົ່ານັ້ນ ຍ່ອມລະໄປ, ຍ່ອມເຖິງຊຶ່ງການຕັ້ງຢູ່ບໍ່ໄດ້. ເພາະລະເສຍໄດ້ຊຶ່ງອະກຸສົລເຫຼົ່ານັ້ນ ຈິຕຂອງເຂົາກໍຕັ້ງຢູ່ດ້ວຍດີ ສະງົບລະງັບຢູ່ດ້ວຍດີ ເປັນທັມອັນເອກຜຸດມີຂຶ້ນ ເປັນສະມາທິຢູ່ ໃນພາຍໃນ ນັ້ນແລ.
ເມື່ອພິກຂຸນັ້ນ ຂົບແຂ້ວດ້ວຍແຂ້ວ ອັດເພດານດ້ວຍລິ້ນ ຂົ່ມຂີ່ຈິຕດ້ວຍຈິຕ ບີບບັງຄັບຈິຕດ້ວຍຈິຕ ເຜົາຈິຕດ້ວຍຈິຕ ໃຫ້ເປັນຢ່າງຍິ່ງຢູ່, ອະກຸສົລວິຕົກອັນເປັນບາບ ທີ່ປະກອບດ້ວຍສັນທະແດ່ ດ້ວຍໂທສະແດ່ ດ້ວຍໂມຫະແດ່ ເຫຼົ່ານັ້ນ ຍ່ອມລະໄປ, ຍ່ອມເຖິງຊຶ່ງການຕັ້ງຢູ່ບໍ່ໄດ້. ເພາະລະເສຍໄດ້ຊຶ່ງອະກຸສົລເຫຼົ່ານັ້ນ ຈິຕຂອງເຂົາກໍຕັ້ງຢູ່ດ້ວຍດີ ສະງົບລະງັບຢູ່ດ້ວຍດີ ເປັນທັມອັນເອກຜຸດມີຂຶ້ນ ເປັນສະມາທິຢູ່ ໃນພາຍໃນນັ້ນແລ.
໑໐໔໘ ອະຣິຍະສັຈຈ໌ຈາກພຣະໂອຖະ
ພິກຂຸ ທ. ! ພິກຂຸນີ້ ເຮົາກ່າວວ່າ ເປັນຜູ່ມີອໍານາດ ໃນຄອງແຫ່ງຊະນິດຕ່າງໆຂອງວິຕົກ ; ເຂົາປະສົງຈັກຕຶກເຖິງວິຕົກໃດ ກໍຕຶກເຖິງວິຕົກນັ້ນໄດ້ ບໍ່ປະສົງຈັກຕຶກເຖິງວິຕົກໃດ ກໍບໍ່ຕຶກເຖິງວິຕົກນັ້ນໄດ້ ເຂົານັ້ນ ໄດ້ຕັດຕັນຫາຂາດແລ້ວ ຮື້ຖອນ ສັນໂຍຊນ໌ແລ້ວ ໄດ້ເຮັດທີ່ສຸດແຫ່ງທຸກຂ໌ແລ້ວ ເພາະຮູ້ສະເພາະຊຶ່ງມານະໂດຍຖືກຕ້ອງແລ.
- ມູ. ມ. ໑໒/໒໔໑ - ໒໔໖/໒໕໗ - ໒໖໒.
ໜ້າທີ່ທີ່ມະນຸສສ໌ຄວນປະຕິບັຕຕໍ່ “ກາມ”
(ເພື່ອກໍາຈັດກາມະວິຕົກ)
ພິກຂຸ ທ. ! ການເຂົ້າເຖິງຊຶ່ງກາມ ໓ ຢ່າງ ເຫຼົ່ານີ້ມີຢູ່. ສາມຢ່າງແນວໃດໜໍ ? ສາມຢ່າງຄື : ຜູ່ມີກາມອັນຕົນເຂົ້າໄປດໍາຣົງຢູ່ ຜູ່ຍິນດີໃນກາມອັນຕົນນິມິຕເອງ ຜູ່ໃຊ້
ອໍານາດໃຫ້ເປັນໄປ ໃນກາມທີ່ຜູ່ອື່ນນິມິຕໃຫ້. ພິກຂຸ ທ. ! ເຫຼົ່ານີ້ແລ ເປັນການເຂົ້າເຖິງກາມ ໓ ຢ່າງ.
(ຄາຖາຜະນວກທ້າຍພຣະສູຕ)
ພວກຊົນຜູ່ມີກາມອັນຕົນເຂົ້າໄປດໍາຣົງຢູ່ ເທບພະຍາດາຜູ່ໃຊ້ອໍານາດ
ໃຫ້ເປັນໄປໃນກາມທີ່ຜູ່ອື່ນນິມິຕໃຫ້ ເທບພະຍາດາຜູ່ຍິນດີໃນກາມ ອັນຕົນ








