ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ເມື່ອເຮົາເປັນຜູ່ບໍ່ປະມາດ ມີພຽນ ມີຕົນສົ່ງໄປຢູ່ແນວນີ້ ເນກຂັມມະວິຕົກ ຍ່ອມເກີດຂຶ້ນ ...໑ ອັບພະປາທະວິຕົກ ຍ່ອມເກີດຂຶ້ນ ... ອະວິຫິງສາວິຕົກ ຍ່ອມເກີດຂຶ້ນ. ເຮົາຍ່ອມຮູ້ແຈ້ງວ່າ ອະວິຫິງສາວິຕົກເກີດຂຶ້ນແກ່ເຮົາແລ້ວ, ກໍອະວິຫິງສາວິຕົກນັ້ນ ບໍ່ເປັນໄປເພື່ອບຽດບຽນຕົນ ບຽດບຽນຜູ່ອື່ນ ຫຼື ບຽດບຽນທັງສອງຝ່າຍ, ແຕ່ເປັນໄປພ້ອມເພື່ອຄວາມຈະເຣີນແຫ່ງປັນຍາ ບໍ່ເປັນຝັກຝ່າຍແຫ່ງຄວາມຄັບແຄ້ນ ເປັນໄປພ້ອມເພື່ອນິບພານ. ເຖິງເຮົາຈັກຕຶກຕາມຕອງຕາມ ເຖິງອະວິຫິງສາວິຕົກນັ້ນຕະຫຼອດຄືນ ກໍແລບໍ່ເຫັນພັຍທີ່ຈະເກີດຂຶ້ນ ເພາະອະວິຫິງສາວິຕົກນັ້ນເປັນເຫຕ. ເຖິງເຮົາຈັກຕຶກຕາມຕອງຕາມເຖິງອະວິຫິງສາວິຕົກນັ້ນ ຕະຫຼອດເວັນ ຫຼືຕະຫຼອດທັງກາງ ຄືນກາງເວັນ ກໍແລບໍ່ເຫັນພັຍອັນຈະເກີດຂຶ້ນ ເພາະອະວິຫິງສາວິຕົກນັ້ນເປັນເຫຕ.

ພິກຂຸ ທ. ! ກໍແຕ່ວ່າເມື່ອເຮົາຕຶກຕາມຕອງຕາມດົນເກີນໄປ ກາຍກໍອິດເມື່ອຍ, ເມື່ອກາຍອິດເມື່ອຍ ຈິຕກໍອ່ອນເພຍ, ເມື່ອຈິຕອ່ອນເພຍ ຈິຕກໍຫ່າງຈາກສະມາທິ, ເພາະເຫຕນັ້ນ ເຮົາຈຶ່ງດໍາຣົງຈິຕໃຫ້ຢຸດຢູ່ໃນພາຍໃນ ເຮັດໃຫ້ມີອາຣົມອັນດຽວ

ຕັ້ງໝັ້ນໄວ້. ຂໍ້ນັ້ນເພາະເຫຕໃດໜໍ ? ເພາະເຮົາປະສົງຢູ່ວ່າ ຈິຕຂອງເຮົາຢ່າຟຸ້ງຊ້ານຂຶ້ນເລີຍ ດັ່ງນີ້.

ພິກຂຸ ທ. ! ພິກຂຸຕຶກຕາມຕອງຕາມ ເຖິງອາຣົມໃດໆຫຼາຍ ຈິຕຍ່ອມນ້ອມໄປໂດຍອາການເຊັ່ນນັ້ນໆ ; ຖ້າພິກຂຸຕຶກຕອງຕາມເນກຂັມມະວິຕົກຫຼາຍ ກໍເປັນອັນວ່າລະກາມະວິຕົກເສຍ ເຮັດແລ້ວຢ່າງຫຼາຍຊຶ່ງເນກຂັມມະວິຕົກ ; ຈິຕຂອງເຂົານັ້ນຍ່ອມນ້ອມໄປ ເພື່ອຄວາມຕຶກໃນການອອກຈາກກາມ (ເນກຂັມມະວິຕົກ).

໑. ທີ່ປະດ້ວຍຈຸດນີ້ ໝາຍຄວາມວ່າຕຣັັດເທື່ອລະວິຕົກ ແຕ່ຄໍາຕຣັດຄືກັນໝົດ ຜິດແຕ່ຊື່ທໍ່ນັ້ນ, ທຸກໆວິຕົກ

ມີເນື້ອໃນໃຈຄວາມເຊັ່ນດຽວກັນ, ຈະໃສ່ເຕັມສະເພາະອະວິຫິງສາວິຕົກ ຊຶ່ງເປັນວິຕົກຂໍ້ສຸດທ້າຍທໍ່ນັ້ນ,

ສໍາລັບສອງວິຕົກເບື້ອງຕົ້ນ ກໍມີແນວແຫ່ງການພິຈາຣະນາ ແລະ ຮູ້ສຶກເຊັ່ນດຽວກັນກັບໃນກໍລະນີແຫ່ງ

ອະວິຫິງສາວິຕົກ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສັງກັປປະ ໑໐໔໑

ຖ້າພິກຂຸຕຶກຕອງຕາມເຖິງອັບພະຢາປາທະວິຕົກຫຼາຍ ກໍເປັນອັນວ່າລະພະຍາບາດວິຕົກເສຍ ເຮັດແລ້ວຢ່າງຫຼາຍໃນອັບພະຢາປາທະວິຕົກ ; ຈິຕຂອງເຂົານັ້ນຍ່ອມນ້ອມໄປ ເພື່ອຄວາມຕຶກໃນການບໍ່ພະຍາບາດ (ອັບພະຢາປາທະວິຕົກ) ຖ້າພິກຂຸຕຶກຕອງຕາມເຖິງ ອະວິຫິງສາວິຕົກ ຫຼາຍ ກໍເປັນອັນວ່າລະວິຫິງສາວິຕົກເສຍ ເຮັດແລ້ວຢ່າງຫຼາຍໃນອະວິຫິງສາວິຕົກ ; ຈິຕຂອງເຂົານັ້ນຍ່ອມນ້ອມໄປ ເພື່ອຄວາມຕຶກໃນການບໍ່ເຮັດສັຕໃຫ້ລໍາບາກ (ອະວິຫິງສາວິຕົກ).

ພິກຂຸ ທ. ! ປຽບເໝືອນໃນເດືອນສຸດທ້າຍແຫ່ງລະດູຮ້ອນ ເຂົ້າປູກທັງໝົດເຂົາຂົນເອົາໄປໃນບ້ານໝົດແລ້ວ ຄົນລ້ຽງງົວຍ່ອມລ້ຽງງົວໄດ້. ເມື່ອເຂົາໄປພັກກ້ອງຮົ່ມໄມ້ ຫຼື ໄປກາງທົ່ງແຈ້ງໆ ຍ່ອມຕັ້ງແຕ່ຄວາມກໍານົດວ່າ ນັ້ນຝູງງົວດັ່ງນີ້ (ກໍພໍແລ້ວ) ເຊັ່ນໃດ ; ພິກຂຸ ທ. ! ເຖິງພິກຂຸກໍພຽງແຕ່ຕັ້ງຄວາມລະລຶກວ່າ ນັ້ນທັມທັງຫຼາຍດັ່ງນີ້ (ກໍພໍແລ້ວ) ເຊັ່ນນັ້ນຄືກັນ.

- ມູ. ມ. ໑໒/໑໓໒ - ໒໓໖/໒໕໒.

ອາການເກີດແຫ່ງເນກຂັມມະສັງກັປປະ

ຕະຖາຄົຕນັ້ນ ສະແດງທັມງົດງາມໃນເບື້ອງຕົ້ນ ງົດງາມໃນທ່າມກາງ ງົດງາມໃນທີ່ສຸດ ປະກາດພຣົມມະຈັນຣຍ໌ບໍຣິສຸດ ບໍຣິບູນສິ້ນເຊີງ ພ້ອມທັງອັຕຖະ ພ້ອມທັງພະຍັນຊະນະ.

ຄະຫະບໍດີ ຫຼືວ່າຄະຫະບໍດີບຸຕ ຫຼືບຸຄຄົນຜູ່ເກີດແລ້ວໃນຕະກູນໃດຕະກູນໜຶ່ງ ໃນພາຍຫຼັງ ຍ່ອມໄດ້ຟັງຊຶ່ງທັມນັ້ນ. ບຸຄຄົນນັ້ນໆ ເມື່ອໄດ້ຟັງແລ້ວຍ່ອມໄດ້ຊຶ່ງສັດທາໃນຕະຖາຄົຕ, ມາຕາມພ້ອມແລ້ວ ດ້ວຍການໄດ້ສັດທາໃນຕະຖາຄົຕແລ້ວ ຍ່ອມ

ພິຈາຣະນາເຫັນດັ່ງນີ້ວ່າ

໑໐໔໒ ອະຣິຍະສັຈຈ໌ຈາກພຣະໂອຖະ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ