ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

“ຄາຣະວາດຄັບແຄບ ເປັນທາງມາແຫ່ງທຸລີ, ບັນພະຊາເປັນໂອກາດວ່າງ ; ບໍ່ແມ່ນເປັນການງ່າຍທີ່ຈະຢູ່ຄອງເຮືອນ ແລ້ວປະພຶຕພຣົມມະຈັນຣຍ໌ ໃຫ້ບໍຣິສຸດໂດຍສ່ວນດຽວ ເໝືອນດັ່ງສັງອັນຂັດດີແລ້ວ, ຖ້າຈັ່ງໃດ ເຮົາຈະຕ້ອງໂກນຜົມແລະໜວດ ນຸ່ງຫົ່ມຜ້າກາສາຍະແລ້ວ ອອກຈາກເຮືອນ ບວດສູ່ຄວາມບໍ່ມີເຮືອນເຖີ້ນ” ດັ່ງນີ້ ບຸຄຄົນນັ້ນ ເມື່ອເຖິງສະໄໝອື່ນ ປະໂພຄະນ້ອຍໃຫຍ່ ປະວົງຍາດນ້ອຍໃຫຍ່ ໂກນຜົມ ແລະ ໜວດ ນຸ່ງຫົ່ມຜ້າກາສາຍະແລ້ວ ອອກບວດຈາກເຮືອນສູ່ຄວາມບໍ່ມີເຮືອນ.

ພິກຂຸນັ້ນ ຜູ່ບວດແລ້ວແນວນີ້ ສັງລວມແລ້ວດ້ວຍຄວາມສັງລວມໃນປາຕິໂມກຂ໌ ເຖິງພ້ອມດ້ວຍມາລະຍາດ ແລະ ໂຄຈອຣ, ມີປົກກະຕິເຫັນເປັນພັຍໃນໂທດ ເຖິງຈະມີປະມານໜ້ອຍ, ສະມາທານສຶກສາໃນສິກຂາບົດທັງຫຼາຍ, ເຖິງພ້ອມແລ້ວດ້ວຍ

ກາຢະກັມ ວະຈີກັມ ອັນເປັນກຸສົລ, ມີອາຊີວະບໍຣິສຸດ, ເຖິງພ້ອມດ້ວຍສີລ, ມີທະວາຣອັນຄຸ້ມຄອງແລ້ວໃນອິນຊີທັງຫຼາຍ, ປະກອບດ້ວຍສະຕິສັມປະຊັນຍະ, ມີຄວາມສັນໂດດ.

- ສີ. ທີ. ໙/໘໒/໑໐໒.

ວິທີພິຈາຣະນາເພື່ອກໍາຈັດອະກຸສົລວິຕົກຕາມລະດັບ

ພິກຂຸ ທ. ! ພິກຂຸຜູ່ປະກອບຝຶກຝົນເພື່ອບັນລຸອະທິຈິຕ ຈົ່ງເຮັດໃນໃຈເຖິງ ນິມິຕ ໕ ປະການ ຕາມເວລາອັນສົມຄວນ. ຫ້າປະການ ແນວໃດໜໍ ? ຫ້າປະການຄື :

ປະການທີ ໑.

ພິກຂຸ ທ. ! ເມື່ອພິກຂຸໃນກໍລະນີນີ້ ອາໄສນິມິຕໃດ ຕັ້ງໃນໃຈຊຶ່ງນິມິຕໃດຢູ່ ອະກຸສົລທັມອັນເປັນບາບ ທີ່ປະກອບຢູ່ດ້ວຍສັນທະແດ່ ປະກອບຢູ່ດ້ວຍໂທສະແດ່ ປະກອບຢູ່ດ້ວຍໂມຫະແດ່ ໄດ້ບັງເກີດຂຶ້ນ,

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສັງກັປປະ ໑໐໔໓

ພິກຂຸນັ້ນຈົ່ງ ລະນິມິຕນັ້ນເສຍ ຕັ້ງໃນໃຈຊຶ່ງນິມິຕອື່ນ ອັນປະກອບຢູ່ດ້ວຍກຸສົລ. ເມື່ອພິກຂຸນັ້ນ ຕັ້ງໃນໃຈເຖິງນິມິຕອື່ນນອກໄປຈາກນິມິຕນັ້ນ ອັນປະກອບຢູ່ດ້ວຍກຸສົລຢູ່, ອະກຸສົລວິຕົກອັນເປັນບາບ ທີ່ປະກອບຢູ່ດ້ວຍສັນທະແດ່ ປະກອບຢູ່ດ້ວຍໂທສະແດ່ ປະກອບຢູ່ດ້ວຍໂມຫະແດ່ ເຫຼົ່ານັ້ນ ຍ່ອມລະໄປ ຍ່ອມເຖິງຊຶ່ງການຕັ້ງຢູ່ບໍ່ໄດ້. ເພາະລະເສຍໄດ້ຊຶ່ງອະກຸສົລວິຕົກເຫຼົ່ານັ້ນ ຈິຕຂອງເຂົາກໍຕັ້ງຢູ່ດ້ວຍດີ ສະງົບ ລະງັບຢູ່ດ້ວຍດີ ເປັນທັມອັນເອກຜຸດມີຂຶ້ນ ເປັນສະມາທິຢູ່ ໃນພາຍໃນນັ້ນແລ.

ພິກຂຸ ທ. ! ປຽບເໝືອນຊ່າງເຮັດແຜ່ນໄມ້ກະດານ ຫຼື ລູກນ້ອງຂອງເຂົາ ຜູ່ສະຫຼາດ ຕອກ ຄອນ ຖອນ ຫລິ້ມອັນໃຫຍ່ອອກເສຍໄດ້ ດ້ວຍຫລິ້ມອັນນ້ອຍ ນີ້ເຊັ່ນໃດ ; ພິກຂຸ ທ. ! ຂໍ້ນີ້ກໍເຊັ່ນນັ້ນເໝືອນກັນ (ພິກຂຸນັ້ນອາໄສນິມິຕແຫ່ງກຸສົລ ເພື່ອລະເສຍຊຶ່ງນິມິຕແຫ່ງ

ອະກຸສົລ ເຮັດຈິຕໃຫ້ເປັນສະມາທິໄດ້).

ປະການທີ ໒.

ພິກຂຸ ທ. ! ຖ້າແມ່ນວ່າພິກຂຸນັ້ນລະນິມິຕນັ້ນແລ້ວ ຕັ້ງໃນໃຈຊຶ່ງນິິມິຕອື່ນ ອັນປະກອບດ້ວຍກຸສົລຢູ່ ອະກຸສົລວິຕົກອັນເປັນບາບ ຊຶ່ງປະກອບຢູ່ດ້ວຍສັນທະແດ່ ດ້ວຍໂທສະແດ່ ດ້ວຍໂມຫະແດ່ ກໍຍັງເກີດຂຶ້ນແກ່ພິກຂຸນັ້ນຢູ່ນັ້ນເອງ ດັ່ງນີ້ແລ້ວ, ພິກຂຸນັ້ນ ຈົ່ງ ເຂົ້າໄປໄຄ່ຄວນຊຶ່ງໂທດ ແຫ່ງອະກຸສົລວິຕົກເຫຼົ່ານັ້ນ ວ່າ “ວິຕົກເຫຼົ່ານີ້ ເປັນອະກຸສົລ” ດັ່ງນີ້ແດ່ “ວິຕົກເຫຼົ່ານີ້ ປະກອບດ້ວຍໂທດ” ດັ່ງນີ້ແດ່ “ວິຕົກເຫຼົ່ານີ້ ມີທຸກຂ໌ເປັນວິບາກ” ດັ່ງນີ້ແດ່. ເມື່ອພິກຂຸເຫຼົ່ານັ້ນ ໄຄ່ຄວນຊຶ່ງໂທດແຫ່ງອະກຸສົລວິຕົກເຫຼົ່ານັ້ນຢູ່, ອະກຸສົລວິຕົກອັນເປັນບາບ ທີ່ປະກອບຢູ່ດ້ວຍສັນທະແດ່ ດ້ວຍໂທສະແດ່ ດ້ວຍໂມຫະແດ່ ເຫຼົ່ານັ້ນ ຍ່ອມລະໄປ ຍ່ອມເຖິງຊຶ່ງການຕັ້ງຢູ່ບໍ່ໄດ້. ເພາະການລະເສຍໄດ້ຊຶ່ງອະກຸສົລວິຕົກເຫຼົ່ານັ້ນ ຈິຕຂອງເຂົາກໍຕັ້ງຢູ່ດ້ວຍດີ ເປັນທັມອັນເອກຜຸດມີຂຶ້ນ ເປັນສະມາທິຢູ່ ໃນພາຍໃນນັ້ນແລ.

໑໐໔໔ ອະຣິຍະສັຈຈ໌ຈາກພຣະໂອຖະ

ພິກຂຸ ທ. ! ປຽບເໝືອນຍິງສາວ ຫຼື ຊາຍໜຸ່ມ ມັກການປະດັບເອ້ຍ້ອງ ເມື່ອຖືກເຂົາເອົາຊາກງູ ຊາກໝາ ຫຼື ຊາກຄົນ ມາແຂວນໄວ້ທີ່ຄໍ ກໍຈັກຮູ້ສຶກອຶດອັດ ເບື່ອໜ່າຍ ຂີ້ດຽດ ນີ້ເຊັ່ນໃດ ; ພິກຂຸ ທ. ! ຂໍ້ນີ້ກໍເຊັ່ນນັ້ນເໝືອນກັນ (ທີ່ພິກຂຸນັ້ນອຶດອັດ ເບື່ອໜ່າຍ ຂີ້ດຽດ ຕໍ່ໂທດຂອງອະກຸສົລວິຕົກຢູ່).

ປະການທີ ໓.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ